ໃນເວລາຜະລິດໄຫ, ບັນດານາຍຊ່າງຜະລິດເຄື່ອງປັ້ນດິນເຜົາສ່ວນຫຼາຍໄດ້ປະຕິບັດຕາມແບບຫັດຖະກຳ. ບັນດາຈັງຫວະຄື: ຄັ້ນດິນ, ປັ້ນດິນເຜົາ, ກໍ່ສ້າງຂອບ, ແຕ່ງຮູບຊົງ, ຂົນດິນ... ໄດ້ກາຍເປັນຄວາມຄຸ້ນເຄີຍ ແລະ ຊຳນິຊຳນານຂອງບັນດານາຍຊ່າງ ມືອາຊີບ. ຈາກນັ້ນ ເຂົາເຈົ້າຮວບຮວມເປັນບັນດາບົດຝຶກຫັດກັບໄຫ ແລະ ບອກກັນຊ້ອມຄືວິທີໜຶ່ງເພື່ອຝຶກແອບສຸຂະພາບເທົ່ານັ້ນ. ຫຼັງຈາກນັ້ນ, ອາຈານມວຍ ເຈີ່ນດິງເຢືອງ, ປະທານສະມາຄົມມວຍພື້ນເມືອງ ບິ່ງເຢືອງ ໄດ້ຮວບຮວມ ແລະ ກໍ່ສ້າງເປັນວິຊາມວຍໜຶ່ງ ທີ່ມີ 18 ບົດ ແລ້ວສອນຄືນໃຫ້ບັນດານາຍຊ່າງ ແລະ ນັກມວຍ.
ບັນດາຈັງຫວະໃນວິຊາມວຍໄຫ ບໍ່ສັບສົນ, ສ່ວນຫຼາຍແມ່ນບັນດາຈັງຫວະທີ່ງ່າຍດາຍ ໄດ້ຮວບຮວມຈາກການຜະລິດຕົວຈິງ ແລະ ປ່ຽນແປງໃຫ້ເໝາະສົມກັບການຝືກຊ້ອມ. ບົດມວຍໄຫ 18 ບົດ ໄດ້ແບ່ງເປັນແຕ່ລະຂັ້ນ, ແຕ່ຂັ້ນພື້ນຖານ, ຂັ້ນກາງເຖິງຂັ້ນສູງ, ຕົວຢ່າງຄື: ບາດກວາຍ ໄຫ, ໄຫ ກືວກູງ, ໄຫ ເທີດຕິງ, ໄຫ ຫງູແຫ່ງ, ໄຫ ຫງູມົນ ແລະ ອື່ນໆ.