• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

“ທ້າວ ແທ໋ກແຊງ” ຜ່ານ ສະຕະວັດ

ກວ່າ 4 ທົດສະວັດ ຜ່ານລາຍການສະແດງກາຍະສິນ ກັບ ງູເຫຼືອມ ທັງ ພາຍໃນ ແລະ ຕ່າງປະເທດ, ນັກສິລະປິນດີເດັ່ນ ຕົງຕວ່ານຖັ໋ງ ບໍ່ພຽງ ແຕ່ເອົາໃຈ ທ່ານຜູ້ຊົມ ດ້ວຍຄວາມສາມາດພິເສດ ຂອງຕົນເທົ່ານັ້ນ, ແຕ່ຍັງເຮັດ ໃຫ້ສັດຮ້າຍຫຼາຍໂຕ ກາຍເປັນສັດທີ່ໜ້າຮັກ ພາຍຫຼັງການ ສະແດງ ທຸກຄັ້ງ. ນອກຈາກຊື່ທີ່ທ່ານຜູ້ຊົມຕັ້ງໃຫ້ຄື “ທ້າວ ແທ໋ກແຊງ ຜ່ານສະຕະວັດ”, ນັກສິລະປິນດີເດັ່ນ ຕົງຕວານຖັ໋ງ ຍັງຖືກຕັ້ງຊື່ໃຫ້ ບ່ອນທີ່ຕົນ ສະແດງ ຄື: ເຈົ້າຊາຍ ງູ (ສ. ອາເມລິກາ), ຜູ້ຊາຍ ງູ (ສະ ວິດເຊີແລນ), ເຈົ້າຊີວິດ ງູ (ສປ ຈີນ), ທາຊານ (ໄທ )...
ປີ 1993, ມີຜູ້ຊາຍ ຫວຽດນາມ ຄົນໜຶ່ງໄດ້ເຮັດໃຫ້ວົງການສື່ ປະເທດ ຊູແອດ ຟົດຟື້ນ ດ້ວຍພາດຫົວຂໍ້: “crazy men”, “snack men” … ແລະ ນັກຂ່າວຍິງ ຊູແອດ, ແມ່ນໜຶ່ງໃນຈຳນວນ ນັກຂ່າວທີ່ຂຽນ ຂ່າວ ກ່ຽວກັບຜູ້ຊາຍຄົນນັ້ນ ຮູ້ສຶກຢ້ານກົວ ເມື່ອເຫັນງູ 4 ໂຕກຳລັງ ນອນ ຄົດໂຄ້ງ ຢູ່ເທິງຕຽງນອນຂອງຕົວລະຄອນ. ນັ້ນເປັນໜຶ່ງໃນຫຼາຍ ສິ່ງ ທີ່ລະລຶກຂອງການສະແດງ ຢູ່ບັນດາປະເທດ ຂອງ ນັກສະແດງ ກາຍະ ສິນ ງູເຫຼືອມ ຕົງຕວ່ານຖັ໋ງ.

ນັກສິລະປິນດີເດັ່ນ ຕົງຕວ່ານຖັ໋ງ ( ເດືອນ ກັນຍາ, ປີ 2016 ).


ແຕ່ລະມື້, ນັກສິລະປິນດີເດັ່ນ ຕົງຕວ່ານຖັ໋ງ ໄດ້ແບ່ງເວລາເພື່ອ ເບິ່ງ ແຍງ
ບັນດາ
"ຄູ່ຮ່ວມສະແດງພິເສດຂອງຕົນ .



ແລະ ເຝິກແອບ ຮ່ວມກັນ.


ການສະແດງກາຍະສິນງູເຫຼືອມ ຂອງ ນັກສິລະປິນດີເດັ່ນ ຕົງຕວ່ານຖັ໋ງ ຢູ່ໂຮງກາຍະສິນສູນກາງ...


... ດ້ວຍຕົວລະຄອນ ທ້າວ ແທ໋ກແຊງ ສາມາດ ເອົາຊະນະຜີ ສາງນາງ ຮ້າຍ.
 

ນັກສິລະປິນດີເດັ່ນ ຕົງຕວ່ານຖັ໋ງ ພົບປະສ້າງສັນກັບບັນດາທ່ານຜູ້ຊົມ ພາຍຫຼັງການສະແດງ.

ໃນການຫວນຄືນເຫດການນັ້ນ, ນັກສິລະປິນດີເດັ່ນ ຕົງຕວ່ານຖັ໋ງ ໄດ້ ນຶກເຖິງຜູ້ຊົມທ່ານໜຶ່ງ ຢູ່ຕ່າງປະເທດ, ເປັນຜູ້ທີ່ມາກ່າວຄຳ ຂອບໃຈ ແລະ ໂອ້ລົມກັນກັບຕົງຕວ່ານຖັ໋ງ ພາຍຫຼັງ ຈົບລາຍການ ສະແດງ: “ຂ້ອຍ ອາຍຸ 60 ປີແລ້ວ, ແຕ່ໃນຊີວິດ ຂອງ ຂ້ອຍ ຍັງບໍ່ມີເວລາໃດ ກ້າ ຄິດວ່າ ຈະສາມາດຈັບງູເຫຼືອມຂຶ້ນເທິງຕົນຕົວໄດ້. ມື້ນີ້ ເຈົ້າໄດ້ເຮັດ ໃຫ້ຂ້ອຍ ຜ່ານຜ່າສິ່ງຢ້ານກົວອັນໃຫຍ່ຫຼວງຂອງຕົນແລ້ວ. ຂ້ອຍບໍ່ ຮູ້ ສຶກ ຢ້ານອີກແລ້ວ, ແຕ່ຍັງຮູ້ສຶກວ່າພວກມັນໜ້າຮັກຫຼາຍ…”. ນັ້ນ ເປັນສື່ສານ ຂອງ ຄວາມຜູກພັນລະຫວ່າງມະນຸດກັບທຳມະຊາດ ທີ່ ນັກສິລະ ປິນດີເດັ່ນ ຕົງຕວ່ານຖັ໋ງ ຢາກຝາກເຖິງທ່ານຜູ້ຊົມຜ່ານ ບັນ ດາລາຍການ ສະແດງ ງູເຫຼືອຂອງຕົນ.
 
“ນັກສິລະປິນດີເດັ່ນ ຕົງຕວ່ານຖັ໋ງ ໃຫ້ຮູ້ວ່າ: “ເຮັດໃຫ້ທຸກຄົນໃກ້ຊິດ ຕິດແທດກັບສັດ, ກັບທຳມະຊາດ, ຈາກນັ້ນ ຈຶ່ງມີຄວາມຮັກ ແລະ ປົກ ປັກຮັກສາທຳມະຊາດ. ນັ້ນເປັນສິ່ງທີ່ຂ້າພະເຈົ້າ ເຫັນວ່າ ມີຄວາມ ສຸກ ທີ່ສຸດໃນອາຊີບສະແດງກາຍະສິນ, ພິເສດແມ່ນ ກາຍະສິນງູເຫຼືອມ ຂອງ ຕົນ”. ຍິ່ງກວ່ານັ້ນ ຕົງຕວ່ານຖັ໋ງ ຍັງມີຄະຕິເຕືອນໃຈວ່າ: “ ໃກ້ ຊິດຕິດແທດກັບສັດ ເພື່ອຕີລາຄາຈັນຍາບັນມະນຸດ ແລະ ໃຫ້ສົມກຽດ ກັບຄວາມເປັນມະນຸດ”. ຕໍ່ກັບແບບແຜນ ດຳລົງຊີວິດຕ້ອງ ມີເມດຕາ ຈິດຄືແນວນັ້ນ, ຕົງຕວ່ານຖັ໋ງ ໄດ້ຮັບ “ການຕອບແທນ” ເມື່ອ ກວ່າ 4 ທົດສະວັດຜ່ານມາ, ຕົງຕວ່ານຖັ໋ງ ໄດ້ກາຍເປັນ ນັກສະແດງງູ ເຫຼືອມ ອັນດັບ 1 ຂອງ ຫວຽດນາມ, ນັກສິລະປິນໄດ້ຮັບຄວາມຮັກໄຄ່ ແບບພິ ເສດ ຂອງ ທ່ານຜູ້ຊົມຢູ່ທຸກໆ ປະເທດໃນໂລກ.


ນັກສິລະປິນດີເດັ່ນ ຕົງຕວ່ານຖັ໋ງ ກັບນັກຮຽນຂອງຕົນ ເຝິກແອບລາຍ ການສະແດງກາຍະສິນ.


ນອກຈາກສະແດງກັບ ງູເຫຼືອມແລ້ວ, ປະຈຸບັນ ນັກສິລະປິນດີເດັ່ນ ຕົງຕວ່ານຖັ໋ງ
ຍັງເປັນຜູ້ກຳກັບການສະແດງໜ້າເວທີ ໂດຍຍາດ ໄດ້ ຫຼາຍລາງວັນ
ໃນງານມະໂຫລານການສະແດງ ກາຍະສິນ ທັງ ພາຍ ໃນ ແລະ ຕ່າງປະເທດ ອີກດ້ວຍ.

ດ້ວຍຮ່າງກາຍທີ່ລໍ້າສັນ, ນັກສິລະປິນດີເດັ່ນ ຕົງຕວ່ານຖັ໋ງ ມີຮູບຮ່າງ ຄ້າຍຄືຕົວລະຄອນ ແທ໋ກແຊງ. ຖ້າບໍ່ແມ່ນເພື່ອອາຊີບ ພາຍຫຼັງເກີດ ອຸບັດເຫດ ໃນການສະແດງ ໂດຍລອດຕາຍມາເຖິງ 3-4 ຄັ້ງ ອາດເຮັດ ໃຫ້ ເກີດແນວຄິດຖໍ້ຖອຍ. ນັ້ນແມ່ນໃນເວລາສະແດງ ຕົງຕວ່ານຖັ໋ງ ຖືກງູ ເຫຼືອມ ຮັດຄໍຈົນລົ້ມລົງກາງເວທີ, ຖ້າບໍ່ມີ ຄົນຊ່ວຍເຫຼືອທັນເວລາ ບໍ່ຮູ້ ວ່າຈະມີ ຫຍັງເກີດຂຶ້ນ. ພາຍຫຼັງການສະແດງກາຍະສິນງູ ເຫຼືອມ ມາ ເປັນເວລາກວ່າ 2 ທົດສະວັດ, ປະຈຸບັນ ນັກສິລະປິນດີເດັ່ນ ຕົງ ຕວ່ານຖັ໋ງ ພວມພິສູດຕົນເອງ ໃນຄວາມຮັບຜິດຊອບໃໝ່ ຂອງ ກາຍະ ສິນ ຫວຽດນາມ ໂດຍເປັນຜູ້ກຳກັບການສະແດງ ໜ້າເວທີ. ໃນ ຄວາມ ຮັບຜິດຊອບໃໝ່ນີ້, ອີກເທື່ອໜຶ່ງ, ຕົງຕວ່ານຖັ໋ງ ພິສູດໃຫ້ເຫັນ ເຖິງ ຄວາມສາມາດ ແລະ ຄວາມມັກຮັກ ຂອງຕົນຕໍ່ກັບ ກາຍະສິນ ຫວຽດ ນາມ ເມື່ອຍາດໄດ້ຫຼາຍ ລາງວັນທ່ີຊົງຄຸນຄ່າ ໃນງານ ມະໂຫລານ ການສະແດງ ກາຍະສິນ ສາກົນຄື: ດູກວານຫໍ້ (ຫຼຽນຄຳ ໃນງານມະ ໂຫລານ ສະແດງ ກາຍະສິນສາກົນຢູ່ ປະເທດອີຕາລີ, ປີ 2014); Romeo and Juliet (ຫຼຽນຄຳໃນງານມະໂຫລານ ສະແດງກາຍະສິນ ສາກົນຢູ່ ນະຄອນເຫວ້, ​ເດືອນ ພຶດສະພາ 2016) ແລະ ອື່ນໆ.
ບົດ: ຖາວວີ  - ພາບ: ເຕິດເຊີນ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top