ການດຳລົງຊີວິດເທິງແມ່ນໍ້າ ແຣກເຕົ່າ

ການດຳລົງຊີວິດເທິງແມ່ນໍ້າ ແຣກເຕົ່າ

ເມືອງ​ ຫງອກ​ຫຽ໋ນ (ກ່າ​ເມົາ) ຍັງ​ມີ​ແມ່​ນ້ຳ​ ຕົ້ນຕໍ​ຫຼາຍ​ສາຍ​ ໄຫຼ​ລົງ​ສູ່​ທະ​ເລ​ຕາ​ເວັນ​ຕົກ (ອ່າວ ໄທ)​ເຊັ່ນ: ​ແມ່​ນ້ຳ ໃບຮ໋າບ, ​ແມ່​ນ້ຳ​ ອອງ​ດົກ,​ແມ່​ນ້ຳ​ ແຈ່ມແຈ້ມ, ​ແມ່​ນ້ຳ ແຣກເຕົ່າ, ​ແມ່​ນ້ຳ ແບກ ຫງິວ, ​ແມ່​ນ້ຳ ດົ່ງກຸງ... ໃນນັ້ນ, ​ແມ່​ນ້ຳ ແຣກເຕົ່າ ​ໄຫຼ​ຜ່ານ​ຕາ​ແສງ ເກີດໝຸ໋ຍ ຕິດ​ພັນ​ກັບ​ຊີ​ວິດການ ເປັນຢູ່ຂອງຜູ້ຄົນກວ່າ 330 ຄອບ​ຄົວ ​ທີ່ອາໄສຢູ່​ໝູ່​ບ້ານ​ແຣກເຕົ່າ, ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ລັກ​ສະ​ນະ​ວັດ​ທະ​ນະ​ທຳ​ແມ່​ນ້ຳ​ ຢູ່​ພາກ​ຕາ​ເວັນ​ຕົກ​ສຽ່ງ​ໃຕ້.

ແມ່​ນ້ຳ​ ແຮກເຕົ່າ ​ຢູ່ຕາ​ແສງ ເດີດໝຸຍ, ​ເມືອງ ງອກ​ຫຽນ, ກ່າ​ເມົາ. ພາບ: ຫຽວຫງວຽນ

ແມ່ນ້ຳ ແຣກເຕົ່າ ຕັ້ງຢູ່ປາຍສຸດເທິງແຜນທີ່ ຫວຽດນາມ. ໃນເມື່ອກ່ອນ, ແຣກເຕົ່າ ເປັນແມ່ນ້ຳ ທີ່ຖືກທຳລາຍ ຢ່າງໜັກໜ່ວງຈາກສົງຄາມ, ປັດຈຸບັນນີ້ ແຣກເຕົ່າ ມີຄວາມແຕກຕ່າງກັນຫຼາຍ, ຍ້ອນປະຊາຊົນ ຮູ້ນຳໃຊ້ທ່າແຮງບົ່ມຊ້ອນຂອງ ທະເລ ເພື່ອສ້າງຊີວິດ ການເປັນຢູ່ໃຫ້ແກ່ຕົນເອງ.

ພວກ​ຂ້າພະ​ເຈົ້າ​ໄດ້ລ່ອງ​ເຮືອ ໄປ​ຕາມ​ນ້ຳ​ໃຫຍ່​ ຂອງ​ແມ່​ນ້ຳ ແຣກເຕົ່າ ແລະ ​ໄດ້​ເຫັນກັບຕາ​ການ​ດຳລົງ​ຊີວິດ​ທີ່​ສະຫງົບ​ສຸກ​ຂອງ​ປະ ຊາຊົນ ​ໃນໝູ່ບ້ານ ​ແຣກເຕົ່າ ທີ່ອາໄສຕາມ​ສອງ​ຝັ່ງ​ແມ່ນ້ຳ. ເຮືອນຊານຖືກຕັ້ງຢູ່ເທິງສອງຝັ່ງແມ່ນ້ຳ, ເຮືອ ແພໄປມາແລກປ່ຽນ ຄ້າ ຂາຍຢ່າງຄຶກຄັກ ເຊິ່ງເຮັດ ໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ທີ່ອາໄສ ຢູ່ແຜ່ນດິນ ໃຕ້ສຸດຂອງປະເທດ ມີການປ່ຽນແປງ ຢ່າງມີຊີວິດຊີວາຍິ່ງຂຶ້ນ. 

ແມ່ນ້ຳ ແຣກເຕົ່າ ແມ່ນບ່ອນທີ່ພວກຂ້າພະເຈົ້າ ໄດ້ເກັບຮູບພາບ ກ່ຽວກັບແຜ່ນດິນໃຕ້ສຸດ ຢູ່ເທິງແຜນທີ່ ຕົວ S ທີ່ຮັກແພງ.

 



ພາບ ຂອງ ແມ່ນ້ໍາ ແຣກເຕົ່າ ເບິ່ງຈາກມຸມສູງ. ພາບ: ຫຽວຫງວຽນ

ແມ່ນ້ຳ ແລະ ຄອງຕ່າງໆ ໃນດິນແດນ ເດີດໝຸຍ, ເມືອງ ຫງອກ ຫຽ໋ນ ມີຄວາມໜາແໜ້ນຄືກັບໃຍ ແມງມຸມ, ເໝືອນດັ່ງ ເສັ້ນ ເລືອດໃນຮ່າງກາຍມະນຸດ”. ລະບົບ​ແມ່ນ້ຳລຳເຊ​ ຢູ່​ທີ່​ນີ້ພວມເປັນວິຖີຊີວິດ​ ຂອງ​ຊາວ​ ເດີດໝຸຍ ໃນປັດຈຸບັນ.

ບົດ: VNP/ທົງຫາຍ - ພາບ: ຫງວຽນຖັ໋ງ, ຮ່ວາງຮ່າ, ເລມິງ - ແປໂດຍ: ຢືຟຽນ


Top