• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງຖານ​ຂໍ້​ມູນ​ໃຫຍ່​ (Big Data) ຂອງ ຫວຽດ​ນາມ - ພື້ນ​ຖານ​ສຳ​ຄັນ​ເພື່ອ​ບຸກ​ທະ​ລຸ

ຖານຂໍ້ມູນ (Data) ແມ່ນຊັບພະຍາກອນທີ່ສຳຄັນທີ່ສຸດຂອງພື້ນຖານເສດຖະກິດດີຈິຕອນ. ໃນຍຸກສະໄໝພັດທະນາໃໝ່, ການຖືວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ເຂົ້າທີ່ຕັ້ງໃຈກາງຂອງວິວັດການພັດທະນາດ້ວຍຈິນຕະນາການ “ຢາກມີພູມປັນຍາ ຫວຽດນາມ ຕ້ອງມີ Data ຂອງ ຫວຽດນາມ” ໂດຍພັກ, ລັດໄດ້ກຳນົດຢ່າງຈະແຈ້ງ ແລະ ມານະພະຍາຍາມຜັນຂະຫຍາຍ.
ພາບປະກອບ: doimoisangtao.vn

Big Data ແມ່ນໜຶ່ງໃນບັນດາລັກສະນະຂອງຍຸກດີຈີຕອນ. Big Data ສວມບົດບາດສຳຄັນທີ່ສຸດໃນວຽກງານຄຸ້ມຄອງລັດ, ໃນວິວັດການຜະລິດ ແລະ ດຳເນີນທຸລະກິດ. ພິເສດ, ສຳລັບປະເທດພວມພັດທະນາຄື ຫວຽດນາມ, ຄວາມຮຽກຮ້ອງຕ້ອງເປັນເຈົ້າຂອງ Big Data ແຫ່ງຊາດ, ການພັດທະນາພື້ນຖານເສດຖະກິດ Data ຍິ່ງມີຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ.

ປັດຈຸບັນ, ຮູບແບບເສດຖະກິດດີຈີຕອນ, ເສດຖະກິດພື້ນຖານ (platform economy), ປັນຍາປະດິດ (AI), blockchain, cloud computing ແລະ ອິນເຕີເນັດທີ່ເຊື່ອມຕໍ່ກັບອຸປະກອນ ຫຼື ເຄື່ອງມືຕ່າງໆ (The Internet of Things) ພວມສ້າງ Big Data ທີ່ໃຫຍ່ຫຼວງ. ຕາມບົດລາຍງານຂອງ ສະຖາບັນ McKinsey Global Institute ຫວ່າງແລ້ວນີ້, ສະເພາະ AI ອາດສາມາດປະກອບເງິນເປັນຈຳນວນ 13.000 ຕື້ USD ໃຫ້ແກ່ພື້ນຖານເສດຖະກິດທົ່ວໂລກໃນປີ 2030. ສ່ວນຢູ່ ຫວຽດນາມ, ຄາດວ່າ ເສດຖະກິດດີຈີຕອນອາດສາມາດປະກອບສ່ວນ 30% GDP ໃນປີ 2030. ເພາະສະນັ້ນ, ນອກຈາກການລົງທຶນເຂົ້າພື້ນຖານໂຄງລ່າງຄື ທ່າກຳປັ່ນ, ເສັ້ນທາງຄວາມໄວສູງ, ຫວຽດນາມ ກໍ່ພວມລົງທຶນເຂົ້າພື້ນຖານໂຄງລ່າງດີຈີຕອນຄືວິທີການສຳຄັນເພື່ອຊຸກຍູ້ພື້ນຖານເສດຖະກິດ.

ໃນໄລຍະຈະມາເຖິງ, ຫວຽດນາມ ໄດ້ມີຫຼາຍວິທີການເພື່ອພັດທະນາພື້ນຖານໂຄງລ່າງ Big Data ໂດຍຫັນເປັນລະບອບລະບຽບການດ້ວຍບັນດາເອກະສານນິຕິກຳນີ້ແມ່ນພື້ນຖານເພື່ອກະຕຸກຊຸກຍູ້ການເຂົ້າຮ່ວມຂອງທຸກກົງຈັກລັດ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ວິສາຫະກິດ. ທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງວິທະຍາສາດເຕັກໂນໂລຢີ ຢັ້ງຢືນວ່າ:

ພວກເຮົາໄດ້ມີກົດໝາຍແລ້ວ. ລະບອບລະບຽບການນະໂຍບາຍໄດ້ມີຄົບຖ້ວນແລ້ວ, ວຽກງານທີ່ຍັງເຫຼືອແມ່ນຂອງບັນດາວິສາຫະກິດພື້ນຖານໂຄງລ່າງດີຈີຕອນ. Data ແມ່ນຊັບພະຍາກອນສຳຄັນທີ່ສຸດຂອງເສດຖະກິດດີຈີຕອນ, ຄວາມຮັ່ງມີຂອງປະເທດໜຶ່ງໃນອະນາຄົດຈະໄດ້ຮັບການວັດແທກດ້ວຍ Data. Big Data ແລະ ການຈັດການ Big Data ຈະແມ່ນຂະແໜງອຸດສາຫະກຳໃຫຍ່ທີ່ສຸດໃນໄລຍະຈະມາເຖິງ.

ພາຍຫຼັງ 2 ປີ ທີ່ກະກຽມ, ສູນຂໍ້ມູນ (Data)  ແຫ່ງຊາດ, ໂດຍລັດຖະບານມອບໝາຍໃຫ້ກະຊວງຕຳຫຼວດຜັນຂະຫຍາຍ, ຈະໄດ້ຮັບການເປີດນຳໃຊ້ໃນວັນທີ 19 ສິງຫາ ຈະມາເຖິງ. ນີ້ແມ່ນຂີດໝາຍສຳຄັນໃນວິວັດການຫັນເປັນດີຈີຕອນແຫ່ງຊາດຂອງ ຫວຽດນາມ, ໄດ້ຮັບຖືວ່າແມ່ນປະຕູດຽວ ປະກອບສ່ວນສ້າງໂຄງປະກອບທຸກໆວິວັດການປະຕິບັດລະບຽບການບໍລິຫານຂອງ ຫວຽດນາມ. ທ່ານ ພົນຈັດຕະວາ ຕ່າວດຶກທັ້ງ, ປະທານທັງເປັນຜູ້ອຳນວຍການໃຫຍ່ ບໍລິສັດ Viettel ໃຫ້ຮູ້ວ່າ:

ຍຸດທະສາດຫັນເປັນດີຈີຕອນຮອດປີ 2030, ຍຸດທະສາດພັດທະນາພື້ນຖານໂຄງລ່າງດີຈີຕອນແຫ່ງຊາດໄດ້ສະແດງໃຫ້ເຫັນຄວາມຄາດຫວັງຂອງ ຫວຽດນາມ ໃນການຕອບສະໜອງທຸກຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ, ອົງການຈັດຕັ້ງ, ຮັບປະກັນອະທິປະໄຕກ່ຽວກັບ Data, ປົກປັກຮັກສາແຫຼ່ງຊັບພະຍາກອນສຳຄັນທີ່ສຸດໃນຍຸກດີຈີຕອນ. ເພາະສະນັ້ນ, ພ້ອມກັບການສ້າງສູນ Data ຂອບຂະໜາດໃຫຍ່, ພວກຂ້າພະເຈົ້າກໍ່ນຳໜ້າກ່ຽວກັບການປະຕິບັດບັນດາຄຳໝັ້ນສັນຍາການຫັນເປັນສີຂຽວ ແລະ ຍືນຍົງ.

ທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງວິທະຍາສາດເຕັກໂນໂລຢີ (ພາບ: quochoi.vn)

ດ້ວຍຄວາມອາດສາມາດເຊື່ອມຕໍ່ກັບທົ່ວໂລກຜ່ານສາຍກາບໃຍແກ້ວຂ້າມທະເລ ແລະ ໄດ້ຮັບການຕິດຕາມ, ໜູນຊ່ວຍ 24/7 ຈາກທາງໄກ, ສູນ Data Viettel ປັດຈຸບັນບໍ່ພຽງແຕ່ເພີ່ມທະວີຄວາມສາມາດໃນການເກັບຮັກສາ ແລະ ແກ້ໄຂ Data ພາຍໃນປະເທດເທົ່ານັ້ນ ຫາກຍັງເປີດໂອກາດເຊື່ອມຕໍ່ສາກົນຢ່າງແຮງ. ນີ້ແມ່ນບາດກ້າວສຳຄັນ, ເພື່ອແນໃສ່ປົກປັກຮັກສາອະທິປະໄຕ ຂໍ້ມູນ ແລະ ປົກປ້ອງ ຂໍ້ມູນ ສ່ວນຕົວຢູ່ ຫວຽດນາມ.

ຢູ່ກອງປະຊຸມຄະນະຊີ້ນຳຂອງ ລັດຖະບານ ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ການເຫັນເປັນດີຈີຕອນ ໃນວັນທີ 17 ພຶດສະພາ ຜ່ານມາຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອີກຄັ້ງໜຶ່ງໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງ “ຢາກມີພູມປັນຍາ ຫວຽດນາມ ຕ້ອງມີ Data ຂອງ ຫວຽດນາມ”.

ສ້າງພື້ນຖານ Data ບົນພື້ນຖານນັ້ນຈິ່ງແມ່ນການກຳນົດທິດອັນໃດແມ່ນຈຸດສຸມເພື່ອລົງທຶນ. ທຸກສິ່ງທຸກຢ່າງນັ້ນແມ່ນພື້ນຖານ Data, ນັ້ນແມ່ນພູມປັນຍາສະຫຼາດ. ພວກເຮົາຕ້ອງເຮັດມີແບບມີແຜນ, ມີຈຸດສຸມ, ຈັດແບ່ງແຫຼ່ງກຳລັງທີ່ເໝາະສົມ.

ໃນຕົວຈິງ, ຫວຽດນາມ ພວມກຳມະສິດບັນດາທ່າໄດ້ປຽບໃຫ້ແກ່ວິວັດການຫັນເປັນດີຈີຕອນ, ເລີ່ມຕົ້ນດ້ວຍການສ້າງ Big Data , ເມື່ອປຽບທຽບກັບບັນດາປະເທດພວມພັດທະນາອື່ນນັ້ນແມ່ນອັດຕາປະຊາກອນທີ່ມີ ສມາດໂຟນ, ຄອມພິວເຕີຢູ່ ຫວຽດນາມ ໄດ້ເພີ່ມຂຶ້ນໂດຍໄວໃນຫຼາຍປີຜ່ານມາ, ມີຂໍ້ສະດວກຫຼາຍຢ່າງໃຫ້ແກ່ການເກັບຮັກສາ Data. ຫວຽດນາມ ກໍ່ມີຫຼາຍວິສາຫະກິດເຕັກໂນໂລຢີລຸ້ນໜຸ່ມ, ອາດສາມາດເລີ່ມຕົ້ນສ້າງພື້ນຖານໂຄງລ່າງເຊິ່ງບໍ່ຖືກຜົນກກະທົບຈາກລະບົບເກົ່າທີ່ຍັງຄົງຕົວໃນເມື່ອກ່ອນ. ຈຸດພິເສດ ແລະ ແມ່ນທ່າໄດ້ປຽບໃຫຍ່ທີ່ສຸດແມ່ນໄດ້ມີລະບອບລະບຽບການ, ນະໂຍບາຍຢ່າງຈະແຈ້ງ, ພ້ອມກັບການບຸກທະລຸກ່ຽວກັບການປ່ຽນແປງໃໝ່ຈິນຕະນາການ ແລະ ຄວາມຕັດສິນໃຈດ້ານການເມືອງຈາກການນຳຂັ້ນສູງສຸດ. ທຸກສິ່ງທຸກຢ່າງພວມສ້າງກຳລັງໜູນສຳຄັນເພື່ອນຳປະເທດຊາດພັດທະນາກະໂດດຂັ້ນ, ບຸກບືນ.

(ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ການ​ໂຄ​ສະ​ນາ, ສຶກ​ສາ ກ່ຽວ​ກັບ​ການ​ພົວ​ພັນແບບ​ພິ​ເສດ ຫວຽດ​ນາມ - ລາວ

ຍູ້​ແຮງ​ການ​ໂຄ​ສະ​ນາ, ສຶກ​ສາ ກ່ຽວ​ກັບ​ການ​ພົວ​ພັນແບບ​ພິ​ເສດ ຫວຽດ​ນາມ - ລາວ

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ ກະຊວງການຕ່າງປະເທດ ຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ລາວ ພ້ອມກັບປະຕິບັດເນື້ອໃນຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ, ສອງລັດ ຢ່າງມີປະສິດທິຜົນ

Top