• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຄວາມປະທັບໃຈ VINPEARL LAND ນາມໂຮ້ຍອານ

ມັນບໍ່ເກີນໄປເມື່ອມີຄົນຖື Vinpearl Land ນາມໂຮ້ຍອານ ຄືໂລກຫຍໍ້ສ່ວນ, ທັນສະໄໝ, ໃຫຍ່ໂຕໂອ້ໂຖງ, ແຕ່ມີ ຄວາມສວຍງາມໃຫ້ຊວນຝັນ, ເພີດເພີນໄປກັບ ສະຖາປັດ ຕະຍະກຳ ທີ່ສວຍງາມ ຂອງ ອາຊີ-ເອີລົບ ແລະ ສະຖານທ່ີ ບັນເທີງ, ພັກຜ່ອນ ລະດັບໂລກຫຼາຍແຫ່ງ ໄດ້ກໍ່ສ້າງ ເທິງ ເກາະແຫ່ງໜຶ່ງທີ່ງຽບສະງົບ ເຕັມໄປດ້ວຍຄວາມສະຫງົບສຸກ ຢູ່ແຄມ ຝັ່ງທະເລ.
ດ້ວຍມາດຕະຖານ “ທັງໝົດໃນໜຶ່ງດຽວ”, ເຂດບັນເທິງ, ພັກ ຜ່ອນລະດັບ 5 ດາວ Vinperl Land ນາມໂຮ້ຍອານ​ ເປັນ ໂລກທ່ີຫຍໍ້ສ່ວນ, ສາມາດຕອບສະໜອງໃຫ້ແກ່ ຄວາມຕ້ອງ ການໃນການຊອກຮູ້ ແລະ ບັນເທີງ, ພັກຜ່ອນ ຂອງ ນັກ ທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.

ກ້າວເຂົ້າສູ່ປະຕູ ຂອງ Vinperl Land ນາມໂຮ້ຍອານ ປະ ໄວ້ເບື້ອງຫຼັງ ເຂດທະເລຊາຍ ທີຮ້ອນອົບເອົ້າ ເພື່ອ ເຂົ້າໄປ ຂ້າງໃນ​, ນັກທ່ອງທ່ຽວ ຈະຮູ້ສຶກຕົກຕະລຶງ ຕໍ່ຮູບພາບເຮືອນ ຫຼາຍຫຼັງ ໄດ້ອອກແບບຕາມຮູບຊົງ ຂອງກຳປັ່ນຂົນສົ່ງ ສິນ ຄ້າຂະໜາດໃຫຍ່ຫຼາຍລຳ ທີ່ມັກເຫັນຢູ່ທ່າກຳປັ່ນ ການຄ້າ ມີ ຊື່ສຽງ ຂອງ ໂຮ້ຍອານ ໃນສະໄໝກ່ອນ ພວມຢູ່ ແຄມແມ່ ນໍ້າທີ່ງຽບສະຫງັດ. 

ລຽບຕາມສອງຝັ່ງແມ່ນໍ້າ, ເບື້ອງຂວາແມ່ນຮູບພາບ ຂອງຕົວເມືອງເກົ່າ ໂຮ້ຍອານ ດ້ວຍເຮືອນຫຼາຍຫຼັງໄດ້ທາສີ ເຫຼືອງ ຄືແສງຕາເວັນຍາມລະດູຮ້ອນ ແລະ ໂຄມໄຟ ສີແດງ ຫຼາຍ ດວງໄດ້ຫ້ອຍເທິງລະບຽງເຮືອນແຕ່ລະຫຼັງ. ເບື້ອງຂວາ ຂອງ ຖະໜົນ ແມ່ນຄຸ້ມຕົວເມືອງ ບ່ອນທ່ີມີສະຖາປັດຕະຍະກຳ ຂອງ ຊາວຕາເວັນຕົກ ດ້ວຍເຮືອນຫຼາຍຫຼັງທີ່ສວຍງາມ ເຊິ່ງ ເຮັດໃຫ້ຄິດເຖິງຮູບພາບ ຂອງ ນະຄອນ Amsterdam, Venice ທີ່ເກົ່າແກ່ ແລະ ສວຍງາມ ຊວນຝັນ. 


ສະຖາປັດຕະຍະກຳທີ່ປະທັບໃຈຂອງເຮືອນຫຼາຍຫຼັງຢູ່ Vinpearl Land ນາມໂຮ້ຍອານ.


ລອກແບບຂອງຄຸ້ມຖະໜົນເກົ່າ ໂຮ້ຍອານ ຢູ່ Vinpearl Land ນາມໂຮ້ຍອານ.


ກະແສນຳ້ໄຫຼຜ່ານສວນຕົ້ນໄມ້ທີ່ເຢັນດີ. 


ລະບົບລານສະໄລເດີ້ ຫຼາຍຊັ້ນ ສ້າງຄວາມຮູ້ສຶກຕື່ນເຕັ້ນໃຫ້ແກ່ຜູ້ຫຼິ້ນ. 


ນັກທ່ອງທ່ຽວມາຈາກ ສ ຣັດເຊຍ ພາກັນຫຼິ້ນ ຢູ່ສວນຫຼິ້ນນຳ້ ຂອງ Vinpearl Land ນາມໂຮ້ຍອານ. 


ສວນຫຼິ້ນນຳ້ ດ້ວຍຫຼາຍວິທີການຫຼິ້ນທີ່ໜ້າຈັບໃຈ. 


ປ້ອມໝັ້ນ, ກະແສນຳ້ ແລະ ເຮືອໄມ້ ໄດ້ ພັນລະນາ ເຖິງຮູບພາບຂອງຊາວອາຊີ.  


ນໍ້າຕົກຕາດຂະໜາດໃຫຍ່ຢູ່ສວນນຳ້ຂອງ Vinpearl Land ນາມໂຮ້ຍອານ.  


ເດັກນ້ອຍຫຼາຍຄົນຊອກຮູ້ໂລກເຄື່ອງຫຼິ້ນ ທີ່ເຕັມ ໄປ ດ້ວຍສີສັນມູນເຊື້ອ.


ອາຊີບດ່ອງໄໝ, ຕຳ່ຫູກມູນເຊື້ອຂອງຊາວເຂດ ກວາງ. 


ຫວ່າງເວຫາທີ່ເຂດເຮືອນສວນມູນເຊື້ອ ຂອງ ຊາວ ພາກໃຕ້.


ນັກທ່ອງທ່ຽວຮູ້ສຶກປະທັບໃຈຕໍ່ຄວາມສວຍງາມ ຂອງ Vinpearl Land ນາມໂຮ້ຍອານ. 


Vinpearl Land ນາມໂຮ້ຍອານ ເປັນຈຸດນັດພົບຂອງຜູ້ທີ່ມີ
ຄວາມຮັກມັກກັບທິວທັດທຳມະຊາດທີ່ສວຍງາມຊວນຝັນ ຕາມແບບແຜນຂອງ ເອີຣົບ. 

ເຂົ້າເລິກໄປທາງໃນ, ຢູ່ເທິງເກາະນ້ອຍໆ ທີ່ມີຊື່ວ່າ ເກາະ ເຢີນຢານ, ຕັ້ງຢູ່ລະຫວ່າງແມ່ນໍ້າທັງສີ່, ນັກທ່ອງທ່ຽວຈະພົບ ເຫັນບັນດາຮູບພາບ, ສຽງ ແລະ ນໍ້າສຽງທີ່ຄຸ້ນເຄີຍ ທ່ີເຕັມ ໄປດ້ວຍຄວາມຄິດເຖິງ ຫຼັງເຮືອນ, ປະຕູໂຂງເຂົ້າບ້ານ, ຕົ້ນ ໄຮ, ທ່າເຮືອ, ສຽງ ຂອງກີ່ຕໍ່າຫູກ... ທີ່ມັກເຫັນຢູ່ໝູ່ບ້ານ ຊົນນະບົດ ຫຼາຍແຫ່ງ ໃນປະເທດ ຫວຽດນາມ. 

ໜຶ່ງໃນສະຖານທ່ີ ໜ້າສົນໃຈ ສໍາລັບນັກທ່ອງທ່ຽວ ເມື່ອມາ ພັກຜ່ອນຢູ່ Vinperl Land ນາມໂຮ້ຍອານ ແມ່ນ ສະຖານທ່ີພັກຜ່ອນພາຍໃນ ແລະ ກາງແຈ້ງ ທ່ີໄດ້ອອກແບບຢ່າງ ສວຍງາມ, ທັນສະໄໝ, ປອດໄພ ແລະ ໄດ້ມາດຕະຖານ ສາກົນ ດ້ວຍເຄື່ອງຫຼິ້ນຫຼາຍຢ່າງທີ່ໜ້າຈັບໃຈ, ແປກໃໝ່ ຄື: ສວນຫຼິ້ນນໍ້າ ດ້ວຍລະບົບລານສະໄລເດີ້, ທະເລທຽມ, ນໍ້າ ຕົກຕາດຂະໜາດໃຫຍ່... ເຂດປ່າສະຫງວນ, ເຂດຫຼິ້ນເກມ ພະຈົນໄພ ແລະ ພື້ນທ່ີວີດີໂອເກມທັນສະໄໝ. 

ໂລກການກິນດື່ມມີອາຫານທີ່ອຸດົມສົມບູນ, ເຕັມໄປດ້ວຍ ອາຫານຫຼາຍເຍື່ອງຂອງບັນດາປະເທດ ເອີຣົບ, ອາຊີ, ໂດຍບັນດາພໍ່ຄົວທີ່ມີຊື່ສຽງ ຢູ່ພາຍໃນ ແລະ ຕ່າງປະເທດ ເປັນຜູ້ປຸງແຕ່ງ, ພ້ອມກັບບັນຍາກາດຂອງການຮັບປະທານ ອາຫານທ່ີຫຼາກຫຼາຍຮູບແບບ ເຊິ່ງສ້າງຄວາມປະທັບໃຈ ໃຫ້ແກ່ນັກທ່ອງທ່ຽວ ເມື່ອມາພັກຜ່ອນຢູ່ Vinperl Land ນາມໂຮ້ຍອານ. 

ໂຄງການ Vinperl Land ນາມໂຮ້ຍອານ ແມ່ນກຸ່ມບໍລິສັດກຸ່ມເສດຖະກິດເອກະຊົນ ຊັ້ນນໍາ VinGroup ຂອງ ຫວຽດ ນາມ ເປັນຜູ້ລົງທຶນ, ໂດຍຄວາມມຸ່ງຫວັງ ຢາກຫັນ “ອານຸ ພາກພື້ນທະເລຊາຍ” ຊາຍຝັ່ງທະເລ ນາມໂຮ້ຍອານ ກາຍ ເປັນເຂດທ່ອງທ່ຽວ, ພັກຜ່ອນອັນດັບໜຶ່ງຢູ່ພາກກາງ-ໄຕ ງວຽນ ຕາມຮູບແບບ “ທັງໝົດໃນໜຶ່ງດຽວ”. 

ຖະໜົນ ແທງນຽນ, ຕາແສງ ບິ່ງເຢືອງ, ເມືອງ ທັງບິ່ງ, ແຂວງ ກວາງນາມ. ໂຄງການແຫ່ງນີ້ ຫ່າງຈາກຫາດຊາຍທະເລ ບິ່ງ ມິນ ປະມານ 150 ແມັດ; ຫ່າງຈາກຄຸ້ມຖະໜົນເກົ່າ ໂຮ້ຍ ອານ 17 ກິໂລແມັດ, ຫ່າງໃຈກາງນະຄອນດ່າໜັງ 44 ກິໂລ ແມັດ, ກຸງເກົ່າ ເຫວ້ 150 ກິໂລແມັດ.
ເວລາເຄື່ອນໄຫວ: ແຕ່ 08:30 ໂມງ - 21 ໂມງ ທຸກໆ ມື້. 
ລາຄາປີ້:
-ຜູ້ໃຫຍ່: 500.000 ດົ່ງ/ຄົນ (ພາຍຫຼັງ 16 ໂມງແລງ: 250.000 ດົ່ງ/ຄົນ).
-ເດັກນ້ອຍ: 400.000 ດົ່ງ/ຄົນ (ພາຍຫຼັງ 16 ໂມງແລງ: 150.000 ດົ່ງ/ຄົນ).
ຕິດຕໍ່: 
ເວັບໄຊ: https://namhoian.vinpearlland.com/
- Hotline: 19006677, ກົດເລກ 5.
 
ບົດ ແລະ ພາບ: ແທງຮ່ວາ

ເທດສະການ ນາງຮາຍ ຂອງ ຊາວເຜົ່າ ໄຕ່

ເທດສະການ ນາງຮາຍ ຂອງ ຊາວເຜົ່າ ໄຕ່

ຕັ້ງຢູ່ທາງພາກເໜືອຂອງ ຫວຽດນາມ, ກາວບັ່ງ ມີຄວາມ ພາກພູມໃຈ ໄດ້ເປັນດິນແດນ ທ່ີອະນຸລັກຮັກສາຄຸນຄ່າ ທາງວັດທະນະທຳ ພື້ນເມືອງ ທີ່ເປັນເອກະລັກຫຼາຍຢ່າງ ຂອງ ວົງຄະນາຍາດ ບັນດາເຜົ່າສ່ວນໜ້ອຍ. ໃນຈຳນວນນັ້ນ, ເທດສະການ ນາງຮາຍ (ນາງ ພະຈັນ) ຢູ່ຕາແສງ ຕຽນແທ່ງ, ແຂວງ ກາວບັ່ງ ແມ່ນຈຸດພົ້ນເດັ່ນ ເນື່ອງຈາກວ່າ ມີລັກສະນະ ທີ່ເຕັມໄປດ້ວຍ ສີສັນວັດທະນະທຳ ທີ່ເປັນເອກະລັກ ຂອງ ຊາວເຜົ່າ ໄຕ່. ເທດສະການ ໄດ້ຈັດຂຶ້ນ ເພື່ອສະແດງຄວາມຮູ້ ບຸນຄຸນ, ເຄົາລົບທຳມະຊາດ ແລະ ອະທິດຖານ ໃຫ້ພືດຜົນລະປູກ ອຸດົມສົມບູນ. 

Top