Sea Star Resort - ຈຸດໝາຍປາຍທາງ ທີ່ສະຫງົບສຸກ

Sea Star Resort - ຈຸດໝາຍປາຍທາງ ທີ່ສະຫງົບສຸກ

ມາ​ຍັງ Sea Star Resort ຝູ໋ກວກ, ນັກ​ທ່ອງ​ທ່ຽວ​ ຈະຮູ້ສຶກ ຄື​ ກັບ​ຢູ່​ໃນ​ສວນ​ສີຂຽວ​ ເຕັນໄປດ້ວຍ ​ຮົ່ມ​ຕົ້ນ​ພ້າວ ​ແລະ ຕົ້ນ​ຫູ ກວາງ ທ່ີ​ເກົ່າແກ່.

ເປັນເວລາດົນ​ນານ​ມາ​ແລ້ວ, ຝູ໋ກວກ​ ເຄີຍ​ເປັນ​ສະຖານ​ທີ່ ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ເປັນ​ຈຳ ນວນ​ຫຼວງ​ຫຼາຍ ຍ້ອນ​ຄວາມ​ງາມ​ແບບ​ໂລແມນຕິກ​ແລະ ສະ ຫງົບ​ສຸກ. ຈາກ​ນັ້ນ, ການ​ບໍລິການ​ ດ້ານ​ການທ່ອງທ່ຽວ​ເຊັ່ນ: ການ​ພັກຜ່ອນ, ການ​ບັນ​ເທີງ, ອາຫານ... ລ້ວນ​ແຕ່​ແມ່ນ​ສິ່ງ​ທີ່​ນັກ​ທ່ອງ​ທ່ຽວ​ ຕ້ອງຄິດຢູ່ສະເໝີ ແລະ Sea Star Resort ແມ່ນໜຶ່ງໃນຈຸດໝາຍປາຍທາງ ທີ່ເໝາະສົມ, ຊ່ວຍຜ່ອນ ຄາຍອາລົມ ແລະ ຄວາມສະຫງົບ ເພື່ອໃຫ້ນັກທ່ອງທ່ຽວ ສາ ມາດ “ປິ່ນປົວ” ຫຼັງຈາກຄວາມກັງວົນທັງໝົດ.

Sea Star Resort ຝູ໋ກວກ ​ແມ່ນ​ເຂດພັກຜ່ອນ ມີ​ອາຍຸ 20 ປີ ​ຕັ້ງ​ຢູ່​ຖະໜົນສາຍຫຼັກ​ ທາງ​ທິດ​ໃຕ້​ ຂອງ ​ເຢືອງດົງ, ຫ່າງ​ຈາກ ​ສະໜາມ​ບິນ​ສາກົນ ຝູ໋ກວກ ປະມານ 8 ກມ. ເຈົ້າຂອງ ເຂດ ພັກຜ່ອນແຫ່ງນີ້ ທີ່ມີເນື້ອທີ່ 17,8002 ດ້ວຍຂະໜາດ 80 ຫ້ອງນອນ ແລະ bungalow ແມ່ນ ທ່ານ ຟ້າມໝີ໋, ຊາຍ ໄວ ກາງຄົນ ມີສີຜິວເຂັ້ມ, ມີສຳນຽງ ຊາຍຝັ່ງ ທີ່ເຂັ້ມແຂງ ແລະ ອັດທະຍາໃສດີ. ຈາກຂັ້ນຕອນທໍາອິດ, ນັກທ່ອງທ່ຽວ ຈະ ຮູ້ ສຶກວ່າ ພື້ນທີ່ ແລະ ເວລາຢູ່ທີ່ນີ້ ເບິ່ງຄືວ່າ ຊ້າລົງ ຍ້ອນສວນ ສີຂຽວ ຂະໜາດໃຫຍ່ ທ່ີເຢັນສະບາຍ ແລະ ທ້ອງຟ້າ ສີຄາມ ທີ່ແຍກອອກຈາກຕົວເມືອງ ທີ່ເນືອງນັນ ແລະ ອຶກກະທຶກ ຄຶກໂຄມ ຢ່າງສິ້ນເຊີງ.

 

Sea Star Resort ຝູ໋ກວກ ຖືກອອກແບບ ແລະ ສ້າງໃຫ້ມີ ບັນຍາກາດທ່ີສະບາຍໆ ແລະ ຕັ້ງຢູ່ໃນສວນ​ສີຂຽວ​ ເຕັມໄປ ດ້ວຍ ຮົ່ມ​ຕົ້ນ​ພ້າວ ​ແລະ ຕົ້ນ​ຫູກວາງ​ ທ່ີເກົ່າແກ່.

Sea Star Resort ມີທຳມະຊາດ ທີ່ປະທັບໃຈ ແລະ ສວຍ ງາມ. ຝັ່ງ​ທະ​ເລ ສີຄາມ ​ທີ່​ກວ້າງ​ໃຫຍ່​ໄພ​ສານ​ ມີ​ລົມ​ທະ​ເລ ພັດມາ​ເຮັດ​ໃຫ້​ຕົ້ນ​ພ້າວ​ສູງ ແກວ່ງໄປມາ ຢ່າງນຸ້ມນວນ. ພາຍ​ໃຕ້​ແສງ​ຕາ​ເວັນ​ທີ່​ ແສນໂລແມນຕິກ ​ຂອງ​ ຍາມຄ້ອຍ ຄໍ່າ, ການແຕ້ມຮູບ​ ທິວ​ທັດ​ກໍ່​ມີ​ສະ​ເໜ່​ຍິ່ງ​ຂຶ້ນ ​ຈາກແສງ​ເວັນສາດສ່ອງລົງມາ ສູ່ໜ້ານໍ້າທະເລ​, ເຮັດ​ໃຫ້​ໜ້າ​ນ້ຳ​ທະ​ເລ​ເຫຼື້ອມລະຍິບລະຍັບ ດ້ວຍ​ສີ​ແດງ​ ທ່ີງຽບສະຫງົບ ແຕ່ມີ ຄວາມສົດ​ໃສ. 

ສະຖານທີ່ແຫ່ງຄວາມສະຫງົບຢູ່ Sea Star Resort ຝູ໋ກວກ.

ນອກຈາກຫາດຊາຍທະເລ ທີ່ມີລາຄາແພງແລ້ວ, ການບໍລິ ການ ແລະ ສະລອຍນ້ໍາ ຂອງ Sea Star Resort ຍັງໄດ້ຮັບ ການຕີລາຄາສູງ ຍ້ອນສະຖານທີ່ຕັ້ງຢູ່ໃຈກາງ ຂອງ ເຂດພັກ ຜ່ອນ, ມີຄວາມສະດວກສະບາຍ ແລະ ຜ່ອນຄາຍທີ່ສຸດ ຍ້ອນວ່າ ທ່ານ ທັງລອຍນ້ໍາ ທັງເບິ່ງແສງຕາເວັນ ຍາມຄ້ອຍ ຄໍ່າ ທີ່ສະຫງົບສຸກ. ບໍ່ພຽງເທົ່ານັ້ນ, ອາຫານຫຼາກຫຼາຍຊະ ນິດ ແລະ ອຸດົມສົມບູນ ຍັງເປັນຂອງດີສໍາລັບເຂດພັກ ຜ່ອນ ອາຍຸ 20 ປີແຫ່ງນີ້. Sea Star Resort ມີລະບົບຮ້ານອາຫານ ແລະ Bar ທີ່ມີການ ປະສານສົມທົບຢ່າງລະອຽດອ່ອນລະ ຫວ່າງ ຄວາມຫຼາກຫຼາຍ ຂອງ ອາຫານຕາເວັນຕົກ ສະໄໝ ໃໝ່ ແລະ ອາຫານ ພື້ນເມືອງ ຫວຽດນາມ.

ພວກ​ຂ້າພະເຈົ້າຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ພູມ​ສັນຖານ ​ແລະ ສິ່ງ​ແວດ​ລ້ອມສີ​ຂຽວ, ສະອາດ, ສວຍ​ງາມ, ພັດທະນາ​ເຂດ​ສີຂຽວ​ ຢ່າງ​ບໍ່​ຢຸດ​ຢັ້ງ, ສ້າງ​ພື້ນທີ່​ສ່ວນ​ຕົວ, ​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ສະຫງົບ ​ແລະ ຄວາມ​ເປັນ​ສ່ວນ​ຕົວ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ ​ທຸກຄົນ​ເມື່ອ​ມາ​ຍັງ Sea Star Resort - ທ່ານ ລາຍ ກວກຮຶງ - ຫົວໜ້າຄະນະຄຸ້ມຄອງ Sea Star Resort.

ລວມບັນດາຈຸດດັ່ງກ່າວ, Sea Star Resort Restaurant ມີ ອົງປະກອບທັງໝົດເພື່ອກາຍເປັນສະຖານທີ່ ທີ່ເໝາະສົມ ສໍາລັບການຈັດງານດອງ ແລະ ງານລ້ຽງຄົບຮອບ; ງານລ້ຽງ BBQ ຄອບຄົວ ຫຼື ງານລ້ຽງ teambuilding ສໍາລັບບໍລິສັດ ແລະ ວິສາຫະກິດ. ດ້ວຍພື້ນທີ່ເປີດ ແລະ ມີລະບົບ ຮ້ານ ອາຫານໃກ້ກັບຫາດຊາຍທະເລ, ທ່ານ ສາມາດຊົມ ແສງ ຕາເວັນ ຍາມຄ້ອຍຄໍ່າ, ສໍາພັດລົມທະເລ ແລະ ສຽງຄື້ນ ທີ່ ປະສົມກັບສຽງດົນຕີຢ່າງມ່ວນຊື່ນ, ຜ່ອນຄາຍອາລົມ.

ພາຍ​ໃຕ້​ແສງ​ຕາ​ເວັນ ​ຍາມຄ້ອຍຄໍ່າ ທ່ີແສນໂລແມນຕິກ, ການ​ແຕ້ມຮູບ​ທິວ​ທັດ​ ກໍ່​ຍິ່ງມີ​ສະ​ເໜ່​. ​

ນອກຈາກນັ້ນ, ສຳລັບຄອບຄົວ ຫຼື ກຸ່ມໝູ່ເພື່ອນ, ຄູ່ບ່າວ ສາວ ສາມາດໃຊ້ເວລາທ້າຍອາທິດ ຫຼື ວັນພັກທີ່ Sea Star Resort ດ້ວຍທາງເລືອກຫ້ອງນອນທີ່ຫຼາກຫຼາຍ. ຈາກ Deluxe, Garden View ເຖິງ Beach Front, ແຕ່ລະຫ້ອງ ຈະຄວາມງາມທີ່ເປັນເອກະລັກສະເພາະ, ເຕັມໄປດ້ວຍ ສິ່ງ ອໍານວຍຄວາມສະດວກ ແລະ ການບໍລິການໃນຫ້ອງ ເພື່ອ ຄວາມເປັນສ່ວນຕົວ ແລະ ອົບອຸ່ນ. ຈາກການຈັດແຈງ ພື້ນ ທີ່ ທີ່ປະສົມປະສານ ກັບທໍາມະຊາດ ແລະ ມີຄວາມຫຼູຫຼາ, ແຕ່ລະສະຖານທີ່ໃນ Sea Star Resort ຍັງເປັນຈຸດ ເຊັກອິນ ທີ່ເໝາະສົມ ສໍາລັບນັກທ່ອງທ່ຽວ ທຸກຄົນ. ບໍ່ວ່າ ຈະຢູ່ໃນ ຫ້ອງນອນ, ສວນ, ຫາດຊາຍ ຫຼື ທຸກແຫ່ງໃນເຂດ ພັກຜ່ອນ, ທ່ານ ສາມາດ “ເກັບກ່ຽວ” ຮູບພາບ ທີ່ມີຄຸນນະພາບ, ຮັກ ສາ ຊ່ວງເວລາທີ່ປະເສີດ ກັບຄົນທີ່ທ່ານຮັກ.

ອາຫານ ໄດ້ກະກຽມ ຕາມຄວາມຕ້ອງການ ຂອງ ນັກທ່ອງ ທ່ຽວ.

ເພື່ອສ້າງຄວາມສະດວກສະບາຍ ແລະ ຄວາມເປັນສ່ວນ ຕົວສູງສຸດໃຫ້ແກ່ນັກທ່ອງທ່ຽວ, Sea Star Resort ໄດ້ຝຶກ ອົບຮົມພະນັກງານ ຂອງ ຕົນ ຢ່າງຕໍ່ເນື່ອງດ້ວຍຄໍາຂວັນ ທີ່ ວ່າ: “ທຸກວິນາທີ ແຫ່ງຄວາມສຸກ - ນັບແສນຄວາມ ມ່ວນ ຊື່ນ”. ນັ້ນໝາຍຄວາມວ່າ: ທຸກໆ ວິນາທີ ຂອງແຂກທີ່ ມີ ຄວາມສຸກ ໃນ Sea Star Resort ນັ້ນແມ່ນນັບແສນ ຄວາມ ເບີກບານມ່ວນຊື່ນ ແລະ ຮອຍຍິ້ມ ຈາກທີມງານພວກເຮົາ, ເຊິ່ງຈະເປັນແຮງຈູງໃຈໃຫ້ພວກຂ້າພະເຈົ້າ ສູ້ຊົນພັດທະນາ, ນຳເອົາການບໍລິການທີ່ດີ ແລະ ດີຂຶ້ນ ມາສູ່ແຂກ ຂອງ ພວກ ເຮົາ ໃນທຸກວັນ.

Sea Star Resort - ຈຸດໝາຍປາຍທາງ ທີ່ເໝາະສົມ ສຳລັບ ຄອບຄົວ.

 

 

Sea Star Resort ຝູ໋ກວກ:
ທີ່ຢູ່:
98/2 ຖະໜົນ ເຈິ່ນຮຶງດ້າວ, ບ້ານ ເຢືອງດົງ, ນະຄອນ ຝູ໋ກວກ - ໂທລະສັບ: (84 77) 3982 161 ຫ້ອງການຕົວ ແທນຂາຍ ແລະ ການຕະຫຼາດ ​ຢູ່ນະຄອນ ​ໂຮ່ຈີ​ມິນ
ທີ່ຢູ່:
60 ຖະໜົນ ຫງວຽນ​ວັນ​ທູ, ບ້ານ ເບັນແງ໋, ​ເມືອງ 1, ນະຄອນ ໂຮ່ຈີມິນ - ໂທລະສັບ: (84-297) 3982 161

ອີເມວ: sales@seastarresort.com
ເວັບໄຊ: seastarresort.com

 

     

    • ບົດ: VNP/ຮວ່າງເງິນ - ພາບ: ເລມິນ - ແປໂດຍ: ຢືຟຽນ

    Top