• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ສັນຍາລັກ ເຈິ່ນລີລີ

ດ້ວຍການປະກອບສ່ວນ ແລະ ສັນຍາລັກພິເສດ ໃນວົງການ ຟ້ອນ ບາເລ ແລະ ຟ້ອນຍຸກໃໝ່ ຫວຽດນາມ. ທ່ານນາງ ເຈິ່ນ ລີລີ ໄດ້ກາຍເປັນຜູ້ອຳນວຍການຍິງ ຜູ້ທຳອິດ ໃນ ປະຫວັດ ສາດ 60 ປີ ແຫ່ງການສ້າງຕັ້ງ ໂຮງດົນຕີ-ຟ້ອນ-ລະຄອນ ຫວຽດນາມ, ພ້ອມກັນນັ້ນ ກໍຍັງຈັດຢູ່ ໃນບັນຊີລາຍຊື່ ຜູ້ຍິງ 50 ຄົນ ທີ່ມີຜົນສະທ້ອນທີສຸດ ຫວຽດນາມ ໂດຍວາລະສານ Forbes ເປັນຜູ້ເລືອກເຟັ້ນ ໃນຂົງເຂດສື່ມວນຊົນ-ປະດິດ ສ້າງ. 
ໂດຍກຳເນີດ ໃນຄອບຄົວ ມີແມ່ ເປັນນັກຟ້ອນ ບາເລ, ທ່ານ ນາງ ເຈິ່ນລີລີ ໄດ້ເລີ່ມແອບຟ້ອນ ແບບມືອາຊີບ ເມື່ອ ອາຍຸ ຫາກໍໄດ້ 10 ປີ. ພອນສະຫວັນ ທີ່ມີມາແຕ່ກຳເນີດ ຂອງ ທ່ານນາງ ເຈິ່ນລີລີ ໄດ້ສະແດງໃຫ້ເຫັນມາແຕ່ຄາວຍັງນ້ອຍ. ທ່ານນາງມີຄວາມຫຼົງໄຫຼ ເປັນພິເສດ ກັບ ບັນດາ ອະລີຍະ ບົດ ທາງດ້ານຮູບຮ່າງ ອັນໄດ້ ເຮັດໃຫ້ ຄົນສະໜິດ ຢູ່ອ້ອມ ຂ້າງ ມີຄວາມຮູ້ສຶກວ່າ “ລີລີ ມັກຟ້ອນກວ່າແມ່ ຂອງ ຕົນ”.

ພິສູດໃຫ້ສິ່ງດັ່ງກ່າວແມ່ນ ແຕ່ຄາວຍັງຮຽນຢູ່ມັດທະຍົມ ຕອນຕົ້ນ, ລີລີ ໄດ້ຄວ້າ ລາງວັນ ນັກຟ້ອນໜຸ່ມ ຜູ້ມີ ຄວາມ ສາມາດ ທົ່ວປະເທດ ສອງຄັ້ງ ເມື່ອປີ 1992 ແລະ ປີ1994. ນີ້ແມ່ນຜົນງານທີ່ບໍ່ຄ່ອຍມີນັກຟ້ອນໜຸ່ມໃດຍາດໄດ້.

ຫຼັງຈາກໄດ້ຮັບການສຶກສາ ສະເພາະຂະແໜງການຟ້ອນ ມາ ເປັນ ເວລາ 8 ປີ, ລີລີ ເສັງຈົບໄດ້ທີໜຶ່ງ ສະເພາະຂະແໜງ ປະດິດຟ້ອນ-ມະຫາວິທະຍາໄລ ການສະແດງ ເທິງເວທີ ແລະ ຖ່າຍທຳຮູບເງົາ. ແຕ່ບໍ່ທັນ ເຂົ້າໂຮງຮຽນ, ນາງສາວ 19 ປີ ເຈິ່ນລີລີ ໄດ້ອອກໄປຍັງ ຕ່າງປະເທດ ເພື່ອເຂົົ້າຮ່ວມ ການຮຽນຟ້ອນ ດ້ວຍທຶນ ການສຶກສາຂອງ ມະຫາວິທະຍາ  ເຕັກໂນໂລຊີ Queensland (ອົດສະຕຣາລີ).
 


ທ່ານນາງ ເຈິ່ນລີລີ, ນັກປະດິດແຕ່ງ ແລະ ຜູ້ກຳກັບ ການສະ ແດງ ໃນການປະຊຸມຂ່າວ ລາຍການຟ້ອນຍຸກໃໝ່ 2019. ພາບ: ເຈິ່ນແທງຢາງ


ນັກສິລະປິນດີເດັ່ນ ເຈິ່ນລີລີ ໄດ້ຮັບການເຊີດຊູ ໃນລາຍການ ຄັດເລືອກ ຂອງ ວາລາສານ Forbes ໃນຂົງເຂດສື່ມວນຊົນ-ປະດິດສ້າງ. ພາບ: ວາລະສານ Forbes

ຫຼັງຈາກການຮຽນເປັນເວລາ 7 ປີ ແລະ ເຮັດວຽກຢູ່ປະເທດ ອົດສະຕຣາລີ ແລະ ຝຣັ່ງ, ປີ 2003, ເຖິງວ່າ ໄດ້ຮັບຢູ່ເຮັດ ວຽກ ແລະ ມີໂອກາດຫຼາຍຢ່າງ ເພື່ອສະແດງ ຄວາມສາມາດ ຂອງຕົວເອງ ຢູ່ບັນດາປະເທດຕາເວັນຕົກ ແຕ່ທ່ານນາງ ເຈິ່ນ ລີລີ ໄດ້ຕັດສິນໃຈ ແລະ ນຳເອົາ ຄວາມມຸ່ງມາດ ປາດຖະ ໜາ ຕັ້ງອາຊີບ ກ່ຽວກັບ ສິລະປະຟ້ອນ ມາ ຮັບໃຊ້ໃຫ້ແກ່ ບ້ານເກີດເມືອງນອນ.  
 
ບໍ່ຮູ້ເຈົ້າເປັນຄົນປະເທດໃດ, ແຕ່ເມື່ອອອກສະໜາມ ການ ຫຼິ້ນລວມ ຂອງໂລກ, ເຮົາຕ້ອງເວົ້າພາສາຂອງເຂົາ, ບໍ່ແມ່ນ ເວົ້າພາສາ ຫວຽດ ແລະ ບັງຄັບໃຫ້ເຂົາ ຕ້ອງເຂົ້າໃຈ ພາສາ ຂອງ ປະເທດຕົນ”. 
ທ່ານນາງ ເຈິ່ນລີລີ, ນັກປະດິດແຕ່ງ ແລະ ກໍາກັບການສະ ແດງ
ຫຼັງຈາກ 3 ປີກັບຄືນບ້ານເກີດເມືອງນອນ, ທ່ານນາງ ເຈິ່ນລີ ລີ ໄດ້ສ້າງຄວາມປະທັບໃຈ ເມື່ອໃຫ້ກຳເນີດບົດຟ້ອນ ທຳອິດ ຂອງຕົນ, ນັ້ນແມ່ນ “One day” (ປີ 2006). ບົດຟ້ອນ “One day” ໄດ້ປະສົບຜົນສໍາເລັດເກີນຄາດ. ບົດຟ້ອນ ໄດ້ ຮັບການຄັດເລືອກ ເປັນຕົວແທນ ຂອງ ຫວຽດນາມ ເພື່ອນຳ ໄປສະແດງ ໃນເຫດການ “ຊຸມມື້ ເອີຣົບ ຢູ່ ຫວຽດນາມ (ປີ 2006).

ບັນດາບົດຟ້ອນ ທ່ີສ້າງຊື່ສຽງເຊັ່ນ: “Living in the box” (ປີ 2008); “Zen” ແລະ “7X” (ປີ 2012); “yes yes no no” ຄັ້ງທີ 2 (ປີ 2016)...

ທ້າຍປີ 2018, ທ່ານນາງ ເຈິ່ນລີລີ ໄດ້ລາຈາກຕຳແໜ່ງ ເປັນຮອງຜູ້ອຳນວຍການ ໂຮງຮຽນຟ້ອນ ນະຄອນ ໂຮ່ຈີມິນ ເພື່ອມາຍັງນະຄອນຫຼວງ ຮ່າໂນ້ຍ ຮັບຕຳແໜ່ງ ເປັນຜູ້ອຳນວຍ ການ ໂຮງດົນຕີ-ຟ້ອນ-ລະຄອນ ຫວຽດນາມ (VNOB). ທ່ານນາງ ເຈິ່ນລີລີ ໄດ້ກາຍເປັນ ຜູ້ອຳນວຍການຍິງ ຜູ້ທຳ ອິດ ໃນປະຫວັດສາດ 60 ປີ ແຫ່ງວັນສ້າງຕັ້ງຂອງ VNOB. ໃນຖານະບົດບາດໃໝ່ນີ້, ທ່ານນາງ ລີລີ ໃຫ້ຮູ້ວ່າ ການສ້າງ ຂີດໝາຍ ບໍ່ພຽງ ແມ່ນຂອງ ສ່ວນບຸກຄົນ ເທົ່ານັ້ນ, ແຕ່ຍັງ ແມ່ນ ຂອງ ທັງໝູ່ຄະນະ VNOB ອີກດ້ວຍ.

ດ້ວຍເຫດນັ້ນ, ໃນປີ 2019, ທ່ານນາງ ລີລີ ໄດ້ມີຄວາມປາດຖະໜາ ສ້າງຂີດໝາຍ ແລະ ບາດກ້າວຫັນປ່ຽນ ຢ່າງແຈ້ງຊັດ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງ VNOB ຄົບ ຮອບ 60 ປີ ກັບບັນດາລາຍການສະແດງ ຈຳນວນໜຶ່ງ ຈະ ໄດ້ຮັບການຈັດສາກເຊັ່ນ: ບົດບາເລ “ໜອງນົກຫົງ”, ບົດໂອ ເປຣາ “ຄົນຄວັດຮູບປັ້ນ” ແລະ ລາຍການປະສົມຈຳນວນ ໜຶ່ງ ຊຶ່ງ ໄດ້ຈັດສາກຕາມແບບຂອງ ບັນດາໂຮງດົນຕີ-ຟ້ອນ-ລະຄອນໃຫຍ່ ຢູ່ໃນໂລກອີກດ້ວຍ.





ນັກສິລະປິນດີເດັ່ນ ເຈິ່ນລີລີ ແນະນຳແຕ່ລະອະລີຍະບົດ ໃຫ້ ແກ່ ນັກຟ້ອນ ໃນຊົ່ວໂມງແອບຟ້ອນ... ພາບ: ເຈິ່ນແທງຢາງ


... ແລະ ໃຫ້ການແລກປ່ຽນກັບບັນດາເພື່ອນຮ່ວມງານ. ພາບ: ເຈິ່ນແທງຢາງ


ນັກສິລະປິນດີເດັ່ນ ເຈິ່ນລີລີ ແບ່ງປັນປະສົບການ ກັບ ບັນດາ ນັກຟ້ອນໜຸ່ມ. ພາບ: ເຈິ່ນແທງຢາງ


ນັກສິລະປິນດີເດັ່ນ ເຈິ່ນລີລີ ໃນຄັ້ງກວດຜ່ານລາຍການ ເພື່ອ ກະກຽມໃຫ້ການໄປສະແດງ ຢູ່ຕ່າງປະເທດ. ພາບ: ເຈິ່ນແທງຢາງ

ສິລະປະ ຫວຽດນາມ ມີນັກສິລະປິນ, ມີສາດສະດາຈານ ເປັນຈຳນວນຫຼາຍພໍຄວນ, ແຕ່ເປັນນັກສິລະປິນ, ທັງເປັນ ສາດສະສາຈານ ຄື ທ່ານນາງ ເຈິ່ນລີລີ ແມ່ນຫາຍາກທີ ສຸດ... ສຳລັບທ່ານນາງ ເຈິ່ນລີລີ ທຸກສິ່ງທຸກຢ່າງ, ຄວາມນຶກ ຄິດຕ່າງກໍໄດ້ຫັນເປັນອະລີຍະບົດ. ໃນສາຍຕາ ຂອງທ່ານ ນາງ, ທຸກຄົນຕ່າງກໍມີການເຄື່ອນເໜັງ ແລະ ຖ້າຫາກວ່າຢຸດ ຢູ່ບ່ອນດຽວ ກໍໝາຍຄວາມວ່າ ກຽມຈະຫັນໄປ ເຖິງບົດຟ້ອນ ອື່ນ ເທ່ົານັ້ນ”. 
ນັກກຳກັບ ເລຮວ່າງ

ບົດ: ຖາວວີ - ພາບ: ເຈິ່ນແທງຢາງ ແລະ ເອກະສານ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top