ຄາດວ່າ, ປະເທດເຈົ້າພາບຈະຕ້ອນຮັບການນຳປະເທດ ແລະ ລັດຖະບານປະມານ 70 ທ່ານ, ໃນນັ້ນ ມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.
ກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 (ພາບ: UNOC)
ຕາມແຜນການແລ້ວ, ກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 (UNOC3) ຈະຈັດຂຶ້ນໃນລະຫວ່າງວັນທີ 9 – 13 ມິຖຸນາ ຢູ່ນະຄອນ Nice, ພາກໃຕ້ປະເທດ ຝລັ່ງ. ເປົ້າໝາຍຂອງກອງປະຊຸມແມ່ນບັນລຸໄດ້ຄວາມເປັນເອກະພາບທົ່ວໂລກ ແລະ ລະດົມແຫຼ່ງເງິນຊ່ວຍເຫຼືອໃຫ້ແກ່ວຽກງານອະນຸລັກຮັກສາທະເລ, ໃນສະພາບການຫຼາຍປະເທດຍັງຄົງມີຄວາມບໍ່ລົງລອຍກັນກ່ຽວກັບການຂຸດຄົ້ນທະເລເລິກ, ຂີ້ເຫຍື້ອຢາງປລາດຕິກ ແລະ ການຈັບຫາສິນທະເລເກີນຂອບເຂດ.
ຄາດວ່າ, ປະເທດເຈົ້າພາບຈະຕ້ອນຮັບການນຳປະເທດ ແລະ ລັດຖະບານປະມານ 70 ທ່ານ, ໃນນັ້ນ ມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ. ກອງປະຊຸມກໍເຕົ້າໂຮມບັນດາການນຳວິສາຫະກິດ, ນັກອຸປະຖຳສາກົນ ແລະ ບັນດານັກເຄື່ອນໄຫວສິ່ງແວດລ້ອມທະເລ. ກ່ອນດຳເນີນກອງປະຊຸມຕົ້ນຕໍ ຈະດຳເນີນກອງປະຊຸມສຳມະນາວິທະຍາສາດ ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານກ່ຽວກັບມະຫາສະມຸດປະມານ 2.000 ຄົນ. ຝລັ່ງ ໃຫ້ຄຳໝັ້ນສັນຍາວ່າ ກອງປະຊຸມນີ້ ຈະສວມບົດບາດຄື “ສັນຍາ ປາຣີ” ໃນຂົງເຂດອະນຸລັກຮັກສາມະຫາສະໝຸດ.
(ແຫຼ່ງຄັດຈາກ VOV)