ຂ່າວສານ
ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ ເຫງຍໂລະ: ຈຸດປະກາຍແຈ້ງໃນໃຈປະຊາຊຊົນເຂດທາງທິດຕາເວັນຕົກພາກເໜືອຕະຫຼອດການ
ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ເທດສະບານ ເຫງຍໂລະ ໄດ້ຮັບການສ້າງຕັ້ງຂຶ້ນກ່ອນນີ້ 40 ປີ (ປີ 1982). ເຂດອະນຸສອນສະຖານແຫ່ງນີ້ຕັ້ງຢູ່ໃຈກາງເທດສະບານ ເຫງຍໂລະ, ແຂວງ ອຽນບາຍ, ໂດຍຢູ່ຫ່າງຈາກຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງເໜືອ ປະມານ 300 ກິໂລແມັດ. ຕອນນັ້ນ, ປະຊາຊົນເມືອງ ວັນເຈິນ, ເຫງຍໂລະ ໄດ້ສະໝັກໃຈປະກອບເຫື່ອແຮງ, ວັດຖຸ, ນັບແຕ່ແຜ່ນໄມ້, ຫີນ ເພື່ອພ້ອມກັບອຳນາດການປົກຄອງທ້ອງຖິ່ນສ້າງເຂດອະນຸສອນສະຖານ ຕາມຮູບແບບເຮືອນຮ້ານປະທານ ໂຮ່ຈີມິນ ຢູ່ ຮ່າໂນ້ຍ. ລຸງ ລໍ່ວັນເຍິດ, ນັກຮົບເກົ່າຕາແສງ ເຕິນອານ, ເທດສະບານ ເຫງຍໂລະ, ໃຫ້ຮູ້ວ່າ:
“ພໍ່ແມ່ປະຊາຊົນພວກຂ້າພະເຈົ້າທຸກຄົນ ຕ່າງກໍຢາກໄປລາຍງານຜົນງານນຳປະທານ ໂຮ່ຈີມິນ. ແຕ່ຢູ່ໄກ ຮ່າໂນ້ຍ ໂພດ, ຜູ້ໃດມີເງື່ອນໄຂຈຶ່ງໄປໄດ້, ຜູ້ບໍ່ມີກໍໄປບໍ່ໄດ້. ດັ່ງນັ້ນ, ເລື່ອງເຂດອະນຸສອນສະຖານ, ເຮືອນຮ້ານຂອງປະທານ ໂຮ່ຈີມິນ ຢູ່ທີ່ນີ້ ແມ່ນມີຄວາມໝາຍທີ່ສຸດ”.
ປັດຈຸບັນ, ເຂດອະນຸສອນສະຖານພວມເກັບຮັກສາພາບຖ່າຍເອກະສານເກືອບ 1.000 ແຜ່ນ ພ້ອມດ້ວຍ 10 ວັດຖຸພັນອັນລ້ຳຄ່າຕິດພັນກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໂຮ່ຈີມິນ, ເຊັ່ນ: ຊຸດໂສ້ງເສື້ອ ກາກີ, ໝວກ, ແວ່ນ, ເກີບ ໂດຍຄອບຄົວທະນາຍຄວາມ Loseby ກະກຽມໃຫ້ແກ່ ຫງວຽນອ໊າຍກວັກເພື່ອເດີນທາງອອກຈາກທ່າກ່ຳປັ່ນ Aberdeen - Hong Kong ຈີນ ເມື່ອປີ 1933, ຈັກພິມດີດເອກະສານ ທີ່ປະທານ ໂຮ່ຈີມິນ ໄດ້ນຳໃຊ້ຮຽບຮຽງຖະແຫຼງການປະກາດເອກະລາດ ເມື່ອປີ 1945...
ຈາກຮູບແບບ “ສວນປູກຜັກ, ຕົ້ນໄມ້ກິນໝາກ - ໜອງປາ” ຕະຫຼອດຮອດເຮືອນຮ້ານທີ່ລຽບງ່າຍ, ເຂດອະນຸສອນສະຖານແຫ່ງນີ້ ໄດ້ວາດພາບໃຫ້ເຫັນຢ່າງຈະແຈ້ງວິຖີການດຳລົງຊີວິດອັນລຽບງ່າຍ, ຍອດຍິ່ງບໍລິສຸດຂອງປະທານ ໂຮ່ຈີມິນ. ນີ້ກໍແມ່ນສະຖານທີ່ລຶ້ງເຄີຍສຳລັບພະນັກງານ, ນັກຮຽນ, ນັກສຶກສາ ແລະ ແຂກທ່ອງທ່ຽວທີ່ຈາກທົ່ວທຸກສາລະທິດໃນເສັ້ນທາງຊອກຮູ້, ສະແດງຄວາມຮູ້ບຸນຄຸນ ແລະ ຮ່ຳຮຽນປະຕິບັດຕາມແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ. ນ້ອງ ເລແອັງເຕ້ວມິງ, ນັກຮຽນ ຫ້ອງ 12C1, ໂຮງຮຽນມັດທະຍົມຕອນປາຍ ເທດສະບານ ເຫງຍໂລະ, ແຂວງ ອຽນບາຍ, ແບ່ງປັນວ່າ:
“ເຂດອະນຸສອນສະຖານແຫ່ງນີ້ໄດ້ຊ່ວຍໃຫ້ພວກນ້ອງມີຄວາມເຂົ້າໃຈກ່ຽວກັບຊີວິດຂອງປະທານ ໂຮ່ຈີມິນ ຕື່ມອີກ. ຜ່ານນັ້ນ, ນ້ອງກໍຄຳນຶງໄດ້ເຖິງຄວາມລຽບງ່າຍ ແລະ ຄວາມຮັກແພງຢ່າງລົ້ນເຫຼືອຂອງເພິ່ນທີ່ມີຕໍ່ປະຊາຊົນ, ປະເທດຊາດ. ນ້ອງຍາມໃດກໍພະຍາຍາມຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຕາມແນວຄິດ, ວິຖີການດຳລົງຊີວິດຂອງເພິ່ນ, ເກັບກຳຄວາມຮູ້ຢ່າງບໍ່ຢຸດຢັ້ງ, ເຊິ່ງເປັນສິ່ງທີ່ຈຳເປັນທີ່ສຸດໃນຍຸກປັດຈຸບັນ, ໂດຍສະເພາະແມ່ນເມື່ອປະເທດຊາດພວມໃນທ່ວງທ່າເຊື່ອມໂຍງ ແລະ ພັດທະນາ, ກ້າວເຂົ້າສູ່ສັງກາດບຸກບືນ”.
ໂດຍໄດ້ສ້າງຕັ້ງມາໄດ້ກວ່າ 40 ປີ, ເຂດອະນຸສອນສະຖານ ນັບມື້ນັບຢັ້ງຢືນໄດ້ບົດບາດສຳຄັນໃນວຽກງານໂຄສະນາ, ສຶກສາອົບໂຮມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ. ທ່ານນາງ ຫງວຽນທິຍືກວິ່ງ, ຮອງຜູ້ອຳນວຍການສູນຂໍ້ມູນຂ່າວສານ - ວັດທະນະທຳ ເທດສະບານ ເຫງຍໂລະ, ເຊິ່ງເປັນຜູ້ຄຸ້ມຄອງເຂດອະນຸສອນສະຖານແຫ່ງນີ້, ແບ່ງປັນວ່າ:
“ສຳລັບພະນັກງານລັດຖະກອນ, ພາລະກອນທີ່ເຮັດວຽກຢູ່ທີ່ນີ້, ໃຜໆກໍຮູ້ສຶກດີໃຈ ແລະ ເອກອ້າງທະນົງໃຈ. ໃນຊຸມປີຈະມາເຖິງ, ພວກຂ້າພະເຈົ້າ ຈະສືບຕໍ່ສົມທົບກັນຈັດຕັ້ງວຽກງານໂຄສະນາກ່ຽວກັບແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງເພິ່ນໃຫ້ມີປະສິດທິຜົນກວ່າເກົ່າ. ພ້ອມດຽວກັນນັ້ນ, ສົມທົບກັບບັນດາໂຮງຮຽນ, ອົງການຈັດຕັ້ງ ຜັນຂະຫຍາຍການເຄື່ອນໄຫວທັດສະນະສຶກສາ, ຈັດກອງປະຊຸມສຳມະນາ, ເກັບກຳຄຳເຫັນຈາກຜູ້ມີປະສົບການ, ມີຂໍ້ລິເລີ່ມເພື່ອປະກອບສ່ວນຍົກສູງຄຸນນະພາບຂອງການເຄື່ອນໄຫວຕ່າງໆຢູ່ອະນຸສອນສະຖານ”.
ປັດຈຸບັນ, ເຂດອະນຸສອນສະຖານ ປະທານ ໂຮ່ຈີມິນ ຢູ່ເທດສະບານ ເຫງຍໂລະ, ແຂວງ ອຽນບາຍ ເປັນສາຂາທີ 13 ໃນລະບົບຫໍພິພິທະພັນ ໂຮ່ຈີມິນ ໃນທົ່ວປະເທດ, ພ້ອມທັງເປັນສາຂາໜຶ່ງດຽວຢູ່ເຂດຕາເວັນຕົກພາກເໜືຶອ.
ຄຸນຄ່າຂອງເຂດອະນຸສອນສະຖານ ບໍ່ພຽງແຕ່ແມ່ນມາຈາກສະຖາປັດຕະຍາກຳ ຫຼື ປະຫວັດສາດເທົ່ານັ້ນ, ຫາກຍັງຢູ່ທີ່ລວງເລິກດ້ານຈິດໃຈ ທີ່ນຳມາໃຫ້ວົງຄະນະຍາດ. ສະຖານທີ່ແຫ່ງນີ້ແມ່ນສັນຍາລັກໃຫ້ແກ່ນ້ຳໃຈຄວາມເຄົາລົບນັບຖື ແລະ ຮັກແພງຂອງປະຊາຊົນ ເຫງຍໂລະ - ອຽນບາຍ ເວົ້າສະເພາະ, ຂອງເຂດຕາເວັນຕົກສ່ຽງເໜືອ ເວົ້າລວມ ທີ່ມີຕໍ່ຜູ້ນຳທີ່ແສນເຄົາລົບຮັກຂອງຊາດ ຫວຽດນາມ./.