• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຄວາມຝັນ ອັນຍິ່ງໃຫຍ່ ຂອງ ນາງ ຫງວຽນທິເວິນ

ມີນຳ້ໜັກພຽງ 20 ກິໂລກຼາມ ແຕ່ນາງ ຫງວຽນທິເວິນ, ອາຍຸ 32 ປີ ຜູ້ພິການ ໄດ້ມີຄວາມຝັນ ອັນໃຫຍ່ຫຼວງ ເພື່ອວົງການ ຜູ້ພິການ ຢູ່ ຕະ ຫຼອດເວລາ. ເຖິງວ່າເປັນຜູ້ຄຸ້ມຄອງ ດ້ານບໍລິຫານ ສູນສອນວິຊາ ຊີບ ແຫ່ງໜຶ່ງ ແລະ ບໍລິສັດແຫ່ງໜຶ່ງ ທີ່ໄດ້ຮັບຫຼາຍລາງວັນ ທ່ີຊົງກຽດ, ແຕ່ ນາງ ເວິນ ຍັງຄົງ ມີຄວາມປາດຖະໜາ ກໍ່ສ້າງ “ສູນບົ່ມເຜາະ” ແຫ່ງ ໜຶ່ງ ຊຶ່ງເປັນບ່ອນ ຫຼໍ່ລ້ຽງ ແລະ ສ້າງຄວາມຫວັງ ໃຫ້ແກ່ ບັນດາຜູ້ພິ ການ ທີ່ມີຄວາມມຸ່ງຫວັງ, ຝັກໄຝ່ ແລະ ກ້າຮັບເອົາຄວາມສ່ຽງ.
ຮັກສາໄວ້ ສູນ ງີ້ລຶກຊົ໋ງ ຊຶ່ງເປັນ ຄວາມຝັນຕະຫຼອດຊີວິດ ຂອງ ອ້າຍ 
ເຖິງວ່າທຸກການເຄື່ອນໄຫວ ຕ້ອງຕິດພັນ ກັບລົດເຂັນ, ແຕ່ ນາງ ສາວ ພິການ ຫງວຽນທິເວິນ ຍັງຄົງເປັນຜູ້ຄຸ້ມຄອງ ດ້ານບໍລິຫານ ສູນ ງີ້ລຶກ ຊົ໋ງ (ພະລັງຊີວິດ) ຊຶ່ງເປັນບ່ອນ ຮັບກໍ່ສ້າງອາຊີບ ໃຫ້ຜູ້ພິການ ໃນທົ່ວ ປະເທດ ໂດຍບໍ່ເສຍຄ່າ. ໃນຖານະເປັນຜູ້ຄຸ້ມຄອງ ດ້ານບໍລິຫານ, ແຕ່ ສຳລັບ ນາງ ເວິນ ນັ້ນແມ່ນ “ເຫດການໂດຍບັງເອີນ” ທີ່ຕົວເອງນາງ ບໍ່ເພິ່ງປາດທະໜາ.

ເມື່່ອປີ 2012, ອ້າຍຄີງຂອງນາງ, “ອັດສະວິນ ດ້ານເຕັກໂນໂລຊີ ຂ່າວສານ” ຫງວຽນກົງຮຸ່ງ ເຖິງແກ່ກຳຢ່າງກະທັນຫັນ. ເພື່ອສືບຕໍ່ ຮັກ ສາໄວ້ ຄວາມຝັນທັງຊີວິດ ຂອງ ອ້າຍ, ນາງ ເວິນ ຈຳເປັນຕ້ອງ ໄດ້ຮັບ ຕຳແໜ່ງ ເປັນຜູ້ຄຸ້ມຄອງສູນ ໃນ ສະພາບ “ສຸດທີ່ຫຍຸ້ງຍາກ” ຊຶ່ງ ນາງ ໃຫ້ຮູ້ວ່າ: “ຕອນນັ້ນ ບໍ່ມີໃຜຮູ້ຂ້າພະເຈົ້າ ແລະ ຂ້າພະເຈົ້າກໍບໍ່ຮູ້ໃຜ”.

ໃນໄລຍະຕົ້ນ, ຈຳນວນນັກຮຽນຂອງສູນ ຫຼຸດລົງ ຫຼາຍພໍຄວນ ຍ້ອນ ອາການຊ໋ອກ ກ່ຽວກັບການເສຍຊີວິດ ຢ່າງກະທັນຫັນ ຂອງ ທ່ານ ຮຸ່ງ. ສ່ວນບັນດາຄູ່ຮ່ວມມື ກໍລັ່ງເລໃຈ ໃນການເຊັນສັນຍາ ສືບຕໍ່ກັບສູນ. ໃນສະພາບການດັ່ງກ່າວ, ນາງ ເວິນ ຈຳຕ້ອງໄດ້ເລີ່ມຕົ້ນທຸກ ວຽກ ງານຄືນໃໝ່, ແຕ່ການສ້າງຄວາມເຊື່ອໝັ້ນ ເຖິງການຊຸກຍູ້ ກຳລັງໃຈ ຂອງ ນັກຮຽນຄືນໃໝ່.

ພາຍຫຼັງເປັນເວລາເກືອບ 10 ປີ ທີ່ຢຶດໝັ້ນ ກັບຖານະເປັນຜູ້ ຕົວຕັ້ງ ຕົວຕີ, ສູນ ງີ້ລຶກຊົ໋ງ ໄດ້ສ້າງອາຊີບໃຫ້ແກ່ຜູ້ພິການກວ່າ 800 ຄົນ ແລະ ກວ່າ 80% ໃນຈຳນວນນັ້ນ ໄດ້ມີວຽກເຮັດງານທຳ ຢ່າງຄົງທີ່, ມີລາຍຮັບທີ່ດີ, ສາມາດກຸ້ມຕົນເອງ ແລະ ໄດ້ສ້າງຄອບຄົວ. ນາງ ເວິນ ໃຫ້ຮູ້ວ່າ ມີນັກຮຽນຫຼາຍຄົນ ຫຼັງຈາກ ໄດ້ຮັບການບຳລຸງສ້າງຢູ່ ສູນ ເປັນເວລາ 6 ເດືອນ ກໍສາມາດ ຊອກຫາວຽກງານ ສ້າງລາຍຮັບ ໄດ້ ແຕ່ 300-600 ໂດລາສະຫະລັດ ຕໍ່ເດືອນ. 


ນາງ ຫງວຽນທິເວິນ, ຜູ້ອຳນວຍການດ້ານຄຸ້ມຄອງບໍລິຫານ ສູນ ງີ້ລຶກ ຊົ໋ງ (ພະລັງຊີວິດ). ພາບ: ເຈິ່ນແທງຢາງ


ນາງ ຫງວຽນທິເວິນ ພ້ອມກັບບັນດາເພື່ອນຮ່ວມງານ ຂອງ ບໍລິ ສັດ Imagto ໃນການແລກປ່ຽນກັບຄູ່ຮ່ວມມື. ພາບ: ເຈິ່ນແທງຢາງ


ບັນຍາກາດການເຮັດວຽກ ຢູ່ບໍລິສັດ Imagto.  ພາບ: ເຈິ່ນແທງຢາງ


ນາງ ຫງວຽນທິເວິນ ແນະນຳ ກັບຄູ່ຮ່ວມມື ຕ່າງປະເທດ ຂັ້ນຕອນ ການເຮັດວຽກ ຢູ່ບໍລິສັດຂອງຕົນ. ພາບ: ເຈິ່ນແທງຢາງ


ນາງ ຫງວຽນທິເວິນ ແລກປ່ຽນບົດຮຽນ ກັບນັກຮຽນ ໃນຊົ່ວໂມງຮຽນ ຢູ່ສູນ ງີ້ລຶກຊົ໋ງ. ພາບ: ເຈິ່ນແທງຢາງ


ບັນດານັກຮຽນ ຢູ່ສູນ ງີ້ລຶກຊົ໋ງ ໃນຊົ່ວໂມງຮຽນ ກ່ຽວກັບ ວິຊາ ຄວາມ ສາມາດດ້ານວິຊາຊີບ ໂດຍ ນາງ ຫງວຽນທິເວິນ ເປັນຜູ້ ແນະນຳ. ພາບ: ເຈິ່ນແທງຢາງ


ນາງ ຫງວຽນທິເວິນ ໄດ້ສາມີ ເປັນຊາວ ອົດສະຕຣາລີ ໃຫ້ຄວາມ ເອົາ ໃຈໃສ່ເບິ່ງແຍງດູແລ. ພາບ: ເຈິ່ນແທງຢາງ

ເຖິງວ່າ ສູນ ງີ້ລຶກຊົ໋ງ ເຮັດໄດ້ຫຼາຍສິ່ງຫຼາຍຢ່າງ ທີ່ບໍ່ຄ່ອຍມີສູນແຫ່ງ ໃດ ສາມາດເຮັດໄດ້, ແຕ່ ນາງ ຫງວຽນທິເວິນ ຍັງຄົງມີຄວາມຄິດ ຂ້ອງຄາ ໃຈຢູ່ບໍ່ເຊົາ ກ່ຽວກັບຕົວແບບການເຄື່ອນໄຫວຂອງມັນ.

ຕາມທັດສະນະຂອງນາງ, ຕົວແບບເປັນສູນໜຶ່ງ ທີ່ເຄື່ອນໄຫວ ແບບ ບໍ່ຫວັງຜົນກຳໄລ ຈະບໍ່ມີຄວາມເຂັ້ມແຂງ ແລະ ບໍ່ສາມາດ ເປັນເຈົ້າ ການ ໃນດ້ານການເງິນ. ດ້ວຍເຫດນັ້ນ, ສູນຈະບໍ່ມີ ຄວາມໝັ້ນຄົງ ແລະ ຍາກຕໍ່ການພັດທະນາ ໃນໄລຍະຍາວ. ແລະ ນັ້ນກໍແມ່ນເຫດ ຜົນ ທີ່ພາໃຫ້ ນາງ ເວິນ ຕັດສິນໃຈ ຫັນ ງີ້ລຶກຊ໋ົງ ຈາກເປັນອົງການ ຈັດຕັ້ງໜຶ່ງ ທີ່ບໍ່ຫວັງຜົນກຳໄລ ໃຫ້ກາຍເປັນ ວິສາຫະກິດສັງຄົມ ແຫ່ງ ໜຶ່ງ.


Imagtor - ວິສາຫະກິດສັງຄົມ ປະສົບຜົນສຳເລັດ ກັບ ບັນດາຂໍ້ລິ ເລີ່ມ ດ້ານການດຳເນີນທຸລະກິດ ເພື່ອວົງຄະນາຍາດ

ໃນການເຄື່ອນໄຫວ “ຫັນເປັນກົນໄກ” ນີ້, Imagtor ເປັນວິສາຫະກິດ ສັງຄົມໜຶ່ງ ສັງກັດ ບໍລິສັດຫຸ້ນສ່ວນ ງີ້ລຶກຊົ໋ງ ຊຶ່ງນາງ ເວິນ ໄດ້ຈັດຕັ້ງ ຂຶ້ນ ໃນເດືອນ ກຸມພາ ປີ 2016.

ຖ້າຫາກວ່າ ບໍ່ສັງເກດບັນດາລົດເຂັນ ທີ່ໄດ້ຕັ້ງ ສະຫຼັບກັນ ຢູ່ຕາມ ບັນ ດາ ແຖວຕັ່ງ, ຈະບໍ່ຄ່ອຍມີໃຜ ສາມາດ ວາດພາບໄດ້ວ່າ ນີ້ແມ່ນ ຫ້ອງ ການເຮັດວຽກ ຂອງຜູ້ພິການ, ຍ້ອນນັ້ນແມ່ນຫ້ອງການທີ່ ກວ້າງຂວາງ ແລະ ເຕັມໄປດ້ວຍແສງສະຫວ່າງ ແລະ ສີຂຽວຂອງ ຕົ້ນໄມ້.

ນາງ ເວິນໃຫ້ຮູ້ວ່າ ລູກຄ້າຈຳນວນປະມານ 50% ຂອງ ບໍລິສັດ ແມ່ນ ມາຈາກ ສ.ອາເມລິກາ, ສ່ວນທີ່ເຫຼືອແມ່ນມາຈາກ ອົດສະຕຣາລີ, ເອີ ຣົບ, ຍີ່ປຸ່ນ ແລະ ສ ເກົາຫຼີ. Imagtor ແມ່ນຫົວໜ່ວຍ ສະໜອງ ບໍລິ ການ ປັບປຸງດັດແກ້ ຮູບພາບ ວີດີໂອ, 2D/3D ໃຫ້ແກ່ບັນດາ ບໍລິສັດ ອະສັງຫາລິມະຊັບ ຂອງຕ່າງປະເທດ.

ປີ 2018, ລາຍຮັບຂອງວິສາຫະກິດ ບັນລຸກວ່າ 10 ຕື້ດົ່ງ, ໄດ້ກຳໄລ ເກືອບ 3 ຕື້ດົ່ງ, ໃນນັ້ນ Imagtor ໄດ້ຫັກກຳໄລ ສ່ວນໜຶ່ງ ໃຫ້ ແກ່ສູນ ງີ້ລຶກຊົ໋ງ. ລາຍຮັບສະເລັ່ຍຂອງພະນັກງານ ລັດຖະກອນ ໃນບໍລິສັດ ແມ່ນ 8,5 ລ້ານດົ່ງ/ເດືອນ.



ນາງ ຫງວຽນທິເວິນ ໃນພິທີເຊີດຊູ “ແມ່ຍິງ 50 ຄົນ ທີ່ມີຜົນສະທ້ອນ ທີສຸດ ຫວຽດນາມ ປີ 2019” ໂດຍວາລະສານ Forbes ຫວຽດນາມ ເປັນຜູ້ຈັດຕັ້ງ. ພາບ: ເຈິ່ນແທງຢາງ


ນາງ ຫງວຽນທິເວິນ ກ່າວປາໄສ ໃນກອງປະຊຸມເວທີ ສົນທະນາ ໃນ ລາຍການ “ແມ່ຍິງ 50 ຄົນ ທີ່ມີຜົນສະທ້ອນທີສຸດ ຫວຽດນາມ ປີ 2019”
ໂດຍວາລະສານ Forbes ຫວຽດນາມ ເປັນຜູ້ຈັດຕັ້ງ. ພາບ: ເຈິ່ນແທງຢາງ



ນາງ ຫງວຽນທິເວິນ ໄດ້ຮັບລາງວັນ ຂໍ້ລິເລີ່ມດຳເນີນທຸລະກິດ ເພື່ອ ວົງຄະນາຍາດ ທີ່ລາຍການ ແອ໋ນແຊງ. ພາບ: ເຈິ່ນແທງຢາງ


ນາງ ຫງວຽນທິເວິນ ເຂົ້າຮ່ວມລາຍການສະແດງ ແຟຊັ່ນ ໃນຊຸດ ອ໋າວຢ່າຍ (ຊຸດເສື້ອຍາວ). ພາບ: ເຈິ່ນແທງຢາງ

ຈາກສະພາບແວດລ້ອມການເຮັດວຽກ ແບບບໍ່ຫວັງຜົນກຳໄລ ຫັນໄປ ສູ່ການດຳເນີນທຸລະກິດ, ວຽກງານທຳອິດທີ່ ນາງ ເວິນ ເຮັດນັ້ນ ແມ່ນ ສ້າງຫຼັກການ ແລະ ທັດສະນະການເຮັດວຽກ ຢູ່ ບໍລິສັດ ຄືນໃໝ່. 

ປີ 2018, ວິສາຫະກິດສັງຄົມ Imagtor ຄວ້າໄດ້ 3 ລາງວັນ ໃນການ ແຂ່ງຂັນ ຂໍ້ລິເລີ່ມ ສັງຄົມໃຫຍ່ທີສຸດ ອາຊີ ທີ່ມີຊື່ Social Venture Asia, ນັ້ນແມ່ນ ວິສາຫະກິດສັງຄົມ ໃນຂົງເຂດເຕັກໂນໂລຊີ, ວິສາ ຫະກິດສັງຄົມ ໃນຂົງເຂດການສຶກສາ  ແລະ ວິສາຫະກິດສັງຄົມ ທີ່ ມີຄວາມສາມາດບົ່ມຂອງ ອາຊີ. 
ນາງ ເວິນໃຫ້ຮູ້ວ່າ ເມື່ອໄດ້ກຳນົດ ການດຳເນີນທຸລະກິດ ກໍຕ້ອງ ເຮັດ ວຽກ ບົນຈິດໃຈ ດຳເນີນທຸລະກິດ ຈຶ່ງແກ່ງແຍ້ງກັບຕະຫຼາດ ໄດ້. ດ້ວຍ ເຫດນັ້ນ, ນາງ ເວິນ ໄດ້ຖືການບໍລິການ ແລະ ຄຸນນະພາບ ຂອງ ຜະ ລິດຕະພັນ ເປັນອັນດັບທຳອິດ ເມື່ອເຂົ້າເຖິງລູກຄ້າ.

ໃນບໍລິສັດ, ນາງ ເວິນ ມີທັດສະນະການເຮັດວຽກ ກັບພະນັງານ ຢ່າງ ຈະແຈ້ງທີສຸດ. ເຖິງວ່າເປັນຜູ້ພິການ ຫຼື ບໍ, ແຕ່ທຸກການລະເມີດ ກ່ຽວ ກັບ ກົດລະບຽບການອອກແຮງງານ ຕ່າງກໍໄດ້ ຮັບການຍ້ອງຍໍ ຫຼື ປັບ ໄໝຢ່າງສະເໝີພາບ. ນາງ ໄດ້ສ້າງສະພາບແວດລ້ອມການເຮັດ ວຽກ ຢູ່ທີ່ນັ້ນ ທຸກຄົນຕ່າງກໍມີຄວາມເຄົາລົບ ແລະ ສະເໝີພາບກັນ.

ນາງ ເວິນ ກ່າວວ່າ ກໍຄືອ້າຍຄີງຂອງຕົນ, ນາງ ອາດຈະເສຍຊີວິດຢ່າງ ກະທັນຫັນ ຍ້ອນພະຍາດຂອງຕົນ. ນັ້ນແມ່ນຂໍ້ອ້າງ ທີ່ ນາງ ເວິນ ໄດ້ ເຮັດວຽກ ສຸດຄວາມສາມາດ ເພື່ອໃຫ້ Imagtor ມີ ຄວາມເຂັ້ມແຂງ ຕະຫຼອດເວລາ ໂດຍບໍ່ຕ້ອງເພິ່ງພາ ຫຼາຍ ກັບຜູ້ນຳ.

ທີ່ບໍລິສັດ ກໍຄື ຢູ່ສູນ ງີ້ລຶກຊົ໋ງ, ນາງ ເວິນ ຍາມໃດກໍສຸມໃສ່ ໃນການ ກໍ່ສ້າງ ແລະ ພັດທະນາ ຄວາມສາມາດບົ່ມຊ້ອນ ໃຫ້ແກ່ ບັນດາຜູ້ ພິການອາຍຸໜຸ່ມ.

ນາງ ເວິນ ມີຄວາມປາດຖະໜາວ່າ ບໍ່ພຽງແຕ່ຈະສ້າງ “ສູນເວິນ ນ້ອຍໆ” ອີກຫຼາຍແຫ່ງ, ແຕ່ຍັງຊ່ວຍ ໃຫ້ຜູ້ພິການ ອີກຫຼາຍຄົນ ໄດ້ມີ ໂອກາດ ໄດ້ຮັບການສຶກສາຢ່າງສຸກສະບາຍ ແລະ ໄດ້ໃຊ້ຊີວິດກັບ ຄວາມ ຝັນແລະ ຄວາມມຸ່ງມາດປາດຖະໜາ ຂອງເຂົາເຈົ້າ ອີກດ້ວຍ. 

 
ບົດ: ຖາວວີ - ພາບ: ເຈິ່ນແທງຢາງ ແລະ Forbes ຫວຽດນາມ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top