ບິນເທິງ ຈອມ Pu Ta Leng

ບິນເທິງ ຈອມ Pu Ta Leng

ພາລາມໍເຕີ ທີ່ມີຫຼາກຫຼາຍ ສີສັນ ກວ່າ 70 ໜ່ວຍ ບິນຢູ່ເທິງ ຮ່ອມພູ ຕາມເດື່ອງ. 

ການແຂ່ງຂັນ ພາລາມໍເຕີ ທາງໄກ Pu Ta Leng ຫວຽດນາມ ເປີດກວ້າງ ຄັ້ງທີ II ໄດ້ເຕົ້າໂຮມ ນັກບິນມືອາຊີບເກືອບ 100 ຄົນ ທີ່ມາຈາກ 15 ປະເທດ ແລະ ເຂດແຄ້ວນ. ນີ້ແມ່ນ ກິດຈະ ກຳ ຄົ້ນພົບ Pu Ta Leng ແລະ ທ້ອງຟ້າ ຜ່ານປະເພດ ກິລາສ່ຽງໄພ ແລະ ໜ້າອັດສະຈັນ ທີ່ເມືອງ ຕາມເດື່ອງ, ແຂວງ ລາຍເຈົາ. 


ການແຂ່ງຂັນ​ກິລາ​ນາໆ ຊາດ​ຄັ້ງ​ນີ້ ​ຖືກຈັດ​ຂຶ້ນ ​ໂດຍ​ຄະນະ​ກຳ ມະການ​ປະຊາຊົນ​ເມືອງ​ ຕາມເດື່ອງ ​ສົມທົບ​ກັບ ​ກົມ​ກິລາ​ກາ​ຍະ​ກຳ (ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ). ຈຸດເລີ່ມຕົ້ນ ການ​ຂຶ້ນບິນ ​ຢູ່​ບ້ານ​ ສີ່ເທົາຈ໊າຍ ​ແລະ ລົງ​ຈອດ​ທີ່​ສະໜາມກິລາເທດ ສະບານ​ເມືອງ, ນັກ​ບິນ ​ແລະ ນັກ​ທ່ອງ​ທ່ຽວ​ສາມາດ ​ໄດ້ ຊົມ​ທິວ​ທັດ​ທີ່​ສວຍ​ງາມທັງໝົດ ຢູ່​ເມືອງ ຕາມເດື່ອງ.

ການແຂ່ງຂັນກິລາ ນາໆ ຊາດ ຄັ້ງນີ້ ຖືກຈັດຂຶ້ນ ໂດຍຄະນະກຳ ມະການ ປະຊາຊົນ ເມືອງ ຕາມເດື່ອງ ສົມທົບກັບ ກົມກິລາ ກາຍະກຳ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ).ຈຸດເລີ່ມຕົ້ນ ຂຶ້ນບິນ ຢູ່ບ້ານ ສີ່ເທົາຈ໊າຍ ແລະ ລົງຈອດທີ່ສະໜາມກິລາເທດສະບານເມືອງ, ນັກບິນ ແລະ ນັກທ່ອງທ່ຽວ ສາມາດ ໄດ້ຊົມທິວທັດ ທີ່ສວຍງາມທັງໝົດ ຢູ່ເມືອງຕາມເດື່ອງ.

 

ບັນດານັກບິນ ພາລາມໍເຕີ ທີ່ມາຈາກ 15 ປະເທດ ແລະ ຫວຽດ ນາມ ໄດ້ສະແດງໃຫ້ເຫັນທັກສະບັງຄັບ ພາລາມໍເຕີ ຢ່າງຊຳນິຊຳນານ ເມື່ອຕ້ອງຮັບມືກັບສະພາບອາກາດ ປ່ຽນແປງຢ່າງຕໍ່ເນື່ອງ ແລະ ເງື່ອນໄຂພູມສັນຖານແຂ່ງ ທີ່ສັບຊ້ອນ ແຕ່ເປັນທີ່ດຶງດູດໃຈທີ່ສຸດ ສໍາລັບນັກກິລາ ມືອາຊີບ ຢູ່ ຕາມເດື່ອງ.

ການຈັດການແຂ່ງຂັນ ກິລາ ນາໆ ຊາດ ສໍາຄັນ ຄັ້ງໃຫຍ່ ຢູ່ສະ ຖານທີ່ ທ່ອງທ່ຽວ ທີ່ມີຊື່ສຽງ ຊຶ່ງມີນັກທ່ອງທ່ຽວ ເປັນຈໍານວນຫຼາຍ ຢູ່ບ້ານ ສີ່ເທົ່າຈ໊າຍ ໄດ້ປະກອບສ່ວນ ເຮັດໃຫ້ການແຂ່ງ ຂັນດັ່ງກ່າວ ປະສົບຜົນສໍາເລັດ. ບໍ່ພຽງແຕ່ ເປັນສະໜາມການແຂ່ງຂັນ ສຳລັບນັກບິນມືອາຊີບ ເທົ່ານັ້ນ, ທຸກຄົນລ້ວນແຕ່ມີໂອກາດ ໄດ້ສຳຜັດກັບຄວາມຮູ້ສຶກສ່ຽງໄພ ທີ່ພິເສດ ໃນທ້ອງ ຟ້າ ໂດຍຜ່ານບໍລິການ ການບິນ. ຢູ່ຈຸດເລີ່ມຕົ້ນ ທີ່ມີຄວາມສູງກວ່າ 1000 ມ, ນັກທ່ອງທ່ຽວ ຍັງສາມາດໄດ້ຊົມທັດສະນີຍະພາບທີ່ສວຍງາມ ຂອງ ພູຜາປ່າໄມ້ ທີ່ກວ້າງໃຫ່ຍໄພສານ ແລະ ທົ່ງນາ ຂັ້ນໄດ ທີ່ສວຍງາມຍາວຢຽດຢູ່ຮ່ອມພູ ຕາມເດື່ອງ.


ເມື່ອນຳໃຊ້ບໍລິການ ພາລາມໍເຕີ ນັກທ່ອງທ່ຽວ ຈະມີໂອກາດ ໄດ້ ຜ່ານປະສົບການຕົວຈິງ ກັບຄວາມຮູ້ສຶກສ່ຽງໄພ ພິເສດ ໃນຊ່ວງເວລາບິນຢູ່ເທິງທ້ອງຟ້າ. 

 ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ ໃນ​ປີ 2022, ນີ້​ແມ່ນ​ປີ​ ທີ 2 ​​ມີ​ການ​ເຂົ້າ​ຮ່ວມ​ ຂອງ​ ນັກ​ບິນ​ສາກົນ ​ເປັນ​ຈຳນວນ​ຫຼາຍ. ການແຂ່ງຂັນ ເປັນໂອກາດເພື່ອໃຫ້ທ້ອງຖິ່ນແນະນໍາ ແລະ ໂຄສະນາຈຸດສວຍງາມກ່ຽວກັບທໍາມະຊາດ, ວັດທະນະທໍາ ແລະ ຜູ້ຄົນ ຢູ່ເມືອງ ຕາມເດື່ອງ ເວົ້າສະເພາະ ແລະ ແຂວງ ລາຍເຈົາ ເວົ້າລວມ ສູ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ. ຜ່ານນັ້ນ ຈິ່ງເປັນການປະກອບສ່ວນ ເຊີນຊວນນັກລົງທຶນ ຄ່ອຍໆ ສ້າງ ຕາມເດື່ອງ ໃຫ້ກາຍເປັນຈຸດໝາຍປາຍທາງ ດ້ານການທ່ອງທ່ຽວ ທ່ີດຶງດູດໃຈ...

ບົດ ແລະ ພາບ: ຫວຽດເກື່ອງ - ແປໂດຍ: ບິກລຽນ


Top