• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ຊຸກຍູ້ບັນດາຄວາມມານະພະຍາຍາມເພື່ອບັນລຸຂໍ້ຕົກລົງດ້ານນິວເຄຼຍກັບ ອີຣານ ໂດຍໄວ

ຝ່າຍ ອາເມລິກາ ຍອມຮັບເລື່ອງ ອີຣານ ເສີມທາດຢູລານຽມຢູ່ຮາກຖານໜ້າດິນ ເພື່ອຮັບໃຊ້ການຜະລິດພະລັງງານນິວເຄຼຍພົນລະເຮືອນ, ໄດ້ກຳນົດຢູ່ລະດັບ 3% ຕາມການແນະນຳຂອງອົງການພະລັງງານປະລະມານູສາກົນ (IAEA).
ໂຮງງານໄຟຟ້ານິວເຄຼຍ Bushehr ຂອງ ອີຣານ (ພາບ: REUTERS/IRNA/Mohammad Babaie)

ອຳນາດການປົກຄອງ ອາເມລິກາ ຫາກໍ່ຍົກອອກຂໍ້ສະເໜີໃໝ່ແນໃສ່ຟື້ນຟູບັນດາການເຈລະຈານິວເຄຼຍໂດຍກົງກັບ ອີຣານ, ຕາມນັ້ນແລ້ວ ອະນຸຍາດໃຫ້ ເຕເຮຣານ ເສີມທາດຢູລານຽມຢູ່ໃນລະດັບຕ່ຳ ແລະ ຮັກສາສ່ວນໜຶ່ງຮາກຖານນິວເຄຼຍຂອງຕົນ, ພ້ອມກັນນັ້ນ, ກໍ່ຢຸດຕິບັນດາຄຳສັ່ງລົງໂທດຕໍ່ ອີຣານ ໂດຍຊົ່ວຄາວ. ນີ້ໄດ້ຮັບຖືວ່າແມ່ນຄວາມມານະພະຍາຍາມຫຼ້າສຸດຈາກຝ່າຍ ອາເມລິກາ ແນໃສ່ບັນລຸໄດ້ຂໍ້ຕົກລົງໃໝ່ກັບ ອີຣານ ກ່ຽວກັບບັນຫານິວເຄຼຍໂດຍໄວ.

ຂໍ້ສະເໜີໃໝ່ຂອງ ອາເມລິກາ, ໄດ້ຖືກທ່ານລັດຖະມົນຕີການຕ່າງປະເທດ ໂອມານ Sayyid Badr Albusaidi ສົ່ງໄປ ອີຣານ ໃນວັນທີ 31 ພຶດສະພາ. ພ້ອມດຽວກັນນັ້ນ, ວັນທີ 01 ມິຖຸນາ, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ ທຳນຽບຂາວໄດ້ອອກຄຳສັ່ງຢຸດຕິບັນດາຄຳສັ່ງລົງໂທດຕໍ່ ອີຣານ ໂດຍຊົ່ວຄາວເພື່ອສ້າງໄມ້ງັດໃຫ້ແກ່ບັນດາການເຈລະຈາ.

ວິທີການສຳຜັດໃໝ່

ຕາມເນື້ອໃນທີ່ໄດ້ຮັບການສະເໜີໃໝ່ທີ່ ອາເມລິກາ ສົ່ງເຖິງ  ອີຣານ ນັ້ນ, ຝ່າຍ ອາເມລິກາ ຍອມຮັບເລື່ອງ ອີຣານ ເສີມທາດຢູລານຽມຢູ່ຮາກຖານໜ້າດິນ ເພື່ອຮັບໃຊ້ການຜະລິດພະລັງງານນິວເຄຼຍພົນລະເຮືອນ, ໄດ້ກຳນົດຢູ່ລະດັບ 3% ຕາມການແນະນຳຂອງອົງການພະລັງງານປະລະມານູສາກົນ (IAEA). ເຖິງຢ່າງໃດກໍ່ຕາມ, ອາເມລິກາ ຮຽກຮ້ອງໃຫ້ ອີຣານ ບໍ່ນຳເຂົ້າເຄື່ອນໄຫວບັນດາສະຖານທີ່ເສີມທາດຢູລານຽມໃຕ້ດິນ ໃນໄລຍະດຳເນີນການເຈລະຈາ, ຢຸດຕິການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີຈັກພົ່ນສູນໃໝ່, ຂົນສົ່ງປະລິມານຢູລານຽມທັງໝົດທີ່ໄດ້ເສີມແລ້ວອອກໄປຕ່າງປະເທດ. ເລື່ອງຜ່ອນຜັນບັນດາຄຳສັ່ງລົງໂທດສຳລັບ ອີຣານ ຈະດຳເນີນໄປພາຍຫຼັງທີ່ ເຕເຮຣານ ພິສູດກັບທັງ ອາເມລິກາ ແລະ IAEA ວ່າ ປະເທດນີ້ໄດ້ປະຕິບັດຕາມຂໍ້ສະເໜີແລ້ວ. ຂໍສະເໜີດັ່ງກ່າວໄດ້ຍົກອອກມາພາຍຫຼັງຮອບເຈລະຈາທາງອ້ອມຄັ້ງທີ 5 ລະຫວ່າງ ອາເມລິກາ ແລະ ອີຣານ ດ້ວຍບົດບາດເປັນກາງຂອງ ໂອມານ ຢູ່ນະຄອນຫຼວງ ໂຣມ, ປະເທດ ອີຕາລີ.

ຕາມວົງການນັກສັງເກດການແລ້ວ, ບັນດາຂໍ້ມູນດັ່ງກ່າວສະແດງໃຫ້ເຫັນວ່າ ອຳນາດການປົກຄອງ ອາເມລິກາ ພວມຄ່ອຍມີການປ່ຽນແປງໃນວິທີສຳຜັດກັບ ອີຣານ ດ້ວຍເລື່ອງຍອມຮັບ ອີຣານ ເສີມທາດຢູລານຽມ. ຂໍ້ສະເໜີທີ່ຫາກໍ່ຍົກອອກມານັ້ນ ກໍແມ່ນບາດກ້າວທຳອິດຂອງອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump ເພື່ອມຸ່ງໄປເຖິງການເຈລະຈາໂດຍກົງກັບ ອີຣານ. ທ່ານ Mehrdad Khonsari, ອະດີດນັກການທູດ, ທັງເປັນນັກໄຈ້ແຍກການເມືອງພາກພື້ນຕາເວັນອອກກາງ, ໃຫ້ຂໍ້ສັງເກດວ່າ:

“ຈຸດປະສົງສຸດທ້າຍ ແລະ ເໜືອກວ່າສິ່ງໃດໝົດຂອງ ອາເມລິກາ ແມ່ນປັດເຂ່ຍບໍ່ວ່າການນາບຂູ່ໃດທີ່ມາຈາກໂຄງການນິວເຄຼຍຂອງ ອີຣານ ແລະ ບັນດາໄພນາບຂູ່ດັ່ງກ່າວສາມາດຫຼຸດຜ່ອນຕາມຫຼາຍວິທີທີ່ແຕກຕ່າງກັນ. ໃນຂະນະນັ້ນ, ຝ່າຍ ອີຣານ ກໍ່ຍາກຍົກເລີກບັນດາຄຳສັ່ງລົງໂທດດ້ານເສດຖະກິດທີ່ສຸດ, ພ້ອມກັນນັ້ນກໍ່ຫຼຸດຜ່ອນຄວາມກົດດັນດ້ານເສດຖະກິດລົງ”.

ໃນຖະແຫຼງການທີ່ຍົກອອກມາໃນວັນທີ 02 ມິຖຸນາ, ໂຄສົກກະຊວງການຕ່າງປະເທດ ອີຣານ Esmaeil Baghaei ໃຫ້ຮູ້ວ່າ, ເຕເຮຣານ ຍັງບໍ່ທັນເຫັນດີຕໍ່ຂໍ້ສະເໜີຂອງ ອາເມລິກາ ຍ້ອນບໍ່ມີການຮັບປະກັນຢ່າງຈະແຈ້ງກ່ຽວກັບການຍົກເລີກບັນດາຄຳສັ່ງລົງໂທດ.

ຄວາມສ່ຽງຍັງຢູ່ໃນລະດັບສູງ

ຕາມວົງການນັກສັງເກດການແລ້ວ, ທັງ ອາເມລິກາ ແລະ ອີຣານ ລ້ວນແຕ່ປາດຖະໜາຢາກບັນລຸໄດ້ຂໍ້ຕົກລົງສະບັບໃໝ່ແທນໃຫ້ຂໍ້ຕົກລົງນິວເຄຼຍ ອີຣານ ປີ 2015, ຫຼືເອີ້ນວ່າຂໍ້ຕົກລົງ P5+1, ເຊິ່ງຖືກລົບລ້າງໃນອາຍຸການທຳອິດຂອງທ່ານປະທານາທິບໍດີ Donald Trump. ສ່ວນທາງຝ່າຍ ອີຣານ, ເລື່ອງບັນລຸໄດ້ຂໍ້ຕົກລົງໂດຍໄວຈະຊ່ວຍຫຼຸດຜ່ອນຄວາມເສຍຫາຍດ້ານເສດຖະກິດ ໃນຂະນະທີ່ສຳລັບທາງຝ່າຍ ອາເມລິກາ, ເລື່ອງແກ້ໄຂບັນດາເອກະສານສາກົນທີ່ຮ້ອນເຮັ່ງໂດຍໄວ, ຄື: ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ການປະທະກັນຢູ່ເຂດ ກາຊາ, ເອກະສານນິວເຄຼີຍ ອີຣານ… ໄດ້ຮັບຖືວ່າແມ່ນບຸລິມະສິດດ້ານການຕ່າງປະເທດໃນຈຸດເວລານີ້ຂອງທ່ານປະທານາທິບໍດີ Donald Trump. ທ່ານນາງ Sanam Vakil, ຫົວໜ້າໂຄງການຕາເວັນອອກກາງ ແລະ ອາຟະລິກາເໜືອ ຢູ່ສະຖາບັນ Chatham House (ອັງກິດ), ໃຫ້ຂໍ້ສັງເກດວ່າ:

“ສຳລັບ ອີຣານ, ມີສິ່ງສຳຄັນອີກນັ້ນແມ່ນຕ້ອງໂຈະການລົງໂທດຄືນອີກ, ສິ່ງທີ່ບັນດາປະເທດ ເອີລົບ ໄດ້ເວົ້າແຈ້ງວ່າ ເຂົາເຈົ້າຈະດຳເນີນຖ້າຫາກວ່າບັນດາການເຈລະຈາບໍ່ມີຄວາມຄືບໜ້າ. ສຳລັບທ່ານປະທານາທິບໍດີ Donald Trump, ທ່ານພວມປາດຖະໜາຢາກບັນລຸໄດ້ຂໍ້ຕົກລົງທີ່ຕັ້ງໜ້າໂດຍໄວ ເພື່ອພິສູດໃຫ້ເຫັນວ່າ ທ່ານແມ່ນນັກເຈລະຈາ ແລະ ແມ່ນການນຳທີ່ສາມາດນຳມາເຊິ່ງສັນຕິພາບໃຫ້ແກ່ພາກພື້ນ ຕາເວັນອອກກາງ. ສະນັ້ນ, ປະຈຸບັນພວມມີຄວາມສົນໃຈຕໍ່ການຍູ້ແຮງຄວາມຄືບໜ້າໃນການເຈລະຈາ, ແຕ່ແນ່ນອນວ່າ ຍັງມີສິ່ງກີດຂວາງຫຼາຍຢ່າງຕໍ່ເລື່ອງບັນລຸໄດ້ຂ້ໍຕົກລົງໂດຍໄວ”.

ທ່ານ Rafael Grossi, ຜູ້ອຳນວຍການໃຫຍ່ອົງການ IAEA (ພາບ: REUTERS)

ມີນັກຊ່ຽວຊານຈຳນວນໜຶ່ງກໍ່ຖືວ່າ, ເຖິງວ່າທັງ 2 ຝ່າຍ, ໂດຍສະເພາະແມ່ນຝ່າຍອຳນາດການປົກຄອງ ອາເມລິກາ, ລ້ວນແຕ່ປາດຖະໜາຢາກບັນລຸໄດ້ຂໍ້ຕົກລົງ, ແຕ່ເວລາບໍ່ມີຫຼາຍອີກ. ວັນທີ 02 ມິຖຸນາ, ບັນດາເຈົ້າໜ້າທີ່ IAEA ພ້ອມກັບ ອີຣານ ແລະ ອີຢິບ ໄດ້ດຳເນີນການເຈລະຈາ 3 ຝ່າຍຢູ່ນະຄອນຫຼວງ ກາຍໂຣ, ປະເທດ ອີຢິບ, ເພື່ອປຶກສາຫາລືມາດຕະການຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ຊຸກຍູ້ການເຈລະຈາ. ທ່ານ Rafael Grossi, ຜູ້ອຳນວຍການໃຫຍ່ອົງການ IAEA ໄດ້ສະເໜີວ່າ ບັນດາຝ່າຍມອບບົດບາດທີ່ໃຫຍ່ກວ່າໃຫ້ແກ່ອົງການນີ້ໃນບັນດາການເຈລະຈາ:

“ເມື່ອໄດ້ດຳເນີນການເຈລະຈາ, ບັນດາຂໍ້ສະເໜີໄດ້ຍົກອອກມາ ເພື່ອຊອກຫາເສັ້ນທາງຫຼີກລ່ຽງການປະທະກັນໃຫ້ແກ່ພາກພື້ນໜຶ່ງທີ່ຕ້ອງຮັບຄວາມເຈັບປວດຢ່າງໜັກໜ່ວງນັ້ນ, ເປັນສິ່ງທີ່ຈະແຈ້ງແລ້ວວ່າ IAEA ກໍ່ໄດ້ສວມບົດບາດໃນນັ້ນ. ບໍ່ແມ່ນດ້ວຍຖານະເປັນນັກເຈລະຈາ, ຫາກຍັງມີຖານະຊຸກຍູ້, ເລີ່ມເຄື່ອນໄຫວ ແລະ ປົກປ້ອງໃຫ້ທຸກຂໍ້ຕົກລົງ”.

ຄາດວ່າ, ພາຍຫຼັງ ອີຣານ ມີຄຳຕອບເປັນທາງການຕໍ່ຂໍ້ສະເໜີໃໝ່ຂອງ ອາເມລິກາ, 2 ຝ່າຍອາດຈະເນີນຮອບເຈລະຈາຄັ້ງຕໍ່ໄປໄວທີ່ສຸດແມ່ນໃນທ້າຍອາທິດນີ້.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ: ກຳນົດເປົ້າໝາຍເຕີບໂຕ 2 ຕົວເລກ, ພັດທະນາຢ່າງໄວ, ສີຂຽວ, ຍືນຍົງ

ທ່ານນາຍົກລັດຖະມົນຕີ: ກຳນົດເປົ້າໝາຍເຕີບໂຕ 2 ຕົວເລກ, ພັດທະນາຢ່າງໄວ, ສີຂຽວ, ຍືນຍົງ

ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ຕ້ອງມີຄວາມຕິດພັນຕາມບັນດາເປົ້າໝາຍຂອງຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 14 ຂອງພັກ

Top