ຕອນຄ່ຳວັນທີ 2 ມິຖຸນາ, ຖ້ຽວບິນທຳອິດ ຂອງບໍລິສັດການບິນ Emirates (Dubai) ເດີນທາງມາຈາກ Dubai (ສະຫະລັດ ອາຣັບ ເອມີເລດ) ນຳສົ່ງຜູ້ໂດຍສານ 333 ຄົນໄດ້ລົງຈອດຢູ່ສະໜາມບິນສາກົນ ດ່ານັ້ງ.
ດ່ານັ້ງ ຕ້ອນຮັບແຂກທ່ອງທ່ຽວສາກົນກ່ວາ 300 ຄົນໃນຖ້ຽວບິນທຳອິດທີ່ມາຈາກ Dubai (ພາບ: VOV)
ນີ້ແມ່ນຖ້ຽວບິນທຳອິດໃນແຜນການຂຸດຄົ້ນເປັນປະຈຳຂອງ ບໍລິສັດການບິນ Emirates (Dubai) ໃນຖ້ຽວບິນໄປກັບ Dubai – Bangkok (ໄທ) - ດ່ານັ້ງ , ດ້ວຍ 4 ຖ້ຽວ/ອາທິດ, ໃນວັນຈັນ, ວັນພຸດ, ວັນເສົາ ແລະ ວັນອາທິດ. ບໍລິສັດການບິນສາກົນ Emirates ໄດ້ຂຸດຄົ້ນສາຍການບິນເຊື່ອມຕໍ່ Dubai – Bangkok (ໄທ) - ດ່ານັ້ງ ສ້າງຂີດໝາຍສຳຄັນໃນການເພີ່ມທະວີການພົວພັນແລກປ່ຽນ ແລະ ຊຸກຍູ້ການທ່ອງທ່ຽວ ລະຫວ່າງພາກພື້ນຕາເວັນອອກກາງ, ອາຊີຕາເວັນອອກສ່ຽງໃຕ້ ແລະ ຫວຽດນາມ, ເປີດກວ້າງໂອກາດຮ່ວມມືກ່ຽວກັບການຄ້າ, ການລົງທຶນ ແລະ ຜົນພັນແລກປ່ຽນເສດຖະກິດ, ວັດທະນະທຳ, ປະກອບສ່ວນເຜີຍແຜ່ໂຄສະນາ ດ່ານັ້ງ ອອກສູ່ໂລກ. ທ່ານ ຕ້ານວັນເວືອງ, ທ່ານຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ນະຄອນ ດ່ານັ້ງ ໃຫ້ຮູ້ວ່າ:
ດ່ານັ້ງໄດ້ສົມທົບກັບ ບໍລິສັດການບິນ Emirates ເພື່ອເປິດສາຍການບິນຈາກ Dubai ໄປຍັງ ດ່ານັ້ງ. ນີ້ແມ່ນຈຳນວນແຂກທີ່ມີຄຸນນະພາບສູງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ຜະລິດຕະພັນ, ບັນດາການບໍລິການຂອງນະຄອນ ດ່ານັ້ງ ໂດຍອຳນາດການປົກຄອງກໍ່ຄືບັນດາວິສາຫະກິດໄດ້ລົງທຶນສ້າງລະບົບຊີວະພາບໃນໄລຍະຜ່ານມາ.
(ແຫຼ່ງຄັດຈາກ VOV)