“ໄຂ່ມຸກນິນ” ແຫ່ງພູເຂົາ ແລະ ປ່າໄມ້ ໄຕບັກ

“ໄຂ່ມຸກນິນ” ແຫ່ງພູເຂົາ ແລະ ປ່າໄມ້ ໄຕບັກ


ລາງວັນການທ່ອງທ່ຽວໂລກ 2023 (World Travel Awards-WTA) ໄດ້ໃຫ້ກຽດ ແກ່ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ເປັນ “ແຫຼ່ງທ່ອງທ່ຽວທຳມະຊາດ ແຖວໜ້າ ຂອງໂລກ 2023”.

ຕັ້ງຢູ່ລະດັບຄວາມສູງແຕ່ 800-1.000 ມ ເມື່ອທຽບກັບ ລະດັບນ້ຳທະເລ, ສະພາບພູມສັນຖານ ໄດ້ແບ່ງ ມົກເຈົາ ເປັນ 4 ເຂດຕົ້ນຕໍຄື: ພູພຽງ, ເຂດອ້ອມຮອບພູພຽງ, ເຂດລຽບຕາມ ແມ່ນ້ຳ ດ່າ ແລະ ເຂດຊາຍແດນ. ແຕ່​ລະ​ພາກ​ພື້ນ​ ມີ​ທ່າໄດ້ປຽບ​ຂອງ​ຕົນ​ ໃນ​ການກຳນົດ​ຜະ​ລິດ​ຕະ​ພັນ ທີ່​ເປັນ​ເອ​ກະ​ລັກ​.

ຍ້ອນ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ, ມົກເຈົາ ໄດ້​ສ້າງ​ຄວາມ​ດຶງ​ດູດ​ທີ່​ພິ​ເສດ​ ສຳລັບໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ເຊິ່ງຍາກທີ່ເຫັນຢູ່ແຫ່ງອື່ນ. ພາບ: VNP
ບັນດາໂນນຊາຢູ່ ມົກເຈົາ ແມ່ນສະຖານທີ່ດຶງດູດນັກທ່ອງທ່ຽວຫຼາຍຄົນມາຄົ້ນພົບ. ພາບ: VNP
 
 

ຍ້ອນ​ພູມ​ສັນ​ຖານ​ ທີ່​ຫຼາກຫຼາຍ, ສະ​ພາບ​ອາ​ກາດ​ເຢັນ​ສະ​ບາຍ​ຕະຫຼອດ​ປີ, ພິເສດແມ່ນ​ມື້​ທີ່​ມີ​ໝອກຫຼາຍ (80 ວັນ​ຕໍ່​ປີ), ເພາະ ສະນັ້ນ ມົົກເຈົາ ຍັງ​​ໄດ້ຮູ້​ວ່າ ເປັນ “ດິນແດນ​ແຫ່ງ​ເມກໝອກ”. ມາ​ທີ່ນີ້​ໃນ​ທຸກ​ລະ​ດູ​ການ​ ຂອງ ​ປີ, ນັກ​ທ່ອງ​ທ່ຽວ ​ຍັງ​ສາ​ມາດ​ຄົ້ນພົບ ​ທິວທັດທຳມະຊາດ ​ດ້ວຍບັນດາ​ສວນ​ຊາ​ທີ່​ຍາວ​ຢຽດ ແລະ ຮ່ອມ​ພູ​ດອກ​ໄມ້​ທີ່​ເບັ່ງ​ບານ ເປັ່ງສີສັນ​ຕາມ​ລະ​ດູ​ການ. ມົກເຈົາ ຍັງແມ່ນ “ດິນແດນແຫ່ງນ້ຳຕົກ” ຍ້ອນມີນ້ຳຕົກ ທີ່ເປັນເອກະລັກສະເພາະຫຼາຍແຫ່ງຄື: ຢ໊າຍອ໋ຽມ, ຈ່ຽງຄວາ, ນ່າງຕຽນ... ຊຶ່ງສ້າງຄວາມປະທັບໃຈທີ່ບໍ່ອາດຫຼົງລືມ.

ເມື່ອສາຍ​ລົມ​ໜາວ​ຕົ້ນລະດູ​​​ ມາ​ເຖິງ, ມົກເຈົາ ​ໄດ້​ຄຸມ​ເສື້ອ​ຜືນ   ໃໝ່ ທີ່ຖືກ​ຫຍິບ​ດ້ວຍ​ດອກຜັກກາດຂາວ​ ນ້ອຍ​ທ່ີສວຍງາມ. ລະ​ດູ​ດອກ​ຜັກ​ກາດ ມົກເຈົາ ເລີ່ມ​ຕົ້ນແຕ່​ເດືອນ ​ພະ​ຈິກ, ນັກ​ທ່ອງ​ທ່ຽວ ເມື່ອ​ມາຍັງທີ່​ນີ້ຈະປາສະຈາກ​ບໍ່ໄດ້ ຄວາມປະຫຼາດໃຈ ຕໍ່ຄວາມສວຍງາມ​ອັນ​ກວ້າງ​ໃຫຍ່ ​ແລະ ມີພະລັງຊີວິດ ທີ່ສ້າງຄວາມປະທັບໃຈ ຂອງ ດອກໄມ້ ປະເພດນີ້. 

ຕົ້ນຄາຍ ມົກເຈົາ ໄດ້ເປັນທີ່ຮູ້ຈັກກັນ ມາແຕ່ດົນນານແລ້ວວ່າ ເປັນໜຶ່ງໃນສີ່ປະເພດດອກໄມ້ ທີ່ມີຊື່ສຽງ, ເປັນສັນຍາລັກ ຂອງ ຄວາມງາມ, ຄວາມຫາຍາກ ແລະ ສົດຊື່ນ. ດອກ​ຄາຍ​​ຢູ່ ມົກ​ເຈົາ ເລີ່ມຈໍ່ດອກ ​ເມື່ອ​ກະແສລົມ​​ໜາວ ພັດ​ເຂົ້າ​ມາ ໃນເຂດ​ພູ​ພຽງ​ທີ່​ສະ​ຫງົບ. ບໍ່ພຽງແຕ່ ປະດັບປະດາໃຫ້ດິນແດນທ້ອງຟ້າ ມົກເຈົາ ມີຄວາມງາມ ທີ່ໜ້າຈັບໃຈເທົ່ານັ້ນ, ດອກຄາຍ ຍັງນຳມາແຫຼ່ງພະລັງຊີວິດໃໝ່, ອົບອຸ່ນ ແລະ ຄຶກຄັກ ໃນລະດູບານໃໝ່ອີກດ້ວຍ.

ຫຼັງ​​ລະ​ດູ​ດອກຄາຍ, ມົກເຈົາ ຈະເປັນ​ສີ​ຂາວ ​ໃນ​ລະ​ດູ​ການ​ດອກ​ໝັ້ນ. ແຕ່​ເນີນ​ພູ​ນ້ອຍ ໄປເຖິງ​ຮ່ອມ​ພູ ​ແລະ​ ໝູ່​ບ້ານ, ດອກ​ໝັ້ນ​ບານແຜ່ສະພັ່ງ ໄປທົ່ວທຸກແຫ່ງຫົນ ຂອງ ພູຜາປ່າໄມ້. ບັນດາຮ່ອມ​ພູ​ດອກ​ໝັ້ນ ​ທີ່​ມີ​ຊື່​ສຽງ​ຢູ່ ມົກ​ເຈົາ ຄື: ນ່າ​ກາ, ມູເນົ໋າ, ເວິນໂຮ່... ເປັນທ່ີ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ ມາ​ແຕ່​ດົນ​ນານ.

  •                               ປະຕິບັດໂດຍ: VNP - ແປໂດຍ: ບິກລຽນ 

Top