ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ຕີລາຄາສູງຈິດໃຈເປັນເຈົ້າການ ແລະ ຄວາມຕັດສິນໃຈດ້ານການເມືອງຂອງນະຄອນ ດ່ານັ້ງ ໃນການສ້າງສູນການເງິນສາກົນ ແລະ ເຂດການຄ້າເສລີ.
(ຄະນະປະຕິບັດງານຂອງກຳມາທິການສະພາແຫ່ງຊາດ ຫວຽດນາມ ເຮັດວຽກກັບນະຄອນ ດ່ານັ້ງ)
ວັນທີ 31 ພຶດສະພາ, ຄະນະປະຕິບັດງານຂອງກຳມາທິການສະພາແຫ່ງຊາດ ຫວຽດນາມ ໄດ້ເຮັດວຽກກັບນະຄອນ ດ່ານັ້ງ ກ່ຽວກັບສະພາບການຜັນຂະຫຍາຍເຂດການຄ້າເສລີ, ກົນໄກ, ນະໂດຍບາຍໃຫ້ແກ່ສູນການເງິນສາກົນ. ເຂົ້າຮ່ວມການເຮັດວຽກມີທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ.
ກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ຕີລາຄາສູງຈິດໃຈເປັນເຈົ້າການ ແລະ ຄວາມຕັດສິນໃຈດ້ານການເມືອງຂອງນະຄອນ ດ່ານັ້ງ ໃນການສ້າງສູນການເງິນສາກົນ ແລະ ເຂດການຄ້າເສລີ. ທ່ານຖືວ່າ, ໃນໄລຍະຍາວ, ຕ້ອງສ້າງກົດໝາຍວ່າດ້ວຍເຂດການຄ້າເສລີເພື່ອເປັນກອບນິຕິກຳເປັນເອກະພາບ; ທ່ານສະເໜີໃຫ້ກຳມາທິການເສດຖະກິດ ແລະ ການເງິນ ສືບຕໍ່ເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງ ເພື່ອສ້າງເອກະສານສະເໜີລະອຽດໃຫ້ສົບບູນແບບ, ພ້ອມກັນນັ້ນ, ສົ່ງເສີມ ດ່ານັ້ງ ຜັນຂະຫຍາຍທົດລອງບົນພື້ນຖານບັນດານະໂຍບາຍທີ່ມີຢູ່ແລ້ວ, ເປີດເຜີຍຂໍ້ມູນການວາງແຜນຜັງເພື່ອດຶງດູດນັກລົງທຶນຍຸດທະສາດ.
ເນື່ອງໃນໂອກາດນີ້, ຄະນະປະຕິບັດງານຄະນະປະຈຳສະພາແຫ່ງຊາດໄດ້ໄປກວດກາບັນດາສະຖານທີ່ຄາດວ່າຈະກໍ່ສ້າງສູນການເງິນສາກົນແລະ ເຂດການຄ້າເສລີ ດ່ານັ້ງ.
ໃນຕອນຄ່ຳວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ກໍ່ໄດ້ເຂົ້າຮ່ວມພິທີໄຂງານບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ - DIFF 2025 ດ້ວຍຫົວຂໍ້ “ດ່ານັ້ງ - ສັງກາດໃໝ່” (Danang - The New Rising Era). ຄ່ຳຄືນໄຂງານບຸນໄດ້ເປີດສາກໃຫ້ 6 ຄ່ຳຄືນສະແດງການຍິງບັ້ງໄຟດອກຈັດຂຶ້ນແຕ່ວັນທີ 21 ພຶດສະພາ ຮອດວັນທີ 12 ກໍລະກົດ, ອັນໄດ້ສ້າງຂີດໝາຍງານບຸນຍາວ ແລະ ມີຂອບຂະໜາດໃຫຍ່ທີ່ສຸດໃນຕະຫຼອດ 15 ປີແຫ່ງປະຫວັດສາດແຫ່ງການຈັດງານບຸນດັ່ງກ່າວ.
(ແຫຼ່ງຄັດຈາກ VOV)