ຫວຽດນາມ ພວມຢູ່ໃນສັບປະດາທະເລ ແລະ ໝູ່ເກາະ (01- 08 ມິຖຸນາ). ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມ ຢັ້ງຢືນແຫລ່ງກຳລັງໃຫຍ່ກ່ຽວກັບເສດຖະກິດທະເລ ແລະ ສະແດງໃຫ້ເຫັນຄວາມຕັດສິນໃຈພັດທະນາຮອບດ້ານຂະແຫນງອາຊີບທາງທະເລ, ປົກປັກຮັກສາສິ່ງແວດລ້ອມເຂດທະເລ, ໝູ່ເກາະແບບຍືນຍົງ. ສັບປະດາໄດ້ດຳເນີນໃນສະພາວະຫວຽດນາມ ພວມສູ້ຊົນສຳເລັດການໂຮມແຂວງກ່ອນວັນທີ 15 ສິງຫາຈະມາເຖິງ. ນີ້ບໍ່ພຽງແຕ່ແມ່ນ “ການສ້າງອົງປະກອບຄືນໃຫມ່”ເຂດແດນການປົກຄອງເທົ່ານັ້ນ ຫາກຍັງແມ່ນກາລະໂອກາດດີທີ່ສຸດເພື່ອກໍ່ສ້າງບັນດາພື້ນທີ່ພັດທະນາໃຫມ່, ຕາມທິດທະເລ.
ຫວຽດນາມມີຫລາຍຄວາມສາມາດບົ່ມຊ້ອນໃນການຂົນສົ່ງສິນຄ້າທາງທະເລ. (ພາບ:TTXVN)
ເລື່ອງກຳນົດທິດໂຮມບັນດາແຂວງ, ນະຄອນ ເຂົ້າກັນ ຕາມທິດທະເລ ແມ່ນປະຖົມປັດໄຈສຳຄັນເພື່ອເຊື່ອມຕໍ່, ເຊ່ືອມໂຍງ, ນຳປະເທດຊາດພັດທະນາ.
ພາຍຫລັງໂຮມເຂົ້າກັນ, ມີເກືອບ 62% ແຂວງ, ນະຄອນແມ່ນຕິດກັບທະເລ
ປະຈຸບັນ ຫວຽດນາມ 63 ແຂວງ, ນະຄອນ ໃນນັ້ນ ມີ 28 ແຂວງ, ນະຄອນແຄມທະເລແມ່ນຢູ່ຈາກພາກເຫນືອລົງຮອດ ພາກໃຕ້. ຍອດລວງຍາວເສັ້ນທາງແຄມທະເລແມ່ນປະມານ 3.260 ກິໂລແມັດ.
ພາຍຫລັງໂຮມ 63 ແຂວງ, ນະຄອນເຂົ້າກັນ ແມ່ນຍັງເຫລືອພຽງ 34 ແຂວງ, ນະຄອນ ຄາດວ່າ ຫວຽດນາມ ຈະມີ 21 ແຂວງ, ນະຄອນຕິດກັບທະເລ. ເປັນອັນວ່າ ອັດຕາສ່ວນທ້ອງຖິ່ນຕິດກັບທະເລເພີ່ມຂຶ້ນແຕ່ 28/63 (44%) ຂຶ້ນເປັນ 21/34 (ເກືອບ 62%).
ໃນຫລາຍປີຜ່ານມາ, ຫວຽດນາມ ມີຄວາມເອົາໃຈໃສ່ເຖິງການພັດທະນາເສດຖະກິດທະເລ ແຕ່ຍັງບໍ່ທັນຂຸດຄົ້ນສຸດຄວາມສາມາດບົ່ມຊ້ອນ. ສະນັ້ນ ເລື່ອງໂຮມບັນດາແຂວງ, ນະຄອນເຂົ້າກັນແມ່ນມີຄວາມເອົາໃຈໃສ່ເຖິງບັນຫານີ້ຫລາຍກວ່າ. ການກຳນົດທິດໂຮມແຂວງ, ນະຄອນ ເຂົ້າກັນເພື່ອແນໃສ່ສ້າງພື້ນທີ່ພັດທະນາຕາມທິດທະເລແມ່ນມີຄວາມສຳຄັນທີ່ສຸດສຳລັບ ຫວຽດນາມ.
ທີ່ການພົບປະກັບພະນັກງານ, ນັກປະຕິວັດຜູ້ອະວຸໂສຢູ່ເຂດພາກໃຕ້ ເມື່ອວັນທີ 21 ເມສາ ປີ 2025, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ເນັ້ນຫນັກຢ່າງແຮງຕໍ່ເລື່ອງສັບຊ້ອນບັນດາຫົວຫນ່ວຍບໍລິຫານຕາມທິດໝູນໃຊ້ພື້ນທີ່ທະເລຢ່າງສຸດຂີດ. ໃນຂະນະນັ້ນ ຕາມຜູ້ຊ່ຽວຊານຫລາຍທ່ານ, ເລື່ອງເຊື່ອມຕໍ່ບັນດາແຂວງ ພິເສດແມ່ນບັນດາແຂວງຢູ່ເຂດພູພຽງພາກກາງ ຄື: ໄຕງວຽນ ກັບບັນດາທ້ອງຖິ່ນແຄມທະເລ, ແມ່ນສອດຄ່ອງກັບສະພາວະການພັດທະນາປະຈຸບັນ. ຢູ່ທາງທິດຕາເວັນອອກຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ບັນດາແຂວງ ຈ່າວິງ, ຫວີງລອງ, ເບນແຈ ພາຍຫລັງໂຮມເຂົ້າກັນຈະມີເນື້ອທີ່ທຳມະຊາດອັນໃຫຍ່ຫລວງ, ຈຳນວນປະຊາກອນຫລາຍສົມຄວນ ແລະ ເປີດພື້ນທີ່ພັດທະນາໄປສູ່ທິດທະເລ. ທ່ານ ຫງວຽນກວິ່ງທ້ຽນ, ຮອງປະທານ ຄະນະກຳມະການປະຊາຊົນແຂວງ ຈ່າວິງ ຖືວ່າ:
“ໂດຍປະຕິບັດແຜນນະໂຍບາຍໂຮມ 3 ແຂວງເຂົ້າກັນ ຈະສ້າງເງື່ອນໄຂເປີດພື້ນທີ່ພັດທະນາອັນໃຫຍ່ຫລວງກວ່າໃຫ້ແກ່ແຂວງ ຫວິງລອງໃຫມ່. ໃນຂະນະນັ້ນ ສະເພາະ ແຂວງ ຈ່າວິງ ຈະປະກອບສ່ວນສຳຄັນເຂົ້າເສດຖະກິດທະເລ. ຕາມການຕີລາຄາຂອງສະຖາບັນພະລັງງານແລ້ວ, ກຳລັງການຜະລິດໄຟຟ້າແຮງລົມຂອງ ຈ່າວິງ ແມ່ນກວ່າ 24.000 MW. ດ້ວຍກຳລັງການຜະລິດໄຟຟ້ານີ້ ອາດຈະປະຕິບັດບັນດາໂຄງການສ້າງເປັນລະບົບເສດຖະກິດໝູນວຽນ, ເສດຖະກິດຫັນເປັນສີຂຽວໃນອະນາຄົດ”.
ການປະສານງານລະຫວ່າງຂະແຫນງເພື່ອພັດທະນາເສດຖະກິດທະເລແບບຍືນຍົງ
ເພື່ອພັດທະນາເສດຖະກິດທະເລ, ນອກຈາກທ່າໄດ້ປຽບເມື່ອໂຮມບາງແຂວງ, ນະຄອນ ເຂົ້າກັນ ເພື່ອສ້າງພື້ນທີ່ອັນກວ້າງໃຫຍ່, ລັດຖະບານ ຫວຽດນາມ ກໍ່ພວມຍູ້ແຮງການຜັນຂະຫຍາຍຍຸດທະສດພັດທະນາເສດຖະກິດທະເລຮອດປີ 2030, ວິໄສທັດຮອດປີ 2045 ແບບຍືນຍົງ (ຍຸດທະສາດ). ຍຸດທະສາດໄດ້ຮັບການຜັນຂະຫຍາຍ ມາເປັນເວລາ 7 ປີ, ສຸມໃສ່ເຂົ້າໃນບັນດາຂະແຫນງເສດຖະກິດທະເລເປັນຕົ້ນຄື: ການທ່ອງທ່ຽວ - ການບໍລິການທະເລ, ເສດຖະກິດການເດີນທະເລ, ຂຸດຄົ້ນນ້ຳມັນອາຍແກສ, ສິນໃນນ້ຳ, ພະລັງງານທົດແທນ..
ຫວຽດນາມ ຈະສ້າງກົນໄກປະສານງານລະຫວ່າງຂະແຫນງ, ລະຫວ່າງເຂດ. ຕາມທ່ານຮອງນາຍົກລັດຖະມົນຕີ ເຈີນຮົ່ງຮ່າ ແລ້ວ ນີ້ແມ່ນພື້ນຖານເພື່ອຄຸ້ມຄອງ, ຂຸດຄົ້ນຊັບພະຍາກອນທະເລໂດຍລວມ. ບົນພື້ນຖານນີ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນເຈົ້າພາບ, ສົມທົບກັບບັນດາກະຊວງ, ຂະແຫນງການທີ່ກ່ຽວຂ້ອງ ເພື່ອຄົ້ນຄ້ວາ, ສະເຫນີກົນໄກແກ້ໄຂຂໍ້ຕິດຄັດໃນການພັດທະນາ, ຄັດເລືອກວິທີການໂດຍອີງໃສ່ມາດຖານເສົາຄ້ຳນັ້ນແມ່ນ: ປະສິດທິຜົນຕໍ່ສິ່ງແວດລ້ອມ, ເສດຖະກິດ ແລະ ຄວາມສາມາດສ້າງວຽກເຮັດງານທຳ.. ເພື່ອພັດທະນາເສດຖະກິດທະເລ. ຄະນະກຳມະການຊີ້ນຳແຫ່ງຊາດກ່ຽວກັບການປະຕິບັດຍຸດທະສາດພັດທະນາເສດຖະກິດທະເລແບບຍືນຍົງ ໄດ້ສຸມໃສ່ແກ້ໄຂບັນດາຂໍ້ຕິດຄັດທີ່ມີລັກສະນະລະຫວ່າງແຂວງ, ລະຫວ່າງເຂດ ຫລືກ່ຽວຂ້ອງເຖິງໂຄງການຈຸດສຸມແຫ່ງຊາດ ຫລືບັນດາບັນຫາຢູ່ໃນລະດັບສາກົນ.
ທີ່ຕັ້ງດ້ານພູມສາດແມ່ນໃກ້ກັບເສັ້ນທາງເດີນທະເລສາກົນ ພ້ອມກັບທ່າໄດ້ປຽບທຳມະຊາດຂອງທະເລຕາເວັນອອກ ແມ່ນເງ່ືອນໄຂສະດວກທີ່ສຸດເພື່ອໃຫ້ ຫວຽດນາມ ພັດທະນາເສດຖະກິດທະເລ ຕິດພັນກັບການພົວພັນຄ້າຂາຍການຄ້າ, ປົກປັກຮັກສາອະທິປະໄຕ ແລະ ຍົກສູງຖານະບົດບາດແຫ່ງຊາດ. ເລື່ອງໂຮມບາງແຂວງ, ນະຄອນເຂົ້າກັນຕາມທິດໝູນໃຊ້ພື້ນທີ່ທະເລໃກ້ໄດ້ຫລາຍທີ່ສຸດ ພ້ອມກັບເລື່ອງຍູ້ແຮງການປະຕິບັດຍຸດທະສາດພັດທະນາເສດຖະກິດທະເລ ຫວຽດນາມ ແບບຍືນຍົງ ຈະສ້າງກຳລັງຫນູນຢ່າງແຮງເພື່ອໃຫ້ ປະເທດ ຫວຽດນາມ ເຂັ້ມແຂງ, ຮັ່ງມີຈາກທະເລ.