• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວິຖີຊີວິດ ຂອງ ຄົນ ຫວຽດ

ປົກປັກຮັກສາສິ່ງແວດລ້ອມດ້ວຍຖົງຜ້າ

ຊາວ ຫວຽດນາມ ຫຼາຍຄົນ ປົກປັກຮັກສາສິ່ງ ແວດລ້ອມ ຜ່ານ ບັນດາການເຄື່ອນໄຫວ, ຄວາມຊິນເຄີຍ ທີ່ງ່າຍດາຍໃນ ຊີວິດ ປະຈຳວັນ ດ້ວຍການນຳໃຊ້ຖົງຜ້າ. ຖົງຜ້າ ໄດ້ຮັບຄວາມນິຍົມ ໃຊ້ຈາກວົງການໄວໜຸ່ມ ນັບມື້ຫຼາຍຂຶ້ນ ບໍ່ພຽງແຕ່ຍ້ອນຄວາມ ສະດວກໃນການນຳໃຊ້ເທ່ົານັ້ນ, ແຕ່ຍັງສະແດງ ໃຫ້ເຫັນບຸກ ຄະລິກ ຂອງ ແຕ່ລະຄົນອີກ.
ພວກຂ້າພະເຈົ້າ ໄປຍັງສະຫະກອນ ວຸ້ນ Art ຢູ່ຖະໜົນຂາຍ ແພໄໝ ວ້ານຟຸກ (ຮ່າດົງ). ນີ້ເປັນໜຶ່ງໃນບັນດາສະຖານທີ່ຜະລິດຖົງຜ້າ ດ້ວຍນາຍຊ່າງ ເປັນຄົນພິການ. 


ວັດຖຸ ທ່ີນຳໃຊ້ເພື່ອຜະລິດຖົງຜ້າ ສ່ວນຫຼາຍ ແມ່ນຜ້າທ່ີມີລາຄາ ຖືກ, ເປັນທໍາມະຊາດ ແລະ ເປັນມິດກັບສິ່ງແວດລ້ອມ. 


ຂັ້ນຕ້ອນຕັດຕໍ່ ໄດ້ປະຕິບັດດ້ວຍຄວາມລະມັດມະວັງ.


ຕັ້ນຕອນການເລືອກສີຜ້າ.


ບັນດາລວດລາຍໄດ້ນຳໃຊ້ ສ່ວນຫຼາຍໄດ້ອອກແບບຕາມວັດທະນະທຳ ຫວຽດນາມ.


ຂັ້ນຕອນການຕັດລວດລາຍດ້່ວຍຈັກ.


ບັນດາລວດລາຍໄດ້ຕັດຕາມຂະໜາດໃຫຍ່ນ້ອຍ ຕາມເນື້ອໃນ, ຮູາບພາບທີ່ໄດ້ຕິດເທິງຖົງຜ້າ. 


ແລ້ວແຕ່ຄວາມສາມາດໃນການເຮັດວຽກ, ນາຍຊ່າງແຕ່ລະຄົນຢູ່ ວຸ້ນ Art ຈະໄດ້ຮັບວຽກງານ
ທີ່ເໝາະສົມກັບຄວາມສາມາດຂອງຕົນ ເພື່ອຜະລິດອອກມາຖົງຜ້າໜ່ວຍໜຶ່ງສຳເລັດຮູບ.



ນາຍຊ່າງຂອງສະຫະກອນ ວຸ້ນ 
Art  ກວດກາຖົງຜ້າ ກ່ອນທີ່ຈະສົ່ງໄປໃຫ້ລູກຄ້າ. 

ທ່ານ ເລວຽດເກື່ອງ - ຜູ້ອໍານວຍການສະຫະກອນ ວຸ້ນ Art ໃຫ້ຮູ້ວ່າ: “ແຕ່ກ່ອນ ພວກຂ້າພະເຈົ້າໄດ້ຜະລິດຮູບ ແຕ້ມດ້ວຍ ຜ້າ ເປັນສ່ວນຫຼາຍ, ແຕ່ຂາຍໄດ້ຍາກ. ກວ່າໜຶ່ງ ເດືອນ ມານີ້, ພວກຂ້າພະເຈົ້າເລີ່ມຜະລິດຖົງຜ້າ ຕາມຄວາມ ນິຍົມໃຊ້ຂອງ ຜູ້ບໍລິໂພກ ເພື່ອສ້າງລາຍຮັບເພີ່ມໃຫ້ແກ່ ຄົນພິການ ທີ່ພວມ ເຮັດວຽກຢູ່ໃນສູນ”. 

ວັດຖຸ ທ່ີນຳໃຊ້ເພື່ອຜະລິດຖົງຜ້າ ສ່ວນຫຼາຍແມ່ນຜ້າທ່ີມີລາຄາ ຖືກ, ເປັນທໍາມະຊາດ ແລະ ເປັນມິດກັບສິ່ງແວດລ້ອມ. ຫຼັງ ຈາກຖົງຫຍາບໄດ້ຜະລິດອອກມາ ຕາມຄວາມສາມາດ ຂອງ ແຕ່ລະຄົນ, ທ່ານ ເກື່ອງ ຈະແບ່ງວຽກໃຫ້ແຕ່ລະຄົນ ຕາມ ຄວາມສາມາດ ໃນບັນດາຂັ້ນຕອນ: ແຕ້ມ, ຕັດ, ຕິດ ແລະ ລີດ. 

ປັດຈຸບັນ, ສະຫະກອນ ວຸ້ນ Art ມີກໍາມະກອນກວ່າ 10 ຄົນ ທ່ີເປັນຄົນຫູໜວກ, ອໍທິສະຕິກ...  ເພາະສະນັ້ນ ຈະຕ້ອງມີ ຄວາມອົດທົນ, ຄວາມພະຍາຍາມ ແລະ ຄວາມເຂົ້າໃຈ ຕໍ່ກໍາ ມະກອນ ຂອງ ຕົນ, ເຂົາເຈົ້າ ອ່ອນຢູ່ບ່ອນໃດ ເຮົາຕ້ອງສອນ ຢູ່ບ່ອນນັ້ນ ແລະ ມອບວຽກ ໃຫ້ເໝາະສົມກັບ ຄວາມສາມາດ ຂອງ ເຂົາເຈົ້າ. 

ນອກຈາກຜະລິດສິນຄ້າຕາມຄວາມຕ້ອງການຂອງ ລູກຄ້າ, ຖົງຜ້າ ທ່ີຜະລິດອອກມາໂດຍກໍາມະກອນ ຂອງ ວຸ້ນ Art ແມ່ນຂ້ອນຂ້າງອຸດົມສົມບູນ, ມີລວດລາຍ ທີ່ຕິດໃສ່ຖົງ ຢ່າງ ຫຼາກຫຼາຍຮູບແບບ ຕາມຮູບແຕ້ມ ດົງໂຮ່ ຄື: ຮູບພາບ ເຄວ ວັນກາກ, ວັດ ເສົາດຽວ, ໂຕໄກ່, ໂຕໝູ, ໂຕໜູ. 

ປັດຈຸບັນ, ສະຫະກອນ ວຸ້ນ Art ໄດ້ຮັບໃບສັ່ງຊື້ ຖົງຜ້າ ຈາກ ຫຼາຍວິສາຫະກິດເຊັ່ນ: Viettel, Canifa ແລະ ອື່ນໆ. ບໍ່ພຽງ ແຕ່ເປັນສະຖານທີ່ສ້າງວຽກເຮັດງານທຳ ໃຫ້ແກ່ຄົນພິການ ເທົ່ານັ້ນ, ສະຫະກອນ ວຸ້ນ Art ຍັງເປັນຕົວ ແບບການເຄື່ອນ ໄຫວທີ່ມີຫົວຄິດປະດິດສ້າງ, ດຶງດູດນັກທ່ອງ ທ່ຽວ ມາຢ້ຽມ ຢາມໝູ່ບ້ານຜະລິດແພໄໝ ວ້ານຟຸກ ເປັນຈຳນວນຫຼວງຫຼາຍ.

ຖົງຜ້າຈຳນວນໜຶ່ງ ໂດຍ ວຸ້ນ Art ຜະລິດ:











 
ບົດ: ເງິນຮ່າ - ພາບ: ເຈິ່ນແທງຢາງ

ອາຊີບຕ່ຳຫູກ ຂອງ ຊາວເຜົ່າ ລື້

ອາຊີບຕ່ຳຫູກ ຂອງ ຊາວເຜົ່າ ລື້

ຕັ້ງຫຼາຍເຊ່ັນຄົນມາແລ້ວ, ຊາວເຜົ່າ ລື້ ຢູ່ຕາແສງ ບ້ານຮອນ, ເມືອງ ຕາມເດື່ອງ, ແຂວງ ລາຍເຈົາ ໄດ້ຖືອາຊີບ ຕໍ່າຜ້າພື້ນເມືອງ ເປັນສິ່ງວັດແທກຄວາມຄ່ອງແຄ້ວ ແລະ  ເກັ່ງວຽກບ້ານການເຮືອນ ຂອງແມ່ ຍິງ. ເພາະສະນັ້ນ, ກີ່ຕໍ່າຜ້າພື້ນເມືອງ ຈຶ່ງແມ່ນເຄື່ອງ ໃຊ້ທີ່ສຳຄັນ ແລະ ຂາດບໍ່ໄດ້ໃນຄອບຄົວຊາວເຜົ່າ ລື້. 

Top