ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລາຍງານໂດຍສັງເຂບສະພາບການເດືອນ ພຶດສະພາ, ສະພາບການໂລກທີສືບຕໍ່ມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນໄດ້.
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ)
ຕອນເຊົ້າວັນທີ 04 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມປະຈຳເດືອນ ພຶດສະພາ ຂອງລັດຖະບານ.
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລາຍງານໂດຍສັງເຂບສະພາບການເດືອນ ພຶດສະພາ, ສະພາບການໂລກທີສືບຕໍ່ມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນໄດ້. ນະໂຍບາຍພາສີໂຕ້ຕອບຂອງ ອາເມລິກາ; ການປະທະກັນປະກອບອາວຸດ; ບັນດາບັນຫາຄວາມໝັ້ນຄົງແບບໃໝ່ທີ່ນັບມື້ນັບຍາດທີ່ຈະຄາດຄະເນໄດ້. ຢູ່ພາຍໃນປະເທດ, ລັດຖະບານ, ນາຍົກລັດຖະມົນຕີ ໄດ້ຍູ້ແຮງການສັບຊ້ອນກົງຈັກຕາມມະຕິເລກທີ 18 ຂອງສູນກາງ; ເດັດດຽວຜັນຂະຫຍາຍບັນດາມະຕິຂອງກົມການເມືອງ; ກະກຽມ ແລະ ຍືນສະເໜີຕໍ່ສະພາແຫ່ງຊາດ 44 ຮ່າງກົດໝາຍ, ມະຕິທີ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15.
ເມື່ອກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາວ່າ: ສະພາບການເສດຖະກິດ, ສັງຄົມສືບຕໍ່ທ່າອ່ຽງທີ່ຕັ້ງໜ້າ, ເດືອນນີ້ດີກວ່າເດືອນກ່ອນ, ໂດຍລວມແມ່ນ 5 ເດືອນປີ 2025 ດີກວ່າໄລຍະດຽວກັນຂອງປີ 2024 ໃນເກືອບທຸກຂົງເຂດ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາກະຊວງ, ຂະແໜງການ ສຸມໃສ່ 11 ກຸ່ມໜ້າທີ່ຈຸດສຸມ, ໃນນັ້ນ ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບລະບອບລະບຽບການ:
“ບົນເນື້ອໃນຈິດໃຈແມ່ນ ຕ້ອງແກ້ໄຂຄວາມຫຍຸ້ງຍາກ. ຍາກແນວໃດກໍຕ້ອງເຮັດ. ຫັນຈຸດອຸດຕັນກາຍເປັນທ່າໄດ້ປຽບແກ້ງແຍ້ງ. ບໍ່ມີທ່າໄດ້ປຽບແກ້ງແຍ້ງໃດເທົ່າກັບທ່າໄດ້ປຽບແກ້ງແຍ້ງກ່ຽວກັບລະບອບລະບຽບການ. ເດັດດ່ຽວແກ້ໄຂ, ສິ່ງໃດຍັງຄົງຄ້າງຕ້ອງປະສານສົມທົບກັບສະພາແຫ່ງຊາດເພື່ອແກ້ໄຂ. ບັນຫານີ້ແມ່ນເຮັດເພື່ອປະຊາຊົນ, ເພື່ອປະເທດຊາດ”.
ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ໃນເດືອນ ກໍລະກົດ, ຮັກສາເສດຖະກິດມະຫາພາກຂອງ ຫວຽດນາມ ເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸ້ມ, ບັນດາຄວາມດຸ່ນດ່ຽງໃຫຍ່ໄດ້ຮັບປະກັນ ແລະ ດຸ່ນການຄ້າຢູ່ລະດັບສູງ; ລັດຖະບານໄດ້ປະກາດໂທລະເລກຢ່າງທັນການກ່ຽວກັບບັນດາມາດຕະການແກ້ໄຂຮັບປະກັບການສະໜອງໄຟຟ້າໃນຊຸມເດືອນຈຸດສຸມປີ 2025 ແລະ ໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ບັນດາອົງການທີ່ມີຊື່ສຽງສາກົນ, ບັນດາປະເທດ, ຄູ່ຮ່ວມມືໄດ້ຕີລາຄາສູງໝາກຜົນການພັດທະນາເສດຖະກິດ, ສັງຄົມຂອງ ຫວຽດນາມ.