• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ​ເທື່ອ​ທຽນ​ - ເຫ​ວ້ ​​ຊ່ວຍ​ເຫຼືອວັດ​ຖຸ, ອຸປະກອນ​ການ​ແພດ​​ໃຫ້​ແກ່​ແຂວງ ສະຫວັນ​ນະ​ເຂດ ຂອງ ລາວ

ຕອນເຊົ້າວັນທີ 04 ພຶດສະພາ, ຢູ່ດ່ານຊາຍແດນສາກົນ ລາວບ໋າວ, ແຂວງກວ໋າງຈິ, ທ່ານ ບຸ່່ຍແທັງຮ່າ ຮອງເລຂາຜູ້ປະຈໍາການຄະນະພັກແຂວງ ເທື່ອທຽນ - ເຫວ້ ໄດ້ມອບເຄື່ອງອຸປະກອນການແພດ ຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ແກ່ແຂວງສະຫວັນນະເຂດ, ສປປ.ລາວ.

ແຂວງເທື່ອທຽນເຫວ້ ມອບ ອຸປະກອນການແພດໃຫ້ແຂວງສະຫວັນນະເຂດ (ພາບ: TTXVN)

ເນື່ອງໃນໂອກາດນີ້, ການນໍາສອງແຂວງ ເທື່ອທຽນເຫວ້ ແລະ ສະຫວັນນະເຂດ ໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການໂລກລະບາດ, ບົດຮຽນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19; ເຫັນດີເປັນເອກະພາບຈະເພີ່ມທະວີການຮ່ວມມື, ພ້ອມກັນແບ່ງປັນຂໍ້ມູນຂ່າວສານ ເພື່ອປະຕິບັດສໍາເລັດໜ້າທີ່ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ບໍ່ປະໃຫ້ໂລກລະບາດແຜ່ລະບາດອອກສູ່ເຂດຊາຍແດນ.

        ໂດຍຮັບເອົາຂອງຂວັນຈາກແຂວງເທື່ອທຽນ - ເຫວ້, ທ່ານ ໂພໄຊ ໄຊຍະສອນ, ຮອງເຈົ້າແຂວງໆ ສະຫວັນນະເຂດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ນໍ້າໃຈອັນປະເສີດເລີດລໍ້າຂອງອໍານາດການປົກຄອງ ແລະ ປະຊາຊົນແຂວງ ເທື່ອທຽນ - ເຫວ້ ທີ່ມີຕໍ່ແຂວງສະຫວັນນະເຂດ; ພ້ອມທັງຢັ້ງຢືນວ່າ ຂອງຂັວນນີ້ ບໍ່ພຽງແຕ່ເປັນການສະໜັບສະໜູນທາງດ້ານວັດຖຸເທົ່ານັ້ນ ຫາກຍັງແມ່ນແຫຼ່ງລະດົມກໍາລັງໃຈອັນຍິ່ງໃຫຍ່, ຊ່ວຍແຂວງສະຫວັນນະເຂດປະຕິບັດວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ໃນໄລຍະຈະມາເຖິງໄດ້ເປັນຢ່າງດີກວ່າ.(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top