• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ປອ ເຈິ່ນເຮົ້າອຽນເຖ໋ ແລະ ການຄົ້ນຄວ້າກ່ຽວກັບ ເງ ຫວຽດ

ເປັນເວລາກວ່າ 20 ປີ ຄົ້ນຄວ້າ ກ່ຽວກັບ ສິລະປະ, ວັດທະນະທຳ ແລະ ປະຫວັດສາດແຫ່ງຊາດ, ປອ ເຈິ່ນເຮົ້າອຽນເຖ໋ ໄດ້ປະສົບ ຜົນສຳເລັດ ໃນການ ເຂົ້າເຖິງ ວິທະຍາສາດ ກ່ຽວກັບໂຕ ເງ ຫວຽດ (ໂຕ ເງ ມີຕົນໂຕ ຄ້າຍ ໝາ, ຫົວຄ້າຍ ກີເລນ, ແມ່ນສັນຍາລັກສະ ເພາະ ຂອງ ຄົນ ຫວຽດ), ເພື່ອຊ່ວຍໃຫ້ສາມັນຊົນ ມີມູມມອງ ທີ່ລະອຽດກວ່າ ກ່ຽວກັບ ສັດ ທີ່ສັກສິດນີ້, ຈາກນັ້ນນຳສິລະປະສ້າງຮູບ ໂຕ ເງ ທີ່ມີລັກສະນະປະຍຸກ ໃນສິລະປະ ລະບາຍສີ, ສິລະປະ ກຳ, ແຟຊັ່ນ, ສະຖາປັດຕະຍະກຳ ແລະ ການທ່ອງທ່ຽວ. 
ແຕ່ປີ 2005 ມາເຖິງປັດຈຸບັນ, ປອ ເຈິ່ນເຮົ້າອຽນເຖ໋ ໄດ້ເດີນທາງ ຫຼາຍຄັ້ງໄປຫຼາຍແຫ່ງຢູ່ ຫວຽດນາມ ເພື່ອສະສົມຮູບພາບຮ່ອງ ຮອຍ ປະຫວັດສາດ ກ່ຽວກັບ ເງ. ຕາມທ່ານແລ້ວ, ເງ ເປັນສັດທີ່ສັກສິດ ມີຊີວິດຊີວາ ໃນຊີວິດຈິດໃຈ ຂອງ ຊາວຫວຽດນາມ ຕັ້ງແຕ່ຫຼາຍພັນປີ ຜ່ານມາ, ເພາະສະນັ້ນ ຍິ່ງໄປຫຼາຍ ແລະ ຄົ້ນຄວ້າລົງເລິກ, ທ່ານ ຍິ່ງເຫັນໄດ້ຄວາມດຶງດູດຈັບໃຈ. ນອກນີ້ຍັງມີສາລາ, ວິຫານ ຫຼາຍແຫ່ງ ທີ່ມາຢ້ຽມຢາມ, ທ່ານ ຮູ້ສຶກຕົກຕະລຶງ ແລະ ປະທັບໃຈຢ່າງຍິ່ງ ເມື່ອນັບ ເງ ໄດ້ເຖິງ 28 ໂຕ.

ສຳລັບທ່ານ, ສິລະປະສ້າງຮູບຂອງ ເງ ແມ່ນບັນດາຄວາມຮູ້ສຶກທີ່ ຫຼາກຫຼາຍ ຕໍ່ໜ້າຮູບພາບ ເງ ໃນອາລົມຕ່າງໆ ເຊ່ັນ: ເງ ກຳລັງຈັບ ປາດ້ວຍຄວາມມ່ວນຊື່ນ, ເງ ໃສ່ຕຸ້ມຫູ, ເງ ອົມແກ້ວປະເສີດ, ເງ ຍິ້ມດ້ວຍຄວາມປະເອີບໃຈ ແລະ ອື່ນໆ. ນັ້ນແມ່ນສິ່ງທີ່ໜ້າປະທັບໃຈ ເພື່ອປະກອບສ່ວນສ້າງຂຶ້ນ "ຈິດວິນຍານ ຫວຽດ" ເຂົ້າໃນສິລະປະວັດທະນະທໍາພື້ນເມືອງ ຫວຽດນາມ. 


ປອ ເຈິ່ນເຮົ້າອຽນເຖ໋ ແລະ ປຶ້ມ “ເງ ຫວຽດ ຕິງຕວ໊ຽນ” ໂດຍ ທ່ານເປັນຜູ້ຮຽບຮຽງ. ພາບ: ເຈິ່ນແທງຢາງ


ຮູບພາບ ເງ ເທິງໜ້າປົກຂອງປຶ້ມ “ເງ ຫວຽດ ຕິງຕວ໊ຽນ” ໂດຍ ປອ ເຈິ່ນເຮົ້າອຽນເຖ໋ ເປັນຫົວໜ້າບັນນາທິການ. ພາບ: ເຈິ່ນແທງຢາງ


ບັນດາຜູ້ຊົມເຂົ້າຮ່ວມງານວາງສະແດງ ສະແດງຄວາມຍິນດີ ຕໍ່ ປອ ເຈິ່ນເຮົ້າອຽນເຖ໋ ໃນພິທີເປີດໂຕປຶ້ມ. ພາບ: ເຈິ່ນແທງຢາງ


ນັກທ່ອງທ່ຽວ ໄດ້ຊົມ ເງ ແລະ ຮັບຟັງ ປອ ເຈິ່ນເຮົ້າອຽນເຖ໋ ບັນ ຍາຍ ກ່ຽວກັບ ປະຫວັດກ່ຽວກັບຄວາມເປັນມາຂອງ ເງ ຫວຽດ ນາມ. ພາບ: ເຈິ່ນແທງຢາງ


ຮູບພາບ ສັດສັກສິດຄື ເງ ໄດ້ສ້າງຮູບ ຈາກບັນດານັກສິລະປິນ ພື້ນເມືອງ ເປັນຫົວເລື່ອງ ທີ່ໜ້າຈັບໃຈ ຊຶ່ງ ປອ ເຈິ່ນເຮົ້າອຽນເຖ໋ ໄດ້ແນະນຳ ກັບ ນັກທ່ອງທ່ຽວສາກົນ. ພາບ: ເຈິ່ນແທງຢາງ


ປອ ເຈິ່ນເຮົ້າອຽນເຖ໋ ທີ່ພິທີແນະນຳ ກ່ຽວກັບ ເງ ໃນງານວາງສະ ແດງ ກ່ຽວກັບ “ຮູບພາບ ສິງໂຕ ແລະ ເງ ໃນສິລະປະ ຄວັດສະຫຼັກບູຮານ ຫວຽດນາມ”
ກັບນັກສຶກສາ ທີ່ຫໍພິພິທະພັນ ສິລະປະກຳ ປີ 2014. ພາບ: ເຈິ່ນແທງຢາງ



ນັກທ່ອງທ່ຽວ ຊົມຮູບເງົາ ຂອງ ປອ ເຈິ່ນເຮົ້າ ອຽນເຖ໋ ຊຶ່ງໄດ້ຖ່າຍ ທຳ ໃນເວລາ ທ່ານໄປຄົ້ນຄວ້າ ກ່ຽວກັບ ເງ ຫວຽດ. ພາບ: ເຈິ່ນແທງຢາງ


ບັນດາຊາວໜຸ່ມ ໄດ້ຜ່ານການປະຕິບັດຕົວຈິງ ກັບເຕັກນິກພິມ ຮູບ ເງ ໃສ່ເຈ້ຍ ພາຍໃຕ້ການແນະນຳ ຂອງ ປອ ເຈິ່ນເຮົ້າອຽນເຖ໋. ພາບ: ເອກະສານ

ບັນດາຂໍ້ມູນຂ່າວສານ ວິທະຍາສາດ ທີ່ຊັດເຈນ ກ່ຽວກັບ ເງ ໄດ້ ປອ ເຈິ່ນເຮົ້າອຽນເຖ໋ ຮີບໂຮມ, ຄົ້ນຄວ້າ ຢ່າງລະອຽດ ດ້ວຍຮູບພາບ ແລະ ຂໍ້ມູນ ຊຶ່ງໄດ້ພິມຈຳໜ່າຍ ໃນປຶ້ມທີ່ໃສ່ຊື່ວ່າ: “ວາດພາບ ພື້ນຖານ ໂຕເງ - ສັດສັກສິດ ກ່ອນປີ 2017 ທີ່ກຳລັງມາເຖິງ”. ນີ້ແມ່ນປຶ້ມຫົວທຳອິດ ທີ່ຄົ້ນຄວ້າ ກ່ຽວກັບ ຕົ້ນກໍາເນີດ, ຊື່, ວາດຊົງ, ສີໜ້າ ແລະ ຄວາມໝາຍສັນຍາລັກ ຂອງ ເງ ທີ່ສັກສິດ. ປີ 2020, ປຶ້ມຫົວນີ້ ໄດ້ສຳນັກພິມຈຳໜ່າຍໂລກ ແປເປັນພາສາ ອັງກິດ, ຊ່ວຍເຜີຍແຜ່ ສິ່ງຍອດຍິ່ງ ຂອງ ວັດທະນະທຳ ຫວຽດນາມ ເຖິງເພື່ອນມິດສາກົນ. ທ່ານນາງ Steala, ປະທານສະໂມສອນບັນດາເພື່ອນມິດມໍລະດົກ ຫວຽດນາມ ໃຫ້ຮູ້ວ່າ: “ປອ ເຈິ່ນເຮົ້າອຽນເຖ໋ ເລົ່າເລື່ອງ ກ່ຽວກັບ ເງ ໄດ້ນຳມາ ພຶດຕິກຳຕົວຈິງ ທີ່ໜ້າປະທັບໃຈ, ຊ່ວຍໃຫ້ຜູ້ຟັງ ມີຄວາມເຂົ້າໃຈຍິ່ງຂຶ້ນ ກ່ຽວກັບ ວັດທະນະທຳມູນເຊື້ອ ຫວຽດນາມ”.

ປອ ເຈິ່ນເຮົ້າອຽນເຖ໋ ມີຄວາມສາມາດ, ມີພອນສະຫວັນ ໃນການ ຖ່າຍທອດແຮງ ບັນດານໃຈ ເຖິງຊາວໜຸ່ມ ຜູ້ມີຄວາມມັກຮັກ ວັດ ທະນະທຳ ຫວຽດ. ກຸ່ມສະໂມສອນ ບັນດາ ເພື່ອນມໍລະດົກ ຫວຽດ ນາມ ກັບນັກທ່ອງທ່ຽວສາກົນ ທ່ີເຂົ້າມາຊົມວາດຟ້ອນ ເງ, ແນະ ນຳປຶ້ມ ກ່ຽວກັບ ເງ ແລະ ເຂົາເຈົ້າມີຄວາມສົນໃຈ ກັບສັນຍາລັກ ເງ ຊຶ່ງໄດ້ສະແດງອອກມາ ດ້ວຍວາດຊົງ ສີສັນທີ່ຫຼາກຫຼາຍ, ທັງມີຄວາມໃກ້ຊິດ, ເຕັມໄປດ້ວຍຄວາມຮູ້ສຶກທາງໃຈ, ທັງມີຄວາມສັກ ສິດ.

ດ້ວຍຄວາມຮັກທັງໝົດ ທ່ີມີຕໍ່ ມໍລະດົກວັດທະນະທຳ ຫວຽດ, ປອ ເຈິ່ນເຮົ້າອຽນເຖ໋ ໄດ້ທຳການ ຄົ້ນຄວ້າ ຢ່າງລະອຽດ ກ່ຽວກັບ ເງ ຊຶ່ງແຕ່ກ່ອນມາຮອດ ປັດຈຸບັນ ບໍ່ທັນມີການ ຄົ້ນຄວ້າໃດໆ ກ່ຽວ ກັບສິລະປະກຳບູຮານ ຫວຽດນາມ. ພາບແຕ້ມ ຈຸດພື້ນຖານກ່ຽວ ກັບ ເງ ມີຈຳນວນຫຼາຍພັນແຜ່ນ ໄດ້ນຳມາປຽບທຽບ ກັບວັດທະນະທຳ ບັນດາປະເທດເຊັ່ນ: ຍີ່ປຸ່ນ, ສ ເກົາຫຼີ, ສປ ຈີນ... ນີ້ແມ່ນເອກະສານ ທີ່ມີຄ່າ ຢືນຢັນຄຸນຄ່າ ຂອງ ສັດ ທີ່ ສັກສິດຂອງຄົນ ຫວຽດ ແນໃສ່ຕີຖອຍກະແສ “ບຸກລຸກ” ຂອງ ສັດສັກສິດ ພາຍນອກ ແຊກເຂົ້າ ວັດທະນະທຳ ຫວຽດ.


ອາຈານສອນ, ນັກຈິດຕະກອນ, ປອ ເຈິ່່ນເຮົ້າອຽນເຖ໋ ເກີດເມື່ອປີ 1970, ປັດຈຸບັນ ເຮັດວຽກ ຢູ່ ພາກວິຊາທິດສະດີ, ປະຫວັດສາດ ແລະ ວິຈານ ສິລະປະກຳ, ມະຫາວິທະຍາໄລ ວິຈິດສິນ ຮ່າໂນ້ຍ. ທ່ານ ໄດ້ຂຽນປຶ້ມຫຼາຍຫົວທ່ີມີຄຸນຄ່າເຊ່ັນ: “ໂຄງການປະດັບປະ ດາ ຢູ່ວິຫານ ກະສັດ ດິງ-ເລ”, “ສ້ອມແປງແຜງປະຕູເຫຼັກເມືອງ ເກົ່າ”... ທ່ານ ໄດ້ຮັບລາງວັນ ສອງຄັ້ງ “ບຸ່ຍຊວນຟ໋າຍ-ເພື່ອຄວາມ ຮັກ ຮ່າໂນ້ຍ” ໂດຍໜັງສືພິມ ກິລາ ວັດທະນະທຳ, ສຳນັກຂ່າວ ສານ ຫວຽດນາມ ເປັນຜູ້ມອບ. 
 
ບົດ: ບິກເວິນ-ພາບ: ເຈິ່ນແທງຢາງ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top