• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ເສດ​ຖະ​ກິດ​ພາກເອ​ກະ​ຊົນ

ວັນທີ 31 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການໂອ້ລົມສົນທະນາກັບບັນດາວິສາຫະກິດກ່ຽວກັບການຜັນຂະຫຍາຍມະຕິເລກທີ 68 - NQ/TW ວ່າດ້ວຍການພັດທະນາເສດຖະກິດເອກະຊົນ. ເລື່ອງທ່ານນາຍົກລັດຖະມົນຕີໂອ້ລົມສົນທະນາກັບປະຊາຄົມວິສາຫະກິດພາກເອກະຊົນກ່ຽວກັບມະຕິສະບັບເລກທີ 68 ນັ້ນ ແມ່ນບາດກ້າວສຳຄັນເພື່ອຊຸກຍູ້ການປະຕິຮູບລະບອບລະບຽບການ, ຍົກສູງປະສິດທິຜົນການເຄື່ອນໄຫວດຳເນີນທຸລະກິດ ແລະ ໜູນຊ່ວຍວິສາຫະກິດພັດທະນາແບບຍືນຍົງ.

ຕາມການຄົ້ນຄວ້າຈາກບັນດາອົງການເສດຖະກິດແລ້ວ, ປະເທດໃດທີ່ມີພືິ້ນຖານເສດຖະກິດພາກເອກະຊົນເຂັ້ມແຂງ ຈະຍົກສູງສະມັດຕະພາບແຫ່ງຊາດ, ເພີ່ມຄວາມສາມາດຕ້ານທານຕໍ່ບັນດາສິ່ງທ້າທາຍທົ່ວໂລກ ແລະ ປະກອບສ່ວນສ້າງຊັບສິນໃຫ້ປະເທດຊາດ. ດັ່ງນັ້ນ, ມະຕິສະບັບເລກທີ 68 ບໍ່ພຽງແຕ່ເພື່ອແນໃສ່ໜູນຊ່ວຍດຳເນີນທຸລະກິດເທົ່ານັ້ນ, ຫາກຍັງມຸ່ງໄປເຖິງການສ້າງສັງຄົມທີ່ປະຊາຊົນ ຫວຽດນາມ ທຸກຄົນ ລ້ວນແຕ່ກາຍເປັນພາກສ່ວນທີ່ເປັນເຈົ້າການໃນພື້ນຖານເສດຖະກິດ.

ທ່ານນາຍົກລັດຖະມົນຕີຟ້າມມິງຈິງ ແລກປ່ຽນໂດຍກົງກັບວິສາຫະກິດ (ພາບ:VGP)

ເສີມຂະຫຍາຍກຳລັງແຮງຂອງເສດຖະກິດພາກເອກະຊົນ

ການໂອ້ລົມສົນທະນາລະຫວ່າງນາຍົກລັດຖະມົນຕີກັບບັນດາວິສາຫະກິດ ກ່ຽວກັບການຜັນຂະຫຍາຍມະຕິສະບັບເລກທີ 68 - NQ/TW ວ່າດ້ວຍການພັດທະນາເສດຖະກິດພາກເອກະຊົນ ໄດ້ສົ່ງສານຢ່າງຈະແຈ້ງວ່າ ຫວຽດນາມ ພວມຢາກເສີມຂະຫຍາຍກຳລັງແຮງຂອງເສດຖະກິດພາກເອກະຊົນ, ບໍ່ພຽງແຕ່ບັນດາກຸ່ມບໍລິສັດໃຫຍ່ເທົ່ານັ້ນ ຫາກຍັງນັບທັງບັນດາວິສາຫະກິດຂະໜາດນ້ອຍ ແລະ ບັນດານັກທຸລະກິດສ່ວນບຸກຄົນອີກດ້ວຍ.

ໂດຍຕອບສະໜອງສານດັ່ງກ່າວ, ໃນການໂອ້ລົມສົນທະນາ, ບັນດາວິສາຫະກິດ, ນັກທຸລະກິດ ປາດຖະໜາຢາກສະແດງທີ່ຕັ້ງ, ບົດບາດຂອງຕົນໃນການປະຕິບັດມະຕິເລກທີ 68, ບັນດາວິສາຫະກິດ, ນັກທຸລະກິດໄດ້ຢັ້ງຢືນຄວາມມານະພະຍາຍາມ, ຄວາມຕັດສິນໃຈສູງປະກອບສ່ວນເຂົ້າໃນບັນດາເປົ້າໝາຍພັດທະນາທີ່ໄດ້ວາງອອກ. ທ່ານ ຫງວຽນຈູງຈິງ ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນກຸ່ມບໍລິສັດເຕັກໂນໂລຢີ CMC ປາດຖະໜາຢາກມີໂອກາດເຂົ້າຮ່ວມບັນດາໂຄງການສ້າງພື້ນຖານໂຄງລ່າງແຫ່ງຊາດ:

“ຮອດຈຸດເວລາທີ່ວິສາຫະກິດຂອງພວກເຮົາຕ້ອງເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມວິວັດທະນາການສ້າງສາແລ້ວ. ຂ້າພະເຈົ້າຫວັງວ່າ, ຖ້າລັດຖະບານ ໄດ້ເຊື່ອໝັ້ນຮັກແພງ ອາດຈະມອບຫຼາຍໜ້າທີ່ເພື່ອສ້າງພື້ນຖານໂຄງລ່າງແຫ່ງຊາດ. ຕົວຢ່າງຄື: ໂຄງລ່າງດີຈີຕອນ, ໂຄງລ່າງຄົມມະນາຄົມ. ຂ້າພະເຈົ້າຖືວ່າ ບັນດາວິສາຫະກິດໃຫຍ່ຂອງ ຫວຽດນາມ, ຄື: ຮວ່າຟາດ, ວິນ, ທາໂກ ແລະ ບັນດາວິສາຫະກິດເຕັກໂນໂລຢີສາມາດສ້າງບັນດາກິດຈະກຳໃຫຍ່.”

ໃນການໂອ້ລົມສົນທະນາ, ທ່ານນາງ ມາຍກ່ຽວລຽນ ຜູ້ອຳນວຍການໃຫຍ່ບໍລິສັດ Vinamilk ໄດ້ເນັ້ນໜັກວ່າ ມະຕິເລກທີ 68  ຄັ້ງນີ້ ແມ່ນ “ຂີດໝາຍໃໝ່” ທີ່ເຕັມໄປດ້ວຍແງ່ຫວັງເພື່ອນຳເສດຖະກິດພາກເອກະຊົນຂຶ້ນສູ່ລະດັບສູງໃໝ່. ກໍຕາມທ່ານນາງ ມາຍກ່ຽວລຽນ ແລ້ວ, ຫວຽດນາມ ພວມມີໂອກາດຢ່າງໃຫຍ່ຫຼວງເພື່ອ “ໄປລັດຕັດໜ້າ”, ຍາດແຍ່ງເຕັກໂນໂລຢີທີ່ທັນສະໄໝ ແຕ່ບໍ່ເສຍເວລາຄົ້ນຄວ້າໃນເວລາຫຼາຍປີຄືບັນດາປະເທດໄປກ່ອນ. ແຕ່ເພື່ອເຮັດໄດ້ສິ່ງດັ່ງກ່າວ, ຮຽກຮ້ອງໃຫ້ກົງຈັກບໍລິຫານຕ້ອງເຄື່ອນໄຫວຢ່າງມີໄຫວພິບ, ມີປະສິດທິຜົນກວ່າ, ຄືກັນກັບວິທີທີ່ວິສາຫະກິດພວມຕ້ອງປ່ຽນແປງແຕ່ລະມື້ ເພື່ອທຽບທັນກັບຕະຫຼາດ. ວິສາຫະກິດພາກເອກະຊົນກຽມພ້ອມຮ່ວມເດີນທາງພ້ອມກັບລັດຖະບານ, ຂໍແຕ່ວ່າ ສະພາບແວດລ້ອມລະບອບລະບຽບການຕ້ອງເຄື່ອນໄຫວຢ່າງລຸລ່ວງ, ຈະແຈ້ງ ແລະ ມີປະສິດທິຜົນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖ່າຍຮູບພ້ອມກັບບັນດາວິສາຫະກິດເຂົ້າຮ່ວມການໂອ້ລົມສົນທະນາ (ພາບ: VGP)

ລັດຖະບານແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ

ໃນການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງຄວາມຮັບຜິດຊອບຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ການນຳບັນດາທ້ອງຖິ່ນໃນການສ້າງຍຸດທະສາດ, ວາງແຜນຜັງ, ລະບອບລະບຽບການ, ກົນໄກ, ນະໂຍບາຍຊຸກຍູ້ການສ້າງເສດຖະກິດພາກເອກະຊົນ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ປະຕິບັດ 3 ບຸກທະລຸຍຸດທະສາດໃຫ້ດີກວ່າອີກ, ໃນນັ້ນ ມີການບຸກທະລຸກ່ຽວກັບລະບອບລະບຽບການບໍລິຫານ, ເພີ່ມທະວີການຈັດແບ່ງຂັ້ນ, ສິດອຳນາດເພື່ອຫຼຸດຜ່ອນເວລາ, ຄ່າໃຊ້ຈ່າຍໃຫ້ແກ່ປະຊາຊົນ, ວິສາຫະກິດ; ບຸກທະລຸກ່ຽວກັບພື້ນຖານໂຄງລ່າງເພື່ອສ້າງພື້ນທີ່ພັດທະນາໃໝ່, ສ້າງເຂດຕົວເມືອງ, ການບໍລິການ, ມູນຄ່າເພີ່ມຂອງດິນ, ຫຼຸດຄ່າໃຊ້ຈ່າຍສົ້ນເຂົ້າ, ເພີ່ມກຳລັງແກ້ງແຍ້ງໃຫ້ແກ່ວິສາຫະກິດ; ບຸກທະລຸກ່ຽວກັບແຫຼ່ງຊັບພະຍາກອນມະນຸດຕອບສະໜອງຄວາມຮຽກຮ້ອງພັດທະນາຂອງວິສາຫະກິດ:

“ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງຮັບປະກັນເອກະລາດ, ອະທິປະໄຕ, ສະຖຽນລະພາບດ້ານການເມືອງ, ຜືນແຜ່ນດິນອັນຄົບຖ້ວນເພື່ອມີໂອກາດ, ເງື່ອນໄຂພັດທະນາທີ່ດີກວ່າ, ໄວກວ່າ. ພັກ, ລັດ, ບັນດາອົງການທີ່ມີຄວາມຮັບຜິດຊອບທີ່ກ່ຽວຂ້ອງ ຕ້ອງຮັບປະກັນການເຂົ້າເຖິງແຫຼ່ງທຶນ, ຊັບພະຍາກອນທຳມະຊາດ, ທີ່ດິນ, ແຫຼ່ງຊັບພະຍາກອນມະນຸດ, ນິຕິກຳ, ສິດເສລີໃນການດຳເນີນທຸລະກິດຢ່າງຍຸຕິທຳ, ສິດຊັບສິນຂອງວິສາຫະກິດ.”

ຫວຽດນາມ ພວມຫັນປ່ຽນຈາກພື້ນຖານເສດຖະກິດທີ່ເອື່ອຍອີງຕໍ່ການລົງທຶນຕ່າງປະເທດເປັນສ່ວນຫຼາຍ ມາຂຸດຄົ້ນ ແລະ ໝູນໃຊ້ທຶນຢູ່ພາຍໃນປະເທດ ເພື່ອພັດທະນາຢ່າງມີປະສິດທິຜົນກວ່າ. ປັດຈຸບັນ, ຫວຽດນາມມີວິສາຫະກິດເກືອບ 1 ລ້ານແຫ່ງ, ຄອບຄົວດຳເນີນທຸລະກິດ 5 ລ້ານຄອບຄົວ. ວິສາຫະກິດພາກເອກະຊົນຈາກ “ພາກສ່ວນສຳຄັນ” ກາຍເປັນ “ກຳລັງໜູນສຳຄັນທີ່ສຸດ” ຂອງພື້ນຖານເສດຖະກິດ. ດ້ວຍການຢັ້ງຢືນບົດບາດຂອງວິສາຫະກິດເອກະຊົນຢ່າງແຮງໃນມະຕິສະບັບເລກທີ 68 ຂອງກົມການເມືອງ ແລະ ຄວາມປາດຖະໜາຢາກອຸທິດສ່ວນຂອງປະຊາຄົມວິສາຫະກິດເອກະຊົນ, ຫວຽດນາມ ຈະລະດົມໄດ້ແຫຼ່ງກຳລັງຢ່າງເຂັ້ມແຂງເພື່ອພັດທະນາປະເທດຊາດ./.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ

ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ

ທ່ານ ເຈິ່ນເກີມຕູ ສະເໜີໃຫ້ 2 ອົງການພົວພັນຕ່າງປະເທດຂອງສອງປະເທດ ສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນອັນດີງາມ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາໜ້າທີ່ທີ່ໄດ້ຮັບການມອບໝາຍຢ່າງມີໄຊ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ.

Top