ມາຍັງ ດ່າໜັງ ຫຼິ້ນ ພາລາມໍເຕີ ຢູ່ແຫຼມ ເຊີນຈ່າ

ມາຍັງ ດ່າໜັງ ຫຼິ້ນ ພາລາມໍເຕີ ຢູ່ແຫຼມ ເຊີນຈ່າ

ຖ້າ​​ທ່ານ ​ໄດ້​ລອງຫຼິ້ນ​ກິລາ​ຜະຈົນ​ໄພ ​ຫຼາຍ​ຢ່າງ ​ແຕ່ຮູ້ສຶກ​ບໍ່​ພໍ​ໃຈ, ລອງມາ​ຍັງນະຄອນ ດ່າ​ໜັງ ​ເພື່ອ​ຄົ້ນ​ພົບ​ການ​ຫຼິ້ນ ພາ ລາມໍເຕີ ​ຢູ່​ແຫຼມ ​ເຊີນ​ຈ່າ ​ເພື່ອ​ຊົມ​ທ້ອງຟ້າ, ນ້ຳ, ພູ​ເຂົາ​ສູງ​ສະ ຫງ່າ​, ນ້ຳ​ທະ​ເລ​ສີຄາມ, ຊາຍ​ຂາວ, ​ແສງ​ແດດສີ​ທອງ ​ແລະ ທິວທັດ ຂອງເຮືອແພ, ຖະໜົນຫົນທາງສວຍງາມອື່ນໆ ພວມ ລໍຖ້າ ທ່ານ.

ທີມຊາດ ​ຫວຽດນາມ ​ແລະ ລາວ ສະແດງ​ຢູ່​ນະຄອນ ດ່າໜັງ. ພາບ: ແທງຮ່ວາ/VNP

ພາລາມໍເຕີ ( ມີເຄື່ອງຈັກ ແລະ ບໍ່ມີເຄື່ອງຈັກ) ເປັນ ກິລາຜະ ຈົນໄພ ທີ່ນໍາຄວາມຮູ້ສຶກລະທຶກຂວັນ, ຄວາມຢ້ານກົວ, ແຕ່ ເຕັມໄປດ້ວຍຄວາມຕື່ນເຕັ້ນ ກັບຜູ້ຫຼິ້ນ. ສຳລັບ​ຜູ້​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ທ້າ​ທາຍ​ ​ຄັ້ງ​ທຳ​ອິດນີ້, ຫຼັງ​ຈາກ​ກ້າວຜ່ານ​ຂີດ​ຈຳ ກັດ​ ຂອງ​ຕົນ​ແລ້ວ, ທ່ານ ​ຈະ​ໄດ້​ພິຊິດ​ທ້ອງ​ຟ້າ​ທີ່​ກວ້າງ​ໃຫຍ່, ​ເບິ່ງ​ໂລກ​ອ້ອມ​ຮອບຕົວທ່ານ ​ຈາກ​ຄວາມ​ສູງ​ ທີ່​ໜ້າ​ງຶດງໍ້​ ດ້ວຍ​ຄວາມ​ຮູ້ສຶກ​ທີ່​ແຕກ​ຕ່າງ​ຈາກ​ຄວາມ​ຕື່ນ​ເຕັ້ນ ​ເມື່ອ​ທຽບ​ໃສ່​ກັບ​ການ​ເຫັນ​ທຸກ​ສິ່ງ ​ຜ່ານ​ປ່ອງຢ້ຽມ​ນ້ອຍໆ​ ຂອງ ຍົນລຳໜຶ່ງ.

ບິນຜ່ານທະເລ ແລະ ທ້ອງຟ້າຂອງນະຄອນ ດ່າໜັງ. ພາບ: ແທງຮ່ວາ/VNP

ຈາກແຫຼມ ເຊີນຈ່າ ໃນລະດັບຄວາມສູງເກືອບ 700 ມ ເມື່ອ ທຽບກັບລະດັບນໍ້າທະເລ, ໃນສະພາບລົມ ແລະ ອາກາດດີ, ທ່ານ ຈະໄດ້ຫຼິ້ນ ພາລາມໍເຕີ ໂດຍບໍ່ມີເຄື່ອງຈັກ ເພື່ອເບິ່ງ ນະ ຄອນ ດ່າໜັງ ໃນມຸມທີ່ ແຕກຕ່າງກັນ. ຢູ່​ດ້ານລຸ່ມ, ທ່ານຈະ ເຫັນ ປ່າ​ໄມ້​ຂຽວ​ອຸ່ມ​ທຸ່ມ​ ຢູ່​ເທິງ​ພູ​ສູງ​ຂອງ​ແຫຼມ ເຊີນ​ຈ່າ, ເບື້ອງ​ ລຸ່ມ​ແມ່ນ​ວັດ ລິງອຶງ ມີ​ຮູບ​ປັ້ນ​ເຈົ້າແມ່ ກວນອິມ ຫັນໜ້າອອກ ສູ່​ທະ​ເລ, ຂ້າງ​ລຸ່ມ​ແມ່ນ​ຫາດ​ຊາຍ​ທະ​ເລ ເມິນຖາຍ, ຫາດຊາຍທະເລ ໝີ໋ເຄ ມີ​ເຮືອ​ຫາ​ປາ ​ທີ່​ຫຼາກຫຼາຍ ສີ​ສັນ​, ຖະ​ໜົນ​ຫົນ​ທາງ​ທີ່​​ໜາແໜ້ນ​, ທັດ​ສະ​ນີຍະພາບ​ທີ່​ສວຍ​ງາມ​ຂອງ ກິ່ວ ຫາຍເວິນ ແລະ ເກາະ ກູ່ລາວຈ່າມ ທີ່ກວ້າງ ໃຫຍ່ໄພສານ ເມື່ອແນມເບິ່ງແຕ່ໄກ​.

ຫາດ​ຊາຍ​ທະເລ ດ່າໜັງ ​ເປັນ​ສະ​ຖານ​ທີ່​ທີ່​ເໝາະສົມ​ສໍາ​ລັບ​ກິດ​ຈະ​ກໍາ ຫຼິ້ນ ພາລາມໍເຕີ. ພາບ: ແທງຮ່ວາ/VNP

ເຫດຜົນ​ທີ່​​ເລືອກ​ແຫຼມ ເຊີນຈ່າ ເພື່ອຫຼິ້ນ ພາລາມໍເຕີ ກໍ່​ຍ້ອນ​ວ່າ​ ທີ່ນີ້ມີ​ຄວາມ​ສູງ​ເກືອບ 700 ມ ເມື່ອທຽບກັບ​ໜ້າ​ນ້ຳ​ທະ​ເລ​, ອາກາດ​ດີ ຕະຫຼອດເວລາ, ​ໂດຍ​ສະ​ເພາະ​ແມ່ນ​ມີ ລົມ​ພັດ​ແຮງ​ສະ​ເໝີ ​ແລະ ສະດວກ​ສະບາຍ ​ເພື່ອໃຫ້​ຜູ້ຫຼິ້ນ​ບິນ​ຂຶ້ນ​, ​ອີກດ້ານໜຶ່ງ ຢູ່ດ້ານ​ລຸ່ມ​ ມີສະຖານທີ່ລົງຈອດ ເມິນຖາຍ, ໝີ໋ ເຄ ທີ່ປອດໄພ, ທິວທັດ ຂອງການບິນ ແມ່ນສວຍງາມ. ດັ່ງ​ນັ້ນ ເຊີນຈ່າ ຈິ່ງເປັນ​ທີ່​ເໝາະ​ສົມ​ ສໍາ​ລັບ​ການຫຼິ້ນ ພາລາມໍເຕີ.

ນອກຈາກການຫຼິ້ນ ພາລາມໍເຕີ ບໍ່ມີເຄື່ອງຈັກ ເທິງແຫຼມ ເຊີນ ຈ່າ ແລ້ວ, ທ່ານ ຍັງສາມາດທົດລອງຫຼິ້ນພາລາມໍເຕີ ມີເຄື່ອງ ຈັກ ຈາກຫາດຊາຍ ເມິນຖາຍ ໃກ້ກັບດ້ານລຸ່ມ ຂອງເກາະ, ເຊິ່ງເປັນທີ່ໜ້າສົນໃຈ ບໍ່ໜ້ອຍ. ນັກຫຼິ້ນ ພາລາມໍເຕີ ມີ​ເຄື່ອງ​ຈັກ​ ຈະເລັ່ງຄວາມໄວ ​ເທິງຫາດຊາຍ ທີ່​ຮາບ​ພຽງ​ ຢູ່​ຊາຍ​ຝັ່ງ​ສີ​ຄາມ​ ພ້ອມກັບຈ້ອງຊູຊີບ, ຈາກ​ນັ້ນ​ ​ບິນຂຶ້ນ ແລ້ວ​ອອກໄປ ກາງ​ທະ​ເລ​, ເຮັດ​ໃຫ້​ຜູ້​ຫຼິ້ນ​ ​ມີ​ຄວາມ​ຕື່ນ​ເຕັ້ນ​ ຢູ່ສະເໝີ​.

 

ຫຼິ້ນ ພາລາມໍເຕີ ໂດຍ​ບໍ່​ມີ​ເຄື່ອງ​ຈັກ​ ​ເທິງຈອມ​ພູ ເຊີນຈ່າ, ບ່ອນທີ່​ສູງ​ກວ່າ​ໜ້າ​ນ້ຳ​ທະ​ເລ​ເກືອບ 700 ມ. ພາບ: ແທງຮ່ວາ/VNP 

ການຫຼິ້ນກິລາຜະຈົນໄພ ປະເພດນີ້, ຕາມປົກກະຕິແລ້ວ ພຽງ ແຕ່ ນັກບິນ ທີ່ໄດ້ຮັບການຝຶກອົບຮົມເປັນຢ່າງດີ ເທົ່ານັ້ນ. ຢ່າງໃດກໍຕາມ, ນັກທ່ອງທ່ຽວ ທີ່ບໍ່ໄດ້ຜ່ານ ການຝຶກອົບຮົມ ຍັງສາມາດ ທົດລອງຄວາມຮູ້ສຶກຕື່ນເຕັ້ນນີ້ ດ້ວຍການບິນ ກັບນັກບິນ ທີ່ມີປະສົບການ.

ດ້ວຍ​ຄວາມໄດ້ປຽບ​ ຂອງ​ສະຖານ​ທີ່​ ຂຶ້ນ - ລົງ, ເງື່ອນໄຂ ອາ ກາດ​ທີ່​ເໝາະ​ສົມ, ​ມີ​ລົມ​ພັດ​ແຮງ ສາມາດ​ຫຼິ້ນ​ໄດ້​ຕະຫຼອດ​ປີ, ທິວ​ທັດ​ສວຍ​ງາມ... ດ່າໜັງ ​ແມ່ນ​ໜຶ່ງ​ໃນ​ບັນດາ​ສູນ​ກາງ​ຫຼິ້ນ ພາລາມໍເຕີ ​ທີ່​ມີ​ຊື່​ສຽງ​ຂອງ​ປະ​ເທດ. ແຕ່ລະປີ, ນະຄອນ ຈະ ຈັດການ ແຂ່ງຂັນ ພາລາມໍເຕີ, ດຶງດູດນັກກິລາພາຍໃນ ແລະ ຕ່າງປະເທດ ເປັນຈໍານວນຫຼວງຫຼາຍ ເຂົ້າຮ່ວມການສະແດງ. ນອກຈາກນັ້ນ, ການບໍລິການຫຼິ້ນ ພາລາມໍເຕີ ຮັບໃຊ້ນັກ ທ່ອງ ທ່ຽວ ຍັງໄດ້ຖືກຈັດໂດຍສະໂມສອນ ຈໍານວນໜຶ່ງ. ຕົວຢ່າງ: ສະໂມສອນ ພາລາມໍເຕີ ດ່າໜັງ - Danang Paragliding ຢູ່ ນະຄອນ ດ່າໜັງ ໃຫ້ບໍລິການ ໃນລາຄາແຕ່ 1,8 ຫາ 2 ລ້ານ ດົ່ງ/ຄົນ ໃຊ້ເວລາ ບິນປະມານ 15 - 20 ນາທີ.

 

ການຫຼິ້ນ ພາລາມໍເຕີ. ພາບ: ແທງຮ່ວາ/VNP

ເພື່ອ​ເຂົ້າ​ຮ່ວມ​ຖ້ຽວ​ບິນ ​ເຫຼົ່າ​ນີ້, ນັກທ່ອງທ່ຽວ​ ຈຳ​ເປັນ​ຕ້ອງ​ ວາງ​ແຜນ ​​ຈອງ​ຖ້ຽວ​ບິນ​ ລ່ວງ​ໜ້າ​ສອງ​ສາມ​ມື້ ຫຼື ​ຫຼາຍ​ອາ​ທິດ​ເພື່ອ​ໃຫ້​ຜູ້​ຈັດ​ການ​ສາ​ມາດ​ຄິດ​ໄລ່​ເວ​ລາ​ບິນ​ທີ່​ປອດ​ໄພ. ດ້ວຍ​ຄວາມ​ຕື່ນ​ເຕັ້ນ ​ພ້ອມ​ກັບ​ການ​ກະ​ກຽມ​ທີ່​ຮອບຄອບ, ທ່ານ ​ຈະ ລໍ​ຖ້າ​ຫຍັງອີກ ​ໂດຍ​ບໍ່​ພາຍກະ​ເປົ໋າ​ ຂອງ ​ທ່ານ​ໄປດ່າໜັງ ເພື່ອ​ປ່ອຍ​ຈິດ​ວິນ​ຍານ ​ຂອງ​ ທ່ານ ​ໄປກັບຖ້ຽວ​ບິນ ​ທີ່​ເຕັມໄປດ້ວຍ ຄວາມຕື່ນເຕັ້ນ ​ທ່າມກາງ​ຄື້ນ​ຟອງ​ທະ​ເລ​ສີຄາມ.

ຈອມ​ພູ ​ເຊີນ​ຈ່າ ​ຕັ້ງ​ຢູ່​ຄວາມ​ສູງ​ເກືອບ 700 ມ ​ຈາກ​ລະ​ດັບ​ນ້ຳ​ທະ​ເລ, ມີ​ທັດ​ສະ​ນີ​ຍະ​ພາບ​ທີ່​ກວ້າງ​ຂວາງ​ ແລະ ​ສະ​ພາບ​ລົມ​ທີ່​ເໝາະ​ສົມ, ເໝາະ​ສົມ​ສຳ​ລັບ​ການ​ຫຼິ້ນ ພາລາມໍເຕີ ໂດຍ​ບໍ່​ມີ​ເຄື່ອງ​ຈັກ. ພາບ: ແທງຮ່ວາ/VNP 

ບົດ: VNP/ເຕິດເຊີນ - ພາບ: ແທງຮ່ວາ - ແປໂດຍ: ຢືຟຽນ


Top