• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ສ້າງແບບຈຳລອງອາຫານ ຫວຽດ ຈາກດິນດາກ

ດ້ວຍຄວາມຫວັງ ທ່ີຈະເຮັດຜະລິດຕະພັນ handmade ພາຍໃຕ້ ຮູບ ແບບເປັນຂອງຂວັນ ກໍຄືມີລັກສະນະທີ່ເປັນເອກະລັກ ສະເພາະ  ຂອງຄົນ ຫວຽດ, ນາງສາວ ຫງວຽນຮ່າອານ ກໍາລັງສ້າງ ຮູບແບບ ຈຳລອງອາຫານ ຫວຽດ 3D ຈາກດິນດາກ. ຊຸດຜະລິດຕະພັນນີ້ ຂອງ ຮ່າອານ ໄດ້ສຳນັກຂ່າວ AFP ແນະນຳເຖິງ ທ່ານຜູ້ອ່ານ. 
ນາງ ຮ່າອານ ໄດ້ຮຽນຈົບສາຂາ ສະຖາປັດຕະຍະກຳ ຊຶ່ງໃຜກໍ ຄິດເຖິງວ່າ ຈະຕ້ອງກ່ຽວຂ້ອງກັບການອອກແບບເຮືອນ. ໃນເວລາ ຍັງເປັນນັກສຶກສາ, ນາງ ຫງວຽນຮ່າອານ ໄດ້ເລີ່ມໄປສອນວິທີເຮັດ  handmade ໃຫ້ບັນດານ້ອງນ້ອຍ ແລະ ໃຊ້ເວລາ ຊອກຮູ້ເອກະສານ ຮັບໃຊ້ການສອນຂອງຕົນ, ເມື່ອຮຽນຈົບ ນາງ ຮ່າອານ ໄດ້ ຕັດສິນໃຈ ຈະເຮັດວຽກ ທີ່ຕິດພັນກັບ ຜະລິດຕະພັນ handmade.

ເລີ່ມສ້າງເຄື່ອງໝາຍການຄ້າ Venee ແຕ່ປີ 2014, ນາງ ຮ່າອານ ພ້ອມກັບເພື່ອນຮ່ວມງານ ໄດ້ຜະລິດສິນຄ້າ ຫຼາຍຢ່າງຕາມ ຄວາມຕ້ອງການຂອງລູກຄ້າ. ແຕ່ວ່າ, ຫຼັງປະຕິບັດ ສໍາເລັດ ໂຄງການ ໃຫ້ບໍລິສັດເຂົ້າໜົມຫວານແຫ່ງໜ່ຶງ, ນາງ ຮ່າອານ ໄດ້ຄິດເຖິງ ການສ້າງ ຊຸດຜະລິດຕະພັນ ອາຫານການກິນ ທີ່ເຕັມໄປດ້ວຍ ສີສັນຊາດ ໃນປີ 2019.



ນາງ ຮ່າອານ-ນັກສຶກສາຮຽນຈົບຈາກຂະແໜງ ສະຖາປັດຕະຍະກຳ, 28 ປີ- ໄດ້ເລີ່ມ ປະດິດສ້າງ ບັນດາຮູບແບບ ຈຳລອງອາຫານ ຫວຽດ 3D ຈາກດິນດາກ “ຂະໜາດນ້ອຍສຸດ” ຫ່າງຈາກນີ້ໜຶ່ງປີ. 


ກ່ຽວກັບວັດຖຸດິບ, ນາງ ຮ່າອານ ນຳໃຊ້ ດິນດາກ 90% ແລະ ປຼາສຕິກແຫຼວ 10% ໃຊ້ໃນການຜະລິດສ່ວນລາຍລະອຽດ ຄືນຳ້ແຈ່ວ.


ປັດຈຸບັນ, ໃນຫ້ອງການ ຂອງນາງ ຮ່າອານ ມີເພື່່ອນ ຮ່ວມງານໜຸ່ມ 12 ຄົນ ພ້ອມກັບ ນາງ ຜະລິດອອກ ບັນດາ ຜະລິດຕະພັນ ຂອງກິນທີ່ມີຊີວິດຊີວາ, ມີຂະໜາດນ້ອຍສຸດ ດ້ວຍວັດຖຸດິບ
ຈາກດິນດາກ, ປຼາສຕິກແຫຼວ, ໄມ້ ແລະ ອື່ນໆ ອີກຫຼາຍຢ່າງ.



ຜະລິດຕະພັນທັງໝົດຕ່າງກໍຖືກເຮັດດ້ວຍມື, ເພາະສະນັ້ນ ທຸກຄົນຕ້ອງໃຊ້ເວລາ ເຫື່ອແຮງ ແລະ ຄວາມເກົ້າອົດເກົ້າເຍື້ອນ ຢ່າງຫຼວງຫຼາຍ ເພື່ອສຳເລັດຜະລິດຕະພັນແຕ່ລະຢ່າງ. 


ອັນທີ່ຫຍຸ້ງຍາກທີສຸດສຳລັບນາງ ຮ່າອານ ແລະ ບັນດາເພື່ອນຮ່ວມງານ ແມ່ນຕ້ອງເຮັດແນວໃດ ໃຫ້ຮູບຈຳລອງ ຄືກັນ ກັບອາຫານແທ້. ຢາກເຮັດໃຫ້ສິ່ງດັ່ງກ່າວ ຕ້ອງເຮັດ “ແທ້” ແຕ່ບັນດາສິ້ນສ່ວນນ້ອຍສຸດ. 


ຮູບຈຳລອງເຂົ້າຈີ່ສຳເລັດຮູບ. 

​ນາງ ຮ່າອານ ໃຊ້ເວລາສອງເດືອນ ເພື່ອ ກໍານົດແນວຄວາມຄິດ, ແຕ້ມຈຸດພື້ນຖານ ດ້ວຍມື ແລະ ນໍາໄປອອກແບບ ໃນຄອມພິວເຕີ. ເມື່ອການອອກແບບ 3D ທ່ີສົມບູນ, ຈາກນັ້ນນາງ ກໍ່ຄິດເຖິງການໃຊ້ ດິນດາກ ເພື່ອສ້າງຊຸດສະສົມ ອາຫານການກິນ. ນາງ ຮ່າອານ ໄດ້ສັ່ງວັດຖຸດິບ ມາຈາກຕ່າງປະເທດ ເພື່ອທົດລອງເຮັດ ແຕ່ລະຢ່າງ. ຫຼັງຈາກສ້າງອອກ ສະບັບຫຍາບໆ, ນາງພ້ອມກັບ ເພື່ອນຮ່ວມງານ ຂອງ Venee ໄດ້ທຳການປັບປຸງ ແລະ ດັດແປງ ໃຫ້ເປັນຊຸດສະສົມ ຂອງກິນ ຫວຽດ ຊຶ່ງລວມມີ: ເຝີ, ຄໍແກວດ (ນໍ້າແຈ່ວຂອງຄົນ ຫວຽດນາມ, ພິເສດແມ່ນຄົນ ພາກໃຕ້), ນໍ້າ ຫວານເຂົ້າເໝົ້າ, ເຂົ້າຈ່ີ ແລະ ຕົ້ມປາເຄັມ. 

ຕາມປົກກະຕິ, ເພື່ອສ້າງຮູບຈຳລອງ ອາຫານການກິນ, ນາງ ຮ່າ ອານ ຈະສ້າງເຄື່ອງມືກ່ອນເຊັ່ນ: ຖ້ວຍ, ໄມ້ຖູ່, ກະດົ້ງ, ພະຖາດ... ແລ້ວ ຈຶ່ງເຮັດຂອງກິນ. ຈຳລອງແຕ່ລະຢ່າງ ຕ່າງກໍມີ ອັນຍາກ ສະເພາະຄື: ເມື່ອເຮັດຖ້ວຍເຝີ ຍາກທີສຸດ ແມ່ນສ້າງ ໃບຜັກບົ່ວ, ສ່ວນສຳລັບອາຫານ ຄໍແກວດ ຈະຮຽກຮ້ອງ ຕ້ອງເຮັດ ເມັດພິກ ໄທນ້ອຍສຸດ ແລະ ບ່ວງໄມ້ ຕິດພ້ອມຕ້ອງໄດ້້ເຫຼົາດ້ວຍມື ຫຼື ໝໍ້ ຕົ້ມປາເຄັມ ກໍຕ້ອງເຮັດຫົວສີໄຄ ແລະ ປ່ຽງຫົວສີໄຄຕິດພ້ອມ. ໃນຈຳນວນຮູບຈຳລອງນັ້ນ, ນຳ້ຫວານເຂົ້າເໝົ້າ ແມ່ນຍາກໃນ ການປະຕິບັດ ແລະ ຕ້ອງໃຊ້ເວລາຫຼາຍທີ່ສຸດ ຍ້ອນການສ້າງຮູບ ລາຍດອກເທິງຖ້ວຍບັນຈຸນຳ້ຫວານ ຕ້ອງແຕ້ມດ້ວຍມື. ສຳລັບຈຳ ລອງ ຂອງກິນ ຂະໜາດນ້ອຍສຸດ ຊຸດໜຶ່ງ, ນາງ ຮ່າອານ ຈະຕ້ອງໃຊ້ ເວລາປະຕິບັດ ແຕ່ 5-7 ມື້ ຈຶ່ງສຳເລັດ. 


ລາຍການອາຫານ ເຝີ ມີຫົວຜັກບົວ, ຊີ້ນງົວ ສຸກໆ ດິບໆ, ໝາກນາວ, ໝາກເຜັດ, ຊ໋ອດໝາກເຜັດ, ຫົວຜັກ ທຽມແຊ່ນຳ້ສົ້ມ ຄືຢູ່ທຸກຮ້ານຂາຍເຝີ ຢູ່ ພາກເໜືອ.


ລາຍການອາຫານປາຕົ້ມເຄັມ ມີທັງເຂົ້າສຸກ ແລະ ບັນດາສິ້ນສ່ວນ ທີ່ເຮັດຍາກເຊ່ັນ: ຫົວສີໄຄ, ໝາດເຜັດ, ຂ່າ, ຫົວຜັກທຽມ, ໃບຕອງ ແລະ ອື່ນໆ...


ລາຍການອາຫານເຂົ້າຈີ່-ອາຫານທີ່ມີຊື່ສຽງຂອງ ຄົນ ຫວຽດ ກໍໄດ້ນາງ ຮ່າອານ ແລະ ບັນດາເພື່ອນຮ່ວມງານຫຍໍ້ເຂົ້າທໍ່ນີ້ວໂປ້. 


ອາຫານ ຄໍແກວດ ຂອງ ຄົນພາກຕາເວັນຕົກ ຫວຽດນາມ ຮັບປະທານກັບເຂົ້າຕັງ ທີ່ໄດ້ລອກແບບຄືຂອງແທ້. 


ລາຍການອາຫານ ເຂົ້າຫວານໝາກເຂົ້າ ໄດ້ອອກແບບ ຕັ້ງຢູ່ເທິງໃບຕອງ ກວ້າງບໍ່ຮອດສອງຂໍ້ນີ້ມືຂອງຜູ້ໃຫຍ່. 








ບໍ່ພຽງແຕ່ ເຮັດ ຮູບຈຳລອງ ຫົວເລື່ອງ ອາຫານການກິນເທົ່ານັ້ນ, ໃນອະນາຄົດ ນາງ ຮ່າອານ ມີຄວາມຫວັງ ເຮັດຫຼາຍສິ່ງຫຼາຍຢ່າງຕື່ມອີກ ກ່ຽວກັບ ຫົວເລື່ອງວັດທະນະທຳ ຫວຽດນາມອີກດ້ວຍ. 

ປັດຈຸບັນ, ຊຸດ ຂອງ ກິນ ຈໍາລອງ 5 ຢ່າງ: ເຝີ, ຄໍແກວດ, ນໍ້າ ຫວານເຂົ້າເໝົ້າ, ເຂົ້າຈີ່, ຕົ້ມປາເຄັມ ໂດຍນາງສາວ ຮ່າອານ ເປັນຜູ້ເຮັດ ໄດ້ຮັບຄວາມນິຍົມຈາກລູກຄ້າ ຊອກຊື້ ເພື່ອເປັນ ຂອງຂວັນ ໃຫ້ເພື່ອນສະໜິດມິດສະຫາຍ ຫຼາຍພໍຄວນ ໃນລາຄາ ແຕ່ 1,6 ລ້ານດົ່ງຂຶ້ນໄປ/ຊຸດ. 

ບົດ: ເງິນຮ່າ-ພາບ: ກົງດາດ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top