• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຄວາມລຶກລັບ ຂອງ ເຮືອນບູຮານ ຢູ່ ຮ໋າຊຸ໋ງ

ເມື່ອກ່າວເຖິງ ບັນດາ ປູສະນີຍະສະຖານ ສະຖາປັດຕະຍະກໍາ ທີ່ມີຊື່ສຽງ ຢູ່ເຂດພູພຽງຫີນ ດົ່ງວັນ (ແຂວງ ຮ່າຢາງ), ນັກທ່ອງ ທ່ຽວ ມັກຄິດເຖິງ ພະລາດຊະວັງຂອງ ເຈົ້າຊີວິດ ແມ່ວ (ແມ່ວ ເປັັນ ຊື່ເອີ້ນບໍ່ເປັນທາງການ ຊາວຊົນເຜົ່າ ມົ້ງ)  ຫຼື  ຄຸ້ມ ຖະໜົນເກົ່າ ດົ່ງວັນ. ແຕ່ເຮືອນບູຮານ ຂອງ ວົງຕະກຸນ ວື່ ຢູ່ ບ້ານ ຮ໋າຊຸ໋ງ, ຕາແສງ ຫຼຸງຕ໋າວ ເປັນຊື່ ທ່ີມັກກ່າວຂານຫຼາຍ ທ່ີີສຸດ ສໍາ ລັບ ນັກທ່ອງທ່ຽວ ອັນເນື່ອງຈາກ ມັນຍັງແຝງໄວ້ຫຼາຍສິ່ງຫຼາຍ ຢ່າງ ທີ່ລຶກລັບ ທ່ີຍັງບໍ່ທັນ ຖືກຄົ້ນພົບ. 
ໝູ່ບ້ານຊາຍແດນ ຮ໋າຊຸ໋ງ ຕັ້ງຢູ່ຫຼັງພູເຂົາ ຫ່າງຈາກເສັ້ນຊາຍແດນ ລະຫວ່າງ ຫວຽດນາມ ແລະ ຈີນ ບໍ່ໄກ. ຈາກພະລາດຊະວັງ ຂອງ ເຈົ້າຊີວິດ ແມ່ວ, ໄປຕາມເສັ້ນທາງ ຂຶ້ນເສົາທຸງ ແຫ່ງຊາດ ຫຼຸງກູ໋ ປະມານ 4 ກິໂລແມັດ ແລ້ວລ້ຽວຂວາ ໄປຕາມເສັ້ນທາງນ້ອຍໆ ປູ ເບຕົງ ທີ່ຄົດໂຄ້ງ ແລະ ຄ້ອຍຊັນ ອີກ ປະມານ 1,5 ກິໂລແມັດ ກໍຈະເຖິງ ຮ໋າຊຸ໋ງ.

ເຮືອນບູຮານ ທີ່ໃຫຍ່ໂຕ ຂອງ ຕະກຸນ ວື່ ໄດ້ປຸກຂຶ້ນ ເທິງດິນ ຕອນໜຶ່ງຮູບອອງເຕົ່າ ຢູ່ລະຫວ່າງພູຜາຫີນ ທັງສີ່. ປະຕູ ສາມາດ ແນມເຫັນພູ ຮູບຕາມ້າ. ຕາມຄວາມເຊື່ອ ຂອງ ຊົນ ເຜົ່າມົ້ງ, ເຂດ ດິນດັ່ງກ່າວ ມີຈຸດທີ່ຕັ້ງ ທາງພູມສາດ ສະດວກສະບາຍສຳລັບ ການປຸກເຮືອນ. ຕໍ່ໜ້າເຮືອນ ແມ່ນຂັ້ນໄດ ເຮັດດ້ວຍຫີນ ພາຂຶ້ນ ເຖິງ ປະຕູໃຫຍ່. ຢືນຢູ່ຕໍ່ໜ້າເຮືອນບູຮານ ບໍ່ວ່າໃຜກໍມີ ຄວາມ ປະ ທັບໃຈ ຕໍ່ຄວາມໃຫຍ່ໂຕໂອ້ຖົງ ແລະ ແຕກຕ່າງ ກັບ ເຮືອນຫຼັງ ອື່ນໆ  ຢູ່ໃນເຂດ. ກໍາແພງດ້ານໜ້າ, ເບື້ອງລຸ່ມ ກໍ່ດ້ວຍ ກ້ອນຫີນ ໃຫຍ່ ແລະ ໄດ້ຮັບການຂັດຖູ ແກະສະຫຼັກ ຢ່າງລະມັດລະວັງ. ຊັ້ນເທິງຫີນ ແມ່ນປູທັບດ້ວຍດິນຢ່າງໜາແໜ້ນ. ປະຕູໃຫຍ່ ຢູ່ ກາງ ໄດ້ຮັບການຕົບແຕ່ງ ຢ່າງພິຖີພິຖັນ, ຢູ່ເທິງສອງຂ້າງ ມີ ປ່ອງຢ້ຽມນ້ອຍສອງປ່ອງ. ກໍາແພງນີ້ເປັນສ່ວນທ່ີຍື່ນອອກມາ ສູງສຸດ, ປຽບເໝືອນສິ່ງປ້ອງກັນ ທີ່ໝັ້ນແກ່ນໃຫ້ທົ່ວທັງເຮືອນ.

ຜ່ານປະຕູຫຼັກ ເຮັດດ້ວຍໄມ້ ທີ່ແໜ້ນໜາ, ນັກທ່ອງທ່ຽວ ຈະຢືນຢູ່ ພື້ນທ່ີ ທີ່ກວ້າງຂວາງ ປ່ອງທະລຸ ຂຶ້ນສູ່ທ້ອງຟ້າ ຢູ່ລະຫວ່າງກາງ. ອ້ອມເດີ່ນເຮືອນ ທີ່ເຕັມໄປດ້ວຍ ແສງສະຫວ່າງນີ້ ແມ່ນ ກໍາ ແພງດ້ານໜ້າ ແລະ ເຮືອນສອງຊັ້ນ ສາມແຖວ ເຮັດດ້ວຍໄມ້, ກໍາແພງ ກໍ່ດ້ວຍດິນທັບ, ຫຼັງຄາມຸ້ງດ້ວຍດິນຂໍ. ສ່ວນ ລາຍລະ ອຽດ ດ້ວຍໄມ້, ຫີນ ຢູ່ທີ່ນີ້ ໄດ້ຮັບການຄວັດແກະ ສະຫຼັກ ຢ່າງ ປານີດ, ມີຄວາມງາມສູງ.

 

ດ້ານໜ້າຂອງ ເຮືອນບູຮານ ເລິກລັບຢູ່ ຮ໋າຊຸ໋ງ. ເຮືອນບູຮານຫຼັງນີ້ ໄດ້ສ້າງຂຶ້ນ ຢູ່ເທິງດິນຕອນໜຶ່ງຮູບອອງເຕົ່າ. ພາບ: ຫວຽດ ເກື່ອງ/VNP


ເຮືອນ ອາຍຸນັບຮ້ອຍປີນີ້ ກຳລັງ ຊຸດໂຊມຕາມວັນເວລາ. ພາບ: ຫວຽດເກື່ອງ/VNP


ເດີ່ນເຮືອນ ເປັນປ່ອງທະລຸ ຂຶ້ນສູ່ທ້ອງຟ້າ ຖືກປູດ້ວຍຫີນ, ມີ ລະ ບົບລະບາຍນຳ້. ພາບ: ຫວຽດເກື່ອງ/VNP


ຊັ້ນສອງ ແມ່ນສາງບັນຈຸເຄື່ອງຂອງ ແລະ ສະບຽງອາຫານ. ພາບ: ຫວຽດເກື່ອງ/VNP


ຫຼັງຄາຖືກມຸ້ງດ້ວຍດິນຂໍ ມີອາຍຸກວ່າຮ້ອຍປີ. ພາບ: ຫວຽດເກື່ອງ/VNP


ເສົາຖານເຮືອນ ເຮັດດ້ວຍຫີນ ຖືກແກະສະຫຼັກ ຢ່າງພິຖີພິຖັນ. ພາບ: ຫວຽດເກື່ອງ/VNP


ບັນດາລວດລາຍຖືກແກະສະຫຼັກ ຢ່າງປານີດ ປະກົດຕົວ ຢູ່ທົ່ວ ສ່ວນຫີນ ຂອງ ຝາກໍາແພງ. ພາບ: ຫວຽດເກື່ອງ/VNP


ປະຕູໃຫຍ່ ໄດ້ຮັບການປະດັບປະດາ ຢ່າງປານີດສວຍງາມ ຕົງ ເຂົ້າໄປໃນເຮືອນ. ພາບ: ຫວຽດເກື່ອງ/VNP


ອ່າງອາບນຳ້ ຖືກແກະສະຫຼັກຈາກຫີນແຜ່ນດຽວ ຊຶ່ງເປັນ ເຄື່ອງ ໃຊ້ ພິເສດສຸດ ຂອງ ເຮືອນຫຼັງນີ້. ພາບ: ຫວຽດເກື່ອງ/VNP


ຮາວໄມ້ ແລ່ນລຽບຕາມຂອບຊັ້ນສອງ ຂອງ ເຮືອນບູຮານ. ພາບ: ຫວຽດເກື່ອງ/VNP


ທ່ານ ວື່ມີ໋ຢ່າງ ເປັນໜຶ່ງໃນລູກຫຼານ ຂອງ ຕະກຸນ ວື່ ປັດຈຸບັນ ໃຊ້ ຊີວິດຢູ່ໃນເຮືອນຫຼັງນີ້. ພາບ: ຫວຽດເກື່ອງ/VNP
 
ຄືກັບບັນດາເຮືອນມູນເຊື້ອ ຊາວເຜົ່າມົ້ງ ຫຼັງອື່ນໆ, ເຮືອນບູຮານ ຮ໋າຊຸ໋ງ ມີໂຄງປະກອບ ຕາມທັດສະນະ ຄະຕິແບບດັ້ງເດີມ. ພຽງ ຕ່າງຢູ່ບ່ອນວ່າ ພື້ນທີ່ສຳລັບ ການດຳເນີນຊີວິດ ມີເນື້ອທີ່ກວ້າງ ຂວາງ ເຖິງ 200-300 ຕາແມັດ. ພື້ນທີ່ສຳລັບການສັກກະລະ ບູຊາ ປູ່ຍ່າຕາຍາຍ ແລະ ພື້ນທີ່ລວມ ແມ່ນຫ້ອງກາງ, ປະຕູມຸ່ງສູ່ ເບື້ອງໜ້າເຮືອນ. ເບື້ອງຂວາ ນັບແຕ່ປະຕູໂຂງ ເຂົ້າພາຍໃນ ແມ່ນເຕົາໄຟ ເພື່ອຝີງ ໃນລະດູໜາວ, ທັງເປັນຫ້ອງນອນ ຂອງ ເຈົ້າຂອງເຮືອນ. ພື້ນທີ່ກົງກັນຂ້າມ ແມ່ນເຮືອນຄົວ ແລະ ຫ້ອງ ນອນ ຂອງ ລູກ, ຫຼານ. ພາຍໃນເຮືອນບູຮານ ຫຼັງນີ້ ມາຮອດ ປັດ ຈຸບັນ ຍັງຄົງຮັກສາໄວ້ໄດ້ ວັດຖຸສອງຢ່າງທີ່ມີຄ່າ ນັ້ນແມ່ນ ແທ່ນ ບູຊາທີ່ເກົ່າແກ່ຮູບຕີນແບ້ - ເຄື່ອງໃຊ້ ຂອງ ເຈົ້າຂຸນມຸນນາຍ ຊາວ ຊົນເຜົ່າມົ້ງ ໃນສະໄໝກ່ອນ ແລະ ອ່າງອາບນໍ້າເຮັດດ້ວຍຫີນ ແຜ່ນດຽວ ທ່ີເປັນເອກະລັກ ສະເພາະ.

ປັດຈຸບັນ ມີ 4 ຄອບຄົວ, ມີສະມາຊິກ ກວ່າສິບຄົນ ຊຶ່ງເປັນ ລູກ ຫຼານ ຂອງ ຕະກຸນ ວື່ ທີ່ຍັງໃຊ້ຊີວິດຢູ່ເຮືອນຫຼັງນີ້. ທ່ານ ວື່ຫວາ ໄຊ, ອາຍຸ 76 ປີ, ຜູ້ອາວຸໂສ ຄົນໜ່ຶງ ປັດຈຸບັນ ດໍາລົງຊີວິດ ຢູ່ ຮ໋າ ຊຸ໋ງ ໃຫ້ຮູ້ວ່າ ເຮືອນຫຼັງນີ້ ໄດ້ຮັບການກໍ່ສ້າງ ກ່ອນພະລາດຊະວັງ ເວືອງ ໄດ້ຮັບການກໍ່ສ້າງ ຢູ່ຕາແສງ ຊ່າຟີ່ນ. ນັບແຕ່ ໄດ້ຮັບການ ກໍ່ສ້າງຂຶ້ນມາ ຈົນຮອດປັດຈຸບັນ, ເຮືອນຫຼັງ ດັ່ງກ່າວ ຍັງບໍ່ໄດ້ຮັບ ການສ້ອມແປງ. ປັດຈຸບັນ, ລູກຫຼານ ຕະກຸນ ວື່ ສືບມູນ, ໃຊ້ຊີວິດ ໃນເຮືອນຫຼັງນີ້ ແມ່ນ ຮຸ່ນທີ 6 ແລ້ວ.

ທ່ານ ໄຊ ໃຫ້ຮູ້ວ່າ ພໍ່ຂອງຕົນ ເລົ່າກ່ຽວກັບເຈົ້າຂອງ ຄົນທຳອິດ ຂອງ ເຮືອນຫຼັງນີ້ ແມ່ນຜູ້ຊາຍຊາວຜົ່າມົ້ງ ທີ່ມີອຳນາດ. ໃນສະ ໄໝຮຸ່ງເຮືອງ ຂອງ ຄອບຄົວ, ເຮືອນຫຼັງນີ້ ຍາມໃດກໍມີ ຄົນງານ ປະມານ 50 ຄົນ ເຮັດສະເພາະ ກ່ຽວກັບ ການຄ້າຂາຍ, ຫຸ້ມ ຫໍ່ສິນຄ້າ. ນີ້ແມ່ນຂໍ້ມູນຂ່າວສານ ທີ່ໜ້ອຍຫຼາຍ ໄດ້ຜູ້ ຊາຍ ອາ ວຸໂສ ວົງຕະກຸນ ວື່ ເປີດເຜີຍໃຫ້ຮູ້.

ເຮືອນທີ່ສວຍງາມ ຂອງ ຕະກຸນ ວື່ ຢູ່ ຮ໋າຊຸ໋ງ ຍັງແຝງໄວ້ ຫຼາຍສິ່ງ ຫຼາຍຢ່າງທີ່ລຶກລັບ, ໂດຍສະເພາະຢ່າງຍິ່ງແມ່ນ ບັນຫາ ທາງ ປະ ຫວັດສາດ ທ່ີກ່ຽວຂ້ອງ ເຮືອນ ຍັງບໍ່ທັນໄດ້ຖືກເປີດເຜີຍ, ຮູ້ພຽງ ແຕ່ວ່າ ໃນເຮືອນເກົ່າແກ່ ທີ່ສວຍງາມນີ້, ຊີວິດຂອງ ລູກຫຼານ ຕະກຸນ ວື່ ຍັງຄົງດຳເນີນຕໍ່ໄປ ເທິງພູພຽງຫີນທາງດ້ານຫຼັງປະຕູ ສະຫວັນ. 
 
ປະຕິບັດ: ຫວຽດເກື່ອງ - ແປໂດຍ: ບິກລຽນ

ເທດສະການ ນາງຮາຍ ຂອງ ຊາວເຜົ່າ ໄຕ່

ເທດສະການ ນາງຮາຍ ຂອງ ຊາວເຜົ່າ ໄຕ່

ຕັ້ງຢູ່ທາງພາກເໜືອຂອງ ຫວຽດນາມ, ກາວບັ່ງ ມີຄວາມ ພາກພູມໃຈ ໄດ້ເປັນດິນແດນ ທ່ີອະນຸລັກຮັກສາຄຸນຄ່າ ທາງວັດທະນະທຳ ພື້ນເມືອງ ທີ່ເປັນເອກະລັກຫຼາຍຢ່າງ ຂອງ ວົງຄະນາຍາດ ບັນດາເຜົ່າສ່ວນໜ້ອຍ. ໃນຈຳນວນນັ້ນ, ເທດສະການ ນາງຮາຍ (ນາງ ພະຈັນ) ຢູ່ຕາແສງ ຕຽນແທ່ງ, ແຂວງ ກາວບັ່ງ ແມ່ນຈຸດພົ້ນເດັ່ນ ເນື່ອງຈາກວ່າ ມີລັກສະນະ ທີ່ເຕັມໄປດ້ວຍ ສີສັນວັດທະນະທຳ ທີ່ເປັນເອກະລັກ ຂອງ ຊາວເຜົ່າ ໄຕ່. ເທດສະການ ໄດ້ຈັດຂຶ້ນ ເພື່ອສະແດງຄວາມຮູ້ ບຸນຄຸນ, ເຄົາລົບທຳມະຊາດ ແລະ ອະທິດຖານ ໃຫ້ພືດຜົນລະປູກ ອຸດົມສົມບູນ. 

Top