ສຳລັບຄົນຫວຽດນາມ, ລົດຈັກ ບໍ່ແມ່ນສິ່ງທີ່ແປກ, ຍ້ອນມັນເປັນພາຫະນະຮັບໃຊ້ການໄປມາ ຂອງແຕ່ລະຄົນ. ແຕ່ສຳລັບນັກແກະສະຫຼັກ Jorge Rivera (ຄົນ ແອສະປາຍ), ມັນເປັນສິ່ງທີ່ແປກປະຫຼາດ, ປະຫລາດຈົນເຖິງຂັ້ນລາວຕ້ອງໃຊ້ເວລາ 2 ປີ ເພື່ອຄົ້ນຫາ, ຊອກຮູ້ແລ້ວເນລະມິດເປັນຜະລິດ ຕະພັນສິລະປະແກະສະຫຼັກຈາກຫີນອ່ອນ ແລະ ໄດ້ຈັດ ຕັ້ງ ງານວາງສະແດງທີ່ມີຊື່ວ່າ “ຄວາມຝັນ”.
ງານວາງສະແດງ “ຄວາມຝັນ” ໄດ້ຈັດຕັ້ງຂຶ້ນທີ່ຫ້ອງພາບແຕ້ມ Art Vietnam, ທີ່ເລກ 24 ຖະໜົນ ລີ້ກວັກຊື, ຮ່າ ໂນ້ຍ. ໃນງານດັ່ງກ່າວ ໄດ້ວາງສະແດງຜະລິດຕະພັນ ແກະສະຫຼັກ ດ້ວຍຫີນອ່ອນ 9 ຊຸດ, ວີດີໂອໜັງຖ່າຍສຳເນົາ ບັນດາຂັ້ນ ຕອນຕ່າງໆໃນການຜະລິດ ແລະ ທຸກແຜນວາດພາບ, ການ ບັນທຶກກ່ຽວກັບຜະລິດຕະພັນຕ່າງໆ.
ຈຸດທີ່ປະທັບໃຈເປັນພິເສດໃນງານວາງສະແດງຄັ້ງນີ້ ແມ່ນບັນ ດາຜະລິດຕະພັນ ແກະສະຫຼັກດ້ວຍຫີນອ່ອນຂອງທ່ານ Jorge Rivera ໄດ້ພັນລະນາເຖິງຖັງນຳ້ມັນ, ອານລົດ, ທໍ່ອາຍເສຍ ລົດ, ຜ້າກັນເປື້ອນ, ຢາງນອກຕີນລົດ ແລະ ອື່ນໆ.
ທັງໝົດສິ່ງເຫຼົ່ານັ້ນລ້ວນແຕ່ແມ່ນທ່ານ Jorge Rivera ໄດ້ຜະລິດອອກມາຄືຂອງແທ້ ແລະ ໄດ້ຈັດວາງຢ່າງຫລຸຫລາເທິງຮ້ານທີ່ເຮັດດ້ວຍໄມ້ທີ່ໄດ້ແກະສະຫຼັກ ປະດັບ ປະດາດ້ວຍລວດລາຍມູນເຊື້ອຂອງ ຫວຽດນາມ.
ນັກສິລະປະກຳ Jorge Rivera, ເຈົ້າຂອງງານວາງສະແດງເຄື່ອງແກະສະລັກ “ຄວາມຝັນ”.
ພາກສ່ວນຕ່າງໆ ຂອງລົດຈັກໄດ້ແກະສະຫຼັກດ້ວຍຫີນອ່ອນ.
ຖັງນຳ້ມັນລົດຈັກແກະສະຫຼັກດ້ວຍຫີນອ່ອນ.
ອານລົດທີ່ໄດ້ແກະສະຫຼັກຈາກຫີນອ່ອນ.
ພາກສ່ວນຕ່າງໆ ຂອງລົດຈັກທີ່ທ່ານ Jorge Rivera ທີ່ໄດ້ແກະສະຫຼັກຈາກຫີນອ່ອນ.
ລວດລາຍລະອຽດຕ່າງໆຂອງໂຕມັງກອນທີ່ແກະສະຫຼັກ ຈາກຫີນອ່ອນ.
ນັກທ່ອງທ່ຽວຕ່າງປະເທດເຂົ້າຊົມງານວາງສະແດງ “ຄວາມຝັນ” ຂອງນັກສິລະປະກຳ Jorge Rivera. |
ເບິ່ງລວດໄປ, ງານວາງສະແດງຂອງທ່ານ Jorge Rivera ເບິ່ງຄືວ່າລຽບງ່າຍ, ແຕ່ຖ້າເບິ່ງໄປດົນໆ ແລະ ເບີ່ງຄັກໆ, ຍິ່ງ ເຫັນສິ່ງທີ່ມີຄວາມຫມາຍ, ເຕັມໄປດ້ວຍຄວາມຈັບໃຈທີ່ບົ່ງບອກທາງດ້ານວັດທະນະທຳ ແລະ ຊີວິດການເປັນຢູ່ໃນສະ ໄໝປະຈຸບັນຂອງຄົນ ຫວຽດນາມ, ປະເທດຊາດໜຶ່ງທີ່ ມີລົດ ຈັກໄດ້ ຖືເກືອບວ່າເປັນ “ສັນຍະລັກ” ໃນວັດທະນະທຳການ ຄົມມະນາຄົມຂອງຄົນຫວຽດນາມ, ເຫນືອນ ດັ່ງລົດເມສອງ ຊັ້ນຂອງ ຄົນອັງກິດ ຫຼື ພາບລົດເກງເກົ່າຂອງປະເທດ ກູບາ.
ໃນສາຍຕາຂອງທ່ານ Jorge Rivera ແລະ ກໍ່ຄືໃນສາຍຕາຂອງຊາວຕ່າງປະເທດ ຫຼາຍຄົນ ເມື່ອມາຫວຽດນາມ, ພາບ ລົດຈັກບໍ່ພຽງແຕ່ເປັນເລື່ອງແປກປະຫລາດໃນທ້ອງຖະໜົນ ເທົ່ານັ້ນ, ຫາກເປັນເປັນເລື່ອງລາວໜຶ່ງທີ່ໜ້າຄົ້ນຫາ. ສຳລັບ ຄົນຫວຽດນາມ. ຍ້ອນວ່າຄົນຫວຽດນາມ ແລະ ລົດຈັກຊະນິດຕິດພັນກັບເຂົາເຈົ້າເຫມືອນດັ່ງເພື່ອນທີ່ດີຄົນໜຶ່ງ, ເພາະ ສະນັ້ນ, ລົດຈັກບໍ່ພຽງແຕ່ເປັນຊັບສົມບັດ, ເປັນພາຫະນະ ຮັບໃຊ້ການໄປມາເທົ່ານັ້ນ, ມັນຍັງບັນທຸກ “ຄວາມຝັນ” ຂອງ ແຕ່ລະຄົນຂຶ້ນເໜືອລ່ອງໃຕ້ຕະຫລອດຊີວິດທີ່ລົ້ມລຸກຄຸກຄານ, ສຸກທຸກ...ແລະ ອາດເປັນຍ້ອນແນວນັ້ນ, ທ່ານ Jorge Rivera ຈຶ່ງໄດ້ຕັ້ງຊື່ງານວາງສະແດງຂອງຕົນແມ່ນ “ຄວາມຝັນ”.
ທ່ານ Jorge Rivera ໃຫ້ຮູ້ວ່າ ຄົນ ຫວຽດນາມ ມີຄວາມ ສະ ໜິດຕິດພັນກັບລົດຈັກຢ່າງແປກປະຫຼາດ, ສະນັ້ນ ລົດຈັກ ເຫມືອນດັ່ງເຄື່ອງມືຫນຶ່ງທີ່ຊ່ວຍໃຫ້ລາວຄົ້ນພົບຫຼາຍ ສິ່ງ ຫລາຍຢ່າງທີ່ປະທັບໃຈໃນຊີວິດຂອງເຂົາເຈົ້າ.
ທ່ານ Jorge Rivera ຮຽນຈົບປະລິນຍາເອກ, ລົງເລິກ ຂະ ແໜງການແກະສະຫຼັກທີ່ມະຫາວິທະຍາໄລ ສິລະປະ ລອນ ດອນ, ປະຈຸບັນກຳລັງອາໄສຢູ່ ລອນດອນ ແລະ ໄຕຫວັນ. ລາວເຄີຍເຂົ້າຮ່ວມໃນງານວາງສະແດງສາກົນ ຫຼາຍຄັ້ງ. ຜະລິດຕະພັນຂອງລາວໄດ້ມີໜ້າຢູ່ຫຼາຍແຫ່ງໃນ ທົ່ວໂລກຄື: ມະຫາວິທະຍາໄລ ລາຊະວົງ ລອນດອນ, ຫໍພິພິດທະພັນ Takumy ຂອງ ຍີ່ປຸ່ນ, ມະຫາວິທະຍາໄລ Stanford ແລະ ມີການສະສົມສ່ວນຕົວຫຼາຍຊຸດ.
ບົດ: ບິກເວີນ - ພາບ: ຈິ້ງວັນໂປ້