ພິທີແຫ່ ສະຫຼຽງ ບ້ານ ຢາງກາວ

ພິທີແຫ່ ສະຫຼຽງ ບ້ານ ຢາງກາວ

ງານ​ບຸນ​ ​ບ້ານ ຢາງ​ກາວ (ຕາ​ແສງ ​ບາ​ດ​ຈ່າງ, ເມືອງ ​ຢາ​ເລີມ, ຮ່າ​ໂນ້ຍ) ຖືກ​ຈັດ​ຂຶ້ນ​ລະຫວ່າງວັນ​ທີ 15 – 16 ກຸມພາ (ຕາມຈັນທະປະຕິທິນ) ຂອງ​ທຸກໆ​ ປີ, ເພື່ອ​ລະ​ນຶກ​ເຖິງ​ບຸນ​ຄຸນ​ຂອງ​ບັນດາເທບພະ​ເຈົ້າ​ ທີ່​ຖື​ວ່າ ​ແມ່ນເທບພະເຈົ້າ ຂອງໝູ່ບ້ານ,ໃນງານ ຈະມີການແຫ່ ສະຫຼຽງ ຊຸດທີ່ພິເສດ​.  

ງານ​ບຸນ ​ຖືກ​ຈັດ​ຂຶ້ນ​ດ້ວຍ​ຫຼາຍ​ກິດ​ຈະ​ກຳ​ ທີ່​ໜ້າ​ຕື່ນ​ເຕັ້ນ ​ແລະ​ຄຶກ​ຄື້ນ​ຄື​: ຂະ​ບວນ​ແຫ່​ທຸງ​ຫາງ, ຂະ​ບວນ​ແຫ່ ​ສະຫຼຽງນໍ້າ, ພິທີຖະ​ຫວາຍ​ທູບ​ທຽນ, ແຕ່​​ຂະ​ບວນ​ທີ່​ລໍ​ຖ້າ​ທີ່​ສຸດ​ແມ່ນ​ຂະ​ບວນ​ແຫ່​ ສະຫຼຽງ ບັນດາເທບພະເຈົ້າ ປະຈໍາ ໝູ່​ບ້ານ.

ຊາວ​ບ້ານ ​ຢາງກາວ ເຂົ້າ​ຮ່ວມ​ຂະ​ບວນ​ແຫ່​ ສະຫຼຽງ ເທບພະເຈົ້າ ​ບ້ານ ​ຢາງກາວ.

ສາລາບ້ານ ຢາງກາວ ໄຫວ້​ບູຊາ ເທວະ​ດາ 4 ​ອົງ​ຄື: ຟຸ່ງ​ເຊີນ, ຟຸ່ງ​ຢີ, ຫາຍ​ເນືອງ ​ແລະ ​ຕີເນືອງ. ຕາມ​ປົກກະຕິ​ແລ້ວ, ​ເຂົາ​ເຈົ້າ​ຈະໄດ້​ໄຫວ້​ບູຊາ ​ຢູ່​ວັງ​ຕ້ອງ​ຫ້າມ​ໃນສາລາ​ບ້ານ​, ​ແຕ່​ໃນ​ມື້​ບຸນ, ​ໂຖປັກທູບໄຫວ້ບູຊາບັນດາເທບພະເຈົ້າ ຈະໄດ້ ແຫ່ໄປອ້ອມຮອບໝູ່ບ້ານແຫ່ງນີ້.

ໃນ​ເມື່ອ​ກ່ອນ, ໝູ່​ບ້ານ ​ຢາງກາວ ​ແມ່ນ​ເຂດ​ກະສິກຳ​ ລ້ວນໆ, ດັ່ງ​ນັ້ນ ​ຕາມ​ປະ​ເພນີ ຈະ​ມີ​ຂະ​ບວນ​ແຫ່​ນ້ຳ​ໃນ​ວັນບຸນ.  ຂະບວນແຫ່ອອກຈາກສາລາບ້ານ, ລົງເຮືອໄປຫາກາງ ແມ່ນໍ້າແດງ ເພື່ອເອົານ້ຳທີ່ສະ ອາດ, ບໍລິສຸດ ເພື່ອນຳກັບ ຄືນສູ່ສາລາບ້ານເພື່ອໄຫວ້ບູຊາ. ນີ້​ແມ່ນ​ພິທີ​ການ ເພື່ອສະແດງໃຫ້ເຫັນຄວາມຮູ້ບຸນຄຸນຕໍ່​ບັນດາເທບພະເຈົ້າ, ພ້ອມ​ກັນ​ນັ້ນ​ ກໍ​ເປັນ​ຄວາມ​ໄຝ່ຝັນ ​ແລະ ປາດ​ຖະໜາ​ຂອງ​ຊາວ​ບ້ານ​ເພື່ອ​ອະທິຖານ​ຂໍ​ໃຫ້​ດິນ​ຟ້າ​ອາກາດ​ທີ່​ເອື້ອ​ອຳນວຍ, ​ຜົນລະປູກ​ທີ່​ດີ ​ແລະ ການ​ເກັບ​ກ່ຽວ​ທີ່​ອຸດົມສົມບູນ.

ຂະ​ບວນ​ແຫ່​ ສະຫຼຽງ ເທບພະເຈົ້າ ​ຢູ່​ໝູ່​ບ້ານ ຢາງກາວ ແມ່ນ​ຄວາມ​ປາ​ຖະ​ໜາ​ຂອງ​ທຸກ​ຄົນ
​ເພາະວ່າ ນອກຈາກ​ວິ​ທີ​ແຫ່​ຂະ​ບວນທີ່​ເປັນ​ເອກະລັກ​ສະ​ເພາະ, ດຶງ​ດູດ​ໃຈ​ແລ້ວ ​ແລະ ​ໄດ້​ຈັດ​ຂຶ້ນ​ປີ​ລະ​ເທື່ອ​ເທົ່າ​ນັ້ນ.

.

ໃນ​ມື້​ທຳ​ອິດ​ຂອງ​ງານ​ບຸນ, ຊາວ​ບ້ານ​ຈະ​ປູສາດມີລາຍ​ດອກ​ໄມ້, ​ສີດ​ນ້ຳ​ຫອມ, ວາງ​ ສະຫຼຽງ ​ຢູ່​ໜ້າ​ສາລາບ້ານ​ ຢາງ​ກາວ. ຫຼັງ​ຈາກທໍາ​ພິທີ​​ແລ້ວ, ຊາວບ້ານ​ ຈະນໍາໂຖປັກທູບ ເພື່ອບູຊາ​ເທບພະເຈົ້າ 4 ອົງ ​ຈາກ ​ວັງ​ຕ້ອງ​ຫ້າມ ​ແລ້ວ​ເອົາ​ໄປ​ວາງ​ເທິງ​ ສະຫຼຽງ. ໂຖປັກທູບ​ ​ແລະ ​ເຄື່ອງ​ໄຫວ້​ບູຊາ​ ຢູ່​ເທິງ​ ສະຫຼຽງ ໄດ້​ຮັບ​ການຈັດວາງ​ຢ່າງ​ແໜ້ນ​ໜາ, ນັບ​ແຕ່​ນີ້ ເປັນ​ຕົ້ນ​ໄປ, ເທບພະເຈົ້າ ທັງ 4 ອົງ ໄດ້ເຂົ້າຮ່ວມໃນບັນ ຍາກາດ ຂອງ ງານບຸນ.


ເມື່ອເຖິງເລີກງາມຍາມດີ, ຊາຍ​ໜຸ່ມ ​ທີ່​ມີ​ສຸຂະພາບ​ແຂງ​ແຮງ 8 ຄົນ​ໄດ້​ຍົກ​ ສະຫຼຽງ ຂຶ້ນ​ບ່າ​ຂອງ​ຕົນ. ຈາກ​ນັ້ນ ສະຫຼຽງ​ ຈະ​ບໍ່ໄດ້​ວາງລົງ​ພື້ນ ​ນອກ​ຈາກ​ຈະ​ກັບ​ຄືນ​ພັກ​ຜ່ອນ ເທິງສາດດອກໄມ້ ​ທີ່ເດີ່ນ​ສາລາບ້ານ. ສະຫຼຽງ ໄດ້ແຫ່ ຕາມວິທີຊຸດທີ່ພິເສດ, ຕາມບັນດາຈັງຫວະແຫ່, ສະຫຼຽງ ບາງຄັ້ງຈະເຄື່ອນໄປຂ້າງໜ້າ, ບາງຄັ້ງຖອຍຫຼັງ,  ບາງຄັ້ງ ໝູນ ຕິ້ວໆ, ບາງຄັ້ງ ແລ່ນເທິງຖະໜົນຢ່າງໄຫວພິບ ແລະ ອ່ອນຊ້ອຍ.

ດ້ວຍວິທີການເຄື່ອນຍ້າຍແບບນີ້, ຂະບວນແຫ່ສະຫຼຽງ  ເຄື່ອນຍ້າຍ ໄປຕາມເສັ້ນທາງຂອງ ໝູ່ບ້ານແລ້ວ ຈະແຫ່ເຂົ້າໄປຍັງ ສະຖານທີ່ສຳຄັນໆ ເຊັ່ນ: ວັດວາອາຮາມ, ອະນຸສອນສະຖານ ນັກຮົບເສຍສະ ຫຼະຊີວິດເພື່ອຊາດ ແລະ ໂຮງຮຽນ ທ່າມກາງ​ສຽງ​ດົນຕີ​ ​ແລະ​ ສຽງ​ຊົມ​ເຊີຍ ຂອງ​ຜູ້​ຊົມ, ຂະບວນແຫ່ສະຫຼຽງ ​ຈະໝູນໄປມາ, ໂຍກຂຶ້ນ​ໂຍກລົງ​ຢ່າງ​ບໍ່​ຢຸດ​​, ສ້າງ​ບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ.

ດັ່ງ​ນັ້ນ​ໃນ​ມື້​ເປີດ​ງານ​ບຸນ, ປະ​ຊາ​ຊົນ ຈະ​ແຫ່​ ສະຫຼຽງ ​​ໄປ​ທົ່ວ​ໝູ່​ບ້ານ​ຈົນ​ຮອດ​ຄ່ຳ​ ຈຶ່ງ​ກັບ​ຄືນ​ສູ່​ເດີ່ນສາລາ​ບ້ານ. ຢູ່​ທີ່​ນີ້, ຊາວບ້ານຈະ​ເຮັດ​ພິທີ​ບູຊາ, ​ແລ້ວ​ຂົນ​ເຄື່ອງ​ບູຊາ​ອອກ​ຈາກ​ສະຫຼຽງ ​ແລ້ວ​ກັບ​ຄືນ​ສູ່​ວັງ​ຕ້ອງ​ຫ້າມ.


ໝູ່​ບ້ານ ​ຢາງກາວ ​ຍັງ​ໄຫວ້​ບູຊາ ເທບພະເຈົ້າ ອີກສອງ​ອົງຢູ່​ວັດ​ໃຫຍ່ຕັ້ງ​ຢູ່​ແຄມ​ແມ່​ນ້ຳ​ ແດງ, ດັ່ງ​ນັ້ນ​ ໃນ​ຕອນ​ເຊົ້າ​ມື້​ຕໍ່​ມາ, ​ຂະ​ບວນ​ແຫ່​ສະຫຼຽງ ຈະ​ອອກໄປທີ່ນັ້ນ. ຊາວບ້ານ ໄດ້ເຮັດທຸກຂັ້ນຕອນເພື່ອແຫ່ເທບພະເຈົ້າສອງອົງນັ້ນ ຂຶ້ນສະຫຼຽງ. ຂະບວນແຫ່ ໄດ້ເຄື່ອນຖອຍ ຫຼັງ ແຕ່ຝັ່ງແມ່ນ້ຳ ແດງ ກັບໄປຫາທຸກຮ່ອມ ໃນບ້ານ ທ່າມກາງບັນ ຍາກາດທີ່ຄຶກ ຄື້ນຕະຫຼອດຮອດທ່ຽງຄືນ.

ທ່ານ ຫງວຽນແທ່ງນາມ, ອາໄສຢູ່ໝູ່ບ້ານ ບາດຈ່າງ 2 ກ່າວວ່າ: ຂ້າ ພະເຈົ້າກໍ່ຄືກັບ ປະຊາຊົນ ໃນໝູ່ບ້ານຫຼາຍຄົນ ເຊື່ອວ່າ ຂະບວນແຫ່ ສະຫຼຽງ ຍິ່ງໝູນດົນເທົ່າໃດ, ນັ້ນໝາຍເຖິງປີນັ້ນ ແມ່ນປີມີຄວາມສຸກ ແລະ ໂຊກລາບ”.

ສະຫຼຽງ ບາງຄັ້ງຈະເຄື່ອນໄປຂ້າງໜ້າ, ບາງຄັ້ງຖອຍຫຼັງ,  ບາງຄັ້ງ ໝູນ ຕິ້ວໆ, ບາງຄັ້ງ ແລ່ນເທິງຖະໜົນຢ່າງໄຫວພິບ ແລະ ອ່ອນຊ້ອຍ.

ບົດ ແລະ ພາບ: VNP/ຫວຽດເກື່ອງ - ແປໂດຍ: ຢືຟຽນ


Top