ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

ນີ້​ແມ່ນ​ທົວທ່ອງທ່ຽວຕອນກາງຄືນ ​ທີ 4 ຂອງ ຮ່າ​ໂນ້ຍ​ ທີ່ໄດ້ ຮັບການ ຈັດຂຶ້ນ, ຫຼັງ​ທົວທ່ອງທ່ຽວ ອະນຸສອນສະຖານ ຄຸກ ຮວາລໍ່, ກຳແພງທັງ ລອງ, ຫໍພິິພິທະພັນ ວັນນະຄະດີ ຫວຽດນາມ. ທົວທ່ອງທ່ຽວ ວັນມ໋ຽວ-ກວກຕືຢາມ ໃນຕອນ ກາງຄືນ ເຮັດໃຫ້ນັກທ່ອງທ່ຽວ ຜ່ານປະສົບການ ຕົວຈິງ ຮູບແບບໃໝ່, ແຕກ​ຕ່າງ​ຈາກ​ການ​ຢ້ຽມ​ຢາມອະນຸສອນ ສະຖານ ​ໃນ​ຕອນ​ກາງ​ເວັນ. ​ໂດຍ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ 3D Mapping, ສົມ ທົບ​ກັບ​ເຕັກນິກການຈັດສາກ ແສງ-ສີ​ ຢ່າງ​ເປັນ​ມື​ອາ​ຊີບ, ທົວ​ທ່ອງ​ທ່ຽວ​ໃນ​ຕອນ​ກາງຄືນ​ຢູ່​ ວັນມ໋ຽວ-ກວກຕືຢາມ ​ໄດ້​ສ້າງສິ່ງແປກ​​ໃໝ່ ທ່ີເປັ່ງປະກາຍ, ມະຫັດສະຈັນ, ນຳມາເຊິ່ງຄວາມຮູ້ສຶກຫຼາຍຢ່າງໃຫ້ແກ່ນັກທ່ອງທ່ຽວ. 



ທົວທ່ອງທ່ຽວ ວັນມ໋ຽວ-ກວກຕືຢາມ ໄດ້ແບ່ງອອກເປັນ ຫຼາຍ ພື້ນທີ່ ແລະ ໄດ້​ຮັບ​ການ​ຂຸດ​ຄົ້ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນໃນ​ການ​ ສະ​ແດງ​ໃຫ້​ເຫັນ ບັນດາ​ຄຸນ​ຄ່າ ແລະ ຄວາມ​ໝາຍຂອງ​ເສັ້ນທາງ ການສຶກສາ ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ ທ່ີມາ​ຢ້ຽມ​ຢາມ ແລະ ໄດ້ສຳ​ຜັດຕົວຈິງ. ນັ້ນ​ແມ່ນ​ບັນ ດາ ພື້ນທີ່​ຄື: ​ເສັ້ນທາງ ການສຶກສາ, ບັນລຸຄາດໝາຍ, ສວນ​ສີລາຈາ ລຶກ, ປະລິນຍະເອກ, ດ້າຍແທ່ງ, ຖ໋າຍຮອກ. ໃນ​ແຕ່​ລະ​ເຂດ, ຜູ້​ຈັດ​ໄດ້​ປະ​ສົມ​ປະ​ສານ​ສຽງ ແລະ ແສງສະຫວ່າງຢ່າງ​ລະ​ອຽດ​ ແລະ ​ເໝາະສົມ ​ເພື່ອ​ນໍາ​ເອົາ​ປະ​ສົບ​ການຕົວຈິງ​ໃໝ່ໃຫ້​ຜູ້​ມາ​ຢ້ຽມ​ຢາມ.

ຢູ່​ເຂດ ເຄວວັນກາກ, ນັກ​ທ່ອງ​ທ່ຽວ​ ຈະ​ໄດ້​ຮັບ​ຊົມການ​ສະ​ແດງ​ສິລະ ປະ ​ກັບບັນດາລາຍການດົນຕີພື້ນ​ເມືອງ​ ​ທີ່​ເປັນ​ເອ​ກະ​ລັກ​. ພິ​ເສດ, ​ເຂດ​ ຖ໋າຍຮອກ ຈະ​ນຳ​ມາ​ເຊິ່ງ​ຄວາມ​ຮູ້​ສຶກ​ຫຼາຍ​ຢ່າງ​ໃຫ້​ແກ່​ຜູ້​ມາ​ຢ້ຽມ​ຢາມ ເມື່ອ​ໄດ້ຮັບຊົມລາຍການສາຍ 3D Mapping ​ໃນ​ຫົວ​ຂໍ້ “ສິ່ງຍອດຍິ່ງ ຂອງ ເສັ້ນທາງ ການ ສຶກສາ”. ​ໜ້າ​ເຮືອນ​ທັງ​ໝົດ​ຂອງ​ເຮືອນ ຕ່ຽນເດື່ອງ ​ຢູ່​ເດີ່ນ ຖ໋າຍຮອກ ຈະ​ກາຍ​ເປັນ​ໜ້າ​ຈໍ​ຂະໜາດ​ໃຫຍ່, ຊ່ວຍ​ໃຫ້​ນັກ​ທ່ອງ​ທ່ຽວ ​ຊອກ​ຮູ້​ບັນດາ​ຄຸນຄ່າ​ທີ່ຍອດຢ້ຽມ​ສຸດ​ໃນ​ເສັ້ນທາງ ການສຶກສາ ຂອງ ຊາວ ​ຫວຽດນາມ.


ທ່ານ ເລ​ຊວນ​ກຽວ, ຜູ້ອຳນວຍການ​ສູນ​ ວັດ​ທະ​ນະ​ທຳ ວິ​ທະ​ຍາ​ສາດ​ວັນມ໋ຽວ-ກວກຕືຢາມ ໄດ້​ກ່າວ​ວ່າ: “​ໃນ​ສະ​ຖານ​ທີ່​ ທີ່ມີລັກສະນະ ຈຳ ເພາະ​ຂອງ ວັນມ໋ຽວ, ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ 3D Mapping ​ແມ່ນ​ສົມ​ເຫດ​ສົມ​ຜົນ​ ເພື່ອ​ຖ່າຍ​ທອດ​ເລື່ອງ​ລາວຕ່າງໆ ກ່ຽວ​ກັບ​ເສັ້ນທາງການສຶກສາ”. 

ຕາມ​ບັນດາ​ຜູ້ຊ່ຽວຊານ​ຄົ້ນ​ຄວ້າ​ປະຫວັດສາດ, ອະນຸສອນ ສະຖານ ວັນມ໋ຽວ-ກວກຕືຢາມ ປັດຈຸບັນມີໜ້າທີ່ສອງຢ່າງຄື: ແມ່ນເຂດບູ ຮານ ສະຖານ, ແມ່ນ​ສູນປ່ຽນໃໝ່​ປະດິດ​ສ້າງ​ ຂອງ ​ຮ່າ​ໂນ້ຍ. ວັນມ໋ຽວ-ກວກຕືຢາມ ໃນຕອນກາງຄືນ ປະກົດຂຶ້ນຢ່າງໜ້າປະທັບໃຈ ໃນສາຍຕາ ຂອງ ນັກທ່ອງທ່ຽວ ເນື່ອງຈາກການປ່ຽນແປງໃໝ່, ມີຫົວ ຄິດປະດິດສ້າງ, ໝູນໃຊ້ທ່າແຮງຂອງເຕັກໂນໂລຊີ ດີຈີຕອນ. ນີ້​ແມ່ນ​ຮູບ​ແບບ​ການ​ຮ່ວມ​ມື ​ທີ່​ມີ​ປະສິດທິ​ຜົນ ​ລະຫວ່າງ​ ບັນດາ​ຜູ້​ຜະລິດ​ເຕັກ​ໂນ​ໂລ​ຊີ ​ແລະ ບັນດາ​ຜູ້​ຜະລິດ​ມໍລະດົກ​ວັດທະນະທຳ, ​ເປັນແບບ ​ຢ່າງໃນ​ການ​ຮ່ວມ​ມືສ່ວນລວມ ແລະ ສ່ວນຕົວ.

ນອກຈາກນັ້ນ, ນັກທ່ອງທ່ຽວ ຍັງໄດ້ສໍາຜັດ ຜະລິດຕະພັນ ເຕັກໂນໂລ ຊີ ແວ່ນຕາເໝືອນຈິງ ແລະ ຮັບຊົມບັນດາ ລາຍການສະແດງ ສິລະ ປະ ພື້ນເມືອງ. ນອກນັ້ນ ຍັງມີ ສະຖານທີ່ປູສາດ ແລະ ຕຽງ ເພື່ອຈຳ ລອງ ຄືນໃໝ່ບັນຍາກາດ ຜູ້ເຂົ້າຮ່ວມ ການສອບເສັງໃນສະໄໝກ່ອນ; ມີສະຖານທີ່ ຫ້ອງຮຽນ ຂຽນໜັງສື ລວດລາຍ ເພື່ອໃຫ້ນັກທ່ອງທ່ຽວ ໄດ້ຜ່ານປະສົບການຕົວຈິງ ກັບການຂຽນໜັງສືຶ ແບບ ລວດລາຍ ໂດຍ ມີການ ແນະນຳ ຂອງ ອາຈານພາສາ “ຍໍ”.

ການທ່ອງທ່ຽວ “ຜ່ານປະສົບການຕົວຈິງ ວັນມ໋ຽວ-ກວກຕືຢາມ ໃນ ຕອນກາງຄືນ” ໄດ້ຊ່ວຍໃຫ້ນັກທ່ອງທ່ຽວ, ພິເສດແມ່ນ ໄວໜຸ່ມ ໄດ້ ເຂົ້າເຖິງມູນເຊື້ອ ເຄົາລົບນັບຖືຄູບາອາຈານ, ເຄົາລົບຜູ້ມີຄວາມຮູ້, ຄວາມສາມາດ ແລະ ຄຸນນະທຳ ເປັນສຳຄັນ ແລະ ກ່ຽວກັບປະຫວັດ ສາດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງ ມະຫາວິທະຍາໄລ ແຫ່ງທຳອິດຢູ່ ຫວຽດນາມ. 

ນັກທ່ອງທ່ຽວ ຈະໄດ້ຜ່ານປະສົບການຕົວຈິງ ກັບເຕັກໂນໂລຊີ Leap Motion (ຄວບຄຸມການເຄື່ອນໄຫວ 3 ມິຕິ) ເພື່ອຊ່ວຍ ພົວພັນກັບປຶ້ມຫຼາຍຫົວ ກ່ຽວກັບຫົວຂໍ້ຕ່າງໆ ຂອງ ເຂດອະນຸ ສອນສະຖານ. ພາບ: ກົງດາດ/VNP

ບົດ ແລະ ພາບ: ກົງດາດ - ແປໂດຍ: ບິກລຽນ


Top