• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ວິລະຊົນຂອງຂະແໜງຜະລິດຕະພັນນຳ້ຕານ ເລວັນຕາມ

ພາຍຫຼັງການເຮັດວຽກມາເປັນເວລາກວ່າ 30 ປີ, ປັດຈຸບັນ ວິລະຊົນອອກແຮງງານ ເລວັນຕາມ ພວມຮັກສາຕຳແໜ່ງ ທີ່ເປັນປະທານສະພາບໍລິຫານຂອງບໍລິສັດ ນຳ້ຕານ ລາມເຊີນ (Lasuco). ເພິ່ນໄດ້ຊາວກະສິກອນຢູ່ທີ່ນີ້ ຖືຄື “ກາບຕັນ ເຮືອ” ຄົນໜ່ຶງ, ຜູ້ທີ່ພາ Lasuco ໄປນຳໜ້າໃນຫຼາຍຂົງເຂດ, ເປັນຕົ້ນແມ່ນການພິຊິດບັນດາທິດພັດທະນາໃໝ່ ໃນ ຂະແໜງກະສິກຳ, ນຳມາ ຜົນປະໂຫຍດທີ່ດີ ໃຫ້ແກ່ເຂດ ຊົນນະບົດແຫ່ງນີ້.
ວິລະຊົນຂອງຂະແໜງຜະລິດຕະພັນນຳ້ຕານ
ຮຽນຈົບມະຫາວິທະຍາໄລ, ທ່ານ ເລວັນຕາມ ໄດ້ເຮັດວຽກໃນຂົງເຂດກະສິກຳ ມາເປັນເວລາຫຼາຍປີ ແລະ ຜ່ານຫຼາຍ ຕຳແໜ່ງຄື ຮອງຜູ້ອຳນວຍການ ພະແນກກະສິກຳ ແຂວງ ແທງຮວາ, ຫົວໜ້າຄະນະຄຸ້ມຄອງ ກໍ່ສ້າງເຂດຜະລິດນຳ້ອ້ອຍ ແທງຮວາ. ປີ 1988, ເພິ່ນໄດ້ແຕ່ງຕັ້ງເປັນຮອງຜູ້ອຳນວຍການ ໃຫຍ່ ສະຫະບໍລິສັດ ນຳ້ຕານ ເລກ I ທັງເປັນຜູ້ອຳນວຍການ ໂຮງງານຜະລິດນຳ້ຕານ ລາມເຊີນ, ເວລານັ້ນ ເພິ່ນມີອາຍຸ 52 ປີ. 

ເປັນຜູ້ບໍລິຫານການປະຕິບັດເຮັດທຸລະກິດຂອງວິສາຫະກິດ, ທ່ານ ຕາມ ຖືວ່າ ນີ້ແມ່ນໂອກາດເພື່ອໃຫ້ຕົນເອງສາມາດເຮັດໃຫ້ຄວາມຫວັງຂອງຕົນກາຍເປັນຄວາມຈິງ. ໂຮງງານຫຼັງໃໝ່, ພະນັກງານຄົນໃໝ່, ຕະຫຼາດແຫ່ງໃໝ່, ບາງໄລຍະໂຮງງານ ຂາດທຶນ, ຜະລິດຕະພັນ ຜະລິດອອອກມາ ກໍ່ຂາຍໄດ້ໜ້ອຍ, ໂຮງງານຕົກໃສ່ສະພາບລົ້ມທະລາຍ, ແຕ່ເພິ່ນພ້ອມກັບ Lasuco ໄດ້ປະຕິບັດການປ່ຽນແປງໃໝ່ ແລະ ມີຫົວຄິດ ປະດິດສ້າງ, ເພິ່ນໄປຫາຕາແສງ, ໝູ່ບ້ານແຕ່ລະແຫ່ງ ເພື່ອ ປຸກລະດົມຊາວກະສິກອນເຮັດວຽກ, ໃຫ້ຄວາມໄວ້ວາງໃຈ ໃນການປຸກຕົ້ນອ້ອຍ.


ວິລະຊົນແຮງງານ ເລວັນຕາມ, ປະທານສະພາບໍລິຫານ ບໍລິສັດ ນຳ້ຕານ ລາມເຊີນ. ພາບ: ເຈິ່ນແທງຢາງ


ພາບເຂດກະສິກຳ ເຕັກໂນໂລຊີລະດັບສູງ ລາມເຊີນ. ພາບ: ເຈືອງບາວິງ


ວິລະຊົນແຮງງານ ເລວັນຕາມ ແນະນຳບັນດາຊະນິດ ຕົ້ນອ້ອຍໃໝ່ຂອງ  Lasuco ກັບບັນດານັກຊ່ຽວຊານ ຕ່າງປະເທດ. ພາບ: ເຈືອງບາວິງ


ມູມໜຶ່ງຂອງໂຮງງານຜະລິດນຳ້ຕານ ລາມເຊີນ. ພາບ: ເຈືອງບາວິງ


ທ່ານ ເລວັນຕາມ ມີຄວາມຮູ້ສຶກເອກອ້າງທະນົງໃຈ ຕໍ່ຕົ້ນອ້ອຍ ແລະ ຈຳນວນນຳ້ຕານຂອງບໍລິສັດ Lasuco ສ້າງໄດ້ຄວາມ
ໄວ້ວາງໃຈໃນປະຊາຄົມ. ພາບ: ເຈືອງບາວິງ



ທ່ານ ເລວັນຕາມ ແນະນຳບັນດາໂຄງການໃໝ່ຂອງ ບໍລິສັດ Lasuco ກັບສາດສະດາຈານ E.rik. Rom Baut (ແບນຊິກ)
ກ່ຽວກັບການພັດທະນາກະສິກຳ ຕິດພັນກັບການທ່ອງທ່ຽວທີ່ໝັ້ນຄົງ. ພາບ: ເຈິ່ນແທງຢາງ
ໃນ 10 ປີຕໍ່ເນື່ອງ, ເພິ່ນໄດ້ມີການຮ່ວມມືກັບບັນດານັກ ວິທະຍາສາດ, ບັນດາໂຮງຮຽນທີ່ມີຊື່ສຽງ, ບັນດາທ້ອງຖິ່ນ ແລະ ຊາວກະສິກອນ ເພື່ອສ້າງຕັ້ງສະມາຄົມນຳ້ຕານ ລາມເຊີນ. ກໍ່ສ້າງການພົວພັນລະຫວ່າງ ລັດ-ຊາວກະສິກອນ-ປັນຍາຊົນ. 

ແຜນການ “ຜະລິດຄືນໃໝ່ຕົ້ນອ້ອຍ ແລະ ນຳ້ຕານ ລາມເຊີນ” ໂດຍທ່ານ ເລວັນຕາມ ເປັນຜູ້ຊີ້ນຳໂດຍກົງ ໄດ້ຂະຫຍາຍອອກ ຢ່າງກວ້າງຂວາງທົ່ງນາປູກຕົ້ນອ້ອຍ, ເຫັນເປັນເຄື່ອງຈັກ ຢ່າງຄົບຊຸດ, ນຳໃຊ້ ເຕັກໂນໂລຊີລະດັບສູງ, ບັນລຸໄດ້ແຕ່ 80-120 ໂຕນ/ເຮັກຕາ, ເປົ້າໝາຍເຖິງປີ 2020 ຈະບັນລຸໄດ້ ນຳ້ຕານ 200.000 ໂຕນ.  
ນີ້ແມ່ນຕົວແບບຮ່ວມມືດ້ານເສດຖະກິດທຳອິດຂອງ ຫວຽດນາມ, ເຊື່ອມຕໍ່ໄດ້ 3 ພາກສ່ວນແມ່ນ: ລັດ, ຊາວກະສິກອນ ແລະ ປັນຍາຊົນ ເຂົ້າຮ່ວມໃນການພັດທະນາເສດຖະກິດ. ພາຍຫຼັງ 16 ປີທີ່ຫັນເປັນບໍລິສັດຫຸ້ນສ່ວນ (2000-2016), Lasuco ກາຍເປັນວິສາຫະກິດທີ່ເຂັ້ມແຂງໃນຂະແໜງການຜະລິດນຳ້ຕານ, ເຂດປຸກວັດຖຸດິບກໍ່ໄດ້ ຂະຫຍາຍອອກຢ່າງກວ້າງຂວາງດ້ວຍຈຳນວນນຳ້ອ້ອຍເກືອບ 1,4 ລ້ານໂຕນ/ປີ, ປະກອບໃຫ້ງົບປະມານກວ່າ 1.000 ຕື້ດົ່ງ, ຈຳນວນເງິນທັງໝົດຂອງບໍລິສັດແມ່ນ 2.367 ຕື້ດົ່ງ, ເພີ່ມ 3,2 ເທື່ອເມື່ອທຽບກັບປີ 2000 ແລະ ເພີ່ມ 64,8 ເທື່ອເມື່ອທຽບ ກັບປີ 1990.

ແຕ່ປີ 1999, ເພິ່ນໄດ້ຄັດເລືອກເປັນສະມາຊິກສະພາ ແຫ່ງຊາດ ຊຸດທີ X, ຊຸດທີ IX ແລະ ຊຸດທີ X ຢ່າງຕໍ່ເນື່ອງ. ເມື່ອນາຍົກລັດຖະມົນຕີອະນຸມັດຜ່ານໂຄງການກໍ່ສ້າງໂຮງ ງານຜະລິດນຳ້ຕານເລກ II ດ້ວຍຍອດເງິນລົງທຶນແມ່ນ 451,098 ຕື້ດົ່ງ, ທ່ານ ເລວັນຕາມ ໄດ້ຍົກກຳລັງການພະລິດ ນຳ້ຕານຂອງບໍລິສັດຂຶ້ນ 6.500 ໂຕນຕໍ່ມື, ເພີ່ມທົບ 2,6 ເທື່ອເມື່ອທຽບກັບໄລຍະກ່ອນໄດ້ຮັບການລົງທຶນ. ຄຽງຄູ່ກັນນັ້ນ, ບໍລິສັດຫຸ້ນສ່ວນ ນຳ້ຕານ ລາມເຊີນ ໄດ້ໄປນຳໜ້າໃນການ ທົດລອງຮູບແບບຂາຍຫຸ້ນໃຫ້ແກ່ຜູ້ປຸກນຳ້ອ້ອຍ. ປີ 2008, Lasuco ໄດ້ຈົດທະບຽນ ແລະ ເປີດເຄື່ອນໄຫວຢ່າງເປັນ ທາງການຢູ່ຕະຫຼາດຫຼັກສັບ.

ພິຊິດຂົງເຂດຕ່າງໆ ໃນດ້ານກະສິກຳ
 
ບໍ່ພຽງແຕ່ໄດ້ຮັບຜົນສຳເລັດໃນຂະແໜງຜະລິດນຳ້ຕານ ເທົ່ານັ້ນ, ທ່ານ ເລວັນຕາມ ຍັງເປີດກວ້າງການລົງທຶນຂອງ Lasuco ເຂົ້າສູ່ຂົງເຂດກະສິກຳຄຸນນະພາບສູງ, ຂະຫຍາຍຫຼາຍທີ່ສຸດຄຸນຄ່າຂອງເຄື່ອງກະເສດ ເທິງແຜ່ນດິນ ລາມເຊິນດ້ວຍຫຼາຍຜະລິດຕະພັນທີ່ດີຕໍ່ສຸຂະພາບໃຫ້ແກ່ປະຊາຄົມ. ປັດຈຸບັນ Lasuco ໄດ້ກໍ່ສ້າງເຂດກະສິກຳ ເຕັກໂນໂລຊີລະດັບສູງ ລາມເຊີນ ດ້ວຍຍອດທຶນ 200 ຕື້ດົ່ງ ໂດຍຈຸດປະສົງ ເພື່ອຄົ້ນຄວ້າ ແລະ ແລກປ່ຽນຄວາມກ້າວໜ້າດ້ານເຕັກນິກ ເຂົ້າໃນການຜະລິດກະສິກຳ ໃນຂົງເຂດປູກນຳ້ອ້າຍ, ຜັກ, ດອກໄມ້, ຕົ້ນໄມ້ກິນໝາກ, ຕົ້ນໄມ້ປະດັບ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖ່າຍຮູບກັບທ່ານ ເລວັນຕາມ ເນື່ອງໃນໂອກາດມາຢ້ຽມຢາມສູນເຕັກໂນໂລຊີ
ລະດັບສູງ ລາມເຊີນ. ພາບ: ເຈືອງບາວິງ



ຕືກເຮືອນທ່ີທັນສະໄໝຂອງບໍລິສັດຫຸ້ນສ່ວນ
ຄົ້ນຄວ້າ ແລະ ພັດທະນາກະສິກຳ ເຕັກໂນໂລຊີ ລະດັບສູງ ລາມເຊີນ. ພາບ: ເຈືອງບາວິງ



ທ່ານ ເລວັນຕາມ ພ້ອມກັບບັນດານັກຊ່ຽວຊານຕ່າງປະເທດ
ທີ່ງານສຳມະນາ “ໄມ້ໄຜ່ ແລະ ໄຟຟ້າໃຊ້ກຳລັງແຮງ ແສງຕາເວັນ ຈະໃຫ້ການທ່ອງທ່ຽວໝັ້ນຄົງຕະຫຼອດການ”. ພາບ: ເຈິ່ນແທງຢາງ



ທ່ານ ເລວັນຕາມ ແນະນຳບັນດາຜະລິດຕະພັນຂອງບໍລິສັດ ກັບການນຳຂະແໜງກະສິກຳ. ພາບ: ເຈືອງບາວິງ


ສູນກາງຄົ້ນຄວ້າ, ຜະລິດແນວປູກ ທີ່ມີຄຸນນະພາບສູງຂອງ Lasuco. ພາບ: ເຈືອງບາວິງ


ຕົວແບບປູກໝາກແຕງຄຸນນະພາບສູງຂອງ Lasuco ໄດ້ສ້າງ
ວຽກເຮັດງານທຳໃຫ້ແກ່ຊາວທ້ອງຖິ່ນຫຼາຍຄົນ. ພາບ: ເຈືອງບາວິງ

ປີ 2020, Lasuco ຈະຈັດຕັ້ງການສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງ ແລະ ນີ້ກໍ່ແມ່ນຂີດໝາຍໜຶ່ງທີ່ມີຄວາມ ໝາຍໃນພາລະກິດຂອງວິລະຊົນແຮງງານ ເວລັນຕາມ. ເພິ່ນຫວັງວ່າ ຈະມີການປະກອບສ່ວນຫຼາຍກວ່າເກົ່າ ເພື່ອເຮັດໃຫ້ Lasuco ສາມາດຢືນຢັນເຄື່ອງໝາຍການຄ້າໃນທົ່ວໂລກ,​ ກາຍເປັນກຸ່ມບໍລິສັດກະສິກຳ ທີ່ເຂັ້ມແຂງ ຢູ່ ຫວຽດນາມ, ນຳມາຜົນງານດີເດັ່ນໃຫ້ແກ່ຊາວກະສິກອນ ແລະ ຂະແໜງກະສິກຳອີກດ້ວຍ. 

ວິລະຊົນແຮງງານ ເລວັນຕາມ ມີກຽດໄດ້ຮັບຫຼາຍລາງວັນອັນ ສູງສົ່ງຂອງລັດຄື: ຫຼຽນໄຊແຮງງານຊັ້ນ 1, 2, 3 (1994, 2003, 2011, 2015); ຫຼຽນໄຊຕໍ່ສູ້ຊັ້ນ 3 ໂດຍປະທານ ປະເທດມອບໃຫ້ (1991); ໃບຍ້ອງຍໍຂອງນາຍົກລັດຖະມົນຕີ (1998, 2005, 2015) ແລະ ອື່ນໆ.
ບົດ: ບິກເວີນ - ພາບ: ເຈິ່ນແທງຢາງ, ເຈືອງບາວິງ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top