ຮສຈ. ປອ ຫງວຽນວັນຮຸຍ ແລະ “ການປະຕິວັດ” ການຈັດສະ ແດງ ໃນ ຫໍພິພິທະພັນ

ຮສຈ. ປອ ຫງວຽນວັນຮຸຍ ແລະ “ການປະຕິວັດ” ການຈັດສະ ແດງ ໃນ ຫໍພິພິທະພັນ

ທ່ານ ຮສຈ.ປອ ຫງວຽນວັນຮຸຍ, ອະດີດຜູ້ອໍານວຍການ ຫໍພິພິທະພັນ ຊົນເຜົ່າ ວິທະຍາ ຫວຽດນາມ, ຜູ້ສ້າງ “ການປະຕິວັດ” ໃນວຽກງານ ວາງສະແດງ ຫໍພິພິທະພັນຢູ່ ຫວຽດນາມ. ພາບ: ຫວຽດເກື່ອງ

ຕາມ​ທ່ານ​ ຮສຈ. ປອ ຫງວຽນວັນຮຸຍ, ຫໍພິພິທະ​ພັນ ​ແມ່ນ​ສະ​ຖາ​ບັນ​ວັດທະນະທຳ​ ທີ່ສຳຄັນ, ​ແມ່ນ​ບ່ອນເກັບຮັກສາໄວ້​ຂໍ້ມູນເອກະສານ, ວັດຖຸ​ພັນ​ ອັນ​ລ້ຳ​ຄ່າ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ ເຂົ້າໃນ​ການ​ປົກ​ປັກ​ຮັກສາ ​ແລະ ​ເສີມຂະຫຍາຍ​ມໍລະດົກ​ວັດ ທະນະທຳ, ​ປະຫວັດສາດ​ ຂອງ​ ຊາດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ຫວນຄືນ​ເວລາ​ ​ເກືອບ 3 ທົດ​ສະ​ວັດຜ່ານມາ, ຫໍພິພິທະ​ພັນ ຫຼາຍແຫ່ງ​ຢູ່ ຫວຽດນາມ ​ຕ້ອງປະເຊີນກັບ​ສະພາບ​ ບໍ່​ມີ​ແຂກ ເຂົ້າ ມາຢ້ຽມຢາມ. ເພາະສະ​ນັ້ນ, ສິ່ງ​ທີ່​ຍາກ​ທີ​ສຸດ ​ທີ່​ທ່ານ​ ຮສຈ ຫງວຽນ​ວັນ​ຮຸຍ ຄິດວົນໄປວຽນມາໃນຄາວນັ້ນ ​ແມ່ນ “ເຮັດ​ແນວ​ໃດ​ເພື່ອໃຫ້ ຫໍພິພິທະພັນ ຊົນເຜົ່າ ວິທະຍາ ຫຼັງການສ້າງຕັ້ງ ຈະບໍ່ຕົກ ຢູ່ໃນ ຊະຕາກໍາ ດຽວກັນ”.

ປີ 1987, ໂດຍຜ່ານກອງທຶນໄກ່ເກ່ຍ, ເປັນຄັ້ງທຳອິດ ຫວຽດ ນາມ ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ ​ບັນດາ​ນັກວິທະຍາສາດ ​ສັງຄົມ ອາ​ເມ​ລິ​ກາ ມາ​ຢ້ຽມຢາມ ຮ່າ​ໂນ້ຍ, ​ເປີດ​ໂອກາດ​ຄວາມຮ່ວມ​ມື ​ລະຫວ່າງ ຫວຽດນາມ ​ແລະ ສ ອາ​ເມ​ລິ​ກາ. ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ໄດ້ຊ່ວຍ​ໃຫ້​ທ່ານ​ ຮສຈ. ປອ ຫງວຽນ​ວັນ​ຮຸຍ ໄດ້​ເຂົ້າ​ເຖິງກັບວົງການ​ພິ​ພິ​ທະ​ພັນ​ໂລກ. ໃນຊຸມປີ ຕໍ່ມາ, ໃນໄລຍະການສ້າງຕັ້ງ ໂຄງການ ຫໍພິພິທະພັນ ຊົນເຜົ່າ ວິທະຍາ, ທ່ານ ຮສຈ. ປອ ຮຸຍໄດ້ມີການຢ້ຽມຢາມ ແລະ ເຮັດວຽກ ຫຼາຍຄັ້ງ ກັບຜູ້ເຮັດວຽກງານ ພິພິທະພັນ ຂອງ ຝຣັ່ງ, ສ ອາເມລິກາ ແລະ ຍີ່ປຸ່ນ, ໄດ້ເຂົ້າເຖິງກັບແນວຄວາມຄິດໃໝ່ສຸດ ກ່ຽວກັບພິພິທະພັນໂລກ. 


ປີ 1995, ຫໍພິພິທະ​ພັນ​ ຊົນ​ເຜົ່າ​ວິທະຍາ ຫວຽດນາມ ​ໄດ້​ເປີດ​​ຕ້ອນຮັບ​ນັກທ່ອງ​ທ່ຽວ ຢ່າງ​ເປັນ​ທາງ​ການ ແລະ ເປັນ​ຄັ້ງ​ທຳ​ອິດ ​ຊາວ ຫວຽດນາມ ​ທີ່ເຂົ້າຢ້ຽມ​ຊົມ​ ພິພິທະ​ພັນ ​ໄດ້​ຮັບ​ຟັງ ​ບັນດາ​ຊົນ​ເຜົ່າ​ແນະນຳ ກ່ຽວກັບ​ວັດທະນະທຳ ​ແລະ ພາສາ​ຂອງ​ເຂົາ ເຈົ້າ ໂດຍ​ກົງ​ຜ່ານ ຄລິບ ສ້າງດ້ວຍຖ້ອຍຄຳ ​ຫຼື ​ການສະ​ແດງຕ່າງໆ...

ເປັນຄັ້ງທໍາອິດ, ຫໍພິພິທະພັນ ແຫ່ງໜຶ່ງ ມີພື້ນທີ່ວາງສະແດງ ຢູ່ກາງແຈ້ງ. ນັ້ນ​ແມ່ນ ເຮືອນ ​ຂອງ ​ບັນດາ​ຊົນ​ເຜົ່າ ​ໃນ​ທົ່ວ​ປະ​ເທດ... ​ເປັນ​ຄັ້ງ​ທຳ​ອິດ​ ​ມວນຊົນ ​ສາມາດ ​ອອກ​ແນວຄວາມ​ຄິດ​ ແລະ ​ເລືອກ​ເອົາ​ຮູບ​ພາບ ແລະ ວັດຖຸພັນຂອງຊົນເຜົ່າຕົນ ເພື່ອວາງ ສະແດງ, ແນະນຳເຖິງນັກທ່ອງທ່ຽວດ້ວຍຕົນເອງ... ​ກໍເປັນຄັ້ງທໍາອິດ ໃນຫໍພິພິທະພັນ ມີຫ້ອງຜ່ານປະສົບການຕົວຈິງ ສໍາລັບເດັກ ນ້ອຍ, ມີພິພິທະພັນ “ພົກພາ” ດ້ວຍເຕັກໂນໂລຊີ 3D...

ດ້ວຍ​ທັດ​ສະ​ນະ​ເຮັດໃຫ້ ຫໍພິພິທະພັນ ກາຍເປັນສະຖານທີ່ “ສຶກສາປະສົບການ” ໃຫ້ຄົນໜຸ່ມ-ຮຸ່ນຄົນຕັດສິນຊະຕາກຳ ຂອງ ມໍລະດົກ ແລະ ອະນາຄົດຂອງປະເທດຊາດ, ທ່ານ​ ຮສຈ. ປອ ຫງວຽນ​ວັນ​ຮຸຍ ໄດ້​ເປັນທີ່ປຶກສາ ໃຫ້​ຕົວແບບຫໍ​ພິ​ພິ​ທະ​ພັນ​ຫຼາຍ​ແຫ່ງ​ຢູ່​ ຫວຽດ​ນາມ.  ພາບ: ຫວຽດເກື່ອງ

ປີ 2008, ພາຍຫຼັງອອກກິນເບ້ຍ​ບຳນານ, ທ່ານ ຮສຈ. ປອ ຫງວຽນວັນຮຸຍ ໄດ້ຮັບການເຊື້ຶອເຊີນ ໃຫ້ເປັນທີ່ປຶກສາ ຈາກການນຳ ຫໍພິພິທະພັນ ແມ່ຍິງ ຫວຽດນາມ. ພາຍຫຼັງກວ່າ 2 ປີ, ພາຍໃຕ້​ການ​​ຊ່ວຍເຫຼືອ​ຂອງ ທ່ານ ຮສຈ. ປອ ຫງວຽນ​ວັນ​ຮຸຍ, ຫໍພິ​ພິ​ທະ​ພັນ ​ແມ່​ຍິງ ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ລະ​ບົບ​ການ​ວາງ​ສະ​ແດງ, ຝຶກ​ອົບ​ຮົມ ແລະ ອື່ນໆ ຄືນໃໝ່... ປີ 2010, ​ຫໍພິ​ພິ​ທະ​ພັນ ​ແມ່​ຍິງ ​ຫວຽດ​ນາມ ໄດ້ມີໂສມໜ້າໃໝ່ ດ້ວຍການ​ປ່ຽນແປງ​​ ດ້ານຄຸນນະພາບ ຢ່າງເຫັນໄດ້ຊັດ. 

ງານ​ວາງສະ​ແດງ​ຄັ້ງ​ຕໍ່ໆ​ ໄປ ​ຂອງ​ ພິພິທະ​ພັນ​ແມ່​ຍິງ ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ ຈາກ​ບັນດາ​ຜູ້​ຊ່ຽວຊານ ​ແລະ ມວນຊົນ​ ກ່ຽວ​ກັບດ້ານສະຫງວນ​ຄວາມ​ງາມ, ມີສີສັນ ແລະ ມີຄວາມ​ຫຼາກ​ຫຼາຍ. ບັນດາຫົວເລື່ອງໄດ້ຮັບການວາງສະແດງ ຢູ່ຫໍພິພິທະພັນ ແມ່ນມີລົມຫາຍໃຈ ຂອງ ຊີວິດ ເມື່ອສຸມໃສ່ສ່ອງແສງ ເລື່ອງຊີ ວິດ ປະຈຳວັນຂອງຍຸກໃໝ່ເຊັ່ນ: ແມ່ຍິງໃນຄອບຄົວ, ແມ່ຍິງໃນ ປະຫວັດສາດ, ແມ່ຍິງໃນສັງຄົມ ຫຼື ເລື່ອງລາວ, ບັນຫາທາງເພດຕ່າງໆ ທີ່ສັງຄົມກຳລັງໃຫ້ຄວາມສົນໃຈ, ຫ່ວງໃຍ.


ນັບ​ແຕ່​ປີ 2014, ຈາກ​ການ​ຊ່ວຍ​ເຫຼືອ ຂອງ ​ທ່ານ ​ຮສຈ.ປອ   ຫງວຽນວັນ​ຮຸຍ, ທຳນຽບໂດກເລິບ ​ໄດ້​ມີ​ລະບົບບັນຍາຍ ​ແລະ ລະບົບ​ຂໍ້​ມູນ​ຂ່າວສານ​ ຢູ່​ແຕ່ລະ​ຫ້ອງ ດ້ວຍ​ເນື້ອ​ໃນ​ທີ່ອຸດົມສົມ ບູນ, ການຈັດວາງທີ່​ສວຍງາມ, ຈັບຕາຈັບໃຈ ເພື່ອໃຫ້ນັກທ່ອງທ່ຽວ ສາມາດຊົມ, ຊອກຮູ້ຂໍ້ມູນດ້ວຍຕົນເອງ... ຈາກ​ການ​ປ່ຽນ​ແປງ​ເຫຼົ່າ​ນີ້, ທຳນຽບ ໂດກເລິບ ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳ ນວນ​ຫຼວງ​ຫຼາຍ.


 ຕາມທ່ານ ຮສຈ.ປອ ຫງວຽນວັນຮຸຍ, ເພື່ອໃຫ້ພິພິທະພັນ ມີບາດ ກ້າວຫັນປ່ຽນ, ວຽກງານທຳອິດ ແມ່ນຕ້ອງປ່ຽນແນວຄວາມຄິດ ກ່ຽວກັບ ພິພິທະພັນ ແລະ ປ່ຽນໃໝ່ ວິທີການ ອະທິບາຍ ວັດຖຸພັນ ທີ່ວາງສະແດງ ໃນຫໍພິພິທະພັນ ເພື່ອດຶງດູດ ນັກທ່ອງທ່ຽວ, ໂດຍສະເພາະຢ່າງຍິ່ງແມ່ນຮຸ່ນໄວໜຸ່ນ. ນອກຈາກນັ້ນ ​ຕ້ອງ​ສືບ​ຕໍ່​ປ່ຽນ​ແປງ​ແນວ​ຄິດ, ເຮັດໃຫ້​ຫໍພິພິທະ​ພັນ ​ກາຍ​ເປັນ​ສະຖານ​ທີ່ “ສຶກສາ​ປະສົບ​ການ” ​ໃຫ້​ຄົນໜຸ່ມ-ຮຸ່ນຄົນ ຕັດສິນຊາຕາກຳ ຂອງ ມໍລະດົກ ແລະ ອະນາຄົດ ​ຂອງ ​ປະ​ເທດຊາດ.

ບົດ: ຖາວວີ - ພາບ: ຫວຽດເກື່ອງ ແລະ ເອກະສານ - ແປໂດຍ: ບິກລຽນ


Top