• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຜູ້ກຳກັບ ເລືອງດິ່ງຢຸ໊ງ ສ້າງພາບ ທີ່ສວຍງາມ ແລະ ເລື່ອງລາວ ທ່ີແຕກຕ່າງ

ເອົາຊະນະຜົນງານນັບຫຼາຍພັນເລື່ອງ ທີ່ມາຈາກ ຫຼາຍປະເທດ ເພື່ອຮັບລາງວັນ "ຮູບເງົາ ອາຊີ ດີເດັ່ນທີສຸດ" ໃນງານມະໂຫລານ ຮູບເງົາ ສາກົນ ອີຣານ ຄັ້ງທີ 36 ສຳລັບ ຮູບເງົາເລື່ອງ "ພໍ່ເຈ່ຍລູກ" ຂອງ ຜູ້ກຳກັບ ເລືອງດິ່ງຢຸ໊ງ ມີສິດເອກອ້າງ ແລະ ພາກພູມໃຈຍ້ອນ "ຮູບເງົາ ຫວຽດນາມ ຊະນະ ໃນການແຂ່ງຂັນລະດັບສາກົນ". ຕາມ ທ່ານ ເລືອງດິ່ງຢຸ໊ງ ແລ້ວ, ນັ້ນແມ່ນວິທີການໂຄສະນາ ວ່າດ້ວຍ ວັດ ທະນະທຳ, ຜູ້ຄົນ ຫຼື ປວງຊົນທັງຊາດ ເຖິງເພື່ອນມິດ ໃນທົ່ວໂລກ ຢ່າງມີປະສິດທິຜົນ ແລະ ໄວທີ່ສຸດ.
ມີໜ້ອຍຄົນຮູ້ວ່າ ຜູ້ກຳກັບ ເລືອງດິ່ງຢຸ໊ງ ທີ່ມີຊື່ສຽງ ໃນທຸກວັນນີ້ ເຄີຍ ເປັນ "ລູກຊາຍຂີ້ດື້" ໃນອະດີດ. ແຕ່ຍ້ອນຄວາມຮັກ, ຄວາມອົດ ທົນທີ່ບໍ່ມີຂອບເຂດ ຂອງຜູ້ເປັນແມ່, ທ່ານ ໄດ້ກັບຕົວກາຍມາເປັນ ຄົນດີ. ຜູ້ກຳກັບ ເລືອງດິ່ງຢຸ໊ງ ໄດ້ແບ່ງປັນຄວາມຊົງຈຳ ກ່ຽວກັບ ພໍ່ ແມ່ ເຊິ່ງເປັນຜູ້ຖ່າຍທອດແຮງບັນດານໃຈ ດ້ານສິລະປະຫຼາຍທີ່ສຸດ ໃຫ້ແກ່ທ່ານ. ເມື່ອ ອາຍຸ 12 ປີ, ເອື້ອຍຄູ ໃຫ້ເຮັດບົດເຝິກຫັດ ພັນ ລະນາ ໂຕກະຕ່າຍ, ແຕ່ ເລືອງດິ່ງຢຸ໊ງ ໄດ້ນັ່ງ ແຕ່ງບົດກະວີ. ຫຼັງ ຈາກ ອ່ານບົດກະວີ, ອາຈານໄດ້ໃຫ້ ເລືອງດິ່ງຢຸ໊ງ 1 ຄະແນນ ຍ້ອນ ຄິດວ່າ ລາວ ໄດ້ຄັດລອກບົດກະວີ ຂອງ ຄົນອື່ນ. ນຳເອົາຄວາມອະ ຍຸຕິທໍາ ມາເລົ່າສູ່ແມ່ຟັງ, ເລືອງດິ່ງຢຸ໊ງ ໄດ້ຮັບກຳລັງໃຈ ຈາກແມ່ວ່າ: “ອາຈານເຂົ້າໃຈຜິດ ການຄັດລອກກະວີ ຂອງ ຄົນອື່ນ ໝາຍຄວາມ ວ່າ ລູກແຕ່ງບົດກະວີ ໄດ້ມ່ວນຫຼາຍ”.
"ຮູບເງົາແມ່ນສິ່ງກະຕຸ້ນ ສຳລັບການປ່ຽນແປງທາງສັງຄົມ".
ຜູ້ກຳກັບ ເລືອງດິ່ງຢຸ໊ງ 

 
ຜູ້ກຳກັບ ເລືອງດິ່ງຢຸ໊ງ ໄດ້ເລົ່າໃຫ້ຂ້າພະເຈົ້າຟັງ ກ່ຽວກັບແຮງບັນ ດານໃຈ ຂອງ ຮູບເງົາເລື່ອງ “ພໍ່ເຈ່ຍລູກ”. ນັ້ນແມ່ນເມື່ອທ່ານອາຍຸ 6 ປີ, ໃນເວລາເດີນທາງ ກັບພໍ່ ໄປຍັງ ແຂວງ ຕວຽນກວາງ, ສອງພໍ່ ລູກ ໄດ້ພົບເຫັນ ລູກຊາຍຄົນໜຶ່ງ ອາຍຸ 18 ປີ ໃຊ້ໄມ້ຄານຕີໃສ່ພໍ່ ຄີງ.  ຫຼັງຈາກ ພໍ່ຂອງທ່ານເຂົ້າມາຫ້າມ ແລະ ຖາມຜູ້ເປັນພໍ່ ຄົນ ນັ້ນວ່າ ເປັນຫຍັງ ບໍ່ລາຍງານຕໍ່ ຕຳຫຼວດ. ຜູ້ເປັນພໍ່ ທີ່ຖືກທຸບຕີນັ້ນ ກ່າວວ່າ ລູກຊາຍເມົາເຫຼົ້າ, ສະນັ້ນຈຶ່ງຕີລາວ ແລະ ລາວຄິດວ່າ ເມື່ອຫາຍເມົາ ລູກຊາຍ ຈະປ່ຽນແປງ. ທ່ານ ເລືອງດິ່ງຢຸ໊ງ ກ່າວວ່າ: “ຂ້າພະເຈົ້າ ຮູ້ສຶກຢ້ານກົວ ເຖິງຂັ້ນຄອບງຳແນວຄິດ ຈາກເຫດການ ຄັ້ງນັ້ນມາເປັນເວລານານ”. 
 
ເລືອງດິ່ງຢຸ໊ງ ເປັນຜູ້ກຳກັບ, ຂຽນບົດລະຄອນ, ເກີດປີ 1973 ຢູ່ ແຂວງ ຕວຽນກວາງ, ຫວຽດນາມ.


ຜູ້ກຳກັບ ເລືອງດິ່ງຢຸ໊ງ  ໄດ້ຮັບລາງວັນ "ຮູບເງົາ ອາຊີ ດີເດັ່ນທີ່ສຸດ" ໃນ ງານມະໂຫລານ ຮູບເງົາ ສາກົນ ອີຣານ ຄັ້ງທີ່ 36.


ຜູ້ກຳກັບ ເລືອງດິ່ງຢຸ໊ງ ຖ່າຍຮູບ ກັບບັນດານັກສະແດງເດັກ ໃນ ຮູບ ເງົາເລື່ອງ "ພໍ່ເຈ່ຍລູກ ".


ຜູ້ກຳກັບ ເລືອງດິ່ງຢຸ໊ງ ໄດ້ຖ່າຍຮູບກັບຕົວລະຄອນໃນຮູບເງົາເລື່ອງ "578: ລູກປືນ ຂອງ ຄົນບ້າ".
 

ບັນດາຄວາມຫງຸດຫງິດ ຂອງ ລູກດື້ຄົນໜຶ່ງ, ຄວາມທໍລະມານ ທາງ ຈິດໃຈ ຂອງຄົນມີນິໄສ ບໍ່ຫົວຊາ ຕໍ່ລະບຽບ ໄດ້ກັບຕົວກາຍເປັນ ຄົນດີ ຊຶ່ງທ່ານ ເລືອງດິ່ງຢຸ໊ງ ສະແດງອອກມາ
ໃນຮູບເງົາຂອງຕົນ ຢ່າງສົມຈິງ ແລະ ເຕັມໄປດ້ວຍ ຄວາມຮູ້ສຶກຕື້ນຕັນໃຈ.

ເພາະສະນັ້ນ, ຮູບເງົາເລື່ອງ “ພໍ່ເຈ່ຍລູກ” ຖືກສ້າງຂຶ້ນ ດ້ວຍຄວາມ ປາຖະໜາ ທີ່ຈະປຸກຄວາມເປັນມະນຸດ ໃຫ້ກັບຄົນທີ່ກຳລັງຫຼົງລືມ ຍ້ອນຊີວິດຫຍຸ້ງເຫຍືອງ. ຄວາມຮັກຂອງພໍ່ແມ່ ເປັນສິ່ງທີ່ຍິ່ງໃຫຍ່ ແລະ ສັກສິດຫຼາຍ. ຜູ້ກຳກັບ ເລືອງດິ່ງຢຸ໊ງ ໄດ້ໄຂຄວາມໃນໃຈ ອອກມາວ່າ "ໃນຮູບເງົາ, ລາຍລະອຽດ ໄດ້ຂີ່ຍົນ, ມັນກໍ່ແມ່ນຄວາມ ໄຝ່ຝັນ ຂອງຂ້າພະເຈົ້າຢາກໃຫ້ແມ່ ໄດ້ຂີ່ຍົນຈັກຄັ້ງໜຶ່ງ, ແຕ່ຍັງບໍ່ ທັນເຮັດໄດ້ ເພິ່ນກໍຈາກໄປແລ້ວ”. ຜູ້ກຳກັບ Mike Newell (ຮູບ ເງົາເລື່ອງ Harry Potter ແລະ ຈອກໄຟ, ເຈ້ົາຊາຍແຫ່ງເປີເຊຍ, ສີ່ ງານດອງ ໜຶ່ງງານສົບ...) ໄດ້ສັງເກດວ່າ: "ເລືອງດິ່ງຢຸ໊ງ ແມ່ນຜູ້ທີ່ ສ້າງບັນດາຮູບພາບທີ່ສວຍງາມ ແລະ ເລື່ອງລາວທີ່ແຕກຕ່າງ".
“ເລືອງດິ່ງຢຸ໊ງ ຄືຜູ້ສ້າງພາບທີ່ສວຍງາມ ແລະ ເລື່ອງລາວ ທີ່ແຕກ ຕ່າງ”.

ຜູ້ກຳກັບ Mike Newell

 
ນັ້ນແມ່ນເຫດຜົນ, ໃນໂຄງການຮູບເງົາເລື່ອງ "578: ລູກປືນ ຂອງ ຄົນບ້າ", ເຖິງວ່າຈະເປັນຫົວຂໍ້ ທ່ີມີການໂຕ້ຖຽງກັນ ແລະ ມີຫຼາຍ ຄົນຫ້າມ, ແຕ່ທ່ານ ເລືອງດິ່ງຢຸ໊ງ ຍັງຕັດສິນໃຈ ປະຕິບັດ ແລະ ຍັງມີ ຄວາມຫວັງທີ່ຍິ່ງໃຫຍ່ ສຳລັບໂຄງການນີ້. ເພາະວ່າ ຜ່ານການສາຍ ຮູບເງົາ, ຜູ້ກຳກັບ ເລືອງດິ່ງຢຸ໊ງ ຢາກສົ່ງສານ ທ່ີໜັກແໜ້ນ ເຖິງຊຸມ ຊົນວ່າ ຈຳເປັນຕ້ອງປ້ອງກັນ, ສະກັດກັ້ນການລ່ວງລະເມີດ ທາງ ເພດ ຕໍ່ເດັກນ້ອຍ.

ຜູ້ກຳກັບການສະແດງ ເລືອງດິ່ງຢຸ໊ງ  ສ້າງຮູບເງົາ ກ່ຽວກັບອານາ ຈານ ດ້ວຍຄວາມໂກດແຄ້ນ ຂອງຜູ້ເປັນພໍ່, ຄວາມເຈັບປວດ ຂອງ ຜູ້ຖືກເຄາະຮ້າຍ ແລະ ຄວາມເສຍຫາຍທາງຈິດໃຈ ບາງຄັ້ງ ແມ່ນ ຕະຫຼອດໄປບໍ່ມີທີ່ສິ້ນສຸດ. "ຮູບເງົາ ຂອງ ພວກເຮົາ - ສຽງ ຂອງ ພວກເຮົາ - Make Our Film - Raise Our Voice'”, ດ້ວຍຂໍ້ ຄວາມນີ້, ທ່ານ ເລືອງດິ່ງຢຸ໊ງ ຫວັງວ່າ ຮູບເງົາເລື່ອງ  "578: ລູກປືນ ຂອງ ຄົນບ້າ" ຈະແມ່ນກະສຽງ ຂອງ ຊຸມຊົນ ທັງໝົດ.



ຮູບເງົາເລື່ອງ “ພໍ່ເຈ່ຍລູກ” ເກີດຂຶ້ນ ດ້ວຍຄວາມປາຖະໜາ ທີ່ ຈະ ປຸກ ຄວາມເປັນມະນຸດ ໃຫ້ກັບຄົນທີ່ກຳລັງຫຼົງທາງ ຍ້ອນຊີວິດ ຫຍຸ້ງ ເຫຍືອງ. ຄວາມຮັກຂອງພໍ່ ແມ່ ແມ່ນສິ່ງທີ່ຍິ່ງໃຫຍ່ ແລະ ສັກສິດຫຼາຍ.


ສະຖານທີ່ຖ່າຍທຳຮູບເງົາເລື່ອງ "ພໍ່ເຈ່ຍລູກ".


ສະຖານທີ່ຖ່າຍທຳຮູບເງົາເລື່ອງ  "578: ລູກປືນ ຂອງ ຄົນບ້າ".


ຮູບເງົາເລື່ອງ  "578: ລູກປືນ ຂອງ ຄົນບ້າ" ໄດ້ຖ່າຍທຳ ຢູ່ຫຼາຍ ແຂວງ, ນະຄອນ. ໃນພາບ ແມ່ນສະຖານທີ່ ຖ່າຍທຳ ຮູບເງົາຢູ່ ເຂດ ທ່ອງ ທ່ຽວ ຈ່າງອານ, ແຂວງ ນິງບິ່ງ.


ຮູບພາບ ແລະ ສີສັນຢູ່ສະຖານທີ່ຖ່າຍທຳ ຮູບເງົາເລື່ອງ “578: ລູກ ປືນ ຂອງ ຄົນບ້າ” ທັງແປກ, ທັງພິເສດ, ມີລັກສະນະ Hollywood ແຕ່ ຍັງເຂັ້ມຂົ້ນໄປດ້ວຍລັກສະນະສະເພາະ ຂອງ ອາຊີ.


ສາກໜຶ່ງໃນຮູບເງົາເລື່ອງ: “578: ລູກປືນ ຂອງ ຄົນບ້າ”.


"ຮູບເງົາຂອງພວກເຮົາ - ສຽງຂອງພວກເຮົາ - Make Our Film - Raise Our Voice'”, ດ້ວຍຂໍ້ຄວາມນີ້, ທ່ານ ເລືອງດິ່ງຢຸ໊ງ ຫວັງວ່າ ຮູບເງົາເລື່ອງ "578: ລູກປືນ ຂອງ ຄົນບ້າ"
ຈະເປັນກະບອກສຽງ ຂອງ ຊຸມຊົນ.


ສ່ວນສິລະປະການຕໍ່ສູ້ ຂອງຮູບເງົາເລື່ອງນີ້ ຮັບຜິດຊອບໂດຍ ທີມ ຜູ້ຊ່ຽວຊານ ຈາກ ສ ເກົາຫຼີ ນໍາໂດຍຜູ້ກຳກັບ Oh Sea Young, ຜູ້ມີ ສ່ວນຮ່ວມ ໃນຮູບເງົາຫຼາຍເລື່ອງ ທີ່ນິຍົມໃນ ສ ເກົາຫຼີ ແລະ Hollywood ເຊັ່ນ: Avengers: Age of Ultron, Snowpierce…
 
ເມື່ອ ອາຍຸ 12 ປີ, ເອື້ອຍຄູ ໃຫ້ເຮັດບົດເຝິກຫັດ ພັນ ລະນາ ໂຕກະຕ່າຍ, ແຕ່ ເລືອງດິ່ງຢຸ໊ງ ໄດ້ນັ່ງ ແຕ່ງບົດກະວີ. ຫຼັງ ຈາກ ອ່ານບົດກະວີ, ອາຈານໄດ້ໃຫ້ ເລືອງດິ່ງຢຸ໊ງ 1 ຄະແນນ ຍ້ອນ ຄິດວ່າ ລາວ ໄດ້ຄັດລອກບົດກະວີ ຂອງ ຄົນອື່ນ. ນຳເອົາຄວາມອະ ຍຸຕິທໍາ ມາເລົ່າສູ່ແມ່ຟັງ, ເລືອງດິ່ງຢຸ໊ງ ໄດ້ຮັບກຳລັງໃຈ ຈາກແມ່ວ່າ: “ອາຈານເຂົ້າໃຈຜິດ ການຄັດລອກກະວີ ຂອງ ຄົນອື່ນ ໝາຍຄວາມ ວ່າ ລູກແຕ່ງບົດກະວີ ໄດ້ມ່ວນຫຼາຍ”.
“ຄຸນນະພາບ ເລືອງດິ່ງຢຸ໊ງ” ໄດ້ສະແດງອອກມາຢ່າງຊັດເຈນ ຜ່ານ ບັນດາຮູບພາບ. ນັ້ນແມ່ນເຫດຜົນ ທີ່ຮູບເງົາ ທ່ານ ສ້າງ ຈະສ້າງ ຄວາມປະທັບໃຈ ຢ່າງແຮງ ຕໍ່ອົງປະກອບດ້ານຮູບພາບ. ຖ້າຮູບເງົາ ເລື່ອງ "ພໍ່ເຈ່ຍລູກ " ແມ່ນຮູບພາບ ທີ່ເສົ້າສະຫຼົດໃຈ ກ່ຽວກັບຊາຕາ ຊີວິດມະນຸດຕົວນ້ອຍໆ ຊຶ່ງໄດ້ສ້າງຄວາມສົມດຸນ ດ້ວຍຮູບພາບ ທີ່ ສວຍງາມ ແລະ ໜ້າດຶງດູດໃຈ ຂອງ ທຳມະຊາດ, ຕົ້ນໄມ້ໃບຫຍ້າ, ໃນຮູບເງົາເລື່ອງ "578: ລູກປືນ ຂອງ ຄົນບ້າ"  ມັນບໍ່ພຽງແຕ່ ບັນຈຸ ຫຼາຍປັດໄຈ ທີ່ມາ ໂດຍບັງເອີນ ໃນສ່ວນເນື້ອໃນ, ແຕ່ຍັງເຮັດໃຫ້ ທ່ານ ຜູ້ຊົມ ເພິ່ງພໍໃຈ ກັບສາກທັດສະນີຍະພາບ ທີ່ງົດງາມ ຂອງ ຫວຽດນາມ ອີກດ້ວຍ.

ລັກສະນະກາບກອນ ແລະ ດົນຕີ ໃນຮູບເງົາ ຂອງ ທ່ານ ເລືອງດິ່ງ ຢຸ໊ງ ກໍແມ່ນຈຸດພິເສດ. ລັກສະນະກາບກອນ ໃນຮູບເງົາ "ພໍ່ເຈ່ຍລູກ " ຂອງ ທ່ານ ໄດ້ຖືກຕີລາຄາວ່າ ໄດ້ສະແດງ ໃຫ້ເຫັນຢ່າງຈະແຈ້ງ ເມື່ອທຽບກັບຮູບເງົາ ຫວຽດນາມ ອື່ນໆ. 
 
ບົດ: ຖາວວີ - ພາບ: ເຈິ່ນຫງອກເຊີນ - ແປໂດຍ: ບິກລຽນ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top