ຫາດ ດ໋າໄຍ ທີ່ມະຫັດສະຈັນ

ຫາດ ດ໋າໄຍ ທີ່ມະຫັດສະຈັນ

ດ້ວຍລັກສະນະທີ່ເປັນເອກະລັກ ສະເພາະພິເສດ ແລະ ແປກ  ໃໝ່ ກ່ຽວກັບ ພູມສັນຖານ, ຄວາມງາມທຳມະຊາດ, ຊຶ່ງມີທັງສາມປັດໄຈຄື: ທະເລ, ພູເຂົາ, ປ່າໄມ້ ພ້ອມກັບ ການບໍລິການທ່ອງທ່ຽວຫຼາຍຢ່າງ, ຫາດ ດ໋າໄຍ ຢູ່ເມືອງ ໂບ໋ແຈັກ, ແຂວງ ກວາງບິ່ງ ນັບມື້ນັບດຶງດູດນັກທ່ອງທ່ຽວ ທີ່ມາຢ້ຽມຢາມ ແລະ ຄົ້ນພົບ.


ຢູ່ຫ່າງຈາກໃຈກາງນະຄອນ ດົ່ງເຮີ໋ຍ, ແຂວງ ກວາງບິ່ງ ປະມານ 30 ກມ, ນັກທ່ອງທ່ຽວ ສາມາດໄປຕາມ ເສັ້ນທາງຫຼວງ ແຫ່ງຊາດ 1A ຫາ ກິ່ວ ຫຼີ໋ຮ່ວາ (ເມືອງ ໂບ໋ແຈັກ). ​ເມື່ອ​ໄປ​ຮອດ​ຕີນກິ່ວ, ທ່ານ ຈະເຫັນ ຢູ່ຕິດກັບຫາດຊາຍທະເລ ແມ່ນກຸ່ມພູຫີນມີຄວາມສວຍງາມ ທີ່ແປກຕ່າງ ປະກົດຕົວຢູ່ຕໍ່ໜ້າ, ນັ້ນແມ່ນສະ ຖານທີ່ທ່ອງທ່ຽວ ຫາດ ດ໋າໄຍ ທີ່​ມີ​ຊື່​ສຽງ​.

ຕາມ​ການບອກເລົ່າ ຂອງ ຜູ້​ເຖົ້າຜູ້ແກ່​ ຢູ່ໃນບ້ານ ຫຼີ໋​ຮ່ວາ, ຊື່ ດ໋າໄຍ ມີ​ມາ​ແຕ່​ບູຮານ​ນະ​ການ, ນັບ​ແຕ່​ເກີດ​ມາ ເຂົາເຈົ້າ​ໄດ້​ຍິນ​ຊາວ​ບ້ານ​ເອີ້ນ​ແບບ​ນັ້ນ​ ແລະ ໄດ້ຕົກທອດ ມາ​ຈົນ​ຮອດ​ປັດຈຸ​ບັນ. ຍ້ອນຜົນກະທົບ ຂອງ ຄື້ນຟອງທະເລ, ບັນດາໂງ່ນຫີນ ຂະໜາດໃຫຍ່ ທີ່ເບິ່ງຄືວ່າ ບໍ່ມີຈິດວິນຍານ ກັບກາຍມີຊີວິດ ໃນທຸກຮູບຮ່າງທີ່ແຕກຕ່າງກັນ. ໂງ່ນຫີນໃຫຍ່ ແລະ ນ້ອຍເຫຼົ່ານີ້ ພົ້ນຂຶ້ນຢູ່ຫາດຊາຍ ຄືກັບ ໂຕສັດຕ່າງໆ ໂດດລົງສູ່ມະຫາສະໝຸດ, ເພາະສະນັ້ນ ຄົນທັງຫຼາຍຈຶ່ງເອີ້ນວ່າ ຫາດ ດ໋າໄຍ. ຍ້ອນ​ມີຜົນກະທົບ ອັນຄ່ອງແຄ່ວ ຂອງ “ແມ່ທຳ​ມະ​ຊາດ” ໄດ້​ສ້າງເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ ສຸດທ່ີພິເສດ ​ຂອງ​ແຂວງ ກວາງ​ບິ່ງ.



ຢູ່​ຫາດ​ຊາຍທະເລ ດ໋າໄຍ ​ມີ​ນ້ຳ​ສ້າງໜ່ວຍໜຶ່ງ​ເອີ້ນ​ວ່າ ນໍ້າສ້າງ ກ໋ອກ, ມີ​ແຜ່ນຫີນ​ໃຫຍ່​ປົກ​ປາກ​ນ້ຳ​ສ້າງ ຊຶ່ງເຮັດໃຫ້ ເພີ່ມ​ຄວາມ​ລຶກ​ລັບ​ໃຫ້ສະຖານທີ່ແຫ່ງ​ນີ້. ນ້ຳສ້າງ ກ໋ອກ ຢູ່ເລິກເຂົ້າໄປໃນຖ້ຳ ກ໋ອກ, ນ້ຳສ້າງໃສ ແລະ ສະອາດ, ດັ່ງນັ້ນ ທຸກໆ ຄັ້ງ ທຳການບູຊາຢູ່ຫໍວິຫານ ນາມຫາຍດ້າຍເວືອງ ປະຊາຊົນ ໄດ້ເຂົ້າຖ້ຳ ກ໋ອກ ເພື່ອເອົານ້ຳ ໃນສ້າງ ມາເຮັດພິທີ.


ນອກຈາກນັ້ນ, ຫາດ ດ໋າໄຍ  ຍັງມີແນວປະກາລັງ ໃຕ້ດິນ ຫຼາຍແຫ່ງ ຊຶ່ງເປັນບ່ອນດຳລົງຊີວິດ ທີ່ເອື້ອອຳນວຍ ໃຫ້ແກ່ສິນທະເລ ຫຼາຍປະເພດເຊັ່ນ: ກຸ້ງ, ປາມຶກ, ປູມ້າ ແລະ ປາ ນາໆ ຊະນິດ ແລະ ອາດຍ້ອນຄືແນວນັ້ນ, ພື້ນທີ່ຫາດຊາຍທະເລ ດ໋າໄຍ ຈຶ່ງເປັນສະຖານທີ່ ທີ່ດີເລີດ ເພື່ອການເພີດເພີນ ກັບ ອາ ຫານທະເລສົດ.

ມາ​ທ່ຽວຫາດ ດ໋າໄຍ, ນັກ​ທ່ອງ​ທ່ຽວ​ ບໍ່​ພຽງ​ແຕ່​ໄດ້​ຊົມ​ຄວາມ​ງາມ​ທາງ​ທຳ​ມະ​ຊາດ​ ທີ່​ງຽບ​ສະ​ຫງົບ​ເທົ່າ​ນັ້ນ, ແຕ່​ຍັງ​ໄດ້​ເພີດ ເພີນ​ກັບ​​ປະ​ສົບ​ການຕົວຈິງ ​ທີ່​ໜ້າ​ດຶງດູດໃຈ​ເຊັ່ນ: ອາບນໍ້າທະ ເລ, ພາຍເຮືອ, ຄົ້ນພົບປ່າສົນ, ລຽບຕາມ ສາຍທາງແຄມທະເລ ແມ່ນແຖວປ່າສົນ ທີ່ຍາວຢຽດ. ຖ້າບໍ່ມັກອາກາດຮ້ອນ ຢູ່ຂ້າງນອກ, ທ່ານສາມາດຍ່າງຫຼິ້ນ ຢູ່ໃນປ່າ ຫຼື ຕັ້ງຄ້າຍໃນຍາມຄໍ່າຄືນກໍໄດ້. ມີການບໍລິການ ຫຼາຍຢ່າງຄື ໃຫ້ເຊົ່າຜ້າເຕັ້ນ, ຮັບປະ ທານອາຫານ... ໄດ້ຮັບການບໍລິການຢູ່ທີ່ຫາດຊາດທະເລ. ດ້ວຍເຫດນັ້ນ, ນັກທ່ອງທ່ຽວສາມາດ ຈັດກິດຈະກຳ team building, ດັງກອງໄຟ ຕັ້ງຄ້າຍ, ຮ້ອງເພງ ແລະ ມ່ວນຊື່ນເພື່ອສ້າງຄວາມຊົງຈໍາ ທີ່ໜ້າຈົດຈໍາຮ່ວມກັນ.

ມາ​ຮອດ​ຫາດ​ ດ໋າໄຍ, ນັກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ ໄດ້​ເຫັນ​ຄວາມ​ງາມ​ທາງ​ທຳ​ມະ​ຊາດ​ ທີ່​ງຽບສະຫງົບ​ເທົ່າ​ນັ້ນ, ແຕ່​ຍັງ​ໄດ້ສຳຜັດກັບ​ປະ​ສົບ​ການ​ຕົວຈິງທີ່​ໜ້າ​ສົນ​ໃຈ​ອື່ນໆ​ ອີກດ້ວຍ.

ປະຕິບັດໂດຍ: ກົງດາດ - ແປໂດຍ: ບິກລຽນ


Top