ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ທ່ານນາງ ຮ່າທິທູແທງ, ຮອງປະທານສະມາຄົມ ນັກທຸລະກິດ ແມ່ຍິງ ຫວຽດນາມ, ປະທານສະພາບໍລິຫານ Deloitte ຫວຽດນາມ, ສະມາຊິກຍິງສະພາທີ່ປຶກສາ ການປະຕິຮູບ ລະບຽບການບໍລິຫານ ຂອງນາຍົກລັດຖະມົນຕີ ລັດຖະບານ. 

ໜຶ່ງ​ໃນ​ບັນ​ດາ​ເຫດ​ການ​ ຂອງ ຊຸມມື້ທໍາອິດ ເປີດປະເທດ ແລະ ຮຽກຮ້ອງ ໃຫ້ມີການລົງທຶນ ຈາກຕ່າງປະເທດ ແມ່ນການ ກໍາເນີດ ຂອງຂະແໜງ ກວດສອບບັນຊີເອກະລາດ ຫວຽດນາມ ກັບຂໍ້ຕົກລົງ ເລກທີ 165 ລົງວັນທີ 13 ພຶດສະພາ 1991 ຂອງ​ ລັດ​ຖະ​ມົນ​ຕີ​​ກະ​ຊວງ​ການ​ເງິນ​ ຫວຽດ​ນາມ ເພື່ອ​ການ​ສ້າງ​ຕັ້ງ​ບໍ​ລິ​ສັດ ​ກວດ​ສອບ​ບັນຊີແຫ່ງທຳອິດຂອງ ຫວຽດນາມ-ບໍລິສັດກວດສອບບັນຊີ ຫວຽດນາມ VACO-ຕົ້ນກຳເນີດ ​ຂອງ Deloitte ຫວຽດນາມ ໃນ​ປັດຈຸບັນ.

ສະນັ້ນ ຈຶ່ງມີການກ່າວກັນວ່າ ໄລລະທາງ 30 ປີ​ແຫ່ງ​ການ​ພັດທະນາ ​ແລະ ປະສົບ​ຜົນສຳ​ເລັດ​ຂອງ Deloitte ຫວຽດນາມ ກໍ່​ແມ່ນ​ໄລຍະທາງ​ພັດທະນາ ​ຂອງ​ຂະ​ແໜງ​​ກວດສອບບັນຊີ​ເອກະລາດ​ຢູ່ ​ຫວຽດນາມ ​ແລະ ທ່ານນາງ ຮ່າ​ທິທູ​ແທງ ​ໄດ້​ຮັບ​ຂະໜານນາມ​ວ່າເປັນ “ສຸພາບສະຕີ ເຫຼັກ” ຂອງ ຂະແໜງການກວດສອບບັນຊີ ຫວຽດນາມ. 


ຫຼາຍທົດ​ສະ​ວັດ​ ທີ່​ຜ່ານ​ມາ, ທ່ານ​ນາງ ຮ່າທິທູແທງ ແມ່ນ​ຊາວ ​ຫວຽດ​ນາມ ​ຄົນ​ທຳ​ອິດ ​ໃນ​ຂົງ​ເຂດ​ບັນ​ຊີ ແລະ ກວດ​ສອບ ບັນຊີ ​ທີ່​ຖືກ​ສົ່ງ​ໄປ​ຮຽນ​ຢູ່ ສ ອາ​ເມ​ລິ​ກາ ​ແລະ ໃນ​ຊຸມ​ມື້​ນີ້ເອງ ​ໄດ້ “ຝຶກ​ຝົນ” ຮ່າ​ທິທູ​ແທງ ​ກາຍເປັນຜູ້ທີ່​ມີຄວາມກ້າຫານ, ມີຄວາມສາມາດ ແລະ ​ເດັດຂາດ. 

ໃນ​ຊ່ວງໄລຍະ 30 ປີ​ແຫ່ງ​ການ​ພັດທະນາ​ ຂອງ​ຂະ​ແໜງ​ການ​ກວດ​ສອບບັນຊີ​ເອກະລາດ ​ຫວຽດນາມ, Deloitte ຫວຽດນາມ ຍາມ​ໃດ​ກໍ​ແມ່ນ​ຈຸດ​ພົ້ນ​ເດັ່ນ ​ແລະ ​ເປັນ​ຜູ້​ບຸກ​ເບີກ. ປັດຈຸ​ບັນ, ບໍລິສັດ Deloitte ຫວຽດນາມ “ເປັນເຈົ້າ ກຳມະສິດ” ຖັນແຖວຜູ້ຊ່ຽວຊານ, ພະນັກງານ, ລັດຖະກອນ ກວ່າ 1.000 ຄົນ ທີ່ໄດ້ຮັບການ​ຝຶກ​ອົບຮົມ ຢ່າງມີແບບແຜນ, ມີ​ຄວາມ​ສາມາດ ​ແລະ ມີຄວາມຮູ້ລະດັບສາກົນ, ​ເຂົ້າ​ໃຈ​ ວັດທະນະທຳ ​ແລະ ກົດໝາຍ​ຂອງ ​ຫວຽດນາມ.

ກວ່າ 30 ປີ​​ເຮັດ​ວຽກ​​ ລາຍ​ງານ​ການ​ເງິນ ​ແລະ ​ບັນດາໂຄງ ການ ທີ່ປຶກສາ, ແຕ່ທ່ານນາງ ຮ່າ​ທິທູ​ແທງ ຍັງ​ຄົງ​ຮັກສາ​ຄວາມ​ຫຼົງໄຫຼ ແລະ ​ແລະ ຄວາມ​ຮັກ​ສຳລັບ Deloitte  ​ເໝືອນ​ດັ່ງໄລຍະ ຫາກໍ່​ເຂົ້າ​ສູ່​ອາຊີບ​. ພາບ: ກົງດາດ/VNP

ໃນ​ຂະນະ​ທີ່​ດຳລົງ​ຕຳ​ແໜ່​ງ​ເປັນ​ຜູ້ນຳ​ບໍລິສັດ Deloitte ຫວຽດນາມ, ທ່ານ​ນາງ ທູແທງ ​ໄດ້​ຕັດສິນ​ໃຈ​ ນຳ​ບັນດາ​ຜູ້ນຳ ​ແລະ ພະນັກງານ​ ຂອງ​ບໍລິສັດ​ ໄປ​ສຶກສາ​ຢູ່​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ ສ ອາ​ເມ​ລິ​ກາ, ເພື່ອ “ຫັນເປັນສາກົນ” ຖັນແຖວພະນັກງານ, ​ເຖິງ​ວ່າ​ໃນ​ເວລາ​ນັ້ນ​ ຈະຕ້ອງເສຍຄ່າ ໃຊ້ຈ່າຍ ໃນການ​ສົ່ງ​ບຸກຄະລາກອນໄປ​ສຶກສາຕໍ່ຢູ່​ຕ່າງປະ​ເທດ ບໍ່ແມ່ນໜ້ອຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ນາງ ທູແທງ ຍັງ​ຄົງສ້າງຄວາມເຊື່ອໝັ້ນ ໃຫ້ກັບ​ຄະນະກໍາມະການບໍລິຫານ, ດ້ວຍ​ຄວາມໝັ້ນ​ໝາຍສ່ວນ​ຕົວ​ສູງຂອງຕົນເອງ. ມາ​ຮອດ​ປັດຈຸ​ບັນ, ພາຍຫຼັງ​ຫຼາຍ​ປີ​ແຫ່ງ​ການ​ພັດທະນາ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຕັດສິນ​ໃຈ​ຂອງ​ທ່ານ​ນາງ ທູແທງ ​ແມ່ນ​ຖືກຕ້ອງ ​ແລະ ມີ​ວິ​ໄສ​ທັດ.

 ພາຍຫຼັງກວ່າ 30 ປີ​​ເຮັດ​ວຽກ​​ ລາຍ​ງານ​ການ​ເງິນ ​ແລະ ​ບັນດາ ໂຄງການທີ່ປຶກສາ ເບິ່ງ​ຄື​ວ່າ ແຂງກະດ້າງ,  ແຕ່ທ່ານນາງ ຮ່າ​ທິທູ​ແທງ ຍັງ​ຄົງ​ຮັກສາ​ຄວາມ​ຫຼົງໄຫຼ ແລະ ​ແລະ ຄວາມ​ຮັກ​ສຳລັບ Deloitte  ​ເໝືອນ​ດັ່ງ ໄລຍະຫາກໍ່​ເຂົ້າ​ສູ່​ອາຊີບ​. ນັ້ນແມ່ນສິ່ງທີ່ ເຮັດໃຫ້ຫຼາຍຄົນນິຍົມຍົກຍ້ອງ ແມ່ຍິງ ທ່ີມີພະລັງງານພິເສດ ຄືທ່ານນາງ.


ປີ 2021, Deloitte ຫວຽດນາມ ສະເຫຼີມສະຫຼອງ 30 ປີ ແຫ່ງການສ້າງຕັ້ງ. ໃນເຫດການ​ນັ້ນ, ບົດບາດ​ຜູ້ບຸກ​ເບີກ ຂອງ Deloitte ຫວຽດນາມ ສືບ​ຕໍ່​ໄດ້​ຮັບ​ການ​ສະ​ແດງ​ໃຫ້​ເຫັນ ​ເມື່ອ​ໄດ້​ເປີດຕົວ​ໂຄງການ​ ບໍລິການ​ພິ​ເສດ​ ຢ່າງ​ເປັນ​ທາງ​ການ​ຄື: ບໍລິການ​ສະເພາະດ້ານ: ບໍລິການວິສາຫະກິດເອກະຊົນ (Deloitte Private) ດ້ວຍ​​ໂຄງການ ​ຕົ້ນຕໍ ​ແລະ ແກນຫຼັກ ໃນການເປັນວິສາຫະກິດ ຄຸ້ມຄອງ ທີ່​ດີທີ່ສຸດ ຫວຽດນາມ.

ເຫດຜົນເລື່ອງເປີດຕົວ​ໂຄງການ​ບໍລິການ​ພິ​ເສດ ດັ່ງກ່າວ ແມ່ນຍ້ອນ ທ່ານ​ນາງ ຮ່າ​ທິທູ​ແທງ ມີຄວາມປາດ​ຖະໜາ​ວ່າ ບໍລິສັດ Deloitte ສາມາດ​ໜູນ​ຊ່ວຍ ​ບັນດາ​ກຸ່ມ​ລູກ​ຄ້າ​ວິ​ສາ​ຫະກິດ ພາກ​ເອກະ​ຊົນ ມີປັດໄຈຄອບຄົວ, ນັກທຸລະກິດ ແລະ ບຸກຄົນ ທີ່ມີມູນຄ່າສຸດທິສູງ ​ ດ້ວຍຈຸດປະສົງ​ ຊຸກຍູ້​ບົດບາດ​ ຂອງ​ພາກ​ທຸລະ​ກິດ​ເອກະ​ຊົນ​ ຕໍ່ພື້ນຖານ​ເສດຖະກິດ. ສຳລັບ ໂຄງການ​ວິ​ສາ​ຫະກິດ​ ທີ່​ມີ​ການ​ຄຸ້ມ​ຄອງບໍລິຫານ​ດີ​ທີ່​ສຸດ​ ຫວຽດນາມ ແມ່ນເພື່ອ​ແນ​ໃສ່​ເຊີດ​ຊູ ​ແລະ ຮັບ​ຮູ້​ບັນດາ​ວິ​ສາ​ຫະກິດ​ເອກະ​ຊົນ ​ດີ​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ. ທ່ານ​ນາງ ທູແທງ ເນັ້ນ​ໜັກ​ວ່າ “ທັງ​ໝົດ​ແມ່ນ ເປົ້າ​ໝາຍ ​ໜູນ​ຊ່ວຍ ​ການ​ພັດ​ທະ​ນາ ​ຂອງ​ ພາກ​ເອ​ກະ​ຊົນ ​ຫວຽດ​ນາມ”. 


ທ່ານນາງ ຮ່າ​ທິ​ທູ​ແທງ ກາຍ​ເປັນ​ສະ​ມາ​ຊິກ​ຍິງ​ໜຶ່ງ​ດຽວ​ຂອງ​ສະ​ພາ​ທີ່​ປຶກ​ສາ​ ການ​ປະ​ຕິ​ຮູບ ລະບຽບການບໍລິຫານ ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຢືນ​ຢັນ​ຄວາມ​ມາ​ນະ​ພະ​ຍາ​ຍາມ ຂອງ ທ່ານນາງ ໃນການ ຍົກສູງບົດບາດ ຂອງນັກທຸລະກິດຍິງ ໃນ​ສະ​ພາ​ເສດ​ຖະ​ກິດ ແລະ ການ​ເງິນ.

ສິ່ງທີ່​ເຮັດ​ໃຫ້​ນາງ ຮ່າ​ທິ​ທູ​ແທງ ມີ​ຄວາມ​ພາກພູມ​ໃຈ ນັ້ນ​ແມ່ນ Deloitte ຫວຽດນາມ ໄດ້ຮັບຖື​ເປັນ “ເຄື່ອງໝາຍ​ທ້ອງ​ຖິ່ນ” ​ເມື່ອ​ສືບ​ທອດ​ມູນ​ເຊື້ອ 175 ປີ​ ຂອງ Deloitte ​ໃນ​ທົ່ວ​ໂລກ, ຮູ້​ວິທີ​ສົມທົບ ​ແລະ ປະດິດສ້າງ ພ້ອມ​ດ້ວຍ​ສີສັນມູນເຊື້ອ ແລະ ມີລັກສະນະ ຫວຽດ ລ້ວນໆ ເພື່ອສ້າງເປັນບັນດາຄຸນຄ່າ ທີ່ເປັນເອກະລັກ ຂອງ Deloitte ຫວຽດນາມ.

ນີ້​ແມ່ນ​ຈິດ​ໃຈ​ບຸກ​ເບີກ, ​ເປັນ​ວິທີ​ທາງ​ເພື່ອ​ໃຫ້ Deloitte ຫວຽດນາມ ສືບ​ຕໍ່ “ສ້າງ​ຄຸນຄ່າ​ ທີ່​ມີ​ອິດ​ທິພົນ​”, ​ແບ່ງປັນ ​ແລະ ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ທີ່​ດີງາມ​ເຖິງ​ປະຊາ​ຄົມ ​ແລະ ນັ້ນ​ກໍ​ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ ຂອງ​ທ່ານ​ນາງ​ ຮ່າທິທູແທງ ຜູ້​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ​ຕໍ່​ການ​ພັດທະນາ​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ ຫວຽດນາມ ຢູ່ສະເໝີ.

ໃນ​ຖານະ​ເປັນ​ຜູ້ຖືສຳຄັນ​ສິດ​ຂອງ​ແມ່ຍິງຢູ່ສະເໝີ, ທ່ານ​ນາງ ຮ່າ​ທິທູ​ແທງ ຜ່ານ​ບັນດາ​ບົດບາດເປັນຫຼັກ ທີ່ບັນດາ​ອົງການ, ສະມາຄົມ, ເຄືອ​ຂ່າຍ​ ແນ​ໃສ່ມຸ່ງສູ່ຈຸດໝາຍ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ ຍິງ​-ຊາຍ​ ໃນ​ບ່ອນ​ເຮັດ​ວຽກ ​ແລະ ພັດທະນາ ອຳນາດ ແລະ ຄວາມສາມາດ ຂອງແມ່ຍິງ ​ຫວຽດນາມ.

ບົດ: ຖາວວີ - ພາບ: ກົງດາດ -ແປໂດຍ: ບິກລຽນ


Top