ຂະບວນການຄົບວົງຈອນ ຈາກນິຄົມ ເຖິງໂຕະກິນເຂົ້າ ຂອງ ເຮືອງຫວຽດຊິງ

ຂະບວນການຄົບວົງຈອນ ຈາກນິຄົມ ເຖິງໂຕະກິນເຂົ້າ ຂອງ ເຮືອງຫວຽດຊິງ

ໂດຍເລີ່ມຈາກຄວາມຄິດ ຂອງຜູ້ເປັນແມ່ ທີ່ຫ່ວງໃຍ ຕໍ່ຂະບວນ ການເຕີບໂຕ ຂອງ ເດັກຢູ່ຕະຫຼອດເວລາ, ທ່ານນາງ ຫວູລານຊິງ ແລະ ບັນດາຜູ້ຮ່ວມງານ ໄດ້ຕັ້ງໃຈສ້າງຕັ້ງ ແລະ ພັດທະນາບໍລິສັດ ເຮືອງຫວຽດຊິງ ຈຳກັດ ເພື່ອນຳເອົາ ສ່ວນອາຫານທີ່ປອດໄພ, ຮັບປະກັນ ດ້ານໂພຊະນາການ ມາໃຫ້ໂຮງຮຽນ ແລະ ສຳນັກງານ ຫຼາຍແຫ່ງ.

ເຂດເຮືອນແກ້ວ ປູກຜັກກາດ ຂອງ ບໍລິສັດ ເຮືອງຫວຽດຊິງ. ໃນ​ຂອບ​ເຂດ​ກອງ​ປະຊຸມ​ ກ່ຽວ​ກັບ​ລະບົບ​ສະບຽງ​ອາຫານ​ແບບ​ຍືນ​ຍົງ - ເຄືອຄ່າຍໜຶ່ງດາວວິເຄາະທີ່ຈັດຂຶ້ນຢູ່ ຮ່າ​ໂນ້ຍ, ບັນດາ​ຜູ້​ແທນ​ຈາກ​ທົ່ວ​ໂລກ​ ໄດ້​ມາ​ຢ້ຽມຢາມ​ ຕົວແບບ​ການ​ຜະລິດ, ປຸງ​ແຕ່ງ ​ແລະ ສະໜອງ​ອາຫານ​ທີ່​ປອດ​ໄພ​ ຂອງ​ບໍລິສັດ ເຮືອງ​ຫວຽດ​ຊິງ. ພາບ: ຮວ່າງຮ່າ/VNP

ບໍລິສັດ ເຮືອງຫວຽດຊິງ ຈຳກັດ ໄດ້ຮັບການສ້າງຕັ້ງ ໃນວັນທີ 5 ມີ ນາ 2012 ດ້ວຍຍອດເງິນລົງທຶນປະມານ 300 ຕື້ດົ່ງ. ບໍລິສັດລົງ ທຶນສ້າງ 02 ຟາມປູກຜັກປອດສານພິດຕາມມາດຕະຖານVietgap ໃນເນື້ອທີ່ເກືອບ 20 ເຮັກຕາ ຢູ່ເມືອງ ຕຽນຢູ (ແຂວງ ບັກນິງ) ແລະ ລະບົບໂຮງງານຜະລິດ, ປຸງແຕ່ງ ສະບຽງອາຫານ, ອາຫານຢູ່ນະ ຄອນ ຮ່າໂນ້ຍ ໃນເນື້ອທີ່ເກືອບ 2000 2 ແລະ 12002 ຢູ່ນະ ຄອນ ບັກນິງ. 

ໃນ​ປີ 2014, ດ້ວຍ​ຂອບຂະໜາດ ແລະ ວິທີການຄຸ້ມຄອງໃໝ່, ບໍລິ ສັດ ເຮືອງຫວຽດຊິງ ໄດ້ກາຍເປັນຄູ່ຮ່ວມມື​ທີ່​ໄວ້​ວາງ​ໃຈ ​ຂອງ 30 ໂຮງຮຽນ​ປະຖົມ ​ແລະ ມັດທະຍົມ​ຕອນ​ປາຍ​ ຢູ່ ຮ່າ​ໂນ້ຍ ​ເພື່ອ​ສະໜອງ​ອາຫານ​ໃຫ້​ນັກຮຽນ, ຕອບ​ສະໜອງ​ຄວາມຫວັງ ຂອງ ບັນດາຜູ້ປົກຄອງນັກຮຽນ ທີ່ມີລູກຫຼານ ຮຽນຢູ່ ໂຮງຮຽນ ເຄິ່ງກິນນອນ. 


ບໍລິສັດ​ ເຮືອງ​ຫວຽດ​ຊິງ ​ຖືກຈັດເຂົ້າໃນບັນຊີລາຍຊື່ 50 ວິສາຫະກິດທີ່ພົ້ນເດັ່ນ, ປະດິດສ້າງໃນປີ​ໃນ​ປີ 2022

ດ້ວຍ​ຂອບຂະ​ໜາດ​ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ບໍ​ລິ​ສັດ ເຮືອງ​ຫວຽດ​ຊິງ ໄດ້​ຍ້າຍ​ສຳ​ນັກ​ງານ​ໃຫຍ່ ​ມາ​ຢູ່​ເມືອງ ລອງ​ບຽນ - ນະຄອນ ຮ່າ​ໂນ້ຍ ເພື່ອ​ໃຫ້​ສົມ​ກັບ​ຄວາມຍິ່ງໃຫຍ່ ແລະ ​ຖານະ ຂອງຕົນ. ປີ 2019, ບໍລິສັດ ເຮືອງຫວຽດຊິງ ກາຍເປັນຜູ້ສະໜອງອາ ຫານໃຫ້ຫ້ອງວ່າການລັດຖະບານ. ປັດຈຸ​ບັນ, ບໍລິສັດ​ພວມ​ສະໜອງ​ອາຫານ​ໃຫ້​ໂຮງຮຽນ ເຄິ່ງກິນນອນ 114 ​ແຫ່ງ​ຢູ່ ນະຄອນ ​ຮ່າ​ໂນ້ຍ ​ແລະ ນະຄອນ​ ບັກ​ນິງ.

ທ່ານນາງ ຫວູລານຊິງ, ປະທານສະພາບໍລິຫານ ໃຫ້ຮູ້ວ່າ ແຕ່ປີ 2019 ມາຮອດປັດຈຸບັນ, ບໍລິສັດ ໄດ້ໝູນໃຊ້ລະບົບການຄຸ້ມຄອງ ຄວາມປອດໄພດ້ານສະບຽງອາຫານ ຕາມມາດຕະຖານ ISO 22000, ໄດ້ຮັບການຮັບຮອງມີຄຸນຄ່າໃນທົ່ວໂລກ ຈາກອົງການ UKAS, ອັງກິດ ແລະ ດຳເນີນຕົວຈິງ ທີມງານ 5S ຕາມມາດຕະຖານ ແຫ່ງຊາດ ຍີ່ປຸ່ນ ໃນວຽກງານຄຸ້ມຄອງ ຄຸນນະພາບ ແລະ ການດໍາເນີນງານ ໃນລະບົບເຮືອນຄົວຂອງບໍລິສັດ.

ດ້ວຍທິດນຳ ຄວາມໄວ້ວາງໃຈ ໄດ້ຮັບ​ບຸລິມະສິດ​ຢູ່ແຖວໜ້າ, ທ່ານ​ນາງ ຫວູລານ​ຊິງ, ປະທານ​ສະພາ​ບໍລິຫານ ຢືນຢັນ​ວ່າ ​ເພື່ອ​ຮັບປະ ກັນ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ, ບໍລິສັດ​ໄດ້ ແລະ ກຳລັງ ​ປະຕິບັດ​ ບັນດາ​ມາດ​ຕະການ​ຢ່າງຄົບຊຸດເຊັ່ນ: ແຫຼ່ງອາຫານ​ເພື່ອ​ຜະລິດ ​ແລະ ປຸງ​ແຕ່ງ​ອາຫານ ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ສະ ບຽງ​ອາຫານ ​ຕາມຕົວແບບຄົບວົງຈອນ ແລະ ​ມີ​ທີມ​ວິ​ສະ​ວະ​ກອນ​ກະ​ສິ​ກໍາ ຕິດຕາມກວດກາ ການເພາະປູກ ຖືກຕາມຂັ້ນຕອນ. ໂດຍສະເພາະ, ສໍາລັບແຫຼ່ງອາຫານ ເຕົ້າຫູ້, ຖົ່ວງອກ, ເຂົ້າປຸ້ນ, ເສັ້ນເຝີ ແລະ ບັນດາຜະລິດຕະພັນ ທ່ີໄດ້ຮັບການປຸງແຕ່ງຈາກຊີ້ນ ແມ່ນໄດ້ຮັບໃບຢັ້ງຢືນ OCOP 3 ດາວ ແລະ 4 ດາວ ຈາກ ນະຄອນ ຮ່າໂນ້ຍ. 

ສໍາລັບອາຫານ ຫຼັງການປຸງແຕ່ງ, ທາງບໍລິສັດ ໄດ້ແຕ່ງຕັ້ງ ພະນັກ ງານທີ່ມີຄວາມຊໍານານ ເພື່ອການເກັບຕົວຢ່າງ, ເກັບຮັກສາໄວ້ ດ້ວຍເຄື່ອງມືພິເສດ ແລະ ຕິດສະແຕມຕົວຢ່າງ ຕາມລະບຽບການ ຂອງກະຊວງສາທາລະນະສຸກ. ປັດຈຸ​ບັນ, ບໍລິສັດ ເຮືອງຫ​ວຽດ​ຊິງ ​ໄດ້​ລົງທຶນ​ຊື້ລົດ​ ທີ່ໃຊ້ສະເພາະເກືອບ 40 ຄັນ ເພື່ອຂົນສົ່ງອາຫານເຖິງມືລູກຄ້າ ຮັບປະກັນຄວາມປອດໄພ. ລະບົບທັງໝົດຂອງໂຮງ ງານປຸງແຕ່ງອາຫານຂອງບໍລິສັດ ແມ່ນໄດ້ລົງທຶນ ຕິດຕັ້ງກ້ອງ ວົງຈອນປິດ ເພື່ອຮັບປະກັນຄວາມປອດໄພ ດ້ານສະບຽງອາຫານ ໃນເຮືອນຄົວ, ຊ່ວຍຕິດຕາມ ກວດກາ ການເຄື່ອນໄຫວ ມອບ-ຮັບອາ ຫານ ແລະ ປຸງແຕ່ງອາຫານ ຢູ່ເຮືອນຄົວ ແຕ່ທາງໄກ. 


ອາຫານ​ໃຫ້​ນັກຮຽນ ​ຢູ່​ໂຮງຮຽນ ຢິກວ້ອງ, ​ເມືອງ ເກົ່າໄຢ໋ (ຮ່າ​ໂນ້ຍ) ​ໄດ້​ຮັບ​ການ​ກະກຽມ ​ແລະ ຈັດໂດຍ​ບໍລິສັດ ເຮືອງຫວຽດຊິງ ໃນເວລາ 11 ​ໂມງ​ທ່ຽງ​ ຂອງ​ທຸກໆ ​ວັນ. ພາບ: ຮວ່າງຮ່າ/VNP

ກ່າວ​ຄຳ​ເຫັນ​ກ່ຽວ​ກັບ​ທິດ​ທາງ​ ໃນ​ອະນາຄົດ, ທ່ານ ຟ້າ​ມກວາງ​ຮວ່ານ, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ ເຮືອງຫວຽດຊິງ ໄດ້​ກ່າວ​ວ່າ: “ພວກ​ເຮົາ​ຈະ​ຕາມຫາພາລະກິດ ແລະ ນະໂຍບາຍ ທີ່ໄດ້ວາງອອກ, ກ້າປັບປຸງ, ປ່ຽນໃໝ່​ວິທີ​ຄຸ້ມຄອງບໍລິຫານ, ທິດ​ທາງ​ ດຳ​ເນີນ​ທຸລະ​ກິດ, ປ່ຽນໃໝ່ເຕັກໂນໂລຊີ, ເຕັກນິກ ເພື່ອກ້າວຂຶ້ນເຖິງຜົນສຳເລັດ ແລະ ພັດທະນາຢ່າງໝັ້ນຄົງ”. 

"ພະນັກງານທຸກຄົນຂອງບໍລິສັດ ສາມາດເຂົ້າຮ່ວມ ຢ່າງຄົບຖ້ວນ ໃນບັນດາຊຸດເຝິກອົບຮົມ ແລະ ບຳລຸງສ້າງຄວາມຮູ້ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ, ໄດ້ຮັບການກວດສຸຂະພາບ ຕາມເວລາກຳນົດ  ແລະ ໄດ້ຮັບໃບຢັ້ງຢືນ ມີສຸຂະພາບຢ່າງພຽງພໍ ເພື່ອເຮັດວຽກ ໃນເຮືອນຄົວ ຕາມເວລາກໍານົດ”. 
ທ່ານ​ນາງ ຫວູລານ​ຊິງ, ປະ​ທານ​ສະ​ພາ​ບໍ​ລິ​ຫານ​ບໍ​ລິ​ສັດ​ ເຮືອງຫວຽດ​ຊິງ​ ຈຳ​ກັດ

ປະຕິບັດໂດຍ: ຮວ່າງຮ່າ -​ ແປໂດຍ: ບິກລຽນ


Top