• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ເຊຍ ​ຫວັງ​ຈະ​ສືບ​ຕໍ່​ເຈ​ລະ​ຈາ​ກັບ ຢູ​ແກຼນ

ລັດເຊຍ ແລະ ຢູແກຼນ ດຳເນີນການເຈລະຈາ 2 ຮອບໃນ ວັນທີ 16 ພຶດສະພາ ແລະ ວັນທີ 2 ມິຖຸນາ. ບັນດາການເຈລະຈາບັນລຸໄດ້ໝາກຜົນໃດໜຶ່ງ
ທ່ານລັດຖະມົນຕີການຕ່າງປະເທດ ຕວັກກີ Hakan Fidan ເປັນປະທານກອງປະຊຸມລະຫວ່າງນັກເຈລະຈາ ຢູແກຼນ ແລະ ລັດເຊຍ ໃນວັນທີ 16 ພຶດສະພາ 2025 (ພາບ: REUTERS)

ວັນທີ 4 ມິຖຸນາ, ທ່ານ Yuri Viktorovich Ushak ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ ລັດເຊຍ ຫວັງວ່າບັນດາການເຈລະຈາກັບ ຢູແກຼນ ຈະສືບຕໍ່ໄດ້ດຳເນີນພາຍຫຼັງບັນດາຝ່າຍຄົ້ນຄ້ວາຮ່າງບົດບັນທຶກຄວາມເຂົ້າໃຈກ່ຽວກັບການແກ້ໄຂການປະທະກັນ.

ລັດເຊຍ ແລະ ຢູແກຼນ ດຳເນີນການເຈລະຈາ 2 ຮອບໃນ ວັນທີ 16 ພຶດສະພາ  ແລະ ວັນທີ 2 ມິຖຸນາ. ບັນດາການເຈລະຈາບັນລຸໄດ້ໝາກຜົນໃດໜຶ່ງ ດ້ວຍເລື່ອງສອງຝ່າຍເຫັນດີເປັນເອກະພາບແລກປ່ຽນຊະເລີຍເສິກ ແລະ ຊາກສົບນາຍທະຫານ, ປຶກສາຫາລືກ່ຽວກັບຄວາມສາມາດຢຸດຍິງໃນອະນາຄົດ, ພ້ອມທັງມອບບົດບັນທຶກເຂົ້າໃຈກ່ຽວກັບການແກ້ໄຂການປະທະກັນໃຫ້ກັນ, ເພື່ອໃຫ້ສອງຝ່າຍຄົ້ນຄ້ວາ.

ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ຢູແກຼນ ກໍ່ປະກາດພ້ອມແລ້ວທີ່ຈະເຂົ້າຮ່ວມກອງປະຊຸມ 4 ຝ່າຍ, ມີການເຂົ້າຮ່ວມຂອງທ່ານ, ພ້ອມກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan.

(ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ກ່​ວາ​ອີກການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສື່ມວນ​ຊົນ ຫວຽດ​ນາມ-ກູ​ບາ

ຍູ້​ແຮງ​ກ່​ວາ​ອີກການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສື່ມວນ​ຊົນ ຫວຽດ​ນາມ-ກູ​ບາ

ສະມາຄົມນັກຂ່າວ ຫວຽດນາມ ໃຫ້ຄຳໝັ້ນໝາຍຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນ, ຮ່ວມມືບຳລຸງສ້າງ, ແບ່ງປັນບົດຮຽນປະສົບການກັບ ສະມາຄົມນັກຂ່າວ ກູບາ.

Top