• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂເວທີປາໄສອົງການສົ່ງເສີມການທ່ອງທ່ຽວບັນດານະຄອນພາກພື້ນ ອາຊີ - ປາຊີຟິກ 2018

ຕອນເຊົ້າວັນທີ 21 ມິຖຸນາ, ທີ່ນະຄອນ ໂຮ່ຈີມິນ, ໄດ້ໄຂ “ເວທີປາໄສອົງການສົ່ງເສີມການທ່ອງທ່ຽວບັນດານະຄອນພາກພື້ນ ອາຊີ - ປາຊີຟິກ (TPO)” ຄັ້ງທີ 8
 
ໄຂເວທີປາໄສອົງການສົ່ງເສີມການທ່ອງທ່ຽວບັນດານະຄອນພາກພື້ນ ອາຊີ - ປາຊີຟິກ 2018 (ພາບ: TTXVN)

ດ້ວຍຫົວຂໍ້ວ່າ: “ການທ່ອງທ່ຽວສະຫລາດ” ດ້ວຍການເຂົ້າຮ່ວມຂອງຜູ້ແທນກ່ວາ 230 ຄົນທີ່ມາຈາກ 27 ນະຄອນຂອງ 6 ປະເທດທີ່ຢູ່ພາກພື້ນ ອາຊີ - ປາຊີຟິກ. ໃນຂອບເຂດຂອງເວທີປາໄສຈະດຳເນີນບັນດາການເຄື່ອນໄຫວຄື: ລາຍການພົບປະການຄ້າທ່ອງທ່ຽວ TPO (TPO Travel Trade) ເປີດກ້ວາງ ສົມທົບກັບງານວາງສະແດງທ່ອງທ່ຽວສະຫລາດ. ທ່ານນາງ ຫງວຽນທິແອ໋ງຮວາ ຮອງຫົວໜ້າພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

        “ຕະຫລາດບັນດາປະເທດຂຶ້ນກັບກຸ່ມ ອາຊີ - ປາຊີຟິກ ກໍ່ແມ່ນໜຶ່ງໃນບັນດາຕະຫລາດຈຸດສຸມຂອງການທ່ອງທ່ຽວນະຄອນ ໂຮ່ຈີມິນ ໃນຫລາຍປີຜ່ານມາ. ດັ່ງນັ້ນ ເລື່ອງຈັດຕັ້ງເວທີປາໄສຄັ້ງນີ້ ບໍ່ພຽງແຕ່ເປັນການໂຄສະນາກ່ຽວກັບນະຄອນ ໂຮ່ຈີມິນຂອງພວກເຮົາເທົ່ານັ້ນ ຫາກຍັງແມ່ນໂອກາດ ເພື່ອໃຫ້ພວກເຮົາສົ່ງເສີມແຂກທ່ອງທ່ຽວຕ່າງປະເທດທີ່ມາຈາກບັນດາຕະຫລາດນີ້ອີກດ້ວຍ.

        ເວທີປາໄສອົງການສົ່ງເສີມການທ່ອງທ່ຽວບັນດານະຄອນພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 8 ໄດ້ດຳເນີນໃນລະຫວ່າງວັນທີ 21 – 22 ມິຖຸນາ.

(ແຫຼ່ງຄັດຈາກ VOV)


ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top