ປອ. ຄວັດທູຮົ່ງ ກັບພາລະກິດຊ່ວຍເຫຼືອ ກຸ່ມຄົນດ້ອຍໂອກາດ

ປອ. ຄວັດທູຮົ່ງ ກັບພາລະກິດຊ່ວຍເຫຼືອ ກຸ່ມຄົນດ້ອຍໂອກາດ

ນັບຕັ້ງແຕ່ການສ້າງຕັ້ງໃນປີ 2002, ISDS ໄດ້ຜັນຂະຫຍາຍ ການຄົ້ນຄວ້າຫຼາຍຢ່າງ ກ່ຽວກັບກຸ່ມຄົນດ້ອຍໂອກາດໃນສັງຄົມ. ດ້ວຍວິທີ​ນັ້ນ, ISDS ​ແລະ ບັນດາ​ອົງການ​ຄົ້ນ​ຄວ້າ​ອື່ນໆ ​ໄດ້​​ຊ່ວຍ ​ລັດ ຖະບານ ຫວຽດນາມ ປັບປຸງ ​ແລະ ກໍ່ສ້າງ​ບັນດາ​ນະ​ໂຍບາຍ​ສັງຄົມ​ໂດຍອີງໃສ່​ຫຼັກ​ຖານ, ​ເອົາ​ໃຈ​ໃສ່​ເຖິງລັກສະນະ ເບາະບາງຖືກກະ ທົບໄດ້ງ່າຍ ຂອງ ບັນດາກຸ່ມຄົນໃນ​ສັງຄົມ​ທີ່​ແຕກ​ຕ່າງ​ກັນ ​ແລະ ຮັບປະກັນລັກສະນະກວມລວມ. ISDS ບໍ່ພຽງແຕ່ດໍາເນີນການຄົ້ນ ຄວ້າທາງດ້ານສັງຄົມ ເພື່ອຈຸດປະສົງ ທາງວິທະຍາສາດ ເທົ່ານັ້ນ, ແຕ່ຍັງນໍາໃຊ້ຜົນການຄົ້ນຄວ້າ ເພື່ອຮັບໃຊ້ເປົ້າໝາຍ ພັດທະນາຊຸມຊົນ ແລະ ຍົກສູງຄວາມຮັບຮູ້ ທາງສັງຄົມ ອີກດ້ວຍ.

ທ່ານນາງ ປອ. ຄວັດທູຮົ່ງ ເປັນຜູ້ກໍ່ຕັ້ງ, ຫົວໜ້າສະຖາບັນຄົ້ນຄວ້າ ພັດທະນາສັງຄົມ (ISDS), ອົງການຄົ້ນຄວ້າເອກະລາດ ມີສຳນັກ ງານໃຫຍ່ຢູ່ ຮ່າໂນ້ຍ. ພາບ: ແຄ໋ງລອງ

 

ໂດຍສະເພາະໃນປີ 2004, ຫຼັງຈາກການຄົ້ນຄວ້າ ກ່ຽວກັບສະພາບການລັງກຽດ ແລະ ຈຳແນກການປະພຶດ ຕໍ່ຜູ້ຕິດເຊື້ອ HIV ໃນຕົວຈິງ, ISDS ໄດ້ສ້າງຊຸດເຄື່ອງມື “ແນະນໍາການຊອກຮູ້ ແລະ ຫຼຸດ ຜ່ອນ ການລັງກຽດ ແລະ ຈຳແນກການປະພຶດ ຕໍ່ຜູ້ຕິດເຊື້ອ HIV/AIDS”.

 


 

ໃນຊຸມປີຕໍ່ໜ້າ, ຈາກການຄົ້ນຄວ້າຕົວຈິງຂອງຕົນ, ISDS ໄດ້ຜະ ລິດຊຸດເຄື່ອງມື ເພື່ອສະໜັບສະໜູນ ການປ່ຽນແປງ ຄວາມຮັບຮູ້ ແລະ ຫຼຸດຜ່ອນການລັງກຽດ ຕໍ່ກຸ່ມຄົນດ້ອຍໂອກາດ ເຊັ່ນ: ຜູ້ສັກ ຢາເສບຕິດ, ໂສເພນີ, ຊຸມຊົນຄົນພິການ. ເຄື່່ອງມືເຫຼົ່ານີ້ແມ່ນມີປະ ໂຫຍດຢ່າງແທ້ຈິງ ເພາະວ່າ ໃນນັ້ນ ແນະນໍາການປ່ຽນແປງ ໂດຍລະອຽດໃນແນວຄິດ ແລະ ການກະທຳ ຂອງ ກຸ່ມຄົນດ້ອຍໂອກາດ, ຫັນຈາກຄວາມຫວັງດີໃນຄວາມຄິດ ເປັນການກະທຳ ທີ່ຕັ້ງໜ້າໃນຕົວຈິງ. 

 


ທ່ານນາງ ປອ. ຮົ່ງ ເນັ້ນໜັກວ່າ: “ສຳລັບຜູ້ທີ່ດໍາລົງຊີວິດຢູ່ຮ່ວມກັບ HIV, ຖ້າພວກເຮົາມີແນວຄິດ ຈຳແນກການປະພຶດຕໍ່ເຂົາເຈົ້າ, ມີຫຼາຍການກະທຳ ທີ່ເຂົາເຈົ້າຕ້ອງປະຕິບັດຢ່າງລັບໆ, ເພາະສະນັ້ນບັນດາມາດຕະການ ຄວາມປອດໄພ ອາດຈະບໍ່ໄດ້ປະຕິບັດຢ່າງຄົບຖ້ວນ. ຄົນຈາກຊຸມຊົນ LGBT (ປະກອບມີ: ຮັກຮ່ວມເພດ, ເກ, ປ່ຽນເພດ...) ກໍຄືກັນ, ຖ້າສັງຄົມຈໍາແນກການປະພຶດຕໍ່, ພວກເຂົາ ເຈົ້າ ຈະບໍ່ສາມາດ ເຂົ້າເຖິງໂອກາດ ໄດ້ຮໍ່າຮຽນ, ເຮັດວຽກຢ່າງສະ ເໝີພາບ, ເຂົາເຈົ້າ ໃຊ້ຊີວິດໃນປົມຄວາມດ້ອຍຢູ່ສະເໝີ ແລະ ບໍ່ມີນໍ້າໃຈບືນຂຶ້ນໃນຊີວິດ. ສິ່ງດັ່ງກ່າວຈະເຮັດໃຫ້ ສັງຄົມບໍ່ໝູນໃຊ້ ຄວາມສາມາດ ແລະ ການປະກອບສ່ວນຂອງພວກເຂົາໄດ້ໝົດ”. ​​ປີ 2006, ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ແລະ ສະກັດກັ້ນ HIV/AIDS ​ໄດ້​ປະກາດ​ໃຊ້ ​ແລະ ກົດໝາຍ​ວ່າ​ດ້ວຍ​ຄົນ​ພິການ ​ປີ 2010 ກໍ່​ມີ​ຜົນ​ສັກສິດ...


ນີ້ແມ່ນສັນຍານ ທີ່ດີ ບໍ່ພຽງແຕ່ ສໍາລັບກຸ່ມຄົນດ້ອຍໂອກາດເທົ່ານັ້ນ, ແຕ່ຍັງສໍາລັບນັກຄົ້ນຄວ້າ ແລະ ພະນັກງານສັງຄົມຄືທ່ານນາງ ປອ. ຮົ່ງ ແລະ ເພື່ອນຮ່ວມງານຢູ່ ISDS ອີກດ້ວຍ. ທ່ານນາງ ປອ. ຮົ່ງ ໄດ້ແບ່ງປັນວ່າ: “ມ່ວນກວ່າ ແລະ ຍັງເປັນແຮງຈູງໃຈສໍາລັບ ຂ້າພະເຈົ້າ ແລະ ເພື່ອນຮ່ວມງານ ເມື່ອຜົນໄດ້ຮັບໃນການຄົ້ນ ຄວ້າ ຂອງ ISDS ຖືກເປັນຂໍ້ອ້າງອີງ ໃນຂະບວນການສ້າງກົດໝາຍ”. ຕາມທ່ານນາງ ປອ. ຄວັດທູຮົ່ງ, ນັບແຕ່ເວລານີ້, ​ແຕ່​ລະ​ຄົນ ​ຕ້ອງມີການກະທຳ​ຢ່າງ​ຕັ້ງໜ້າ ​ແລະ ​ເຂັ້ມ​ແຂງຍິ່ງ​ຂຶ້ນ, ປະກອບສ່ວນ​ຮ່ວມ​ກັບ​ລັດຖະບານ ​ເພື່ອ​ປະຕິບັດ ​ຄຳ​ໝັ້ນ​ສັນຍາ-ຫວຽດນາມ ບໍ່ປະໃຜໄວ້ໃຫ້ຢູ່ຂ້າງຫຼັງ.

ທ່ານນາງ ປອ. ຄວັດທູຮົ່ງ ແລະ ເພື່ອນຮ່ວມງານຢູ່ ISDS ພວມ ປະຕິບັດພາລະກໍາ ປະກອບສ່ວນ ເຮັດໃຫ້ ຫວຽດນາມ ກາຍເປັນ ປະເທດທີ່ໄດ້ຮັບຟັງຄຳເຫັນ ຂອງ ປະຊາຊົນ, ຄວາມ​ຍຸຕິ​ທຳ​ໃນ​ສັງຄົມ​ໄດ້​ຮັບ​ການ​ປະຕິບັດ, ຊຸກຍູ້​ຄວາມ​ຫຼາກ​ຫຼາຍ​ ຂອງ​ ສັງຄົມ ​ແລະ ຄວາມ​ສະ​ເໝີ​ພາບ​ສຳລັບ​ທຸກ​ຄົນ. ພາບ: ເອກະສານ
ບັນດາຊຸດ​ເຄື່ອງ​ມືຂອງ ISDS ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ກວ້າງ​ຂວາງ​ ໂດຍ​ບັນ​ດາ​ອົງ​ການ​ພັກ, ລັດ ແລະ ອົງ​ການ​ສັງ​ຄົມ ​ຫວຽດ​ນາມ ເພື່ອ​ຮັບ​ໃຊ້​ການ​ສຶກ​ສາ ແລະ ສື່​ສານ ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຊົນ ຕໍ່​ບັນ​ດາ​ກຸ່ມຄົນ​ດ້ອຍ​ໂອ​ກາດ.

ບົດ: ຖາວວີ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນ


Top