ນັກຈິດຕະກອນ ດັ້ງອ໋າຍຫວຽດ ແລະ ການເດີນທາງແຕ້ມຮູບ ແມ່ ຫວຽດນາມ ວິລະຊົນ

ນັກຈິດຕະກອນ ດັ້ງອ໋າຍຫວຽດ ແລະ ການເດີນທາງແຕ້ມຮູບ ແມ່ ຫວຽດນາມ ວິລະຊົນ

ນັກຈິດຕະກອນ ດັ້ງອ໋າຍຫວຽດ ເລີ່ມອອກເດີນທາງ ໃນວັນທີ 19 ກຸມພາ 2010 ດ້ວຍລົດຈັກຂະໜາດນ້ອຍຍີ່ຫໍ້ Charly ກັບສຳພາລະເດີນທາງແມ່ນບັນດາກ່ອງສີ ແລະ ຟອຍແຕ້ມ. 

ກ່ອນໜ້ານີ້ 10 ປີ, ນັກຈິດຕະກອນ ດັ້ງອ໋າຍຫວຽດ ໄດ້ອອກເດີນທາງ ເພື່ອແຕ້ມຮູບ ແມ່ ຫວຽດນາມ ວິລະຊົນ ກວ່າ 2.400 ຮູບ ໃນທົ່ວທຸກພາກ ຂອງ ປະເທດ ດ້ວຍຄວາມປາຖະໜາ ຢາກຝາກ ຮູບແຕ້ມ ບັນດາແມ່ ຫວຽດນາມ ວິລະຊົນ ໃຫ້ແກ່ ຄົນຮຸ່ນຫຼັງ. ພິເສດ, ເພິ່ນ ໄດ້ໃຊ້ລົດຈັກຂະ ໜາດນ້ອຍຍີ່ຫໍ້ Charly ໃນຕະຫຼອດໄລຍະການເດີນທາງໄປທົ່ວທຸກແຫ່ງຫົນ ໃນປະເທດ ແລະ ໄດ້ກາຍເປັນຕົວແທນສວຍງາມແຫ່ງຄວາມຮັກ ແລະ ຄວາມຮູ້ບຸນຄຸນຕໍ່ປະເທດຊາດ.

ນັກຈິດຕະກອນ ດັ້ງອ໋າຍຫວຽດ, ອາຍຸ 72 ປີ, ໄດ້ອອກເດີນທາງ ແຕ້ມຮູບ ແມ່ ຫວຽດນາມ ວິລະຊົນ       ກ່ວາ 2.400 ຮູບ ໃນທົ່ວປະເທດ.

ຈາກ​ຈຳນວນ​ກິໂລ​ແມັດ​ ທີ່ທ່ານ​ນາງ​ໄດ້​ໄປ ກໍສາມາດ​ຄິດປະ ມານ​ໄດ້​ວ່າ ​ໃນ 10 ປີ​ມາ​ນີ້, ນັກ​ຈິດຕະກອນ ດັ້ງ​ອ໋າຍ​ຫວຽດ ​ໄດ້​ເດີນ​ທາງໄປຕາມ​ລວງ​ຍາວ​ຂອງ​ແຜ່ນ​ດິນ​ຮູບ​ຕົວ S ນີ້ ເຖິງ​ຫຼາຍ​ສິບ​ເທົ່າ. ໃນ​ວັນ​ທີ 19 ກຸມພາ 2010, ທ່ານນາງໄດ້​​ເລີ່​ມ ຕົ້ນການ​ເດີນທາງຂອງຕົນ ​ເມື່ອກ້າວເຂົ້າສູ່ ໄວ 62 ປີ ພ້ອມກັບ​ລົດ​ຈັກ​ ຍີ່ຫໍ້ Charly ​ແລະ​ ສໍາພາລະເດີນ ທາງແມ່ນກ່ອງສີ ແລະ ຟອຍແຕ້ມ. 

ປີ 2010, 2011 ​ແລະ 2013, ນັກ​ຈິດຕະກອນ ດັ້ງ​ອ໋າຍ​ຫວຽດ ​ໄດ້​ຮັບ​ການ​ຢັ້ງຢືນ​ ຈາກ​ສູນປຶ້ມສະຖິຕິ ຫວຽດນາມ ແລະ ປຶ້ມສະຖິຕິ ອາຊີ ຕາມລຳດັບວ່າ ເປັນຜູ້ຍິງຄົນທຳອິດ ທີ່ໃຊ້ລົດຈັກ Charly ​ເດີນທາງ​ໄປ​ທົ່ວ 63 ​ແຂວງ, ນະຄອນ ເພື່ອ ແຕ້ມຮູບແມ່ ຫວຽດນາມ ວິລະຊົນ ແລະ ​ເປັນຜູ້ແຕ້ມຮູບ ແມ່ ຫວຽດ ນາມວິລະຊົນ ​ ຈໍານວນຫຼາຍທີ່ສຸດ. ນັກຈິດຕະກອນ ດັ້ງ​ອ໋າຍ​ຫວຽດ ກໍ​ແມ່ນ​ນັກຈິດຕະກອນ ​ຜູ້​ທຳ​ອິດ​ໄດ້​ຮັບ​ນາມມະຍົດ “ວິ​ລະ​ຊົນ​ແຮງ​ງານ ​ໃນ​ຍຸກປ່ຽນແປງໃໝ່” (14 ​ເມສາ 2021). ນາມມະຍົດ ດັ່ງກ່າວ ແມ່ນລາງວັນ ກໍຄື ການຮັບຮູ້ ຂອງ ປະ ຊາຄົມ ຕໍ່ຄວາມມານະພະຍາຍາມ ຂອງ ທ່ານນາງ. ແຕ່ວ່າ, ໃນເວລາປະຕິບັດການເດີນທາງດັ່ງກ່າວ,  ຄວາມປາຖະໜາໃນສ່ວນເລິກຫົວໃຈ ຂອງນັກຈິດຕະກອນ ຄືເນື້ອໃນ ຄຳກອນ ທີ່ທ່ານນາງ ມັກອ່ານນັ້ນຄື: “ຂ້ອຍບໍ່ໄດ້ໄປ ເພື່ອຊອກຫາຊື່ສຽງ/ບໍ່ແມ່ນໝໍຢາ, ບໍ່ແມ່ນໄປຂໍຄຳພີ ພະພຸດທະເຈົ້າ/ຂ້ອຍຊອກຫາຮູບແຕ້ມ ແມ່ ຫວຽດນາມ/ຝາກ ໃຫ້ຄົນນັບພັນປີຫຼັງ”.

ອະທິບາຍໃຫ້​ຄວາມເຂັ້ມແຂງ ແລະ ກຳລັງ​ແຮງພາຍໃນ​ອັນ​ພິ​ເສດ ​ທີ່ໄດ້​ຊ່ວຍ​ໃຫ້​ນັກ​ຈິດຕະກອນ ດັ້ງ​ອ໋າຍ​ຫວຽດ ຜ່ານ​ຜ່າ​ຂີດ​ຈຳກັດ​ດ້ານ​ສຸຂະພາບ ​ແລະ ອາຍຸ ​ອາດແມ່ນ ຕ້ອງ​ມາ​ຈາກ ບັນດາຄຸນຄ່າ ດ້ານຈິດວິນຍານ.


ນັກ​ຈິດຕະກອນ ດັ້ງ​ອ໋າຍ​ຫວຽດ ​ໄດ້ເລົ່າກ່ຽວກັບການເດີນທາງແຕ້ມຮູບ ແມ່ ຫວຽດນາມວິລະຊົນ, ມີແມ່ຄົນໜຶ່ງໄດ້ຖາມ ທ່ານນາງ​ວ່າ: “ໃຜ​ມອບໜ້າທີ່​ໃຫ້ລູກ​ແຕ້ມ?”. ນັກ​ຈິດຕະກອນ ອ໋າຍ​ຫວຽດ ໄດ້ຕອບ​ວ່າ: “ຫົວ​ໃຈ​ຂອງລູກມອບ​ວຽກ​ໃຫ້. ລູກ​ຈະ​ແຕ້ມ​ຮູບ ​ແມ່ ຫວຽດ​ນາມ ​ວິ​ລະ​ຊົນ​ ໃນ​ຂະ​ນະ​ທີ່​ຫົວ​ໃຈ​ຍັງ​ເຕັ້ນ​ຢູ່ໃນ​ໜ້າ​ເອິກ.” ນັກຈິດຕະກອນ ດັ້ງອ໋າຍຫວຽດ ຍັງໄຂຄວາມໃນໃຈ ອອກມາວ່າ: “ປະ​ເທດ​ນີ້​ ​ຈາກເໜືອ​ເຖິງ​ໃຕ້ ໄດ້​ມີຜູ້ເສຍສະລະຊີວິດ ​ເປັນ​ຈຳນວນ​ຫຼວງຫຼາຍ-ໃນນັ້ນມີຜູ້ເປັນລູກ​ຂອງບັນດາແມ່. ຂ້າ​ພະ​ເຈົ້າ​ພາກ​ພູມ​ໃຈ​ທີ່​ໄດ້ແຕ້ມຮູບ ແມ່ ຫວຽດນາມ ວິລະຊົນ ເພື່ອຝາກໃຫ້ ຮຸ່ນລູກ ຮຸ່ນຫຼານ ແລະ ຮຸ່ນ ຕໍ່ໆ ໄປ”. 

ການເດີນທາງໄປຫາ ແມ່ໆ ໄດ້ນັກຈິດຕະກອນ ດັ້ງ​ອ໋າຍ​ຫວຽດ ປຽບເໝືອນ​ ການ​ເດີນ​ທາງ ​ໄປຫາ ​ຄວາມຮັກແຫ່ງຊີວິດ. ນັ້ນແມ່ນ ຂໍ້ອ້າງ, ເມື່ອຫຼາຍຄົນຖາມທ່ານນາງວ່າ ກຳລັງແຮງໃດ ເພື່ອສາມາດໄປໄດ້ ໃນອາຍຸ ນີ້, ທ່ານນາງ ຕອບພຽງວ່າ ນັ້ນແມ່ນຄວາມຮັກ. ເມື່ອ​ຮັກ​​ສິ່ງໃດ, ຄົນເຮົາ​ສາ​ມາດ​ເອົາ​ຊະ​ນະ​ອຸ​ປະ​ສັກ​ ໄດ້ທຸກຢ່າງ ​ເພື່ອ​ໄປເຖິງ ​ບ່ອນ​ທີ່​ ເຂົາເຈົ້າ​ຕ້ອງ​ການໄປເຖິງ. ປັດຊະຍານີ້ເຮັດໃຫ້ການທາງເດີນ ຂອງທ່ານນາງ ເປີດກວ້າງ ແລະ ເຕັມໄປດ້ວຍຄວາມຮູ້ສຶກຢູ່ສະເໝີ ເຖິງແມ່ນວ່າ ບາງຄັ້ງ ມັນບໍ່ຄ່ອຍລື່ນໄຫຼ.

ນັກຈິດຕະກອນ ດັ້ງອ໋າຍຫວຽດ ຫວນຄືນ, ມີຄັ້ງໜຶ່ງ ຂ້າມພູ ໄປຮອດຕອນດິນເໜືອສຸດຂອງປະເທດ ຄືແຂວງ ລາວກາຍ, ທ່ານນາງ ຈຶ່ງໄດ້ຍິນຂ່າວວ່າ ບັນດາແມ່ຕູ້ ຢູ່ທີ່ນີ້ ເສຍຊີວິດແລ້ວ. ​ມີຄັ້ງໜຶ່ງ, ​ເມື່ອມາພົບກັບ​ແມ່​ ຫງວຽນ​ທິ​ງີ໋ ຢູ່​ຕາ​ແສງ ດ້າຍ​ມິນ, ​ເມືອງ ອຽນ​ບິ່ງ (ແຂວງ ອຽນ​ບ໋າຍ), ເພິ່ນກຳລັງປ່ວຍ​ໜັກ. ທ່ານນາງບໍ່​ໄດ້​ຕັ້ງ​ໃຈ​ທີ່​ຈະ​ແຕ້ມ, ແຕ່ບັນດາລູກໆ ​ຂອງ ​ແມ່​​ອ້ອນ​ວອນ​ ຢ່າງ​ຈິງ​ໃຈ ແລະ​ ສຸດທ້າຍທ່ານນາງ​ ກໍຕົກລົງ ແລະ ໄດ້ແຕ້ມຮູບແມ່ ທັງນໍ້າຕາ.

ນັກຈິດຕະກອນ ດັ້ງອ໋າຍຫວຽດ ແບ່ງປັນວ່າ ສິ່ງທີ່ທ່ານນາງແຕ້ມ ບໍ່ແມ່ນສີໜ້າຂອງແມ່ ຫາກແມ່ນພັນລະນາເຖິງນໍ້າໃຈ ແລະ ຄວາມຮູ້ສຶກຂອງແມ່. ນັ້ນແມ່ນເຫດຜົນ ທີ່ທ່ານນາງ ມີຄວາມໃກ້ຊິດ ໃນເວລາ ພົບປະໂອ້ລົມກັບບັນດາຜູ້ເປັນແມ່ ຢູ່ສະເໝີ ເພື່ອໃຫ້ພວກເພິ່່ນຖື ທ່ານນາງ ຄືເປັນລູກ ຂອງ ພວກເພິ່່ນ, ຈາກນັ້ນ ທ່ານນາງ ສາມາດໄດ້ຮັບຟັງຄວາມຮູ້ສຶກ ຂອງພວກເພິ່ນ.


ສຳລັບນັກຈິດຕະກອນ, ເວລາຍັງເປັນປັດໄຈ ເຮັດໃຫ້ ການເດີນທາງ ຂອງທ່ານນາງ ຮີບຮ້ອນຢູ່ສະເໝີ ຍ້ອນທ່ານນາງ ຢ້ານວ່າ “ຖ້າຂ້າພະເຈົ້າຢຸດພັກ, ຖ້າພວກເພິ່ນຈະຈາກໄປ, ໃນເວລານັ້ນ ຈະຊອກຫາຮູບ ຂອງ ພວກເພິ່ນ ບໍ່ໄດ້ອີກ”...

ເຖິງວ່າມີຄວາມປາດຖະໜາ​ແຕ້ມ​ຮູບ ​ແມ່ ຫວຽດນາມ​ວິລະ​ຊົນ ​ແຕ່​ປີ 1995, ​ແຕ່​ຕ້ອງ​ໃຊ້​ເວລາ 16 ປີຫຼັງນັ້ນ ທ່ານນາງຈຶ່ງ ປະຕິບັດໄດ້. ປັດຈຸ​ບັນ, ການ​ເດີນ​ທາງ​ ຂອງ ທ່ານ​ນາງ​ແມ່ນ ແຕ້ມ ຕາມບັນຊີລາຍຊື່ແມ່ ຫວຽດນາມ ວິລະຊົນ ໄດ້ຮັບມອບ ນາມມະຍົດ ຕາມດຳລັດ ສະບັບເລກທີ 56/2013/ND-CP ໄດ້ປະກາດໃຊ້. 

ສຳລັບ​ທ່ານນາງ, ວຽກ​ງານ ໄດ້ ແລະ ກຳລັງເຮັດແມ່ນ ​​ສິລະ​ປະ​ການ​ເມືອງ, ແມ່່ນພາລະ​ຕໍ່​ປະ​ເທດ. ເພາະສະ​ນັ້ນ, ການ​ເດີນ​ທາງ​ຂອງ​ນັກ​ຈິດຕະກອນ ດັ້ງ​ອ໋ຽຍ​ຫວຽດ ແມ່ນ​ເພື່ອ​ເຜີຍ​ແຜ່​ສິ່ງທ່ີດີ, ຖ່າຍທອດແຮງບັນດານໃຈ​ອັນ​ແຮງ​ກ້າ​ເຖິງ​ຄົນທັງຫຼາຍ, ພິ​ເສດ​ແມ່ນຄົນ​ຮຸ່ນ​ໜຸ່ມ ​ກ່ຽວ​ກັບ​ຄວາມ​ໄຝ່​ຝັນ ແລະ ອຸດົມຄະຕິ ແຫ່ງຊີວິດ. 

ພາບແຕ້ມ ແມ່ ຫວຽດນາມ ວິລະຊົນ ຈຳນວນໜຶ່ງ ຂອງ ນັກຈິດຕະກອນ ດັ້ງອ໋າຍຫວຽດ: 





ບົດ: ຖາວວີ - ພາບ: ທົງຫາຍ ແລະ ເອກະສານ ສູນນຳໃຊ້ ລະບົບຂໍ້ມູນຂ່າວສານ ພູມສາດ ນະຄອນ ໂຮ່ມີມິນ - ແປໂດຍ: ບິກລຽນ


Top