• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ນັກຊ່ຽວຊານດ້ານພະຍາດວິທະຍາ ກ່ຽວກັບພືດ ຫງວຽນ ຮວ່າງ ແລະ ນັກຊ່ຽວຊານ ລະບົບຊີວະພາບພູມປັນຍາ

ເປັນໜຶ່ງໃນຈຳນວນ ນັກປັນຍາຊົນຊາວ ຫວຽດນາມ 100 ຄົນ ຢູ່ຕ່າງປະະເທດ ຖືກຮັບຄຳເຊີນກັບຄືນປະເທດ ເພື່ອແລກປ່ຽນ ກ່ຽວກັບ ຂະບວນການຊຸກຍູ້ ການປະຕິວັດ 4.0 ຢູ່ ຫວຽດນາມ ທີ່ “ກອງປະຊຸມວິໄສທັດ ແລະ ມາດຕະການໝູນໃຊ້ ວິທະຍາສາດ ເຕັກໂນໂລຊີ ໃນການຂະຫຍາຍຕົວ ກະສິກຳ ທີ່ ຍືນຍົງ” ທ່ານ ປອ. ຫງວຽນຮວ່າງ, ນັກຊ່ຽວຊານດ້ານພະຍາດວິທະຍາ ກ່ຽວກັບ ພືດສາດ, ມະຫາວິທະຍາໄລ California, Davis (ສ.ອາເມລິ ກາ) ໄດ້ມີຂໍ້ສະເໜີ ກ່ຽວກັບກັບ ການສ້າງ ລະບົບຊີວະພາບ ພູມ ປັນຍາ, ຊ່ວຍໃຫ້ກະສິກຳ ຫວຽດນາມ ໄດ້ໃຊ້ທ່າແຮງ ແລະ ກາ ລະໂອກາດ ຂອງ ປະເທດ ນໍາຫຼັງ ໃນຂະບວນວິວັດການສ້າງ ພື້ນ ຖານກະສິກຳ ສະຫຼາດ 4.0 ຢ່າງເຕັມທີ່. 
ຈາກຈຸດສູນກາງ ກະສິກຳ ຂອງ ລັດ California
ໃນພາກວິຊາພະຍາດວິທະຍາກ່ຽວກັບພືດສາດ, ມະຫາວິທະຍາ ໄລ California, Davis (UC Davis) ຊຶ່ງເປັນຈຸດສູນກາງ ຂອງ ບັນດາການເຄື່ອນໄຫວຄົ້ນຄວ້າ, ສິດສອນ ແລະ ຜັນຂະຫຍາຍ ໃຫ້ແກ່ຂະແໜງກະສິກຳ ຂອງທົ່ວລັດ California, ທ່ານ ຫງວຽນ ຮວ່າງ ໄດ້ຮັບໃບປະກາດ ປອ ສຳລັບ ການຄົ້ນຄວ້າ ກ່ຽວກັບການ ຟື້ນຄືນພືດສາດ ຊະນິດໜຶ່ງ ທີ່ເກືອບຖືວ່າ ໄດ້ສູນພັນ ໄປແລ້ວ. 

ຫຼັງຈາກນັ້ນ, ຜົນການຄົ້ນຄວ້າ ຂອງ ປອ. ຫງວຽນຮວ່າງ ໄດ້ຮັບ ການແນະນຳ ຢູ່ໃນບັນດາພາຫະນະສື່ມວນຊົນ ແລະ ໄດ້ຮັບລາງ ວັນຈາກ ສະມາຄົມຊີວະວິທະຍາ.

ເຮັດວຽກຢູ່ ມະຫາວິທະຍາໄລ ກຳສິກຳແຫ່ງໜຶ່ງ ຢືນຢູ່ອັນດັບ ແຖວ ໜ້າຂອງໂລກ, ປອ. ຫງວຽນຮວ່າງ ມີໂອກາດໄດ້ເຫັນກັບ ຕາ ປະສິດທະຜົນ ຂອງການສ້າງລະບົບຊີວະພາບກະສິກຳ ໂດຍອີງໃສ່ພູມປັນຍາ.

ປອ. ຫງວຽນຮວ່າງ ໃຫ້ຮູ້ວ່າ ບັນດາປະເທດຕາເວັນຕົກ ເຊ່ັນ ສ. ອາເມລິກາ, ຕົວແບບສົ່ງເສີມກະສິກຳ ໄດ້ຜັນຂະຫຍາຍ ປະ ສົບ ຜົນສຳເລັດ ລະຫວ່າງ ການຄົ້ນຄວ້າ ຂອງ ບັນດາສະຖາບັນ ຄົ້ນ ຄວ້າ ແລະ ບັນດານັກຜະລິດລາຍໃຫຍ່ກ່ຽວກັບດ້ານ ກະສິກຳ.



ເປັນໜຶ່ງໃນຈຳນວນ ປັນຍາຊົນຫວຽດນາມ 100 ຄົນ ຢູ່ຕ່າງ ປະ ເທດ ຖືກຮັບຄຳເຊີນກັບຄືນປະເທດ ແລກປ່ຽນ ກ່ຽວກັບ
ຂະບວນ ການຊຸກຍູ້ ການປະຕິວັດ 4.0 ຢູ່ ຫວຽດນາມ.



ປອ. ຫງວຽນຮວ່າງ ພ້ອມກັບເພື່ອນຮ່ວມງານ ຊາວຕ່າງປະເທດ ທີ່ຫ້ອງທົດລອງ ຢູ່ ມະຫາວິທະຍາໄລ California, Davis (UC Davis).


ປອ. ຫງວຽນຮວ່າງ ພ້ອມກັບບັນດາເພື່ອນຮ່ວມງານ ໃນການ ເຄື່ອນໄຫວຄົ້ນຄວ້າຕົວຈິງ ກ່ຽວກັບກະສິກຳ ທີ່ ສ.ອາເມລິກາ. 


ປອ. ຫງວຽນຮວ່າງ ແລະ ບັນດາເພື່ອນຮ່ວມງານ ໃນງານສຳມະ ນາ ກ່ຽວກັບກະສິກຳທີ່ຍືນຍົງ Arizona (ສ.ອາເມລິກາ)  ປີ 2017.

ບົດບາດລວມສູນ ຂອງ ບໍລິການພືດສາດ Foundation ຂອງ UC Davis ແລະ ສູນຮັກສາ ສາຍເຫດທີ່ເກີດພະຍາດ ແຫ່ງຊາດ ຂອງ USDA ໃນລະບົບຜະລິດໝາກໄມ້ California ເປັນ ຕົວ ຢ່າງ ພົ້ນເດັ່ນ ໃຫ້ແກ່ ລະບົບຊີວະພາບກະສິກຳ ໂດຍອີງໃສ່ ພູມ ປັນຍາ.

ຢູ່ UC Davis ກໍຄືມະຫາວິທະຍາໄລ ສ.ອາເມລິກາ ຫຼາຍແຫ່ງ, ມະຫາວິທະຍາໄລ ປະສານສົມທົບ ກັບ ບັນດາສູນກາງ ຂອງ ກະ ຊວງກະສິກຳ ເປັນສູນພູມປັນຍາ, ຊ່ວຍວິສາຫະກິດ ເລີ່ມຕົ້ນ ທຸ ລະກິດ ກໍຄືບັນດາວິສາຫະກິດເກົ່າ ສາມາດອຸ່ນອຽນໃຈ ສຸມໃສ່ ໃນ ການຜະລິດ.

ບັນດາບັນຫາກ່ຽວກັບເຕັກນິກທີ່ເກີດຂຶ້ນຈາກວິສາຫະກິດ ຈະໄດ້ ພາກສ່ວນຜັນຂະຫຍາຍ (Cooperative extension) ໂດຍ ກະ ຊວງກະສິກຳ ແລະ ມະຫາວິທະຍາໄລຊ່ວຍໜູນ. ບັນດາ ບັນຫາ ທີ່ກ່ຽວພັນເຖິງລິຂະສິດ ໄດ້ປະຕິບັດຢ່າງເຂັ້ມງວດ ຊ່ວຍໃຫ້ວິ ສາ ຫະກິດ ອຸ່ນອຽນໃຈວ່າ ຈະບໍ່ຖືກລັກລິຂະສິດ. ມະຫາວິທະຍາໄລ ຈະພັດທະນາ ບັນດາເຕັກໂນໂລຊີແກນຫຼັກ, ຈັດແກ້ ບັນດາບັນ ຫາໃຫຍ່, ຫຼັງຈາກນັ້ນ ວິສາຫະກິດ ຈະແກ້ໄຂ ສ່ວນຍັງເຫຼືອ.

ຢູ່ໃນຫຼາຍປະເທດ ທີ່ມີພື້ນຖານກະສິກຳພັດທະນາ, ສະຖາບັນ ມະ ຫາວິທະຍາໄລ ຫຼາຍຂະແໜງ ແລະ ລະບົບ Cooperative extension ໄດ້ກາຍເປັນ “ສິ່ງທີ່ມີ ບົດບາດຕັດສິນ” ໃນລະບົບ ຊີວະພາບກະສິກຳ.

ໜ້າທີ່ ຂອງ ລະບົບ Cooperative extension ແມ່ນຊ່ວຍ ວິສາ ຫະກິດພັດທະນາ ແລະ ແກ້ໄຂບັນດາບັນຫາ ຂອງ ວິສາຫະກິດ. ກຳລັງນີ້ຈະຜັນຂະຫຍາຍ ການຊີ້ນຳ ຈາກ ກະຊວງ ກະສິກຳ, ນຳ ວິຊາຄວາມຮູ້ເຖິງ ວິສາຫະກິດ ແລະ ນຳເອົາບັນດາຫົວບົດ ມາ ໃຫ້ ແກ່ ອາຈານສອນ ມະຫາວິທະຍາໄລ ແລະ ສະຖາບັນຄົ້ນ ຄວ້າ.

ປະຕິເສດບໍ່ໄດ້ວ່າ ຕົ້ນກຳເນີດ ຂອງ ເຕັກນິກກະສິກຳທັນສະໄໝ ແມ່ນ ມາຈາກບັນດາປະເທດຕາເວັນຕົກ ເປັນສ່ວນໃຫຍ່, ພິເສດ ແມ່ນ ໂຮນລັງ, ຝຣັ່ງ ແລະ ເຢຍລະມັນ ທີ່ມີຫ່າງຈາກນີ້ຫຼາຍຮ້ອຍ ປີ, ແຕ່ຕາມ ປອ. ຫງວຽນຮວ່າງ, ຍີ່ປຸ່ນ, ໄທ, ອິສະຣາແອນ...ບັນ ດາປະເທດກຳລັງມີພື້ນຖານ ກະສິກຳພັດທະນາ ເປັນປະ ເທດ ມີຮຸ່ນຄົນ ສືບທອດສະຫຼາດ. ບັນດາປະເທດນີ້, ດ້ວຍການລົງ ທຶນ ຂອງລັດຖະບານ ຢ່າງມີແບບແຜນ ໄດ້ຮັບເອົາ ຢ່າງວ່ອງໄວແລະ ພັດທະນາສຳເລັດຜົນ ບັນດາຮູບຖານກະສິກຳ ທີ່ມີລັກສະ ນະຈຳ ເພາະ. ເຂົາເຈົ້າໄດ້ແຕ່ງຕັ້ງ ນັກຮຽນໄປຮຽນ ຢູ່ຕ່າງປະເທດ ດ້ວຍ ຈຳນວນຫຼາຍ ເພື່ອຮຽນເອົາແຫຼ່ງຄວາມຮູ້ ວ່າດ້ວຍເຕັກໂນໂລຊີ ນຳມາໃຫ້ແກ່ປະເທດຊາດ ແລະ ໝູນໃຊ້ດ້ວຍຫຼາຍວິທີ ທີ່ບໍ່ຊຳ້ ແບບໃຜ.

ປອ. ຢັ້ງຢືນວ່າ: “ບັນຫາແກນຫຼັກແມ່ນວຽກງານ ການສ້າງຂົວຕໍ່, ຮັບເອົາເຕັກໂນໂລຊີ ຈາກຕ່າງປະເທດຢ່າງມີລະບົບ, ຮັບໃຊ້ ໃຫ້ ແກ່ ຂະບວນວິວັດແຫ່ງການກະເສດສຸມ, ຫັນກະສິກຳ ພາຍໃນ ປະເທດເປັນວິຊາສະເພາະ, ຫລຸດຜ່ອນລາຍຈ່າຍພາຍ ໃນປະ ເທດ ແຕ່ຍັງຄົງຮັບປະກັນປະສິດທິຜົນ ສຸດທ້າຍ”. 

ການສ້າງ ຂົວຕໍ່ ໃຫ້ແກ່ ລະບົບຊີວະ ພາບພູມປັນຍາ 4.0
ປອ. ຫງວຽນຮວ່າງ ໃຫ້ຂໍ້ສັງເກດວ່າ: “ການປະຕິວັດ 4.0 ເປັນ ກາລະໂອກາດຄຳ ເພື່ອຂະແໜງການກະສິກຳ ປ່ຽນເນື້ອແປງຕົວ” ເພື່ອເຮັດໄດ້ສິ່ງດັ່ງກ່າວ, ຕາມ ປອ. ຫງວຽນຮວ່າງ, ລັດຖະບານ, ວິສາຫະກິດ ແລະ ນັກສຶກສາຜູ້ໄປຮຽນຢູ່ຕ່າງປະເທດ ຕ້ອງຫາໃຊ້ ແຫຼ່ງແນວພັນ ແລະ ຂັ້ນຕອນເຕັກໂນໂລຢີ ຂອງບັນດາ ປະເທດ ກ້າວໜ້າ ເພື່ອສົ່ງມາໝູນໃຊ້ ຢູ່ ຫວຽດນາມ.

ດ້ວຍການປະກົດຕົວ  ຂອງ ເຕັກໂນໂລຊີ ຫຼາຍຢ່າງ ທີ່ມີ ລັກສະ ນະ ຜັນປ່ຽນສະຖານະການ (game changer technologies) ຢ່າງລຽນຕິດ ໃນເວລາມໍ່ໆນີ້, ປອ.ຫງວຽນຮວ່າງ ກ່າວວ່າ ເຕັກ ໂນໂລຊີ ສຳຄັນທີສຸດ ໄດ້, ກຳລັງ ແລະ ຈະຜັນປ່ຽນ ສະຖານະ ການ ຂອງ ການກະສິກຳ ຫວຽດນາມ ແມ່ນ ອິນເຕີເນັດ.

ປະຊາກຊົນພາຍໃນປະເທດ ສາມາດຮັບເອົາ ແຫຼ່ງຄວາມຮູ້, ເຕັກໂນໂລຊີ ຫຼ້າສຸດ ທີ່ບໍ່ມີຂອບເຂດ ແລະ ມີຢູ່ ຂອງໂລກ ແລະ ເຮັດວຽກໂດຍກົງ ກັບນັກຊ່ຽວຊານສາກົນ. ນີ້ແມ່ນຂົວຕໍ່ໃນໂລກ, ຊ່ວຍໃຫ້ປະຊາຊົນສຳຜັດກັບ ແຫຼ່ງຄວາມຮູ້ ດ້ານກະສິກຳ ຂອງ ໂລກ ໄດ້ໄວທີສຸດ ກັບຄ່າສິ້ນເປືອງໜ້ອຍສຸດ.


ໂດຍເຫັນໄດ້ຄວາມສາມາດບົ່ມຊ້ອນນີ້, ໃນຊ່ວງເວລາເຮັດວຽກຢູ່ UC Davis, ປອ. ຫງວຽນຮວ່າງ ໄດ້ກໍ່ຕັ້ງ ອົງການຈັດຕັ້ງ ທີ່ບ່ໍ ຫວັງ ຜົນກຳໄລແຫ່ງໜຶ່ງ ຊຶ່ງຈົດທະບຽນຢູ່ລັດ California, ຊຶ່ງ ເປັນວົງຄະນາຍາດນັກຊ່ຽວຊານ ຂະແໜງການກະສິກຳ ທົ່ວໂລກ VietAgGlobal (www.vietagglobal.com), ດ້ວຍຈຸດປະສົງ ເຊື່ອມຕໍ່ໂດຍກົງ ລະຫວ່າງ ນັກຊ່ຽວຊານ ແລະ ວິສາຫະກິດ.  


ເຮັດວຽກຢູ່ ມະຫາວິທະຍາໄລ ກະສິກຳແຫ່ງໜຶ່ງ ທີ່ຢືນຢູ່ອັນດັບ ແຖວໜ້າຂອງໂລກ, ປອ. ຫງວຽນຮວ່າງ ມີໂອກາດໄດ້ເຫັນກັບຕາ
ປະສິດທິຜົນ ຂອງການກໍ່ສ້າງ ລະບົບ ຊີວະພາບກະສິກຳ ໂດຍ ອີງ ໃສ່ພູມປັນຍາ.



ປອ. ຫງວຽນຮວ່າງ ພ້ອມກັບ ສາດສະດາຈານ Jack Comstock ມາຍັງ ແຂວງ ແທງຮ໋ວາ ເຮັດວຽກກັບ ທ່ານ ເລວັນ ຕາມ,
ບໍລິສັດອ້ອຍນຳ້ຕານ Lasuco. 



ປອ. ຫງວຽນຮວ່າງ ແລກປ່ຽນປະສົບການຂອງຕົນ ທີ່ກອງປະຊຸມ ວິໄສທັດ ແລະ ວິທີໝູນໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ໃນ
ການພັດທະນາກະສິກຳສະຫຼາດ ທີ່ຍືນຍົງ ຊຶ່ງໄດ້ຈັດຂຶ້ນ ຢູ່ ນະ ຄອນຫຼວງ ຮ່າໂນ້ຍ. 

VietAgGlobal ເຕົ້າໂຮມ ບັນດານັກສຶກສາຜູ້ຮຽນຈົບຈາກ ຫວຽດນາມ, ບັນດານັກຊ່ຽວຊານ ຈາກ ທົ່ວທຸກມູມໂລກ ພ້ອມ ກັນເຮັດວຽກ, ປະສານສົມທົບກັນ ໂດຍຜ່ານທາງ ອິນເຕີເນັດ ເພື່ອການຈັດຕັ້ງ ບັນດາການເຄື່ອນໄຫວ ແລະ ເຊື່ອມຕໍ່ ພາຍໃນ ປະເທດ.

ໃນອະນາຄົດ, VietAgGlobal ຈະມຸ່ງສູ່ ການສ້າງ (ຫຼື ຊ່ວຍ ໜູນ ການສ້າງ) ບັນດາພື້ນຖານ ຂໍ້ມູນ funding ພາຍໃນ ແລະ ຕ່າງ ປະເທດ, ພື້ນຖານຂໍ້ມູນນັກຊ່ຽວຊານ ແລະ ຫ້ອງຮຽນ ຜ່ານທາງ ອິນເຕີເນັດ ຈຳນວນໜຶ່ງ. ນີ້ແມ່ນວິທີໜຶ່ງທີ່ມີ ປະສິດທິຜົນ ເພື່ອ ນຳໃຊ້ຢ່າງສຸດຂີດ ຕາໜ່າງອິນເຕີເນັດ, ນຳແຫຼ່ງຄວາມຮູ້ ມາຍັງ ທຸກເຂດຊົນນະບົດ ຫວຽດນາມ.

ດ້ວຍການຊ່ວຍເຫຼືອ ຂອງອົງການສຶກສາ ຫວຽດນາມ (VEF), ປອ. ຫງວຽນຮວ່າງ ໄດ້ຈັດຕັ້ງ ງານສຳມະນາ ກ່ຽວກັບ ກະສິກຳ ທີ່ຍືນຍົງ ຢູ່ ສ. ອາເມລິກາ, ນັ້ນແມ່ນງານ ສຳມະນາ ທີ່ຍືນຍົງ I ແລະ II ທີ່ Arizona (2016) ແລະ District of Columbia (2017). ພ້ອມກັນນັ້ນແມ່ນ ການສົ່ງ ຄະນະຜູ້ແທນ ຫຼາຍ ຄະນະ ໄປຍັງ ສ.ອາເມລິກາ ແລະ ຫຼາຍຄະນະນັກຊ່ຽວຊານ ສ.ອາເມລິ ກາ ມາຍັງ ຫວຽດນາມ.

ຕາມ ປອ. ຫງວຽນຮວ່າງ, ຕ້ອງສ້າງສາຍພົວພັນຫຼາຍຝ່າຍ ກັບ ບັນດາພື້ນຖານການກະສິກຳລາຍໃຫຍ່ຢູ່ໃນໂລກເຊັ່ນ: ສ.ອາເມ ລິກາ, ໂຮນລັງ, ອິສະຣາແອນ, ຍີ່ປຸ່ນ ແລະ ອົດສະຕຣາລີ. ສິ່ງ ດັ່ງກ່າວແມ່ນສາມາດເປັນໄປໄດ້ ອັນ ເນື່ອງຈາກວ່າ ບັນດາມະ ຫາວິທະຍາໄລ California, Davis, Wageningen ແມ່ນພື້ນ ຖານ ກ່ຽວກັບຂົງເຂດກະສິກໍາ ໃຫຍ່ທີ ສຸດຂອງໂລກ, ປັດຈຸບັນ ກຳລັງ ວາງຈຸດໝາຍຫັນເປັນ ທົ່ວໂລກ.

ດ້ວຍເຫດນັ້ນ, ການແລກປ່ຽນຄູສອນ, ນັກສຶກສາ ເປັນປະຈຳ ຈະ ເປັນປະຖົມປັດໃຈ ເພື່ອຍົກສູງຄຸນນະພາບການກໍ່ສ້າງ, ກໍ່ຄື “ເປີດ ທາງຂົນສົ່ງ” ຂັ້ນຕອນເຕັກໂນໂລຊີຈາກຕ່າງປະເທດມາຍັງ ຫວຽດນາມ.

ປອ. ຫງວຽນຮວ່າງ ໄດ້ເນັ້ນໜັກວ່າ “ລັດຕ້ອງລົງທຶນ ເປີດທາງ ຂົນ ສົ່ງ” ສາຍນີ້ ເພື່ອຊ່ວຍໃຫ້ວິສາຫະກິດ ຊອກຫາ ນັກຊ່ຽວ ຊານທີ່ເກັ່ງ ແລະ ຫລີກລ້ຽງການເຮັດໃຫ້ ຫວຽດນາມ ກາຍເປັນ ປະເທດໃຊ້ແຮງງານຜະລິດ ຜະລິດຕະພັນກະສິກຳ ດິບ”.

ປະຕິເສດ ສະພາບແວດລ້ອມ ເຮັດວຽກ ອັນດັບແຖວໜ້າໂລກ. ເດືອນກໍລະກົດ 2018, ປອ. ຫງວຽນຮວ່າງ ໄດ້ກັບຄືນຫວຽດ ນາມ ຢ່າງເປັນທາງການ ແລະ ປັດຈຸບັນ ເປັນຄູສອນ ວິຊາ ພະ ຍາດຂອງ ຕົ້ນໄມ້, ທີ່ພາກວິຊາ ເຕັກໂນໂລຊີພືດສາດ, ມະຫາວິ ທະຍາໄລ ວິທະຍາສາດ ທຳມະຊາດ, ມະຫາວິທະຍາໄລ ແຫ່ງ ຊາດ ນະຄອນ ໂຮ່ຈີມິນ.

ກ່າວກ່ຽວກັບບັນຫານີ້, ນັກຊ່ຽວຊານພະຍາດພືດສາດ ໄດ້ກ່າວ ວ່າ: “ຢູ່ໃສກໍແມ່ນແກ້ໂຈດ ແລະ ຂ້າພະເຈົ້າເປັນຄົນ ຫວຽດນາມ ເພາະສະນັ້ນ ວຽກງານ ຂອງ ຂ້າພະເຈົ້າ ຈະມີຄວາມໝາຍ ຍິ່ງ ຂຶ້ນ ເມື່ອຂ້າພະເຈົ້າສະຫງວນເວລາ ຂອງຕົນເພື່ອແກ້ໂຈດ ໃຫ້ ແກ່ ຄົນຫວຽດ”.

 
ບົດ: ຖາວວີ - ພາບ: ຫວຽດເກື່ອງ ແລະ ເອກະສານ 

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top