ທີ່ການພົບປະ, ລັດຖະມົນຕີ 2 ທ່ານປາດຖະໜາວ່າ ຫວຽດນາມ ແລະ ສິງກະໂປ ຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ
(ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ພົບປະກັບທ່ານລັດຖະມົນຕີຜູ້ປະສານງານການບໍລິການພາກລັດ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ Chan Chun Sing)
ວັນທີ 31 ພຶດສະພາ, ຢູ່ນອກການໂອ້ລົມສົນທະນາ Shangri-la 2025 ຄັ້ງທີ 22 ຈັດຂຶ້ນຢູ່ ສິງກະໂປ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ພົບປະກັບທ່ານລັດຖະມົນຕີຜູ້ປະສານງານການບໍລິການພາກລັດ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ Chan Chun Sing. ທີ່ການພົບປະ, ລັດຖະມົນຕີ 2 ທ່ານປາດຖະໜາວ່າ ຫວຽດນາມ ແລະ ສິງກະໂປ ຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ເພີ່ມທະວີການຮ່ວມມືບຳລຸງສ້າງຜ່ານການຊຸກຍູ້ບັນດາຂໍ້ຕົກລົງທີ່ໄດ້ລົງນາມໃນການຮ່ວມມືບຳລຸງສ້າງ, ຊຸກຍູ້ການຮ່ວມມືເສນາຮັກ, ສືບຕໍ່ໃຫ້ຄຳປຶກສາ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ເວທີປາໄສດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຫຼາຍຝ່າຍໃນ ອາຊຽນ.
ແລະ ກໍ່ໃນວັນດຽວກັນ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກໍ່ໄດ້ພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Pete Hegseth. ຢູ່ທີ່ນີ້, ທ່ານລັດຖະມົນຕີ ຟານວັນຢາງ ປາດຖະໜາວ່າ ຫວຽດນາມ ແລະ ອາເມລິກາ ຈະສືບຕໍ່ສົມທົບກັນຫຼາຍກວ່າອີນ ບົນພື້ນຖານຄວາມເຄົາລົບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບກົດໝາຍສາກົນ, ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອົນຄົບຖ້ວນ ແລະ ລະບອບການເມືອງຂອງກັນ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ສ່ວນທ່ານລັດຖະມົນຕີ Pete Hegseth ປາດຖະໜາວ່າ ໃນໄລຍະຈະມາເຖິງ ຈະສືບຕໍໍ່ຊຸກຍູ້ການພົວພັນ ອາເມລິກາ - ຫວຽດນາມ ເວົ້າລວມ ແລະ ການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍເວົ້າສະເພາະຢ່າງແຮງກວ່າ.
(ແຫຼ່ງຄັດຈາກ VOV)