• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດໂຄວິດ-19 ທຳລາຍໂຄງສ້າງສັງຄົມ, ສົ່ງຜົນກະທົບຢ່າງໜັກໜ່ວງເຖິງແມ່ຍິງ ແລະ ຊາວພົບພະຍົບ

      ໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ຫຼາຍຄົນຕົກເຂົ້າສູ່ສະພາບບໍ່ມີວຽກເຮັດງານທຳ ແລະ ບໍ່ມີລາຍຮັບ
ຊາວອົບພະຍົບ, ຜູ້ລີ້ໄພແມ່ນຜູ້ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ
(ພາບ: AFP/TTXVN)
      ບໍ່ພຽງແຕ່ເຮັດໃຫ້ປະຊາຊົນນັບລ້ານຄົນເສຍຊີວິດເທົ່ານັ້ນ, ໂລກລະບາດໂຄວິດ-19 ໄດ້ກໍ່ຄວາມເສຍຫາຍຢ່າງຮ້າຍແຮງເຖິງເສດຖະກິດ-ສັງຄົມ, ໃນນັ້ນມີແມ່ຍິງ ແລະ ຊາວອົບພະຍົບແມ່ນຜູ້ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ. ບົດລາຍງານຂອງສະພາກາແດງ ແລະ ກາຊີກວົງເດືອນແດງສາກົນ (IFRC) ປະກາດໃນວັນທີ 22 ພະຈິກ, ເນັ້ນໜັກເຖິງວິກິດການໂຄວິດ-19 ໄດ້ກໍ່ຜົນກະທົບສຳລັບກຸ່ມຄົນຖືກຄວາມສ່ຽງສູງ. ຕາມນັ້ນແລ້ວ, ໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ຫຼາຍຄົນຕົກເຂົ້າສູ່ສະພາບບໍ່ມີວຽກເຮັດງານທຳ ແລະ ບໍ່ມີລາຍຮັບ…
        ຕາມບົດລາຍງານຂອງ IFRC, ໃນທົ່ວໂລກ, ແມ່ຍິງແມ່ນເປົ້າໝາຍຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19. ບັນດາຊາວອົບພະຍົບ, ຜູ້ລີ້ໄພ ແລະ ຜູ້ຕ້ອງຍົກຍ້າຍທີ່ຢູ່ພາຍໃນປະເທດກໍ່ແມ່ນກຸ່ມຖືກຄວາມສ່ຽງສູງທີ່ສຸດໃນສະພາບໂລກລະບາດໂຄວິດ-19.
        ໃນເຫດການທີ່ກ່ຽວຂ້ອງ. ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 23 ພະຈິກ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອໂຄວິດເກືອບ 258,35 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 5,17 ລ້ານຄົນ. ອາເມລິກາ ແມ່ນປະເທດມີຜູ້ຕິດເຊື້ອລາຍໃໝ່ຫຼາຍທີ່ສຸດໃນໂລກແມ່ນເກືອບ 64.000 ຄົນ, ໃນຂະນະນັ້ນ, ລັດເຊຍ ແມ່ນປະເທດມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດແມ່ນ 1.214 ຄົນ.
 (ແຫຼ່ງຄັດຈາກ VOV)
 
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top