• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ການດຳລົງຊີວິດຢູ່ ບຶງນ້າຍ

ບຶງ ນ້າຍ ເປັນຂອງຂວັນທີ່ທຳມະຊາດ ໄດ້ມອບໃຫ້ແກ່ເມືອງ ນິງຫາຍ, ແຂວງ ນິງຖ້ວນ ດ້ວຍທັດສະນີຍະພາບທີ່ສວຍງາມ ຊວນຝັນ ແລະ ນຳມາແຫຼ່ງລາຍຮັບຈາກການລ້ຽງ ແລະ ຫາ ສິນໃນນຳ້ ໃຫ້ບັນດາປະຊາຊົນ ທີ່ອາໄສໃນຂົງເຂດ ອີກດ້ວຍ.
ຈາກນະຄອນ ຟານຣາງ-ທາບຈ່າມ, ຕາມຖະໜົນ ອຽນນີງ ໄປ ທາງທິດເໜືອ ປະມານ 10 ກິໂລແມັດ ກໍ່ຈະຮອດຂົວ ຈີຖຸຍ, ຂົວແຫ່ງນີ້ ໄດ້ແບ່ງ ບຶງນ້າຍ ເປັນສອງເຂດທີ່ແຕກຕ່າງກັນ. ເບື້ອງຊ້າຍຂົວ ແມ່ນໜອງນຳ້ ທີ່ກວ້າງຂວາງ ຢູ່ໃຕ້ສາຍພູຫີນ ແລະ ໝູ່ບ້ານຊາວປະມົງຫຼາຍແຫ່ງ,​ ເບື້ອງຂວາ ແມ່ນຕະ ຫຼາດຂາຍປາ ບ້ານ ນ້າຍ ຍາມໃດກໍ່ ມີບັນຍາກາດ ທີ່ຟົດຟື້ນ ແລະ ແມ່ນໍ້າ ຈີຖຸຍ ໄຫຼອອກ ສູ່ທະເລ, ມີເຮືອແພຂຶ້ນລົງຢ່າງ ຄຶກຄັກ. 

ແຕ່ກ່ອນ, ບຶງ ນ້າຍ ເອີ້ນວ່າ ໜອງ ເຮືອງກື້ວ (ຫຼື ເຟືອງກື້ວ) ຢູ່ຕີນພູ ຮ່ອນທຽນ. ບຶງ ນ້າຍ ຍັງເປັນ “ປອດສີຂຽວ” ໃຫ້ແກ່ ແຜ່ນດິນແຫ້ງແລ້ງແຫ່ງນີ້, ທັງເປັນບ່ອນສ້າງລາຍຮັບ ຈາກການລ້ຽງ ແລະ ຫາສິນໃນນຳ້ ຂອງປະຊາຊົນ ໃນຂົງເຂດ ອີກດ້ວຍ. ນັກທ່ອງທ່ຽວຫຼາຍຄົນ ເມື່ອມາຍັງທີ່ນີ້ ຈະຖີບລົດ ໄປທ່ຽວຫຼິ້ນ ອ້ອມຮອບບໍລິເວນແຫ່ງນີ້, ເທິງຝັ່ງ ເຕັມໄປດ້ວຍ ດອກເຈ້ຍສີແດງບານໄປທົ່ວ, ໃນໜອງແມ່ນ ຮູບພາບຊາວ ປະມົງ ພວມໃສ່ມອງ ຫາປາ.


ບຶງ ນ້າຍ ມີເນື້ອທີ່ປະມານ 1.200 ເຮັກຕາ. ພາບ: ຫງວຽນລວນ/VNP


ປະຊາຊົນຢູ່ ບຶງ ນ້າຍ ຍັງລົງທຶນລ້ຽງສິນໃນນຳ້ ຫຼາຍຊະນິດ ທີ່ມີຊື່ສຽງ ຂອງ ທ່ີນີ້ຄື: ກຸ້ງ, ປູ, ປູມ້າ, ຫອຍແມງພູ່, ຫອຍນາງລົມ, ປາ... ພາບ: ຫງວຽນລວນ/VNP


ບຶງ ນ້າຍ ເປັນບ່ອນສ້າງລາຍຮັບດ້ານເສດຖະກິດໃຫ້ແກ່ ປະຊາຊົນໃນຂົງເຂດ. ພາບ: ເລມິນ/VNP


ນອກຈາກໄປຫາສິນທະເລ ທີ່ມີຢູ່ໃນໜອງ, ປະຊາຊົນຢູ່ ບຶງ ນ້າຍ ຍັງລົງທຶນລ້ຽງສິນໃນນຳ້ ຫຼາຍຊະນິດ ທີ່ມີຊື່ສຽງ ຂອງ ທ່ີນີ້ຄື: ກຸ້ງ, ປູ, ປູມ້າ, ຫອຍແມງພູ່, ຫອຍນາງລົມ, ປາ... ພາບ: ຫງວຽນລວນ/VNP


ປະຊາຊົນຢູ່ ບຶງ ນ້າຍ ພວມເກັບຫອຍນາງລົມ. ພາບ: ເລມິນ/VNP


ນັກທ່ອງທ່ຽວສາມາດຊື້ເຄື່ອງທະເລສົດໆ ດ້ວຍລາຄາ ທີ່ ເໝາະສົມ ຢູ່ຕະຫຼາດຂາຍປາບ້ານ ນ້າຍ. ພາບ: ເລມິນ/VNP


ເຄື່ອງທະເລສົດໆ ໄດ້ວາງຂາຍທີ່ຕະຫຼາດຂາຍປາ ບ້ານ ນ້າຍ. ພາບ: ຫງວຽນລວນ/VNP


ກຸ້ງມັງກອນ ໄດ້ວາງຂາຍຢູ່ຕະຫຼາດຂາຍປາ ບ້ານ ນ້າຍ. ຫງວຽນລວນ/VNP


ເໝັ້ນທະເລໄດ້ວາງຂາຍຢູ່ຕະຫຼາດຂາຍປາ ບ້ານ ນ້າຍ. ພາບ: ຫງວຽນລວນ/VNP


ຕະຫຼາດຂາຍປາ ບ້ານ ນ້າຍ ນອນຢູ່ແຄມບຶງ, ມີຊື່ສຽງ ເປັນ ຕະຫຼາດຂາຍເຄື່ອງທະເລສົດ ແລະ ແສບ ຫຼາຍຊະນິດ. ພາບ: ຫງວຽນລວນ/VNP


ຊາວປະມົງພວມກະກຽມໃຫ້ການອອກໄປຫາປາ. ພາບ: ເລມິນ/VNP


ຄວາມສວຍງາມຂອງ ບຶງ ນ້າຍ. ພາບ: ຫງວຽນລວນ/VNP

ນອກຈາກໄປຫາສິນທະເລ ທີ່ມີຢູ່ໃນໜອງ, ປະຊາຊົນຢູ່ ທີ່ນີ້ ຍັງລົງທຶນລ້ຽງສິນໃນນຳ້ ຫຼາຍຊະນິດ ທີ່ມີຊື່ສຽງ ຂອງທ່ີນີ້ຄື: ກຸ້ງ, ປູ, ປູມ້າ, ຫອຍແມງພູ່, ຫອຍນາງລົມ, ປາ... ເຊິ່ງນຳມາ ຜົນປະໂຫຍດດ້ານເສດຖະກິດ ຢ່າງຫຼວງຫຼາຍ. ພາບ: ຊາວ ປະມົງ ພາຍເຮືອໄປຫາສິນທະເລ ຢູ່ເທິງ ບຶງ ນ້າຍ ພາຍໃຕ້ ແສງອາລຸ້ນວັນໃໝ່ ໄດ້ນຳມາຄວາມຮູ້ສຶກ ສະຫງົບສຸກ ແລະ ເຕັມໄປດ້ວຍພະລັງຊີວິດ. 

ມາຍັງ ບຶງ ນ້າຍ, ນອກຈາກ ໄດ້ຊົມ ທັດສະນີຍະພາບ ທີ່ສວຍ ງາມ, ນັກທ່ອງທ່ຽວ ຫຼາຍຄົນຍັງໄປຫາຕະຫຼາດຂາຍປາ ບ້ານ ນ້າຍ, ຕະຫຼາດແຫ່ງນີ້ ຕັ້ງຢູ່ແຄມໜອງ ແລະ ມີຊື່ສຽງເປັນ ບ່ອນຂາຍເຄື່ອງທະເລສົດ ຫຼາຍຊະນິດ ດ້ວຍລາຄາ ທີ່ເໝາະສົມ. ນັກທ່ອງທ່ຽວສາມາດຊື້ເມືອເຮືອນ ຫຼື ກິນກັບທີ່ ໃນຮ້ານອາຫານຂອງຊາວທ້ອງຖິ່ນ ດ້ວຍອາຫານຫຼາຍເຍື່ອງທີ່ສົດ ແລະ ແຊບ. 

ດ້ວຍເນື້ອທີ່ທຳມະຊາດ 1.200 ເຮັກຕາ, ບັນຈຸນໍ້າປະມານ 24 ລ້ານແມັດກ້ອນ, ບຶງ ນ້າຍ ມີສິນໃນນໍ້າ 320 ຊະນິດ ທີ່ພວມ ອາໄສຢູ່ໃນໜອງ,  ເປັນ 1 ໃນ 12 ໜອງ ສຳຄັນຂອງ ຫວຽດ ນາມ. ບຶງ ນ້າຍ ເປັນຕົວຢ່າງຂອງໜອງນໍ້າແຫ່ງໜຶ່ງ ຢູ່ເຂດ ຮ້ອນແຄມທະເລ, ມີບົດບາດແກ້ໄຂສະພາບນໍ້າຖ້ວມ, ສ້າງຄວາມສົມດູນ ຂອງນໍ້າໃຕ້ດິນ “ເປັນປອດ” ເພື່ອຮັກສາຄວາມສະອາດສິ່ງແວດລ້ອມດ້ານລະບົບນິເວດ. 
ບົດ: ເຊີນເງ້ຍ - ພາບ: ເລມິນ, ຫງວຽນລວນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top