ອາຊີບຕ່ຳຫູກ ຂອງ ຊາວເຜົ່າ ລື້

ອາຊີບຕ່ຳຫູກ ຂອງ ຊາວເຜົ່າ ລື້

ແມ່​ຍິງ​ຊາວ​ເຜົ່າ ​ລື້​ຢູ່​ ຕາແສງ ບ້ານ​ຮອນ​ ຕິດ​ພັນ​ກັບ​ການ ຕ່ຳແພ ລາຍດອກ​ພື້ນ​ເມືອງ.

ຕັ້ງຫຼາຍເຊ່ັນຄົນມາແລ້ວ, ຊາວເຜົ່າ ລື້ ຢູ່ຕາແສງ ບ້ານຮອນ, ເມືອງ ຕາມເດື່ອງ, ແຂວງ ລາຍເຈົາ ໄດ້ຖືອາຊີບ ຕໍ່າຜ້າພື້ນເມືອງ ເປັນສິ່ງວັດແທກຄວາມຄ່ອງແຄ້ວ ແລະ  ເກັ່ງວຽກບ້ານການເຮືອນ ຂອງແມ່ ຍິງ. ເພາະສະນັ້ນ, ກີ່ຕໍ່າຜ້າພື້ນເມືອງ ຈຶ່ງແມ່ນເຄື່ອງ ໃຊ້ທີ່ສຳຄັນ ແລະ ຂາດບໍ່ໄດ້ໃນຄອບຄົວຊາວເຜົ່າ ລື້. 

 

ຕັ້ງ​ຢູ່ແຖບ​ດິນ​ທີ່​ສວຍ​ງາມ ຫ່າງຈາກໃຈກາງເມືອງ ຕາມເດື່ອງ, ແຂວງ ລາຍເຈົາ ​ປະມານກວ່າ 10 ກມ, ຕາ​ແສງ​ ບ້ານ​ຮອນ ​ແມ່ນ​ສະຖານທີ່​ມີ​ຊາວ​ເຜົ່າ ລື້ ດຳລົງຊີວິດ ເປັນຈຳນວນຫຼາຍ​ກວ່າ​ໝູ່​ໃນ​ແຂວງ. ຢູ່​ທີ່​ນີ້ ​ມີກວ່າ 500 ຄອບຄົວຊາວເຜົ່າ ລື້, ກວມ​ກວ່າ 90% ຂອງ ​ຈຳ​ນວນ​ຄອບ​ຄົວ​ທັງ​ໝົດ​ໃນ​ຕາ​ແສງ.

 


ແມ່​ຍິງ​ຊາວ​ເຜົ່າ ​ລື້ ​ຢູ່​ ບ້ານຮອນ ​ເປັນ​ເຈົ້າ​ການ​ອາ​ຊີບ​ຕ່ຳ​ຜ້າ​ພື້ນ​ເມືອງ ເພາະ​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ແມ່ ແລະ ແມ່​ເຖົ້າ​ ​ເປັນເວ​ລາ​ຫຼາຍ​ປີ. ບໍ່ ພຽງແຕ່ມີຄວາມຊໍານິຊໍານານ ໃນການຕ່ຳຫູກທໍຜ້າ ເທົ່ານັ້ນ, ເຂົາເຈົ້າ ຍັງຊໍານິຊໍານານ ໃນການປູກຝ້າຍ, ດີດຝ້າຍ, ປັ່ນຝ້າຍ, ເຂັນຝ້າຍ ໄປ ຈົນເຖິງ ການຖັກແສ່ວ ແລະ ການຍ້ອມຜ້າ ລ້ວນແຕ່ ມາຈາກສີມື ຂອງ ເຂົາເຈົ້າ. ​ໃນ​ເວລາວ່າງວຽກ ບໍ່ທັນຮອດລະດູຜະລິດ, ​ເຂົາ​ເຈົ້າ ຈະໝົກມຸ່ນ ກັບການຜະລິດ ບັນດາແຜ່ນຜ້າພື້ນເມືອງ ​ທີ່​ສວຍ​ງາມ, ຊຶ່ງມີ ຄຸນຄ່າ​ພື້ນ​ເມືອງ ​ແລະ ​ຄວາມເອກອ້າງທະນົງໃຈ ​ກ່ຽວກັບ​ ວັດທະນະທຳ​ ຂອງ ​ຊາວ​ເຜົ່າ ລື້.

ທ່ານ​ນາງ ລໍ່ທິຖຸ້ຍ ໃຫ້ຮູ້ວ່າ ແມ່​ຍິງ​ຊາວເຜົ່າ ລື້ ຢູ່ທີ່ນີ້ ເກືອບວ່າທຸກໆ ຄົນ ຕ່າງກໍ​ຮູ້​ວິ​ທີ​ຖັກ​ແສ່ວ, ຕ່ຳຜ້າ, ຫຍິບ​ເສື້ອ​, ສິ້ນ ແລະ ບັນດາຜະ ລິດຕະພັນ ຜ້າພື້ນເມືອງ ແມ່ນໃຊ້້ເພື່ອການຕົກແຕ່ງເຮືອນ ແລະ ຫຍິບຊຸດອາພອນພື້ນເມືອງ ຂອງ ແມ່ຍິງ, ສ້າງຄວາມສວຍງາມທີ່ ເປັນເອກະລັກ, ມີສະເໜ່ ແລະ ໂດດເດັ່ນ. 


ນັກ​ທ່ອງ​ທ່ຽວ​ ຊອກ​ຮູ້ ​ວິ​ທີ​ການຕ່ຳແພລາຍດອກ​ ຂອງ​ຊາວເຜົ່າ ລື້.

ອາຊີບຕ່ຳຜ້າພື້ນເມືອງ​ ໃນ​ເມື່ອ​ກ່ອນ​ແມ່ນ​ຄວາມ​ພາກພູມ​ໃຈ​ຂອງ​ຄອບຄົວ, ປັດຈຸ​ບັນ ​ຍັງ​ປະກອບສ່ວນໃນການ​ຂະຫຍາຍຕົວ ຂອງ ວົງ ຄະນາຍາດ, ​ເພາະວ່າ ​ໃນ​ຊຸມ​ປີ​ມໍ່ໆ​ ມາ​ນີ້, ຂະແໜງ​ການທ່ອງທ່ຽວ​ແຂວງ​ ລາຍ​ເຈົາ ​ໄດ້​ເລືອກ​ເອົາ​ ອາຊີບ​ຕໍ່າຫູກ​ ຂອງ​ ຊາວ​ເຜົ່າ ​ລື້ ​ຢູ່ ​ບ້ານຮອນ ​ເປັນໜຶ່ງ ໃນຜະລິດຕະພັນທ່ອງ​ທ່ຽວ ​ທີ່ເປັນຈຸດສຸມ. 

ເຖິງ​ວ່າ ຕ້ອງປະ​ເຊີນ​ ກັບ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ ​ຈາກ​ເຄື່ອງ​ຕ່ຳ ຜ້າແບບອຸດສາຫະກຳກໍ່ຕາມ, ​ແຕ່ວົງຄະນາຍາດ​ຊາວເຜົ່າ ລື້ ຍັງ​ພະ ຍາຍາມ​ຮັກສາ ​ແລະ ພັດທະນາ​ອາຊີບ. ຄຽງ​ຂ້າງ​ນັ້ນ, ​ແຂວງ ​ລາຍ​ເຈົາ ຍັງ​ເຮັດ​ວຽກ​ຫຼາຍ​ຢ່າງ​ ຈາກ​ການ​ເປີດກວ້າງ​ຕະຫຼາດ, ສ້າງ​ເງື່ອນ​ໄຂ​ສະດວກ​ ໃນການເຂົ້າເຖິງ​ນັກ​ທ່ອງ​ທ່ຽວ, ຊ່ວຍເຫຼືອຫ້ອງຮຽນ ຮັກ ສາອາຊີບ, ເຊີດຊູອາຊີບ ຫັດຖະກຳ ຕ່ຳຫູກ ​ຂອງ​ຊາວ​ເຜົ່າ​ ລື້ ​ໃນ​ງານ ເທດສະການ ​ວັດທະນະທຳ... ​ເພື່ອຮ່ວມກັບ​ຊາວເຜົ່າ ລື້ ​ຮັກ​ສາ ​ແລະ ​ພັດ​ທະ​ນາ​ ໜຶ່ງໃນ​ສັນ​ຍາ​ລັກ​ວັດ​ທະ​ນະ​ທໍາ ​ທີ່​ເປັນ​ເອ​ກະ​ລັກ​ ຂອງ ​ຊາວເຜ່ົ່າ ລື້. 

ອາຊີບຕ່ຳຜ້າພື້ນເມືອງ ຂອງ ຊາວເຜົ່າ ລື້ ຢູ່ ບ້ານຮອນ ບໍ່ພຽງແຕ່ ເປັນອາຊີບຫັດຖະກຳພື້ນເມືອງ ເທົ່ານັ້ນ, ແຕ່ຍັງເປັນສັນຍາລັກ ​ແຫ່ງ​ຄວາມ​ປະດິດ​ສ້າງ ​ແລະ ຄວາມຫຼົງ​ໄຫຼ ກັບອາຊີບ​ອີກ​ດ້ວຍ. ບັນດາ​ຜົນງານ​ທີ່​ປານີດສວຍ​ງາມ​ ຂອງ ​ແມ່ຍິງເຜົ່າ ລື້ ໄດ້​ສ້າງຊີວິດ​ການ​ເປັນ​ຢູ່ທີ່ສວຍງາມ, ທັງເສີມຂະຫຍາຍຄຸນຄ່າ ວັດທະນະທຳ ​ຂອງ ຊາດ, ປະກອບສ່ວນ​ສ້າງ ​ສີສັນວັດທະນະທຳ​ ທີ່ຫຼາກຫຼາຍ ແລະ ​ອຸດົມສົມບູນ ​ຂອງ ​ຫວຽດນາມ.


ຕາມຕົວເລກການ​ສຳຫຼວດ 53 ຊົນ​ເຜົ່າ​ສ່ວນໜ້ອຍ ເມື່ອ​ປີ 2019, ຈຳນວນປະຊາກອນ​ເຜົ່າ​ ລື້ ​ມີ 6.757 ຄົນ, ດຳລົງ​ຊີວິດ​ຢູ່ຕາແສງ ​ບ້ານ​ຮອນ, ບິ່ງ​ລື, ​ ​ນ່າ​ຕ່ຳ, ຕາມເດື່ອງ ເປັນຕົ້ນຕໍ​; ບັນດາຕາແສງ ມາກວາຍ, ເນີ້ມຕຳ, ເມືອງ ຊີ່ນໂຮ່, ແຂວງ ລາຍເຈົາ ແລະ ປະຊາ ຊົນ​ຈຳນວນ​ໜຶ່ງ ທີ່​ຢູ່ກະ​ແຈກ​ກະ​ຈາຍ ແລະ ສະຫຼັບກັນ ກັບ​ຊາວເຜົ່າ ໄທ​ ຢູ່​ເມືອງ ດ້ຽນບຽນ, ແຂວງ ດ້ຽນບຽນ ແລະ ເມືອງ ທານອວຽນ, ແຂວງ ລາຍເຈົາ.

 

ບົດ ແລະ ພາບ: ຫວຽດເກື່ອງ - ແປໂດຍ: ບິກລຽນ

 


Top