ອ່າງເກັບນໍ້າ ຮ່າງເດົ້າ

ອ່າງເກັບນໍ້າ ຮ່າງເດົ້າ


ມີອາຍຸເກືອບ 130 ປີ, ອ່າງເກັບນໍ້າ ຮ່າງເດົ້າ (ປ້ອມຍາມ ຮ່າງເດົ້າ) ໄດ້ຖືວ່າ ແມ່ນຮ່ອງຮອຍ ດ້ານສະຖາປັດຕະຍະກຳເກົ່າແກ່ແຫ່ງໜຶ່ງ ຂອງ ຮ່າໂນ້ຍ.

ອ່າງເກັບ​ນ້ຳ​ ຮ່າງເດົ້າ ​ຍັງ​ມີ​ອີກ​ຫຼາຍ​ຊື່​ຄື: ​ຖັງ​ນ້ຳ ​ຮ່າງເດົ້າ, ​ເຮືອນ​ ຊົງກົມ ​ກວານແຖງ ​ແລະ ​ປ້ອມຍາມຮ່າງເດົ້າ. ອ່າງເກັບ​ນ້ຳ​ ແມ່ນ​ຕັ້ງ​ຢູ່​ເຂດ​ແດນ ​ລະ​ຫວ່າງ​ເມືອງ ບາ​ດິ່ງ ແລະ ເມືອງ ຮວ່ານ​ກຽມ. ພ້ອມກັບອ່າງເກັບນໍ້າ ໂດ່ນຖຸຍ, ອ່າງເກັບ ນ້ຳແຫ່ງນີ້ ຍັງເປັນບ່ອນສະໜອງນ້ຳໃຫ້ແກ່ນະຄອນ ໃນສະ   ໄໝ ຝຣັ່ງ ປົກຄອງ, ຕໍ່ມາກາຍເປັນເຂດຮ່ອງຮອຍປະຫວັດ ສາດ ຂອງນະຄອນຫຼວງ ຮ່າໂນ້ຍ. ອ່າງເກັບນໍ້າ ຖືກສ້າງດ້ວຍຫີນ ກ້ອນໃຫ່ຍ, ຮູບຊົງກະບອກ, ເສັ້ນຜ່າສູນກາງ 19, ສູງ 3 ຊັ້ນ, ຫຼັງຄາ ຮູບຊົງກຸບ, ທາງກາງ ມີເສົາລໍ່ຟ້າ, ຖືວ່າ ເປັນກິດຈະການທີ່ສຳຄັນທີ່ສຸດ ໃນເວລານັ້ນ.

ນັກ​ທ່ອງ​ທ່ຽວ​ຊອກຮູ້​ກ່ຽວ​ກັບອ່າງເກັບນໍ້າ ຮ່າງເດົ້າ. ພາບ: ກົງດາດ/VNP

ທີ່ຕັ້ງ ຂອງ ອ່າງເກັບນໍ້າ ແມ່ນຢູ່ຈຸດໃຈກາງ ຂອງ ຖະໜົນ 6 ສາຍ ທ່ີມີຜູ້ຄົນໄປມາ ຢ່າງຄຶກຄື້ນຄື: ຮ່າງກອດ, ຟານດິ່ງຟຸ່ງ, ຮ່າງດ່າວ, ຮ່າງໄຢ, ກວານແຖງ ແລະ ຮ່າງຖານ. ຢູ່ໃຈກາງກໍ່ສ້າງເປັນສະໜາມຫຼວງໜ້ອຍແຫ່ງໜຶ່ງ. ນອກ​ນັ້ນ, ຍັງ​ຢູ່​ໃກ້​ກັບ​ສວນ​ດອກ​ໄມ້ ​ທີ່​ມີ​ຊື່​ວ່າ ວ້ານຊວນ.

ອ່າງເກັບນໍ້າ ແມ່ນກິດຈະກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ ທີ່​ມີ​ອາຍຸ​ເຖິງ 129 ປີ. ອ່າງເກັບນໍ້າ ໄດ້ຂ້າມຜ່ານສາມສະຕະວັດ: XIX, XX, XXI. ທ້າຍ​ສະຕະວັດ​ທີ XIX, ຊາວ​ ຮ່າ​ໂນ້ຍ, ​ໃນ​ນັ້ນ​ມີ​ປະຊາ​ຄົມ​ຊາວ ເອີຣົບ ​ມີຄວາມຕ້ອງການ ໃຊ້ນ້ຳ​ສະອາດ.

ນັກ​ທ່ອງ​ທ່ຽວ​ຊົມ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຢູ່​ໃນອ່າງເກັບນໍ້າ ຮ່າງເດົ້າ. ພາບ: ກົງດາດ/VNP

ດ້ວຍໂຄງສ້າງເປັນຮູບທໍ່ກົມ, ຝາໂຄ້ງ, ພື້ນທີ່ພາຍໃນປະ ມານ 2502 ມີປະຕູໂຄ້ງຫຼາຍບານ ເຊື່ອມຕໍ່ກັນດ້ວຍເສັ້ນ ທາງວົງກົນ ຕາມຝາ ຂອງ ອ່າງເກັບນໍ້າ. ​ເມື່ອ​ມາ​ຢ້ຽມ​ຊົມ ອ່າງເກັບ ນໍ້າຮ່າງເດົ້າ, ຜູ້ມາຢ້ຽມຊົມ ຈະ​ເຄື່ອນ​​ໄປຕາມຮູບ​ວົງ​ກົມ ​ແລະ ​ແຕ່ລະ​ເທື່ອ​ຍ່າງຂ້າມຜ່ານໂດມຫໍຄອຍ​, ພື້ນທ່ີ​ສິລະ​ປະ ​ທີ່​ເປັນ​ເອກະລັກ​ ສະ​ເພາະ​, ​ຈະມີ​ຄວາມ​ແປກ​​ໃຈ​ຫຼາຍ​ຢ່າງ​ ໄດ້​ຖືກເປີດເຜີຍອອກມາ.

 

ປັດຈຸ​ບັນ, ອ່າງເກັບນໍ້າ ບໍ່​ໄດ້​ເກັບ​ນ້ຳ ​ເພື່ອສະໜອງ​ນ້ຳ​ໃຫ້​ປະ ຊາຊົນອີກຕໍ່ໄປ. ແຕ່ອ່າງເກັບນໍ້າ ໃນຍຸກນີ້ ໄດ້ມີບົດບາດໃໝ່. ອ່າງເກັບນໍ້າ ທ່ີຄົງຕົວ ຖືເປັນ​ຫຼັກ​ຖານ​ໜຶ່ງ, ເປັນ​ພິ​ຍານ​ເຖິງ​ສະ​ໄໝ ຝຣັ່ງ ປົກຄອງ. ອ່າງເກັບນໍ້າ ​ຈະ​ຢູ່​ໃນ​ໃຈ ​ຂອງ ​ຊາວ ຮ່າ​ໂນ້ຍ ຕະຫຼອດ​ໄປ, ​ເປັນ​ບ່ອນ​ລະນຶກ​ເຖິງ​ສະໄໝ​ໜຶ່ງທີ່​ຜ່ານ​ໄປ, ລຳບາກແຕ່​ສະຫວ່າງສົດໃສ.

  • ບົດ: VNP/ແຄ໋ງລອງ - ພາບ: ກົງດາດ - ແປໂດຍ: ຢືຟຽນ

 


Top