“ພະລາດຊະວັງ” ຫີນຍ້ອຍ ຢູ່ເຂດແດນເໜືອສຸດຂອງປະເທດຊາດ

“ພະລາດຊະວັງ” ຫີນຍ້ອຍ ຢູ່ເຂດແດນເໜືອສຸດຂອງປະເທດຊາດ


ຖ້ຳ ​ເງື່ອມງາວ ສັງກັດບ້ານ ງຸນ, ຕາ​ແສງດ່າມຖຸຍ, ເມືອງ ຈຸ່ງແຄ໋ງ. ມີເລື່ອງເລົ່າສືບທອດກັນມາວ່າ: ໃນເມື່ອກ່ອນ, ພາຍໃນຖໍ້າມີເສືອຮ້າຍຫຼາຍໂຕເປັ່ງສຽງອອກມາຢ່າງໜ້າຢ້ານກົວທັງເວັນທັງຄືນ, ສະນັ້ນຊາວເຜົ່າໄຕຢູ່ທີ່ນີ້ໄດ້ຕັ້ງຊື່ໃຫ້ຖ້ຳວ່າ ເງື່ອມງາວ, ໝາຍຄວາມວ່າຖ້ຳເສືອ.

ຖ້ຳ ​ເງື່ອມງາວ ​ຖືກ​ຄົ້ນ​ພົບ​ໃນ​ປີ 1921 ໂດຍ​ນັກ​ສຳ​ຫຼວດ​ຊາວ​ ຝຣັ່ງ ຄົນໜຶ່ງ. ຕາມບັນດາ​ນັກ​ຄົ້ນ​ຄວ້າ​ດ້ານວິ​ທະ​ຍາ​ສາດ​ແລ້ວ, ຖ້ຳ​ ເງື່ອມງາວ ແມ່ນ​ຖ້ຳ​ຫີນ​ປູນ ​ທີ່​ກໍ່ຕົວ​ຂຶ້ນ​ເມື່ອ​ປະ​ມານ 300 ລ້ານ​ ປີ​ກ່ອນ. ຈາກການສຳຫຼວດຂອງສະມາຄົມຖ້ຳ ພະລາດຊະວັງ ອັງກິດ ໃນປີ 1995, ຖ້ຳແຫ່ງນີ້ ມີຄວາມຍາວທັງໝົດ 2.144, ມີ 3 ປະຕູຕົ້ນຕໍຄື: ເງື່ອມງາວ, ເງື່ອມລົ່ມ ແລະບ້ານທວນ. ອີງຕາມຜົນການສຳຫຼວດໃນປີ 2016 ຂອງສະຖາບັນທໍລະນີສາດບໍ່ແຮ່, ຖ້ຳ ມີຄວາມຍາວ 2.769.6, ຄວາມເລິກ 61,1, ຖ້ຳມີ  2 ຊັ້ນ (ລະດັບເທົ່າກັບ ຫ້ວຍ) ແລະ ກາຍເປັນຫີນ (ສູງກວ່າຫ້ວຍ ປະມານ 50 ມ). ຖໍ້າມີ 5 ປະຕູໃນລະດັບຄວາມສູງ 420-507 ມ ສູງກວ່າເມື່ອທຽບກັບລະດັບນໍ້າທະເລ.

ຫີນຍ້ອຍ ທີ່ແປກປະຫຼາດ ພາຍໃນຖໍ້າ ເງື່ອມງາວ ເຮັດໃຫ້ນັກທ່ອງທ່ຽວຮູ້ສຶກຕື້ນເຕັ້ນ. ພາບ: ຮວ່າງຮ່າ/VNP

ໃນຖ້ຳ ເງື່ອມງາວ ຈະແບ່ງອອກເປັນ 2 ລະດູຄື: ລະດູຝົນແລະ ລະດູແລ້ງ, ແຕ່ລະລະດູ ພາຍໃນຖ້ຳມີຄວາມສວຍງາມແຕກຕ່າງກັນ. ​ໄລຍະ​ແຕ່​ເດືອນ ​ຕຸລາ ​ຫາ​ເດືອນ​ ເມສາ ​ແມ່ນ​ລະດູ​ແລ້ງ​ຂອງ​ເມືອງ​ ກາວ​ບັ່ງ, ສະ​ນັ້ນ​ ນໍ້າຫ້ວຍພາຍໃນ​ຖ້ຳ ​ເງື່ອມງາວ ​​ມີ​ນ້ຳ​ບໍ່ຫຼາຍ, ​ສິ່ງດັ່ງກ່າວ ຈະເຮັດ​ໃຫ້ການໄປມາ ​ແລະ ​ຄົ້ນຫາຂອງນັກທ່ອງທ່ຽວ ມີຄວາມ​ສະດວກ​ພໍສົມຄວນ. ລະດູຝົນຢູ່ກາວບັ່ງຈະເລີ່ມແຕ່ປະມານເດືອນ ພຶດສະພາຫາເດືອນກັນຍາ, ເວລານີ້ມີສາຍນ້ຳໄຫຼເຂົ້າຖ້ຳ, ສະນັ້ນເມື່ອເຍືອງແສງໄຟ ເຂົ້າໄປ ຈະເຫັນຄ້າຍຄືແກ້ວປະເສີດເຫຼື້ອມລະຍິບລະຍັບ.ໃນຍາມກາງຄືນອຸ່ນຫະພູມພາຍໃນຖ້ໍາ ຈະຕ່ໍາກວ່າຂ້າງນອກ, ດັ່ງນັ້ນ ຖ້ານັກທ່ອງທ່ຽວໄປໃນລະດູແລ້ງຈະຮູ້ສຶກອາກາດເຢັນສະບາຍ.

ມາສໍາຫຼວດ ຖໍ້າ ເງື່ອມງາວ, ນັກທ່ອງທ່ຽວຄ້າຍຄື​ວ່າ​ ພວມຫຼົງເຂົ້າໄປ​ໃນ​ໂລກ​ ອີກແຫ່ງໜຶ່ງ. ເມື່ອຍ່າງເລິກເຂົ້າໄປພາຍໃນຖໍ້າ, ນັກທ່ອງທ່ຽວຈະຫຼົງໄຫຼກັບຄວາມງາມຂອງຊັ້ນຫີນຍ້ອຍສີເຫຼືອງສົດໃສ, ເຫຼື້ອມລະຍິບລະຍັບ ຄ້າຍຄືຟອກດ້ວຍຄຳ ທີ່ມີຫຼາກຫຼາຍ ຮູບແບບ. ມີຫີນຍ້ອຍຂະຫຍາຍຕົວຈາກລຸ່ມຂຶ້ນເທິງ, ມີຫີນຍ້ອຍຂະຫຍາຍຕົວແຕ່ເທິງລົງລຸ່ມດ້ວຍຫຼາຍຮູບຊົງ, ພາຍໃຕ້ແສງສະ ຫວ່າງຂອງແສງໄຟ ຢູ່ພາຍໃນຖ້ໍາ, ສະທ້ອນໃຫ້ເຫັນແສງສະຫວ່າງລະຍິບລະຍັບ, ເຕັມໄປດ້ວຍຄວາມມະຫັດສະຈັນ.

ຫີນຍ້ອຍທີ່ສວຍງາມພາຍໃນຖ້ຳ ເງື່ອມງາວ. ພາບ: ທົງທ້ຽນ/VNP.

ພົ້ນເດັ່ນໃນບັນດາຫີນຍ້ອຍທີ່ງອກງາມນັ້ນ ແມ່ນຖ້ານດອກບົວໜຶ່ງທີ່ມີຮູບຊົງແບບຂວ້ຳລົງແລະເສົາຫີນໂດດດ່ຽວ. ມີນິທານເລົ່າວ່າແຕ່ກ່ອນ,ມີພະພຸດທະເຈົ້າອົງໜຶ່ງນັ່ງສໍາມາທິເທິງຖານດອກບົວ, ເພິ່ນນັ່ງສໍາມາທິ ເປັນເວລາດົນ ແຕ່ບໍ່ສໍາເລັດພະອໍລະຫັນ.ເພາະສະນັ້ນ ເພິ່ນຈຶ່ງຮູ້ສຶກ​ເບື່ອ​ໜ່າຍ​ ແລະ​ ທໍ້​ຖອຍ​ໃຈ, ເພິ່ນ​ຈຶ່ງ​ຂວ້ຳຖານດອກບົວ​ລົງ, ສ່ວນຕົນເອງກາຍ​ເປັນ​ເສົາ​ຫີນ​ທີ່​ຢືນ​ຢູ່​ຂ້າງໆ. ໃນ​ຍາມ​ຝົນ, ນ້ຳ​ທີ່​ໄຫຼ​ມາ​ຈາກ​ກີບ​ດອກບົວລົງມາ ເບິ່ງແລ້ວ​ງາມຕາ ​ແລະ​ ມີສຽງທ່ີອ່ອນຊອນ. ຖ້າ​ຜູ້​ໃດ​ສາມາດ​ຮັບເອົາ​ນ້ຳ​ທີ່​ຕົກ​ຈາກ​ມື​ຂອງ​ພະ​ພຸດ​ທະ​ເຈົ້າ ​ແລ້ວ​ລູບ​ເທິງ​ໜ້າ​ຂອງ​ຕົນ, ຜູ້​ນັ້ນ​ຈະ​ມີ​ຄວາມ​ໂຊກ​ດີ.

ບໍລິເວນ “ເສົາຄໍ້າ ສະຫວັນ 4 ເສົາ” ມີ 4 ເສົາຫີນທີ່ມີລັກສະນະຄ້າຍຄືເສົາຄໍ້າຟ້າເພື່ອຮອງຮັບພື້ນຖໍ້າ. ​ພື້ນທ່ີສ່ວນ​ກາງ​ ໂດດເດັ່ນ ດ້ວຍ​​ຫີນ​ຍ້ອຍ ມີ​ຮູບຊົງ​ຄ້າຍ ກີຕ້າຫີນ, ​ທຸກເທື່ອທ່ີ​ເຄາະໃສ່ ຈະມີສຽງ​ດັງອອກມາທີ່ອ່ອນຊ້ອຍ. ທຳມະຊາດ ໄດ້ດົນບັນດານ ໃຫ້ທີ່ນີ້ ບັນດາຫີນຍ້ອຍ ທີ່ມີຮູບຊົງຂອງ ພະພຸດທະເຈົ້າ, ຮູບພໍ່ເຖົ້າ ແລະ ແມ່ເຖົ້າຢູ່ຮ່ວມກັນ, ທົ່ງນາຂັ້ນໄດ, ນາງຟ້າ, ຕຽງນາງຟ້າ, ເຮືອມັງກອນຂອງກະສັດ, ຫີນປະກາລັງ, ນໍ້າຕົກຕາດ, ເສົາຫີນໂດດດ່ຽວ ແລະ ອື່ນໆ.

ບໍ່ພຽງແຕ່ມີຄວາມສວຍງາມຂອງຫີນຍ້ອຍເທົ່ານັ້ນ, ຢູ່ໃຈກາງຖ້ຳ ເງື່ອມງາວຍັງມີຫ້ວຍນ້ອຍຫຼາຍສາຍ, ມີນ້ຳໄຫຼທັງກາງເວັນ ແລະກາງຄືນ, ສົ່ງສຽງຜາດໆ, ເຮັດໃຫ້ນັກທ່ອງທ່ຽວຫຼົງໄຫຼໄປກັບພູເຂົາ ແລະ ສາຍນ້ຳທີ່ສວຍງາມ. ກະແສນໍ້າ ຍັງສ້າງຄວາມຊຸ່ມເຢັນຂອງຖໍ້າໃນລະດູຮ້ອນ.

ລັກສະນະພິເສດ ອີກອັນໜຶ່ງຂອງຖ້ຳ ເງື່ອມງາວ ແມ່ນ “ທົ່ງນາຂັ້ນໄດ” ຍ້ອນພື້ນຫີນປູນຖືກກັດເຊາະເປັນເວລາຫຼາຍລ້ານປີ. ບັນດາຮູບ​ຊົງເທິງພື້ນຖ້ຳ​ເບິ່ງ​ຄື​ວ່າ ​ເຂົາ​ເຈົ້າ​ກຳ​ລັງ​ຍ່າງ​ຢູ່​ຫາດ​ຊາຍ​ ຫຼັງ​ຈາກ​ຄື້ນ​ທະ​ເລ​ພັດ​ຂຶ້ນ​ຝັ່ງ. ນີ້​ແມ່ນ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ ຖ້ຳ ເງື່ອມງາວ ​ເມື່ອ​ທຽບ​ໃສ່ກັບ​ຖ້ຳ​ແຫ່ງອື່ນໆ.


ຖ້ຳ ເງື່ອມງາວ ມີປ່ອງສ່ອງຊອດຂຶ້ນສູ່ທ້ອງຟ້າ, ເວລາ 14:00 ໂມງ ວັນທີ 22 ເມສາຂອງທຸກໆປີ, ຈະມີແສງສະຫວ່າງສາມສາຍມາພົບກັນ, ເຮັດໃຫ້ພື້ນທີ່ພາຍໃນຖ້ຳມີຄວາມສະຫວ່າງຄືກາງເວັນ ເປັນເວລາສອງສາມນາທີ. ນັ້ນແມ່ນປະກົດການທີ່ໜ້າປະທັບໃຈທີ່ທຳມະຊາດມອບໃຫ້ຖ້ຳ ເງື່ອມງາວ. 

ເດືອນເມສາປີ 2018, ອົງການ UNESCO ໄດ້ຮັບຮອງສວນສາທາລະນະທໍລະນີສາດ ນອນເນືອກ ກາວບັ່ງ ເປັນສວນສາທາ ລະນະທໍລະນີສາດໂລກ UNESCO. ຖ້ຳ ​ເງື່ອມງາວ ​ໄດ້​ປະ​ກອບ​ສ່ວນ​ຄຸນ​ຄ່າ​ດ້ານ​ພູມສັນຖານ ​ແລະ​ ທໍ​ລະ​ນີ​ສາດ​ ເພື່ອສ້າງ ນາມມະຍົດດັ່ງກ່າວ.

  • ບົດ: VNP/ທົງທ້ຽນ - ພາບ: ຫງວຽນຖັ໋ງ, ຮວ່າງຮ່າ, ທົງທ້ຽນ - ແປໂດຍ: ຢືຟຽນ

 

 

 


Top