ທ່ອງທ່ຽວ

“ໄຂ່ມຸກນິນ” ແຫ່ງພູເຂົາ ແລະ ປ່າໄມ້ ໄຕບັກ

ດ້ວຍຈຸດທີ່ຕັ້ງ ທີ່ເປັນປະຕູເຂົ້າ-ອອກສຳຄັນຂອງແຂວງ ເຊີນລາ ແລະ ເຂດ ໄຕບັກ (ທິດຕາເວັນຕົກສ່ຽງເໜືອ), ໄດ້ທຳມະຊາດ ເອື້ອອຳນວຍ ດ້ວຍພູມອາກາດ ແລະ ທິວທັດທີ່ດີເລີດ ພ້ອມກັບ ແຫຼ່ງຊັບພະຍາກອນທຳມະຊາດ ທີ່ເປັນເອກະລັກ, ເພາະສະນັ້ນ ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ (ແຂວງ ເຊີນລາ) ໄດ້ຮວບ ຮວມ ເອົາຄວາມສວຍສົດງົດງາມເໝືອນດັ່ງ “ໄຂ່ມຸກນິນ” ຂອງ ເຂດ ພູຜາປ່າໄມ້ ໄຕບັກ.


ລາງວັນການທ່ອງທ່ຽວໂລກ 2023 (World Travel Awards-WTA) ໄດ້ໃຫ້ກຽດ ແກ່ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ເປັນ “ແຫຼ່ງທ່ອງທ່ຽວທຳມະຊາດ ແຖວໜ້າ ຂອງໂລກ 2023”.

ຕັ້ງຢູ່ລະດັບຄວາມສູງແຕ່ 800-1.000 ມ ເມື່ອທຽບກັບ ລະດັບນ້ຳທະເລ, ສະພາບພູມສັນຖານ ໄດ້ແບ່ງ ມົກເຈົາ ເປັນ 4 ເຂດຕົ້ນຕໍຄື: ພູພຽງ, ເຂດອ້ອມຮອບພູພຽງ, ເຂດລຽບຕາມ ແມ່ນ້ຳ ດ່າ ແລະ ເຂດຊາຍແດນ. ແຕ່​ລະ​ພາກ​ພື້ນ​ ມີ​ທ່າໄດ້ປຽບ​ຂອງ​ຕົນ​ ໃນ​ການກຳນົດ​ຜະ​ລິດ​ຕະ​ພັນ ທີ່​ເປັນ​ເອ​ກະ​ລັກ​.

ຍ້ອນ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ, ມົກເຈົາ ໄດ້​ສ້າງ​ຄວາມ​ດຶງ​ດູດ​ທີ່​ພິ​ເສດ​ ສຳລັບໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ເຊິ່ງຍາກທີ່ເຫັນຢູ່ແຫ່ງອື່ນ. ພາບ: VNP
ບັນດາໂນນຊາຢູ່ ມົກເຈົາ ແມ່ນສະຖານທີ່ດຶງດູດນັກທ່ອງທ່ຽວຫຼາຍຄົນມາຄົ້ນພົບ. ພາບ: VNP
 
 

ຍ້ອນ​ພູມ​ສັນ​ຖານ​ ທີ່​ຫຼາກຫຼາຍ, ສະ​ພາບ​ອາ​ກາດ​ເຢັນ​ສະ​ບາຍ​ຕະຫຼອດ​ປີ, ພິເສດແມ່ນ​ມື້​ທີ່​ມີ​ໝອກຫຼາຍ (80 ວັນ​ຕໍ່​ປີ), ເພາະ ສະນັ້ນ ມົົກເຈົາ ຍັງ​​ໄດ້ຮູ້​ວ່າ ເປັນ “ດິນແດນ​ແຫ່ງ​ເມກໝອກ”. ມາ​ທີ່ນີ້​ໃນ​ທຸກ​ລະ​ດູ​ການ​ ຂອງ ​ປີ, ນັກ​ທ່ອງ​ທ່ຽວ ​ຍັງ​ສາ​ມາດ​ຄົ້ນພົບ ​ທິວທັດທຳມະຊາດ ​ດ້ວຍບັນດາ​ສວນ​ຊາ​ທີ່​ຍາວ​ຢຽດ ແລະ ຮ່ອມ​ພູ​ດອກ​ໄມ້​ທີ່​ເບັ່ງ​ບານ ເປັ່ງສີສັນ​ຕາມ​ລະ​ດູ​ການ. ມົກເຈົາ ຍັງແມ່ນ “ດິນແດນແຫ່ງນ້ຳຕົກ” ຍ້ອນມີນ້ຳຕົກ ທີ່ເປັນເອກະລັກສະເພາະຫຼາຍແຫ່ງຄື: ຢ໊າຍອ໋ຽມ, ຈ່ຽງຄວາ, ນ່າງຕຽນ... ຊຶ່ງສ້າງຄວາມປະທັບໃຈທີ່ບໍ່ອາດຫຼົງລືມ.

ເມື່ອສາຍ​ລົມ​ໜາວ​ຕົ້ນລະດູ​​​ ມາ​ເຖິງ, ມົກເຈົາ ​ໄດ້​ຄຸມ​ເສື້ອ​ຜືນ   ໃໝ່ ທີ່ຖືກ​ຫຍິບ​ດ້ວຍ​ດອກຜັກກາດຂາວ​ ນ້ອຍ​ທ່ີສວຍງາມ. ລະ​ດູ​ດອກ​ຜັກ​ກາດ ມົກເຈົາ ເລີ່ມ​ຕົ້ນແຕ່​ເດືອນ ​ພະ​ຈິກ, ນັກ​ທ່ອງ​ທ່ຽວ ເມື່ອ​ມາຍັງທີ່​ນີ້ຈະປາສະຈາກ​ບໍ່ໄດ້ ຄວາມປະຫຼາດໃຈ ຕໍ່ຄວາມສວຍງາມ​ອັນ​ກວ້າງ​ໃຫຍ່ ​ແລະ ມີພະລັງຊີວິດ ທີ່ສ້າງຄວາມປະທັບໃຈ ຂອງ ດອກໄມ້ ປະເພດນີ້. 

ຕົ້ນຄາຍ ມົກເຈົາ ໄດ້ເປັນທີ່ຮູ້ຈັກກັນ ມາແຕ່ດົນນານແລ້ວວ່າ ເປັນໜຶ່ງໃນສີ່ປະເພດດອກໄມ້ ທີ່ມີຊື່ສຽງ, ເປັນສັນຍາລັກ ຂອງ ຄວາມງາມ, ຄວາມຫາຍາກ ແລະ ສົດຊື່ນ. ດອກ​ຄາຍ​​ຢູ່ ມົກ​ເຈົາ ເລີ່ມຈໍ່ດອກ ​ເມື່ອ​ກະແສລົມ​​ໜາວ ພັດ​ເຂົ້າ​ມາ ໃນເຂດ​ພູ​ພຽງ​ທີ່​ສະ​ຫງົບ. ບໍ່ພຽງແຕ່ ປະດັບປະດາໃຫ້ດິນແດນທ້ອງຟ້າ ມົກເຈົາ ມີຄວາມງາມ ທີ່ໜ້າຈັບໃຈເທົ່ານັ້ນ, ດອກຄາຍ ຍັງນຳມາແຫຼ່ງພະລັງຊີວິດໃໝ່, ອົບອຸ່ນ ແລະ ຄຶກຄັກ ໃນລະດູບານໃໝ່ອີກດ້ວຍ.

ຫຼັງ​​ລະ​ດູ​ດອກຄາຍ, ມົກເຈົາ ຈະເປັນ​ສີ​ຂາວ ​ໃນ​ລະ​ດູ​ການ​ດອກ​ໝັ້ນ. ແຕ່​ເນີນ​ພູ​ນ້ອຍ ໄປເຖິງ​ຮ່ອມ​ພູ ​ແລະ​ ໝູ່​ບ້ານ, ດອກ​ໝັ້ນ​ບານແຜ່ສະພັ່ງ ໄປທົ່ວທຸກແຫ່ງຫົນ ຂອງ ພູຜາປ່າໄມ້. ບັນດາຮ່ອມ​ພູ​ດອກ​ໝັ້ນ ​ທີ່​ມີ​ຊື່​ສຽງ​ຢູ່ ມົກ​ເຈົາ ຄື: ນ່າ​ກາ, ມູເນົ໋າ, ເວິນໂຮ່... ເປັນທ່ີ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ ມາ​ແຕ່​ດົນ​ນານ.

  •                               ປະຕິບັດໂດຍ: VNP - ແປໂດຍ: ບິກລຽນ 

top