• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ: ກຳນົດເປົ້າໝາຍເຕີບໂຕ 2 ຕົວເລກ, ພັດທະນາຢ່າງໄວ, ສີຂຽວ, ຍືນຍົງ

ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ຕ້ອງມີຄວາມຕິດພັນຕາມບັນດາເປົ້າໝາຍຂອງຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 14 ຂອງພັກ

 

(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ)

ຕອນບ່າຍວັນທີ 03 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ເລຂາອົງຄະນະພັກລັດຖະບານ, ເປັນປະທານກອງປະຊຸມຄັ້ງທີ 2 ຄະນະບໍລິຫານອົງຄະນະພັກລັດຖະບານ ອາຍຸການ 2020 – 2025.

ກອງປະຊຸມໄດ້ສຸມໃສ່ປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງບົດລາຍງານຂອງຄະນະບໍລິຫານອົງຄະນະພັກລັດຖະບານ ເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ອົງຄະນະພັກລັດຖະບານອາຍຸການ 2025 – 2030; ຮ່າງບົດລາຍງານກວດກາຂອງຄະນະບໍລິຫານງານອົງຄະນະພັກອາຍຸການ 2020 – 2025.

ເມື່ອເຕື້ອງເຖິງຮ່າງບົດລາຍງານການເມືອງ, ກ່ຽວກັບເປົ້າໝາຍ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ຕ້ອງມີຄວາມຕິດພັນຕາມບັນດາເປົ້າໝາຍຂອງຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 14 ຂອງພັກ, ພິເສດແມ່ນລະດັບເຕີບໂຕໃນແຕ່ລະປີບັນລຸ 2 ຕົວເລກ. ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງບັນດາໜ້າທີ່, ມາດຕະການແກ້ໄຂຈຸດສຸມ, ບຸກທະລຸເພື່ອຫັນປ່ຽນຮູບແບບເຕີບໂຕຕາມທິດພັດທະນາຢ່າງໄວ, ສີຂຽວ, ຍືນຍົງ; ສືບຕໍ່ຜັນຂະຫຍາຍ 3 ຂອດບຸກທະລຸຍຸດທະສາດກ່ຽວກັບລະບອບລະບຽບການ, ພື້ນຖານໂຄງລ່າງ, ແຫຼ່ງຊັບພະຍາກອນ ແລະ ຜັນຂະຫຍາຍບັນດາມະຕິມີລັກສະນະຍຸດທະສາດຂອງກົມການເມືອງ; ພັດທະນາເສດຖະກິດພາກເອກະຊົນ; ເພີ່ມທະວີກຳລັງຄວາມສາມາດດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

(ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ກ່​ວາ​ອີກການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສື່ມວນ​ຊົນ ຫວຽດ​ນາມ-ກູ​ບາ

ຍູ້​ແຮງ​ກ່​ວາ​ອີກການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສື່ມວນ​ຊົນ ຫວຽດ​ນາມ-ກູ​ບາ

ສະມາຄົມນັກຂ່າວ ຫວຽດນາມ ໃຫ້ຄຳໝັ້ນໝາຍຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນ, ຮ່ວມມືບຳລຸງສ້າງ, ແບ່ງປັນບົດຮຽນປະສົບການກັບ ສະມາຄົມນັກຂ່າວ ກູບາ.

Top