• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

UNDP ຊ່ວຍເຫຼືອ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດຍັງບໍ່ທັນແຕກພາຍຫລັງສົງຄາມ

      ໃນລະຫວ່າງວັນທີ 9 – 13 ກໍລະກົດ 2018 ຢູ່ ຮ່າໂນ້ຍ, ສູນກະທຳລະເບີດໝາກມິນແຫ່ງຊາດ ຫວຽດນາມ (VNMAC) ໄດ້ສົມທົບກັບອົງພັດທະນາສະຫະປະຊາຊາດ ເພື່ອການພັດທະນາ(UNDP)

UNDP ຊ່ວຍເຫຼືອ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດຍັງບໍ່ທັນແຕກພາຍຫລັງສົງຄາມ
      ຈັດຕັ້ງຊຸດຝຶກອົບຮົມກ່ຽວກັບການກະທຳລະເບີດ, ໝາກມິນໂດຍພື້ນຖານໃຫ້ພະນັກງານທີ່ສັງກັດບັນດາກຳລັງຂອງກະຊວງປ້ອງກັນປະເທດ ຫວຽດນາມ. ກ່ຽວກັບການຄຸ້ມຄອງວຽກງານແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດຍັງບໍ່ທັນແຕກພາຍຫລັງສົງຄາມ, ວຽກງານຄຸ້ມຄອງຂໍ້ມູນຂ່າວສານ, ຄຸ້ມຄອງຄຸນນະພາບ ປັດຈຸບັນ ຍັງຄົງໄດ້ປະຕິບັດຕາມບັນດາແບບຢ່າງໂດຍພື້ນຖານ.
        ອົງການສະຫະປະຊາຊາດເພື່ອການພັດທະນາພ້ອມກັບສູນກະທຳລະເບີດ, ໝາກມິນແຫ່ງຊາດ ຫວຽດນາມ, ສ້າງແຜນການບຳລຸງສ້າງເຊື່ອມຕໍ່, ປະສານສົມທົບວິທີການຝຶກຫັດດີທີ່ສຸດຈາກບັນດາໂຄງການໜູນຊ່ວຍດ້ານເຕັກນິກຢູ່ບັນດາປະເທດອື່ນ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top