• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ຟື້ນຟູ ສິ້ນນສ່ວນດິນເຜົາທີ່ແຕກ

ສຳລັບໂຖດອກໄມ້ເຮັດດ້ວຍດິນເຜົາແຕກ, ຕາມປົກກະຕິ ເຂົາເຈົ້າຈະ ເອົາໄປຖິ້ມ, ແຕ່ດ້ວຍມື ຂອງ ທ່່ານ ໂງ ຢຸຍ ເກື່ອງ-ເຈົ້າ ຂອງເຄື່ອງ ໝາຍການຄ້າ Mori Art ໄດ້ ກາຍ ເປັນຮູບພາບ ຫຼາຍແຜ່ນທີ່ຫຼາກຫຼາຍສີສັນ ຫຼື ກາຍ ເປັນ ໂຕະ ເພື່ອການນຳ ໃນຊີວິດ ປະຈໍາວັນ. 
ທ່ານ ໂງຢຸຍເກື່ອງ ໃຫ້ຮູ້ວ່າ ບັນດາຜະລິດຕະພັນທີ່ເພິ່ນ ໄດ້ ປະດິບອອກມາ ສ່ວນຫຼາຍເຮັດຈາກສິ້ນສ່ວນດິນເຜົາແຕກ. ວັດຖຸດັ່ງກ່າວ ເພິ່ນໄດ້ເອົາມາແຕ່ໝູ່ບ້ານຜະລິດເຄື່ອງ ປັ້ນ ດິນເຜົາ ບາດຈ່າງ,​ ຝູ່ຫຼ໊າງ ແລະ ຈາກໂຖ ດອກໄມ້ແຕກທີ່ ມີຄົນເອົາໄປຖິ້ມ. ເພິ່ນເກັບຊື້ມາ, ຂຶ້ນກັບຄວາມໜາ, ບາງ ເພື່ອນໍາໃຊ້ເຂົ້າໃນແຕ່ລະຜະລິດຕະພັນ ທີ່ແຕກຕ່າງກັນ. 

ເລີ່ມລົງມືເຮັດແຕ່ປີ 2018, ທຳອິດແມ່ນເຮັດຕາມແບບ ສະ ໝັກຫຼິ້ນເທ່ົານັ້ນ, ແຕ່ດົນໄປ, ເຫັນໝູ່ເພື່ອນສັ່ງຊື້ຫຼາຍ, ເພິ່ນ ຈຶ່ງຕັດສິນໃຈ ທໍາການຜະລິດ. 


ຈາກສານທີ່ວ່າ ປົກປັກຮັກສາສິ່ງແວດລ້ອມ, ທ່່ານ ໂງຢຸຍ ເກື່ອງ ໄດ້ສ້າງຕັ້ງ ເຄື່ອງໝາຍການຄ້າ  Mori Art ດ້ວຍ ຄວາມມຸ່ງຫວັງ ຈະນຳໃຊ້ ສິ້ນສ່ວນດິນເຜົາແຕກ ເພື່ອຜະ ລິດ ບັນດາຜະລິດຕະພັນ ທີ່ມີລັກສະນະ ດ້ານສິລະປະ ສູງ. ພາບ: ແຄ໋ງລອງ


ໄວໜຸ່ມຫຼາຍຄົນ ເຂົ້າຮ່ວມ Mori Art ຍ້ອນທີ່ນີ້ ສົ່ງເສີມ ຫົວຄິດປະດິດສ້າງຕາມຄວາມສາມາດ, ບໍ່ຈໍາກັດໃນຂອບ ເຂດໃດໜຶ່ງ. ພາບ: ແຄ໋ງລອງ


ບັນດາຜະລິດຕະພັນຈະໄດ້ອອກແບບເທິງໄມ້ ກ່ອນຈະປະ ຕິດ ດິນເຜົາແຕກ. ພາບ: ແຄ໋ງລອງ


ເພື່ອໃຫ້ມີ ສິ້ນສ່ວນດິນເຜົາແຕກ ເໝາະກັບບ່ອນ ປະກອບ, ຮຽກຮ້ອງໃຫ້ນາຍຊ່າງ ຕ້ອງມີຄວາມຄ່ອງແຄ້ວ ເພື່ອບໍ່ໃຫ້ ສິ້ນສ່ວນດິນເຜົາແຕກ ບໍ່ໃຫຍ່ ຫຼື ໜ້ອຍກວ່າ ໃນເວລາປະ ກອບເຂົ້າກັນ. ພາບ: ແຄ໋ງລອງ


ບັນດາສິ້ນສ່ວນດິນເຜົາແຕກ ໄດ້ຕິດເຂົ້າກັນ ດ້ວຍກາວ ໃຊ້ສະເພາະ. ພາບ: ແຄ໋ງລອງ


ຂັ້ນຕອນການປະກອບສິ້ນສ່ວນດິນເຜົາແຕກເຂົ້າກັນ ຮຽກ ຮ້ອງໃຫ້ນາຍຊ່າງ ຕ້ອງມີຄວາມເອົາໃຈໃສ່ ກໍ່ຄືຄວາມ ລະ ອຽດລະອໍໃນເວລາເຮັດ. ພາບ: ແຄ໋ງລອງ


ພື້ນທ່ີສ້າງສັນ ຜະລິດຕະພັນ ຈາກສິ້ນສ່ວນດິນເຜົາ ແຕກ ຂອງ  Mori Art. ພາບ: ແຄ໋ງລອງ

ທ່ານ ເກື່ອງ ໃຫ້ຮູ້ວ່າ ການຜະລິດໃນເບື້ອງຕົ້ນ ໄດ້ປະສົບຄວາມຫຍຸ້ງຍາກ ບໍ່ໜ້ອຍ ກ່ຽວກັບວັດຖຸດິບ ກໍ່ຄືເຄື່ອງມື ຮັບ ໃຊ້ການຜະລິດ. ເພື່ອໃຫ້ມີວັດຖຸດິບ ຖືກໃຈ, ເພິ່ນຕ້ອງ ໄປ ຊອກຊື້ດ້ວຍຕົນເອງ. ຍ້ອນສິ້ນສ່ວນດິນເຜົາແຕກ ມັນແຂງ, ຕ້ອງຊອກຊື້ຄີມໃຊ້ການສະເພາະ, ຢູ່ຫວຽດນາມ ແມ່ນຫາ ຍາກ​, ບໍ່ແມ່ນເລື່ອງງ່າຍ. ເພິ່ນຕ້ອງໃຊ້ເວລາ ຫຼາຍເດືອນ, ປັດຈຸບັນ, ວັດຖຸດິບ ແລະ ເຄື່ອງມືຮັບໃຊ້ການຜະລິດ ໄດ້ມີ ຫຼາຍຮູບແບບກວ່າ, ສະນັ້ນ ຈຶ່ງສາມາດຜະລິດອອກມາ ຜະ ລິດຕະພັນ ຢ່າງສະໝໍ່າສະເໝີ. 

ເພື່ອສ້າງຜະລິດຮູບແຕ້ມ ແຜ່ນໜຶ່ງ ຫຼື ໂຕະໜ່ວຍໜຶ່ງ ດ້ວຍ ສິ້ນສ່ວນດິນເຜົາແຕກ, ນາຍຊ່າງຕ້ອງອອກແບບ, ຕັ້ງຫົວຂໍ້ ໃຫ້ແກ່ຜະລິດຕະພັນ ແລ້ວຕັດເຄື່ອງປັ້ນດິນເຜົາ ເພື່ອປະ ກອບເຂົ້າກັນກາຍເປັນຜະລິດຕະພັນສຳເລັດຮູບ. ໃນນັ້ນ ຂັ້ນຕອນການອອກແບບ ແລະ ປະກອບສິ້ນສ່ວນດິນເຜົາ ແຕກແມ່ນຂັ້ນຕອນທ່ີຍາກ, ບາງເທ່ືອການອອກແບບ ແລະ ປະຕິບັດຕົວຈິງ ບໍ່ເຂົ້າກັນ. ປັດຈຸບັນ, ຫົວຂໍ້ທີ່ທ່ານ ເກື່ອງ ເລືອກສ່ວນຫຼາຍແມ່ນດອກໄມ້ ແລະ ສັດຕ່າງໆ ທີ່ມີຫຼາກ ຫຼາຍສີສັນ.ໃນນັ້ນ ການປະກອບເຄື່ອງປັ້ນດິນເຜົາແຕກ ເຂົ້າກັນ ກາຍເປັນຜະລິດ ຕະພັນສຳເລັດ ຮູບແມ່ນຂັ້ນຕອນ ການຕ້ອງໃຊ້ເວລາຫຼາຍກວ່າໝູ່,​ ສິ້ນສ່ວນດິນເຜົາແຕກ ມີ ຂະໜາດໃຫຍ່ນ້ອຍຕ່າງກັນ ຍິ່ງຈະຜະລິດ ອອກມາ ເປັນ ຜະລິດຕະພັນ ທີ່ມີຄວາມສວຍງາມ. 

ເພື່ອສຳເລັດຜະລິດຕະພັນໜຶ່ງ ແມ່ນຂຶ້ນກັບຂະໜາດໃຫຍ່ ນ້ອຍ ແຕກຕ່າງກັນ. ແຕ່ວ່າ ຂະໜາດຜະລິດຕະພັນຂອງ Mori Art ສ່ວນຫຼາຍແມ່ນ 50-70 ຊມ. ນາຍຊ່າງຕ້ອງໃຊ້ ເວລາເຮັດແຕ່ 5-7 ວັນຈຶ່ງສຳເລັດ. ປັດຈຸບັນ, ບັນດາຜະລິດ ຕະພັນຮູູບ, ໂຕະ ເຮັດຈາກສິ້ນສ່ວນດິນເຜົາແຕກ ຂອງ Mori Art ສ່ວນຫຼາຍໄດ້ນຳໃຊ້ ເພື່ອຕົບແຕ່ງພາຍໃນເຮືອນ ແລະ ຮ້ານກາເຟ. ບັນດາຜະລິດຕະພັນຈະມີລາຄາ ສະເລ່ຍ ແຕ່ 3 - 5 ລ້ານດົ່ງ, ໂຕະ ໜ່ວຍໜຶ່ງມີລາຄາ ແຕ່ 5-7 ລ້ານ ດົ່ງ.

ທ່ານ ເກື່ອງ ໃຫ້ຮູ້ວ່າ ໃນເວລາອັນໃກ້,  Mori Art ຈະ ຜະ ລິດເພີ່ມເຕີມ ບັນດາຜະລິດຕະພັນ ທີ່ມີຫົວຂໍ້ກ່ຽວກັບມູນ ເຊື້ອ ຫວຽດນາມ ແລະ ບັນດາຜະລິດຕະພັນ ທີ່ນຳໃຊ້ ເພື່ອ ປະດັບປະດາ ຢູ່ສວນ ແລະ ເດີນບ້ານ ອີກດ້ວຍ. 

ບັນດາຜະລິດຕະພັນທີ່ປະທັບໃຈ ໄດ້ປະກອບດ້ວຍສິ້ນສ່ວນ ດິນເຜົາແຕກ. ພາບ: ເອກະສານ


















\ບົດ: ເງິນຮ່າ - ພາບ: ແຄ໋ງລອງ ແລະ ເອກະສານ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top