• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ລົງ​ນາມ​ໃນ​ຂໍ້​ຕ​ົກ​ລົງຫຼາຍ​ສະ​ບັບ ລວມ​ມູນ​ຄ່າ 800 ລ້ານ USD ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ

ວິສາຫະກິດ ຫວຽດນາມ ແລະ ລັດ Iowa ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ 05 ສະບັບ ລວມມູນຄ່າ 800 ລ້ານ USD ໃນ 03 ປີ.
ທ່ານລັດຖະມົນຕີ ໂດະດຶກຢຸຍ ໃຫ້ການສຳພາດຕໍ່ນັກຂ່າວ

ຄະນະປະຕິບັດງານກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດຍທ່ານລັດຖະມົນຕີ ໂດະດຶກຢຸຍ ນຳໜ້າ ໄດ້ມີການເຮັດວຽກກັບລັດ Iowa (ອາເມລິກາ). ນະທີ່ນີ້, ວິສາຫະກິດ ຫວຽດນາມ ແລະ ລັດ Iowa ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ 05 ສະບັບ ລວມມູນຄ່າ 800 ລ້ານ USD ໃນ 03 ປີ.

ທ່ານລັດຖະມົນຕີ ໂດະດຶກຢຸຍ ກໍໄດ້ມີການໂອ້ລົມສົນທະນາກັບກະຊວງກະສິກຳຂອງລັດ Iowa ດ້ວຍການເຂົ້າຮ່ວມຂອງທ່ານລັດຖະມົນຕີ Mike Naig ແລະ ທ່ານຮອງລັດຖະມົນຕີ Grant Menke. ສອງຝ່າຍ ໄດ້ເຫັນດີຊຸກຍູ້ການສົ່ງອອກບັນດາປະເພດສິນຄ້າກະເສດເຄື່ອງປ່າຂອງດົງ, ສິນໃນນ້ຳ ທີ່ມີຄຸນນະພາບສູງຈາກລັດ Iowa ເຂົ້າຕະຫຼາດ ຫວຽດນາມ ແລະ ກົງກັນຂ້າມ. ທ່ານລັດຖະມົນຕີ ໂດະດຶກຢຸຍ ກໍສະແດງຄວາມເຊື່ອໝັ້ນວ່າ ເຫດການນີ້ ຈະເລີ່ມຕົ້ນໃຫ້ແກ່ໄລຍະຮ່ວມມືລະຫວ່າງປະຊາຄົມວິສາຫະກິດ ຫວຽດນາມ ແລະ ລັດ Iowa ເລິກເຊິ່ງກວ່າອີກ, ມີປະສິດທິຜົນກວ່າອີກ:

“ຜ່ານການປະຕິບັດງານຄັ້ງນີ້, ຂ້າພະເຈົ້າກໍມີຄວາມປາດຖະໜາຢາກສະໜອງໃຫ້ບັນດາວິສາຫະກິດ ອາເມລິກ ມີຂໍ້ມູນຢ່າງຄົບຖ້ວນ ກໍຄື ບັນດາກຳນົດທິດເພື່ອສາມາດຊອກຮູ້ໂອກາດເຂົ້າຕະຫຼາດ ກໍຄືພັດທະນາການເຄື່ອນໄຫວຜະລິດດຳເນີນທຸລະກິດ, ລົງທຶນຢູ່ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດສິນກະເສດ, ເຄື່ອງປ່າຂອງດົງ, ສິນທະເລ.”

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ: ກຳນົດເປົ້າໝາຍເຕີບໂຕ 2 ຕົວເລກ, ພັດທະນາຢ່າງໄວ, ສີຂຽວ, ຍືນຍົງ

ທ່ານນາຍົກລັດຖະມົນຕີ: ກຳນົດເປົ້າໝາຍເຕີບໂຕ 2 ຕົວເລກ, ພັດທະນາຢ່າງໄວ, ສີຂຽວ, ຍືນຍົງ

ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ຕ້ອງມີຄວາມຕິດພັນຕາມບັນດາເປົ້າໝາຍຂອງຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 14 ຂອງພັກ

Top