• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມປະຈຳເດືອນ ພຶດສະພາ ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລາຍງານໂດຍສັງເຂບສະພາບການເດືອນ ພຶດສະພາ, ສະພາບການໂລກທີສືບຕໍ່ມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນໄດ້.
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ)

ຕອນເຊົ້າວັນທີ 04 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມປະຈຳເດືອນ ພຶດສະພາ ຂອງລັດຖະບານ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລາຍງານໂດຍສັງເຂບສະພາບການເດືອນ ພຶດສະພາ, ສະພາບການໂລກທີສືບຕໍ່ມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນໄດ້. ນະໂຍບາຍພາສີໂຕ້ຕອບຂອງ ອາເມລິກາ; ການປະທະກັນປະກອບອາວຸດ;  ບັນດາບັນຫາຄວາມໝັ້ນຄົງແບບໃໝ່ທີ່ນັບມື້ນັບຍາດທີ່ຈະຄາດຄະເນໄດ້. ຢູ່ພາຍໃນປະເທດ, ລັດຖະບານ, ນາຍົກລັດຖະມົນຕີ ໄດ້ຍູ້ແຮງການສັບຊ້ອນກົງຈັກຕາມມະຕິເລກທີ 18 ຂອງສູນກາງ; ເດັດດຽວຜັນຂະຫຍາຍບັນດາມະຕິຂອງກົມການເມືອງ; ກະກຽມ ແລະ ຍືນສະເໜີຕໍ່ສະພາແຫ່ງຊາດ 44 ຮ່າງກົດໝາຍ, ມະຕິທີ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15.

ເມື່ອກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາວ່າ: ສະພາບການເສດຖະກິດ, ສັງຄົມສືບຕໍ່ທ່າອ່ຽງທີ່ຕັ້ງໜ້າ, ເດືອນນີ້ດີກວ່າເດືອນກ່ອນ, ໂດຍລວມແມ່ນ 5 ເດືອນປີ 2025 ດີກວ່າໄລຍະດຽວກັນຂອງປີ 2024 ໃນເກືອບທຸກຂົງເຂດ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາກະຊວງ, ຂະແໜງການ ສຸມໃສ່ 11 ກຸ່ມໜ້າທີ່ຈຸດສຸມ, ໃນນັ້ນ ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບລະບອບລະບຽບການ:

“ບົນເນື້ອໃນຈິດໃຈແມ່ນ ຕ້ອງແກ້ໄຂຄວາມຫຍຸ້ງຍາກ. ຍາກແນວໃດກໍຕ້ອງເຮັດ. ຫັນຈຸດອຸດຕັນກາຍເປັນທ່າໄດ້ປຽບແກ້ງແຍ້ງ. ບໍ່ມີທ່າໄດ້ປຽບແກ້ງແຍ້ງໃດເທົ່າກັບທ່າໄດ້ປຽບແກ້ງແຍ້ງກ່ຽວກັບລະບອບລະບຽບການ. ເດັດດ່ຽວແກ້ໄຂ, ສິ່ງໃດຍັງຄົງຄ້າງຕ້ອງປະສານສົມທົບກັບສະພາແຫ່ງຊາດເພື່ອແກ້ໄຂ. ບັນຫານີ້ແມ່ນເຮັດເພື່ອປະຊາຊົນ, ເພື່ອປະເທດຊາດ”.

ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ໃນເດືອນ ກໍລະກົດ, ຮັກສາເສດຖະກິດມະຫາພາກຂອງ ຫວຽດນາມ ເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸ້ມ, ບັນດາຄວາມດຸ່ນດ່ຽງໃຫຍ່ໄດ້ຮັບປະກັນ ແລະ ດຸ່ນການຄ້າຢູ່ລະດັບສູງ; ລັດຖະບານໄດ້ປະກາດໂທລະເລກຢ່າງທັນການກ່ຽວກັບບັນດາມາດຕະການແກ້ໄຂຮັບປະກັບການສະໜອງໄຟຟ້າໃນຊຸມເດືອນຈຸດສຸມປີ 2025 ແລະ ໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ບັນດາອົງການທີ່ມີຊື່ສຽງສາກົນ, ບັນດາປະເທດ, ຄູ່ຮ່ວມມືໄດ້ຕີລາຄາສູງໝາກຜົນການພັດທະນາເສດຖະກິດ, ສັງຄົມຂອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຍອມ​ຮັບ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ເຈ​ລະ​ຈາ​ທາງ​ການ​ຄ້າ​ກັບ ຈີນ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຍອມ​ຮັບ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ເຈ​ລະ​ຈາ​ທາງ​ການ​ຄ້າ​ກັບ ຈີນ

ວັນທີ 4 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຍອມຮັບວ່າປະສົບກັບຄວາມຫຍຸ້ງຍາກໃນການເຈລະຈາທາງການຄ້າກັບ ຈີນ.

Top